ຫຼາຍອົງການຈັດຕັ້ງສາກົນໜູນຊ່ວຍຊາວ ຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພະຍຸລູກ 3

21:44 | 19/09/2024

ຍສໝ - ກົມຄຸ້ມຄອງລະບົບຄັນຄູ ແລະ ປ້ອງກັນຕ້ານໄພທຳມະຊາດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ) ກ່າວວ່າ: ປະຈຸບັນນີ້ໄດ້ຕິດຕໍ່ ແລະ ໄດ້ຮັບຄຳໝັ້ນສັນຍາການສະໜັບສະໜູນຈາກບັນດາອົງການຈັດຕັ້ງສາກົນຊ່ວຍເຫຼືອສຸກເສີນໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພະຍຸເລກ 3.

ອົງການ UNICEF ຊ່ວຍເຫຼືອສຸກເສີນບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພະຍຸ Yagi
ອາ​ເມ​ລິ​ກາ ຈະ​ໜູນ​ຊ່ວຍ​ສຸກ​ເສີນ 1 ລ້ານ USD ​ໃຫ້ ຫວຽດນາມ ​ເພື່ອ​ແກ້​ໄຂ​ຄວາມ​ເສຍ​ຫາຍ​ຈາກ​ພະຍຸລູກທີ 3

ລະອຽດ, ໄດ້ມີ 3 ອົງການຈັດຕັ້ງ​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ, ​ລວມ​ມີ: ລັດຖະບານ ອົດ​ສະ​ຕາ​ລີ; ສູນ AHA (ອົງການຈັດຕັ້ງໜຶ່ງລະຫວ່າງລັດຖະບານ, ທີ່ສ້າງຕັ້ງໂດຍ 10 ປະເທດສະມາຊິກອາຊຽນ ໂດຍມີເປົ້າໝາຍເພື່ອອໍານວຍຄວາມສະດວກໃຫ້ແກ່ການຮ່ວມມື ແລະ ປະສານສົມທົບໃນການຄຸ້ມຄອງໄພພິບັດໃນພາກພື້ນອາຊີຕາເວັນອອກສຽງໃຕ້) ແລະ ອົງການການຮ່ວມມືສາກົນຍີ່ປຸ່ນ (JICA).

​ວັນ​ທີ 11 ກັນຍາ​ນີ້, ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ທຳ​ອິດຈາກ​​ລັດຖະບານ​ອົດ​ສະ​ຕາ​ລີ​ ໄດ້​ຂົນ​ສົ່ງ​ດ້ວຍ​ຍົນ​ທະຫານ​ໄປ​ສະໜາມ​ບິນ​ສາກົນ​ ໂນ້ຍ​ບ່າຍ (ຮ່າ​ໂນ້ຍ). ການຂົນສົ່ງຄັ້ງນີ້ປະກອບມີ: ຊຸດອະນາໄມສ່ວນຕົວ 284 ຊຸດ; ຊຸດເຄື່ອງໃຊ້ໃນເຮືອນຄົວ 120 ຊຸດ 120; ຜ້າຫົ່ມ 600 ຜືນ; ຊຸດສ້ອມແປງເຮືອນ 264 ຊຸດ; ຜ້າປູບ່ອນນອນ 600 ຜືນ; ຜ້າບັດ 522 ຜືນ; ມຸ້ງ 360 ອັນ.

Lô hàng viện trợ của Chính phủ Australia hạ cánh Sân bay quốc tế Nội Bài (Hà Nội) ngày 11/9. (Ảnh: Đại sứ quán Australia tại Việt Nam)  ວັນ​ທີ 11 ກັນຍາ​ນີ້, ເຄື່ອງ​ຊ່ວຍ​ເຫຼືອຂອງລັດຖະບານ​ ອົດ​ສະ​ຕາ​ລີ​ ໄດ້​ລົງ​ຈອດ​ຢູ່​ສະໜາມ​ບິນ​ສາກົນ​ ໂນ​້ຍ​ບ່າຍ (ຮ່າ​ໂນ້ຍ). (ພາບ: ສະຖານທູດອົດສະຕາລີ ປະຈຳ ຫວຽດນາມ)

