ຊຸກຍູ້​ການ​ຮ່ວມ​ມື, ​ແລກປ່ຽນ​ວັດທະນະທຳ, ຊາວ​ໜຸ່ມ​ລະຫວ່າງ ​ຫວຽດນາມ ​- UAE

20:12 | 01/09/2024

ຍາໝ - ວັນ​ທີ 29 ສິງຫາ, ຢູ່​ຮ່າ​ໂນ້ຍ, ສະຖານທູດ UAE ​ໄດ້​ຈັດ​ຕັ້ງ​ໂຄງການ​ແລກປ່ຽນ​ວັດທະນະທຳ​ UAE - ຫວຽດນາມ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​​ຄະນະ​​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ.

VUFO, UNDP ຢູ່ ຫວຽດນາມ ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ເພື່ອ​ພັດທະນາ
ງານພົບ​ປະ​ມິດ​ຕະ​ພາບ​ຊາວ​ໜຸ່ມ 4 ແຂວງຂອງ ຫວຽດ​ນາມ-ລາວ

ກ່າວ​ຄຳ​ປາໄສ​ທີ່​ລາຍການ, ທ່ານ Bader Almatrooshi, ​ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ UAE ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ ໂຄງການແມ່ນເພື່ອແນ​ໃສ່ເປົ້າໝາຍ​ເພີ່ມ​ທະວີ​ການ​ພົບ​ປະແລກປ່ຽນ​ວັດທະນະທຳ, ຊາວ​ໜຸ່ມ​ລະຫວ່າງ 2 ປະ​ເທດ UAE - ຫວຽດນາມ.

ຊຸກຍູ້​ການ​ຮ່ວມ​ມື, ​ແລກປ່ຽນ​ວັດທະນະທຳ, ຊາວ​ໜຸ່ມ​ລະຫວ່າງ ​ຫວຽດນາມ ​- UAE

ທ່ານ Bader Almatrooshi, ​ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ UAE ປະຈຳ ສສ ຫວຽດນາມ ​ກ່າວຄຳປາໄສທີ່ລາຍການ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ໃຫ້ຮູ້ວ່າ ນັບ​ແຕ່​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1971, UAE ໄດ້​ເອົາ​ໃຈ​ໃສ່​ການນຳມາເຊິ່ງຄວາມມ່ວນຊື່ນ ແລະ ຄວາມ​ສຸກໃຫ້​ລຸ້ນ​ໜຸ່ມ. ບັນດາຜູ້ນໍາ UAE ເຊື່ອໝັ້ນເຖິງຄວາມສໍາຄັນຂອງການລົງທຶນໃຫ້ໄວຫນຸ່ມ, ມອບສິດ ແລະ ສຶກສາໃຫ້ເຂົາເຈົ້າເພື່ອມີແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ສ້າງ​ເງື່ອນ​ໄຂ​ເພື່ອ​ຊ່ວຍ​ໃຫ້​ໄວ​ໜຸ່ມ​ປ່ຽນແປງໃໝ່, ພັດທະນາ...

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ໃຫ້ຮູ້ວ່າ ສະພາ​ຊາວ​ໜຸ່ມ UAE ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2016 ​ແມ່ນພື້ນຖານປະຈັນບານ​ທີ່​ຕາງໜ້າ​ໃຫ້​ບັນດາ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ​ແກ້​ໄຂ​ບັນຫາ​ຊາວ​ໜຸ່ມ UAE ພ້ອມກັນນັ້ນ ກໍ່ຍົກອອກບັນດາວິ​ທີ​ແກ້​ໄຂ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ໃຫ້​ລັດຖະບານ​ກ່ຽວ​ກັບ​ບັນຫາ​ຊາວ​ໜຸ່ມ.

ນອກຈາກນັ້ນ, ທີ່ໂຄງການ, ທ່ານເອກອັກຄະລັດຖະທູດ ຍັງໄດ້ແບ່ງປັນບັນດາຜົນສຳເລັດຂອງ ລັດ UAE ໃນການມອບສິດໃຫ້ແກ່ແມ່ຍິງເນື່ອງໃນໂອກາດວັນແມ່ຍິງ UAE (28 ສິງຫາ). ພ້ອມ​ກັນ​ນັ້ນ, ກໍ່​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ UAE ​ໃນ​ການ​ເຊື່ອ​ໝັ້ນ​ບົດບາດ​ຕັ້ງໜ້າ​ຂອງ​ແມ່ຍິງ​ໃນ​ການ​ກໍ່ສ້າງ​ສັງຄົມ​ບົນ​ພື້ນຖານ​ຄວາມ​ສະ​ເໝີ​ພາບ​ກັບ​ເພດຊາຍ​ໃນ​ຊີວິດທາງດ້ານ​ເສດຖະກິດ ​ແລະ ການ​ເມືອງ.

