ປະທານ VUFO ຕ້ອນຮັບເລຂາທິການໃຫຍ່ພັກກອມມູນິດອິນເດຍ

09:41 | 31/08/2024

ຍສໝ - ວັນ​ທີ 28 ສິງຫາ, ຢູ່​ຮ່າ​ໂນ້ຍ, ທ່ານ ຟ່ານແອງເຊັນ, ​ປະ​ທານ​ສະ​ຫະ​ພັນ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ (VUFO) ໄດ້ຕ້ອນຮັບ​ທ່ານ Doraisamy Raja, ເລຂາທິການໃຫຍ່​ພັກ​ກອມ​ມູນິດ​ອິນ​ເດຍ.

ປະທານ​ສະມາຄົມ​ມິດຕະພາບ​ ລາວ-ຫວຽດນາມ ຕີ​ລາຄາ​ສູງ​ໝາກຜົນຂອງການ​ຢ້ຽມຢາມ​ຂອງ​ປະທານ​ປະ​ເທດຫວຽດນາມ
ປະທານ VUFO ຊົມເຊີຍວັນຊາດ ສປປ ລາວ ຄົບຮອບ 47 ປີ

ທີ່​ການຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ອິນ​ເດຍ Doraisamy Raja ​ໄດ້​ແຈ້ງ​ກ່ຽວກັບບັນດາບຸລິມະສິດ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ພັກ​ກອມ​ມູນິດ​ອິນ​ເດຍ ໃນປະຈຸປັນ, ພິເສດແມ່ນ​ໃນບັນດາການ​ເຄື່ອນ​ໄຫວ​ຊຸກຍູ້​ສັນຕິພາບ, ຄວາມ​ສາມັກຄີ​ໃນ​ໂລກ.

ປະທານ VUFO ຕ້ອນຮັບເລຂາທິການໃຫຍ່ພັກກອມມູນິດອິນເດຍ

ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກທີ່ການຕ້ອນຮັບ. (ພາບ: Dinh Hoa)

ທ່ານ Doraisamy Raja ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອິນເດຍ; ຢືນຢັນ​ວ່າ ພັກ​ກອມ​ມູນິດ​ອິນ​ເດຍ ຈະ​ມານະ​ພະຍາຍາມ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ແລະ ເພີ່ມ​ທະວີ​ການພົບປະ​ແລກປ່ຽນ​ປະຊາຊົນ.

ທ່ານ ຟ່ານ​ແອງ​ເຊີນ ກ່າວຄຳປາໄສວ່າ ຫວຽດນາມ - ອິນ​ເດຍ ​ແມ່ນ​ເພື່ອນ​ມິດ​ທີ່ເປັນມູນເຊື້ອມາແຕ່​ດົນ​ນານ. ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ປະທານ ​ໂຮ່ຈີ​ມິນ, ທ່ານ​ນາຍົກລັດຖະມົນຕີ Jawaharlal Nehru ​ແລະ ​ໄດ້​ຮັບ​ການເພີ່ມພູນຄູນສ້າງຈາກ​ການ​ນຳຫຼາຍລຸ້ນ, ປະຊາຊົນ 2 ປະ​ເທດ.

ປະທານ VUFO ຕ້ອນຮັບເລຂາທິການໃຫຍ່ພັກກອມມູນິດອິນເດຍ

ສະ​ມາ​ຊິກ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູ​ນິດ​ອິນ​ເດຍ ຜູ້ໜຶ່ງ ​ໄດ້​ແບ່ງ​ປັນ​ຮູບ​ປະ​ທານ​ໂຮ່​ຈິ​ມິນ​ ທີ່ໄດ້ເກັບໄວ້​ໃນ​ໂທ​ລະ​ສັບ.(ພາບ: Dinh Hoa)

VUFO ​ແລະ ສະມາຄົມ​ມິດຕະພາບ​ ຫວຽດນາມ - ອິນ​ເດຍ ຍາມ​ໃດ​ກໍ່​ຖື​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ - ອິນ​ເດຍ ເປັນສຳຄັນ, ​ຖື​ເປັນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ​ປະຊາຊົນ​ສອງ​ປະ​ເທດ.

ທ່ານປະທານ VUFO ແຈ້ງຕື່ມວ່າ ໃນໄຕມາດທີ 4 ປີ 2024, VUFO ແລະ ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ຈະຈັດຕັ້ງມະໂຫລານມິດຕະພາບ ຫວຽດນາມ - ອິນເດຍ ຄັ້ງທີ 12 ຢູ່ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະ ບາງແຂວງອື່ນໆ. ປະທານ VUFO ​ໄດ້​ເຊີນ ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ອິນ​ເດຍ ​ດ້ວຍຄວາມນັບຖື ເພື່ອກັບ​ຄືນມາ​ປະ​ເທດ​ຫວຽດນາມ ​ເຂົ້າ​ຮ່ວມ​ເຫດການດັ່ງກ່າວ.

ທ່ານ​ເອກ​ອັກຄະ​ລັດຖະທູດ Uzbekistan ປະດັບ​ຫຼຽນກາລະນຶກ​ໃຫ້​ທ່ານນາງ​ປະທານ VUFO ຫງວຽນ​ເຟືອງ​ງາ

ທ່ານ​ເອກ​ອັກຄະ​ລັດຖະທູດ Uzbekistan ປະດັບ​ຫຼຽນກາລະນຶກ​ໃຫ້​ທ່ານນາງ​ປະທານ VUFO ຫງວຽນ​ເຟືອງ​ງາ

ຍສໝ - ທ່ານ​ນາງປະທານ VUFO ກໍ່​ໃຫ້​ຮູ້​ວ່າ: ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ປະຊາຊົນ​ລະຫວ່າງສອງປະ​ເທດ​ລ້ວນ​ແຕ່​ມີ​ບັນດາ​ໝາກຜົນ​ອັນ​ດີງາມ, ພ້ອມ​ກັນ​ນັ້ນ, ທ່ານ​ນາງກໍປາດ​ຖະໜາ​ວ່າ ສອງຝ່າຍ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ, ໂຄສະນາເຜີຍແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ປະຫວັດສາດຂອງ ສອງປະເທດ...

ປະທານ ຫງວຽນເຟືອງງາ ສົ່ງຈົດໝາຍອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ວັນມູນເຊື້ອ VUFO

ປະທານ ຫງວຽນເຟືອງງາ ສົ່ງຈົດໝາຍອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ວັນມູນເຊື້ອ VUFO

ຍສໝ - ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 72 ປີ​ແຫ່ງ​ວັນ​ມູນເຊື້ອຂອງ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ (ວັນທີ 17 ພະຈິກ 1950 – ວັນທີ 17 ພະຈິກ 2022), ​ໃນ​ນາມ​ການ​ນຳສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ, ຂ້າພະ​ເຈົ້າ​ຂໍ​ສົ່ງຄໍາອວຍພອນອັນປະເສີດ​ມາ​ຍັງພະນັກງານ, ລັດຖະກອນ ແລະ ຜູ້ອອກແຮງງານຮຸ້ນຕ່າງໆຂອງ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.