ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ-ລາວ ສືບຕໍ່ບັລຸໄດ້ຫຼາຍໝາກຜົນຢ່າງຕັ້ງໜ້າ

06:43 | 29/08/2024

ຍສໝ - ສອງຝ່າຍເຫັນດີສືບຕໍ່ສົມທົບກັນຜັນຂະຫຍາຍໝາກຜົນຂອງບັນດາຂໍ້ຕົກລົງ ແລະການຢ້ຽມຢາມຂັ້ນສູງຢ່າງມີປະສິດທິຜົນ.

ກອງບັນຊາການທະຫານຊາຍແດນ ລົງກວດກາວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບການປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ ກອງບັນຊາການທະຫານຊາຍແດນ ລົງກວດກາວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບການປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ
ຮັດແໜ້ນການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ລາວ ຢ່າງເນື້ອແທ້ ແລະ ມີປະສິດທິຜົນ ຮັດແໜ້ນການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ລາວ ຢ່າງເນື້ອແທ້ ແລະ ມີປະສິດທິຜົນ

ຕອນເຊົ້າວັນທີ 27 ສິງຫາ, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ສົນທະນາທາງໄກກັບທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ.

ໃນການສົນທະນາ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຊົມເຊີຍ ທ່ານ ບຸ່ຍແທັງເຊີນ ຕໍ່ເລື່ອງສະພາແຫ່ງຊາດ ໄດ້ໃຫ້ສັດຕະຍາບັນດໍາລົງຕໍາແໜ່ງຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ. ທ່ານ ສະເຫຼີມໄຊ ກົມມະສິດ ເຊື່ອໝັ້ນວ່າ ດ້ວຍກໍາລັງຄວາມສາມາດ ແລະບົດຮຽນປະສົບການຂອງຕົນ, ທ່ານ ບຸ່ຍແທັງເຊີນ ຈະສືບຕໍ່ປະກອບສ່ວນປະຕິບັດບັນດາໜ້າທີ່ການຕ່າງປະເທດ ທີ່ ພັກ ແລະລັດຫວຽດນາມ ມອບໝາຍໃຫ້ຢ່າງມີໄຊ.

ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ-ລາວ ສືບຕໍ່ບັລຸໄດ້ຫຼາຍໝາກຜົນຢ່າງຕັ້ງໜ້າ
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ສົນທະນາທາງໄກກັບ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ. ພາບ: ກະຊວງການຕ່າງປະເທດ

ທ່ານ ບຸ່ຍແທັງເຊີນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄໍາອວຍພອນອັນດີງາມ ແລະເຕັມໄປດ້ວຍນໍ້າໃຈຖານສະຫາຍອ້າຍນ້ອງຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ; ຖືວ່າ ບັນດາຜົນງານອັນສະຫງ່າງາມ ທີ່ ຫວຽດນາມ ບັນລຸໄດ້ໃນ 79 ປີຜ່ານມາ ແມ່ນຍ້ອນມີການຮ່ວມເດີນທາງ, ຊ່ວຍເຫຼືອຢ່າງສຸດໃຈຂອງບັນດາສະຫາຍລາວ ອ້າຍນ້ອງ; ເນັ້ນໜັກວ່າຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ເພື່ອປະກອບສ່ວນຍູ້ແຮງການພົວພັນພິເສດລະຫວ່າງສອງປະເທດກວ່າອີກເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງສອງກະຊວງການຕ່າງປະເທດ.

ສອງຝ່າຍເຫັນດີສືບຕໍ່ສົມທົບກັນຜັນຂະຫຍາຍໝາກຜົນຂອງບັນດາຂໍ້ຕົກລົງ ແລະການຢ້ຽມຢາມຂັ້ນສູງຢ່າງມີປະສິດທິຜົນ. ແລກປ່ຽນກ່ຽວກັບການຮ່ວມມືທີ່ເວທີປາໄສພາກພື້ນ ແລະສາກົນ, ສອງຝ່າຍເຫັນດີເພີ່ມທະວີການແບ່ງປັນບົດຮຽນ, ແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ ສປຊ, ອາຊຽນ ແລະກົນໄກຮ່ວມມືອະນຸພາກພື້ນແມ່ນໍ້າຂອງ. ທ່ານ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນ, ຊ່ວຍ ລາວ ປະຕິບັດສໍາເລັດໜ້າທີ່ສາກົນ ໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນປະທານອາຊຽນ/ໄອປາ ປີ 2024.

ຊາວຫວຽດນາມ ຢູ່ຕ່າງປະເທດສະເໜີ 4 ມາດຕະການແກ້ໄຂເພື່ອໃຫ້ ຫວຽດນາມ ຍາດແຍ່ງກາລະໂອກາດພັດທະນາປັນຍາປະດິດ ຊາວຫວຽດນາມ ຢູ່ຕ່າງປະເທດສະເໜີ 4 ມາດຕະການແກ້ໄຂເພື່ອໃຫ້ ຫວຽດນາມ ຍາດແຍ່ງກາລະໂອກາດພັດທະນາປັນຍາປະດິດ

ຍສໝ - ວັນທີ 22 ສິງຫາ, ຢູ່ “ເວທີປາໄສບັນດານັກປັນຍາຊົນ ແລະ ຊ່ຽວຊານ ຫວຽດນາມ ຢູ່ຕ່າງປະເທດ” ໃນຂອບເຂດ “ກອງປະຊຸມ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດທົ່ວໂລກ ຄັ້ງທີ 4” ໄດ້ດຳເນີນຢູ່ ຮ່າໂນ້ຍ, ທ່ານ ປອ ເລ​ວຽດ​ກວັ໋ກ (ນັກ​ຄົ້ນ​ຄ້ວາ AI ຂອງກຸ່ມ ...

ເຫົ້າຢ່າງ: ການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ ເຫົ້າຢ່າງ: ການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ

ຍສໝ - ວຽກ​ງານ​ຂົນຂວາຍການ​ຊ່ວຍ​ເຫຼືອ​ຈາກ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ດຳເນີນໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ເຫົ້າຢ່າງ ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕົວ​ຈິງ​ຫຼາຍ​ຢ່າງ​ໃຫ້​ແກ່​ປະຊາຊົນ. ບັນດາກິດຈະການກໍ່ສ້າງຂົວ, ທາງ, ໂຮງຮຽນ ແລະ ພື້ນຖານໂຄງລ່າງ ໄດ້ປະກອບສ່ວນປັບປຸງຊີວິດການເປັນຢູ່ ແລະ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.

ແສງເດືອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.