ອິນ​ເດຍ ​ໄດ້​ສົ່ງ​ສິນ​ຄ້າສຸກເສີນຈໍານວນ 35 ​ໂຕນ​ ໃນ​ມູນ​ຄ່າ 1 ລ້ານ ໂດລ່າສະຫະລັດ ​ເພື່ອ​​ຊ່ວຍເຫຼືອ​ຫວຽດນາມ ພາຍຫຼັງ​​ພາຍຸຢາກິ

21:34 | 18/09/2024

ຍສໝ - ອິນ​ເດຍ ​ໄດ້​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ສຸກ​ເສີນຈໍານວນ 35 ​ໂຕນ ​ເພື່ອ​​ຊ່ວຍເຫຼືອຫວຽດນາມ ​ໃນ​ການ​ແກ້ໄຂຜົນ​ກະທົບ​ຈາກ​ພະຍຸຢາກິ. ນິວຊີແລນ ກໍ່ຫາປະກາດການປະກອບສ່ວນ 1 ລ້ານໂດລາສະຫະລັດ ນິວຊີແລນ ຊ່ວຍເຫຼືອຫວຽດນາມ ເພື່ອຜ່ານຜ່າຜົນກະທົບທີ່ຮ້າຍແຮງຂອງພາຍຸຢາກິ.

ງານ​ບຸນ “ສະບາຍດີ​ຫວຽດນາມ” ​ເຊື່ອມ​ຕໍ່​ຄວາມຮັກແພງມິດຕະພາບ​ ຫວຽດນາມ - ອິນ​ເດຍ ງານ​ບຸນ “ສະບາຍດີ​ຫວຽດນາມ” ​ເຊື່ອມ​ຕໍ່​ຄວາມຮັກແພງມິດຕະພາບ​ ຫວຽດນາມ - ອິນ​ເດຍ
ຫວຽດນາມ - ອິນ​ເດຍ ຕິດພັນດ້ວຍ​ປະຫວັດສາດ, ບັນດາຄຸນຄ່າ​ລວມກ່ຽວກັບ​ສັນຕິພາບ, ການ​ຮ່ວມ​ມື ​ແລະເຄົາລົບ​ເຊິ່ງກັນ ​ແລະ ກັນ ຫວຽດນາມ - ອິນ​ເດຍ ຕິດພັນດ້ວຍ​ປະຫວັດສາດ, ບັນດາຄຸນຄ່າ​ລວມກ່ຽວກັບ​ສັນຕິພາບ, ການ​ຮ່ວມ​ມື ​ແລະເຄົາລົບ​ເຊິ່ງກັນ ​ແລະ ກັນ

​ໃນຂອບເຂດບັ້ນ Sadbhav (Goodwill), ລັດຖະບານ​ອິນ​ເດຍ​ ໄດ້​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ສຸກ​ເສີນ​ໄປ​ໃຫ້ຫວຽດນາມ ​ໃນ​ວັນ​ທີ 15 ກັນຍາ​ນີ້ ​ເພື່ອ​ຊ່ວຍເຫຼືອ​ປະຊາ​ຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ໃນ​ຫຼາຍ​ແຂວງ, ນະຄອນ​ທາງ​ພາກ​ເໜືອ​ຂອງ​ຫວຽດນາມ ພາຍຫຼັງ​ພາຍຸຢາກິ.

ເຄື່ອງມີ​ນ້ຳໜັກ 35 ​ໂຕນ​ຈາກ​ອິນ​ເດຍ ໄດ້​ຂົນ​ສົ່ງ​ມາ​ຮອດ​ຮ່າ​ໂນ້ຍ ​ໃນ​ຕອນ​ຄ່ຳ​ວັນ​ທີ 15 ກັນຍາ 2024 ເຄື່ອງຊ່ວຍ​ເຫຼືອ​ດັ່ງກ່າວ​ລວມມີ​ເຄື່ອງ​ກອງ​ນ້ຳ, ຜ້າ​ຫົ່ມ, ມຸ້ງ, ຊຸດເຄື່ອງ​ເຄື່ອງ​ຄົວເຮືອນ, ຄຸ​ນ້ຳ, ຖັງນ້ໍາທີ່ມີທໍ່ ແລະໄຟຟ້າແສງຕາເວັນໂດຍອີງໃສ່ຄວາມຕ້ອງການຂອງຊຸມຊົນທີ່ໄດ້ຮັບຜົນກະທົບ ແລະ ຄໍາສະເໜີຈາກອົງການທີ່ກ່ຽວຂ້ອງ, ເຄື່ອງດັ່ງກ່າວມີມູນຄ່າ 1 ລ້ານໂດລາສະຫະລັດ.

ຫວ່າງ​ມໍ່ໆ​ມາ​ນີ້, ​ຕາງໜ້າ​ລັດຖະບານ ​ແລະ ປະຊາຊົນ ​ອິນ​ເດຍ, ທ່ານ​ ນາຍົກລັດຖະມົນຕີ ອິນ​ເດຍ Narendra Modi ​ໄດ້​ສົ່ງ​ຄ​ຳສະແດງຄວາມເຫັນໃຈ ​ແລະ ​ສະ​ແດງ​ຄວາມ​ສາມັກຄີ​ເຖິງ ​ທ່ານ ​ນາຍົກລັດຖະມົນຕີ ຫວຽດນາມ ຟາ​ມມິ​ງ​ຈິ້ງ. ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ ປອ. Jaishanka ໄດ້​ສົ່ງ​ຄ​ຳສະແດງຄວາມເຫັນໃຈເຖິງ ທ່ານ ຮອງນາຍົກ, ລັດຖະມົນຕີການຕ່າງປະເທດຂອງ ຫວຽດນາມ ບຸຍແທ່ງເຊິ່ນ ກ່ຽວກັບການເສຍຫາຍທີ່ເກີດຈາກພາຍຸຢາກີ.