ຕາມ​ທ່ານ Bader Almatrooshi ແລ້ວ, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ການ​ພົວພັນ ຫວຽດນາມ - UAE ​ໄດ້​ພັດທະນາ​ໃນ​ຫຼາຍ​ຂົງ​ເຂດ. ປີ 2023, ສອງ​ປະ​ເທດ ໄດ້ສະ​ເຫຼີມ​ສະ​ຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ. 2 ຝ່າຍ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ເປັນ​ປະຈຳ. ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ກໍ່ໄດ້ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ. UAE ​ແມ່ນ​ຄູ່​ຮ່ວມ​ມືດ້ານ​ການ​ຄ້າ, ການ​ລົງທຶນ​ແຖວ​ໜ້າ​ຂອງ ​ຫວຽດນາມ ຢູ່​ພາກ​ຕາ​ເວັນ​ອອກ​ກາງ ດ້ວຍ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ 4,7 ຕື້ USD ​ໃນ​ປີ 2023. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຖານທູດ UAE ຫວັງ​ຢາກ​ຍູ້ແຮງບັນດາ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ກິລາ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 2 ປະ​ເທດ.

ຊຸກຍູ້​ການ​ຮ່ວມ​ມື, ​ແລກປ່ຽນ​ວັດທະນະທຳ, ຊາວ​ໜຸ່ມ​ລະຫວ່າງ ​ຫວຽດນາມ ​- UAE

ບັນຍາກາດທີ່ການ​ພົບ​ປະ​ແລກ​ປ່ຽນ.

ກ່າວ​ຄຳ​ປາໄສ​ທີ່​ລາຍການ, ທ່ານ ຫງວຽນ​ເຕືອງເລີມ, ເລຂາຄະນະ​ບໍລິຫານ​ງານ​ສູນກາງ​ຊາວໜູ່ມ, ຮອງຫົວໜ້າຜູ້ປະຈຳຄະນະ​ກຳມະການ​ແຫ່ງ​ຊາດກ່ຽວກັບ​ຊາວ​ໜຸ່ມ ຫວຽດນາມ ໃຫ້ຮູ້ວ່າ ​ໄວ​ໜຸ່ມ ຫວຽດນາມ ລວມມີ ຊະມາຊິກ 20 ລ້ານ​ກວ່າ​ຄົນ, ກວມ​ເກືອບ 25% ຈຳນວນ​ພົນລະເມືອງ ​ຫວຽດນາມ. ປະຈຸ​ບັນ, ຫວຽດນາມ ພວມ​ຢູ່​ໃນ​ໄລຍະ​ພົນລະເມືອງຄຳ, ສະ​ນັ້ນ​ກຳລັງ​ຊາວ​ໜຸ່ມ​ມີ​ບົດບາດ​ສຳຄັນ​ໃນ​ການ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ - ສັງຄົມ​, ການເຊື່ອມໂຍງເຂົ້າ​ກັບ​ສາກົນຂອງປະເທດຊາດ.

ຊາວ​ໜຸ່ມ​ຫວຽດນາມ ນັບມື້ນັບມີຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສິ່ງ​ທ້າ​ທາຍ​ໃນ​ການ​ສ້າງ​ທ່າ​ໄດ້​ປຽບ​ການແກ່ງແຍ້ງຂອງ​ປະ​ເທດ​ຄື: ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ, ​ເພີ່ມ​ທະວີ​ປະສິດທິພາບ​ແຮງ​ງານ, ປັບປຸງຄວາມ​ສາມາດ​ປະດິດ​ສ້າງ​ຂອງ​ໄວ​ໜຸ່ມ. ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ເລີ່​ມດຳ​ເນີນ​ທຸລະ​ກິດ, ສ້າງອາຊີບ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ປະກອບສ່ວນ​ເຂົ້າ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນຂອງປະເທດ ແລະ ເປັນເຈົ້າບັນດາເຕັກ​ໂນ​ໂລຢີທີ່​ກ້າວໜ້າ, ຊາວ​ໜຸ່ມ​ຫວຽດນາມ ​ໄດ້​ ແລະ ພວມ​ຢືນຢັນ​ບົດບາດ, ຂອບຂະໜາດ ແລະ ພາລະກິດ​ສຳຄັນ​ຂອງ​ຕົນ​ໃນ​ຂະບວນການກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ ມື້ນີ້.

ຊຸກຍູ້​ການ​ຮ່ວມ​ມື, ​ແລກປ່ຽນ​ວັດທະນະທຳ, ຊາວ​ໜຸ່ມ​ລະຫວ່າງ ​ຫວຽດນາມ ​- UAE

ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກ.

