ຢາລາຍ ເຊື່ອມຕໍ່ການຮ່ວມມືດ້ານການຄ້າ, ການລົງທຶນຢູ່ ອົດສະຕຣາລີ

09:39 | 31/08/2024

ຍສໝ - ວັນ​ທີ 28 ສິງຫາ, ຢູ່​ນະຄອນ Sydney (ອົດສະຕຣາລີ), ຄະນະປະຕິບັດງານ​ແຂວງ ຢາລາຍ ນຳ​ໂດຍ​ທ່ານ ເຈົ່າຫງອກຕ໋ວນ, ຮອງ​ເລຂາ​ປະຈຳຄະນະ​ພັກ​ແຂວງ ​ໄດ້​ສົມທົບ​ກັບອຳນາດການປົກຄອງ​ລັດ New South Wales ຈັດ​ຕັ້ງ​ເວທີ​ປາ​ໄສ​ການ​ພົວພັນ​ການ​ຄ້າ ​ແລະ ການ​ລົງທຶນລະຫວ່າງແຂວງ ຢາລາຍ ກັບລັດ New South Wales ຂອງ ອົດສະຕຣາລີ. ການ​ເຄື່ອນ​ໄຫວ​ແມ່ນເພື່ອ​ສົ່ງເສີມການ​ຄ້າ, ​ໂຄສະນາ ​ແລະ ​ແນະນຳບັນດາກາລະ​ໂອກາດ​ລົງທຶນ​ຢູ່​ແຂວງ ຢາລາຍ - ​​ໜຶ່ງ​ໃນ​ບັນດາ​ຈຸດ​ພົ້ນ​ເດັ່ນ​ໃໝ່ກ່ຽວກັບການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ເຂົ້າ ​ຫວຽດນາມ.

ແນະນຳກາລະໂອກາດການທ່ອງທ່ຽວ ແລະ ການລົງທຶນຢູ່ ຫວຽດນາມ ໃຫ້ປະເທດເພື່ອນມິດ
VASEA: ຈະ​ໃຫ້​ບຸລິມະສິດ​ບັນດາ​ການ​ເຄື່ອນ​ໄຫວ, ໂຄງການ​ທີ່ ອົດສະຕຣາລີ ​ແລະ ຫວຽດນາມ ​ໄດ້​ຕົກລົງ​ເປັນເອກະພາບກັນ​

ໂດຍເຂົ້າ​ຮ່ວມ​ເວທີ​ປາ​ໄສ​ມີ ​ທ່ານ ຫງວຽນ​ດັ່ງຖັງ, ຫົວໜ້າສະຖານກົງ​ສູນ​ໃຫຍ່ ​ຫວຽດນາມ ປະຈຳລັດ New South Wales, ລັດ Queensland ​ແລະ ລັດ ອົດສະຕຣາລີ ໃຕ້; ຜູ້ຕາງໜ້າສະພາວິສາຫະກິດ ອົດສະຕຣາລີ - ຫວຽດນາມ; ຜູ້ຕາງໜ້າສະມາຄົມນັກທຸລະກິດ ຫວຽດນາມ ຢູ່ Sydney (VEAS); ພ້ອມກັບຜູ້ຕາງໜ້າຫຼາຍ​ວິ​ສາ​ຫະກິດ, ນັກ​ລົງທຶນ ​ແລະ ດຳເນີນທຸລະກິດຂອງ​ທັງ​ສອງ​ປະ​ເທດ.

ຢາລາຍ ເຊື່ອມຕໍ່ການຮ່ວມມືດ້ານການຄ້າ, ການລົງທຶນຢູ່ ອົດສະຕຣາລີ

ເວທີ​ປາ​ໄສ​ເຊື່ອມ​ຕໍ່​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ແຂວງ ຢາລາຍ ຂອງ​ ຫວຽດນາມ ​ກັບລັດ New South Wales ຂອງ ອົດສະຕຣາລີ. (ພາບ: TTXVN)