Ấn Độ gửi hàng cứu trợ nhân đạo cho Việt Nam trị giá 1 triệu đô la Mỹ  ອິນ​ເດຍ ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ໃຫ້​ຫວຽດ​ນາມ ດ້ວຍ​ມູນ​ຄ່າ 1 ລ້ານ ໂດລ່າສະຫະລັດ

ອິນ​ເດຍ ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​​ມະ​ນຸດ​ສະ​ທຳ​ໃຫ້ ຫວຽດ​ນາມ ດ້ວຍ​ມູນ​ຄ່າ 1 ລ້ານ ໂດລາສະຫະລັດ.

ລັດຖະບານ​ ອິນ​ເດຍ ຢືນຢັນ​ວ່າ ການ​ຊ່ວຍ​ເຫຼືອ​ມະນຸດສະທຳ​ໃຫ້​ແກ່ ​ຫວຽດນາມ ​ແມ່ນ​ການ​ຢັ້ງຢືນ​ໃຫ້​ແກ່​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ, ຍາວ​ນານ​ລະຫວ່າງ 2 ປະ​ເທດ, ​ໂດຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ບັ້ນ Sadbhav (Goodwill) ແມ່ນສ່ວນຫນຶ່ງຂອງຄວາມພະຍາຍາຂອງ ອິນເດຍ ເພື່ອປະກອບສ່ວນເຂົ້າໃນການຊ່ວຍເຫຼືອດ້ານມະນຸດສະທໍາ ແລະ ການບັນເທົາໄພພິບັດໃນພາກພື້ນ ອາຊຽນ, ສອດຄ່ອງກັບນະໂຍບາຍການເຄື່ອນໄຫວທີ່ມີມາແຕ່ດົນນານຂອງ ອິນເດຍ.

Hàng cứu trợ bao gồm các mặt hàng thiết yếu như máy lọc nước, chăn, màn chống muỗi, bộ đồ dùng nhà bếp, bể chứa nước, xô...  ເຄື່ອງ​ບັນເທົາ​ທຸກ​ລວມມີ​ບັນດາ​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ເຊັ່ນ: ​ເຄື່ອງ​ກອງ​ນ້ຳ, ຜ້າ​ຫົ່ມ, ມຸ້ງ, ​ເຄື່ອງ​ຄົວເຮືອນ, ຖັງ​ນ້ຳ, ຄຸ...

ເຄື່ອງ​ບັນເທົາ​ທຸກ​ລວມມີ​ບັນດາ​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ເຊັ່ນ: ​ເຄື່ອງ​ກອງ​ນ້ຳ, ຜ້າ​ຫົ່ມ, ມຸ້ງ, ​ເຄື່ອງ​ຄົວເຮືອນ, ຖັງ​ນ້ຳ, ຄຸ...

ທ່ານ​ເອກ​ອັກຄະ​ລັດຖະທູດ ​ອິນ​ເດຍ ປະຈຳ ຫວຽດນາມ ​ໄດ້​ມອບ​ບັນດາ​ເຄື່ອງ​ຊ່ວຍ​ເຫຼືອ​ໃຫ້​ທ່ານ​ຫົວໜ້າກົມ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ເພື່ອມອບ​ໃຫ້​ກົມ​ຄຸ້ມ​ຄອງ​ຄັນຄູ ​ແລະ ຕ້ານ​ໄພ​ພິບັດ​ທຳ​ມະ​ຊາດ​ຂອງ​ກະຊວງ​ນີ້ ​ແລະ ຜູ້ຕາງໜ້າ​ແຂວງ ຕວ່ຽນກວ່າງ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ຍົກໃຫ້ເຫັນການແບ່ງປັນ​ຢ່າງ​ເລິກ​ເຊິ່ງຂອງ​ປະຊາ​ຄົມ​ ອິນ​ເດຍ ຕໍ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ພາຍຸຢາກິ ​ແລະ ແຈ້ງໃຫ້ຊາບ​ວ່າ ບັນດາ​ວິ​ສາ​ຫະກິດ ​ແລະ ບັນດາ​ສະມາຊິກ​ຂອງ​ປະຊາ​ຄົມ ​ອິນ​ເດຍ ​ຢູ່ ຫວຽດນາມ ​ໄດ້​ໃຫ້ການ​ສະໜັບສະໜູນ ​ແລະ ປະກອບສ່ວນ​ໃນ​ຫຼາຍ​ລະດັບ​ໃຫ້​ປະຊາຊົນ​ທີ່​ແຕກຕ່າງກັນໃຫ້ຜູ້ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸຢາກິ ແລະ ອົງການເຈົ້າໜ້າທີ່ຂອງ​ຫວຽດນາມ.

ສຸມ​ທຸກກຳລັງ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ພະ​ຍຸລູກທີ 3
ໜູນ​ຊ່ວຍ​ປະຊາຊົນ​ຢູ່ ດ້ຽນບຽນ, ເຊີນ​ລາ ​ແກ້​ໄຂ​ຜົນ​ສະທ້ອນ​ຈາກ​ຝົນຕົກນ້ຳຖ້ວມ.

ອ.ສະຫວັດ

ເບິ່ງເພີ່ມເຕີມໃນ: ຊີວິດການເປັນຢູ່

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.