ທ່ານ​ຮອງຫົວໜ້າຜູ້ປະຈຳການ ຫງວຽນ​ເຕືອງເລີມ ໃຫ້ຮູ້​ວ່າ ຫວຽດ​ນາມ ຍາມ​ໃດ​ກໍຖືການ​ຮ່ວມ​ມື​ກັບ UAE ເປັນສຳຄັນ. ໃນ​ໄລຍະ 30 ປີຜ່ານມາ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ - UAE ນັບມື້ນັບ​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນຫຼາຍຂົງ​ເຂດ​ການ​ເມືອງ, ການ​ທູດ, ການ​ຄ້າ, ການ​ລົງທຶນ, ການ​ອອກ​ແຮງ​ງານ ​ແລະ ການ​ທ່ອງ​ທ່ຽວ, ການ​ແລກປ່ຽນ​ປະຊາຊົນ...

ໃນໄລຍະຈະມາເຖິງ, ທ່ານ​ຮອງຫົວໜ້າຜູ້ປະຈຳການ ຫງວຽນ​ເຕືອງເລີມ ຫວັງວ່າ ບັນດາອົງການ, ອົງການຈັດຕັ້ງທີ່ຮັບຜິດຊອບວຽກງານຊາວໜຸ່ມ 2 ປະເທດ ຈະເພີ່ມທະວີການພົບປະແລກປ່ຽນ, ແບ່ງປັນກ່ຽວກັບສະພາບການຂອງຊາວໜຸ່ມ 2 ປະເທດ; ມຸ່ງ​ໄປ​ເຖິງ​ຫຼາຍ​ເນື້ອ​ໃນ, ຫົວ​ຂໍ້​ທີ່ ຫວຽດນາມ - UAE ກໍ່​ຄື​ຊາວ​ໜຸ່ມ 2 ປະ​ເທດພວມໃຫ້ຄວາມ​ສົນ​ໃຈ. ສຸມໃສ່ການຝຶກອົບຮົມທັກສະການເຊື່ອມໂຍງ, ເລີ່ມດຳເນີນທຸລະກິດ, ອາສາສະຫມັກ, ວັດທະນະທໍາປະເພນີ ແລະ ສ້າງຫຼາຍໂອກາດສໍາລັບໄວຫນຸ່ມເຊັ່ນ ນັກສຶກສາ, ນັກທຸລະກິດໄດ້ຮ່ວມມື, ແບ່ງປັນປະສົບການ.

ຊຸກຍູ້​ການ​ຮ່ວມ​ມື, ​ແລກປ່ຽນ​ວັດທະນະທຳ, ຊາວ​ໜຸ່ມ​ລະຫວ່າງ ​ຫວຽດນາມ ​- UAE

ລາຍການສິລະປະທີ່ການພົບປະແລກປ່ຽນ.

ທີ່​ລາຍການ ໄດ້ດຳເນີນການ​ສະແດງສິລະປະພົບ​ປະ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ ຫວຽດນາມ ​ແລະ UAE. ຊາວ​ໜຸ່ມ​ຫວຽດນາມ ​ກໍ່​ໄດ້ພ້ອມກັນພົບປະແລກປ່ຽນ, ຊິມອາຫານ​ການ​ກິນ​ຂອງ UAE.

ຫວຽດນາມ ​- ກາ​ນາ​ດາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​

ຫວຽດນາມ ​- ກາ​ນາ​ດາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​

ຍສໝ -​ ນີ້​ແມ່ນ​ເນື້ອ​ໃນ​ຂອງ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ທ່ານ ຟ່ານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ແລະ ທ່ານ Shawn Steil, ​ເອກ​ອັກຄະ​ລັດຖະທູດ ກາ​ນາ​ດາ ປະຈຳ ຫວຽດນາມ, ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ສິງຫາ ຢູ່ ຮ່າ​ໂນ້ຍ.

ຊາວ​ໜຸ່ມ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ ໄດ້ປະກອບສ່ວນ​ຢ່າງ​ແທດຈິງເພື່ອຍົກສູງການ​ເຄື່ອນ​ໄຫວຄະນະຊາວໝຸ່ມ​ຢູ່ ​ເອີ​ລົບ

ຊາວ​ໜຸ່ມ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ ໄດ້ປະກອບສ່ວນ​ຢ່າງ​ແທດຈິງເພື່ອຍົກສູງການ​ເຄື່ອນ​ໄຫວຄະນະຊາວໝຸ່ມ​ຢູ່ ​ເອີ​ລົບ

ຍສໝ - ທ່ານ​ນາງ ຫງວຽນ​ທິຢ້ຽວລິງ, ປະ​ທານສະຫະ​ສະ​ມາ​ຄົມ​ຊາວ​ໜຸ່ມ, ນັກສຶກສາ ຫວຽດ​ນາມ ປະ​ຈຳ ເອີ​ລົບ ​ໃຫ້​ຮູ້​ຄືແນວນັ້ນເມື່ອ​ຕີ​ລາ​ຄາ​ກ່ຽວກັບບົດ​ບາດ​ຂອງຊາວ​ໜຸ່ມ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດໃນ​ວຽກງານຂອງຄະນະຊາວໜຸ່ມ​ຢູ່​ຕ່າງ​ປະ​ເທດ.

ມີງດຶກ

302 Found

Found

The document has moved here.