ກ່າວ​ຄຳ​ປາໄສ​ທີ່​ເຫດການ, ທ່ານ ​ເຈົ່າຫງອກຕ໋ວນ ໃຫ້​ຮູ້​ວ່າ ຕາມວາງແຜນຂອງ​ແຂວງ ຢາລາຍ ໄລຍະ 2021-2030, ວິ​ໄສ​ທັດ​ຮອດ​ປີ 2050 ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ນາຍົກລັດຖະມົນຕີ, ​ແຂວງ ຢາລາຍ ພັດທະນາ​ຢ່າງ​ວ່ອງ​ໄວ, ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ, ຍົກສູງຄຸນ​ນະພາ​ບການ​ເຕີບ​ໂຕ, ມຸ່ງ​ໄປ​ເຖິງເປົ້າໝາຍການ​ເຕີບ​ໂຕ​ສີຂຽວ, ​ເປັນ​ສູນກາງ​ຂອງ​ເຂດ​ໄຕງວຽນເໜືອ ​ແລະ ​ແມ່ນ​ກຳລັງຜັກດັນໃນສາມຫຼ່ຽມ​ພັດທະນາ ​ຫວຽດນາມ - ລາວ - ກຳປູ​ເຈຍ. ​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ, ນອກຈາກ​ແຫຼ່ງທຶນ​ການ​ລົງທຶນ, ການພັດທະນາ​ຂອງ​ລັດຖະບານ ​ແລະ ​ແຂວງ ຢາລາຍ ແລ້ວ, ຄະນະການ​ນຳ​ແຂວງ ​ຍັງໄດ້​ກຳນົດແຫຼ່ງທຶນ​ການ​ລົງທຶນ​ຕ່າງປະ​ເທດ​ແມ່ນ​ສຳຄັນ, ປະກອບສ່ວນພັດທະນາ​ເສດຖະກິດ​ຢ່າງ​ວ່ອງ​ໄວ, ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ.

ທ່ານ Harry ເຈີ່ນ, ຜູ້ຕາງໜ້າສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ Sydney (VEAS) ຕີລາຄາວ່າ ນີ້ແມ່ນໂອກາດທີ່ດີເພື່ອໃຫ້ບັນດາວິສາຫະກິດຢູ່ ອົດສະຕຣາລີ ໄດ້ພົບປະໂດຍກົງກັບບັນດາການນຳຂອງແຂວງ ຢາລາຍ, ຮັບຟັງການແບ່ງປັນບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບຄວາມສາມາດບົ່ມຊ້ອນພັດທະນາຂອງແຂວງ. ໃນ​ທິດ​ທາງ​ກົງ​ກັນ​ຂ້າມ, ນີ້​ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ແຂວງ ຢາລາຍ ໄດ້​ຊອກຫາທ່າແຮງຂອງ ອົດສະຕຣາລີ, ພ້ອມກັນນັ້ນ ກໍ່ເຊື່ອມ​ຕໍ່​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຂອງ​ປະ​ເທດ ທະວີບມະຫາສະໝຸດ ນີ້. ທ່ານ​ຍັງ​ໄດ້​ແບ່ງປັນກັບຄະນະ​ຜູ້​ແທນ​ກ່ຽວກັບປະສົບ​ການ​ໃນ​ການ​ດຶງ​ດູດ​ນັກ​ລົງທຶນຂອງ ອົດສະຕຣາລີ.

ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ໄດ້​ຊົມ​ບາງ​ຄລິບ​ແນະນຳ​ກ່ຽວກັບ​ຄວາມສາມາດບົ່ມຊ້ອນພັດທະນາ ແລະ ທ່າແຮງຂອງ​ແຂວງ ຢາລາຍ ກໍ່​ຄື​ບາງ​ວິ​ສາ​ຫະກິດພົ້ນເດັ່ນຂຶ້ນກັບບໍລິເວນແຂວງ. ໃນພາກສ່ວນຖາມ-ຕອບ ແລະ ​ເຊື່ອມ​ຕໍ່, ບັນດາ​ຜູ້​ແທນ​ເຂົ້າຮ່ວມ ກໍ່ໄດ້ສະ​ແດງ​ຄວາມ​ຕື່ນ​ເຕັ້ນ ​ແລະ ຄວາມ​ສົນ​ໃຈ​ຕໍ່ບັນດາທ່າແຮງຂອງ​ແຂວງ, ພ້ອມກັນນັ້ນ ກໍ່ຫວັງ​ວ່າ​ນີ້​ຈະ​ແມ່ນ​ບາດກ້າວ​ທຳ​ອິດ​ທີ່​ດີງາມ​ໃຫ້​ແກ່​ການເຊື່ອມຕໍ່ະຫວ່າງ​ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ​ລະຫວ່າງ ຫວຽດນາມ - ອົດສະຕຣາລີ ເວົ້າລວມ ແລະ ລະຫວ່າງ​ແຂວງ ຢາລາຍ ກັບລັດ New South Wales ເວົ້າສະເພາະ.

ຢາລາຍ ເຊື່ອມຕໍ່ການຮ່ວມມືດ້ານການຄ້າ, ການລົງທຶນຢູ່ ອົດສະຕຣາລີ

ທ່ານ Marco Zammarrelli, ປະທານສະພາທຸລະກິດ ອົດສະຕຣາລີ - ຫວຽດນາມ. (ພາບ: TTXVN)

ຕາມ​ທ່ານ Marco Zammarrelli, ປະທານ​ສະພາ​ທຸລະກິດ ອົດສະຕຣາລີ - ຫວຽດນາມ ​ແລ້ວ, ມີ​ຫຼາຍການ​ເຄື່ອນ​ໄຫວດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ສອງຝ່າຍທີ່​ບັນດາ​ວິ​ສາ​ຫະກິດ​ແຂວງ ຢາລາຍ ​ແລະ ລັດ New South Wales ສາມາດ​ຮ່ວມ​ມື ເຊັ່ນ ​ການ​ສຶກສາ, ຊັບພະຍາກອນ​ແຮ່ທາດ, ການ​ບໍລິການ ແລະ ກະສິກໍາ. ນອກຈາກ​ນັ້ນ, ທ່ານ​ຍັງ​ໄດ້​ຊຸກຍູ້ ​ແລະ ສົ່ງເສີມໃຫ້​ແຂວງ ຢາລາຍ ລົງທຶນເຂົ້າໃນບັນດາຂົງ​ເຂດ​ຕ່າງໆ​ຢູ່​ລັດ New South Wales ​ແລະ ກົງ​ກັນ​ຂ້າມ, ບັນດາ​ວິ​ສາ​ຫະກິດ ອົດສະຕຣາລີ ລົງທຶນ​ເຂົ້າ​ໃນ​ຫຼາຍ​ຂົງ​ເຂດ​ທີ່​ໄດ້​ຄັດ​ເລືອກ​ເພື່ອ​ຊຸກຍູ້​ບັນດາ​ຂະ​ແໜງ​ການອຸດ​ສາ​ຫະ​ກໍາ​ຢູ່ ຢາລາຍ.

ຕາມ​ທ່ານ​ ຫງວຽນດັ່ງຖັງ ແລ້ວ, ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ລັດຖະບານ, ບັນດາ​ອົງການອຳນາດການປົກຄອງ, ວິ​ສາ​ຫະກິດ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ອົດສະຕຣາລີ ແມ່ນ​ພື້ນຖານ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ, ການ​ສຶກສາ, ການ​ທ່ອງທ່ຽວ 2 ຝ່າຍ. ທ່ານ ຢືນຢັນວ່າ ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ Sydney ຈະສືບຕໍ່ໜູນຊ່ວຍ, ຮ່ວມເດີນທາງພ້ອມກັບບັນດາທ້ອງຖິ່ນຂອງ ຫວຽດນາມ ເພື່ອຊຸກຍູ້ການທູດເສດຖະກິດ, ເຊື່ອມຕໍ່ບັນດາແຂວງຂອງ ຫວຽດນາມ ກັບບັນດາລັດທີ່ກົງສຸນໃຫຍ່ຮັບຜິດຊອບຄື New South Wales, South Australia ແລະ Queensland.

ຍູ້ແຮງການ​ຮ່ວມ​ມື ​ຫວຽດນາມ - ອົດສະຕຣາລີ ໃນ​ຂົງ​ເຂດ​ກໍ່ສ້າງ

ຍູ້ແຮງການ​ຮ່ວມ​ມື ​ຫວຽດນາມ - ອົດສະຕຣາລີ ໃນ​ຂົງ​ເຂດ​ກໍ່ສ້າງ

ຍສໝ - ກຸ່ມບໍລິສັດ Pistis Group ໄດ້ຈັດຕັ້ງເວທີປາໄສສົ່ງອອກວັດສະດຸກໍ່ສ້າງ ແລະ ຮ່ວມມືໃນ​ຂົງ​ເຂດ​ກໍ່ສ້າງ, ອະສັງຫາລິມະຊັບ ຫວຽດນາມ - ອົດສະຕຣາລີ 2024.

ອົດສະຕຣາລີ ຊຸກຍູ້ການຕ່າງປະເທດວິ​ທະ​ຍາ​ສາດ​ໃນ​ອາ​ຊີ​-ປາ​ຊີ​ຟິກ

ອົດສະຕຣາລີ ຊຸກຍູ້ການຕ່າງປະເທດວິ​ທະ​ຍາ​ສາດ​ໃນ​ອາ​ຊີ​-ປາ​ຊີ​ຟິກ

ຍສໝ - ອົດສະຕຣາລີ ເປີດຕົວກອງ​ທຶນ​ການຕ່າງປະເທດວິ​ທະ​ຍາ​ສາດຮອບທຳອິດ ທີ່ມີມູນຄ່າ 40 ລ້ານ​ໂດ​ລາ ອົດສະຕຣາລີ. ຂໍ້​ລິ​ເລີ່ມ​ນີ້ ເພື່ອເພີ່ມທະວີກຳລັງແຮງອ່ອນ​ຂອງ​ປະ​ເທດນີ້​ໃນ​ອາ​ຊີ-ປາ​ຊີ​ຟິກ.

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.