ວັນ​ທີ 11 ກັນຍາ​ນີ້, ເຄື່ອງ​ຊ່ວຍ​ເຫຼືອຂອງລັດຖະບານ​ ອົດ​ສະ​ຕາ​ລີ​ ໄດ້ນຳ​ລົງ​ຢູ່​ສະໜາມ​ບິນ​ສາກົນ​ ໂນ​້ຍ​ບ່າຍ (ຮ່າ​ໂນ້ຍ). (ພາບ: ສະຖານທູດອົດສະຕາລີ ປະຈຳ ຫວຽດນາມ)

ຄາດຄະເນ​ວ່າ ​ໃນ​ວັນ​ທີ 13-14 ກັນຍາ​ນີ້, ຫວຽດນາມ​ຈະ​ໄດ້​ຮັບ​ເຄື່ອງ​ຊ່ວຍ​ເຫຼືອ​ຈາກ​ສູນກາງ AHA ລວມມີ: ອຸປະກອນໃຊ້ໃນ​ຄອບຄົວ 2.002 ຊຸດ (ລວມມີ: ຄຸ​ຢາງ, ຖົງໃສ່​ນ້ຳ, ຜ້າ​ເຊັດ​ຕົວ, ເສື້ອ​ຍືດ, ມຸ້ງ, ​ວິທະຍຸ FM); ເຄື່ອງມືສ້ອມແປງເຮືອນ ຈຳນວນ 1.008 ຊຸດ (ປະກອບມີ: ເຊືອກເສັ້ນໃຫ່ຍ, ເລື່ອຍມື, ຕະປູຕອກໂລຫະ, ຊ້ວນ, ຈົກ, ມີດຕັດ, ຕະປູຕອກໄມ້, ເຊືອກມັດ, ຄ້ອນຕີ); ເຄື່ອງໃຊ້ໃນເຮືອນຄົວ 1,015 ຊຸດ (ລວມມີ: ໝໍ້, ຖ້ວຍ, ຈານ, ມີດ, ບ່ວງ, ສ້ອມ, ຈອກນໍ້າ, ຈອງໄມ້); ເຄື່ອງອະນາໄມສ່ວນຕົວ 3,031 ຊຸດ (ລວມມີ: ນໍ້າຢາຊັກຜ້າ, ຜ້າອະນາໄມ, ຜ້າເຊັດມື, ແປງຖູແຂ້ວ, ຢາສີຟັນ, ສະບູ່, ຢາສະຜົມ).

ແຕ່​ວັນ​ທີ 16-17 ກັນຍາ​ນີ້, ຕາມ​ແຜນການ, ຫວຽດນາມ ຈະ​ໄດ້​ຮັບ​ເຄື່ອງ​ຊ່ວຍເຫຼືອໂດຍ JICA (ຍີ່ປຸ່ນ), ຊ່ວຍເຫຼືອ, ລວມມີ: ​ເຄື່ອງ​ກອງ​ນ້ຳ​ເຄື່ອນ​ທີ່ 40 ​ເຄື່ອງ (ເຄື່ອງໂປ້ມນ້ຳ, ​ແກນ​ກອງນໍ້າ​ເຊ​ລາ​ມິກ, ​ລະດັບຄວາມໄວການກອງ​ນໍ້າ 4 ລິດ/ນາທີ, ຄວາມ​ສາມາດ​ກັ່ນ​ຕອງນໍ້າ​ສູງ​ສຸດ 100.000 ລິດ); ຜ້າບັດຢາງອະເນກປະສົງ 200 ອັນ, ວັດສະດຸຢາງ HDPE, ຂະໜາດ 50x4m).

Hàng viện trợ của Australia được chuyển lên xe tải ngay trong đêm 11/9 để đến Yên Bái. (Ảnh: Báo Tuổi trẻ)  ​ເຄື່ອງ​ຊ່ວຍ​ເຫຼືອ​ຂອງ​ອົດສະຕາລີໄດ້​ຖືກ​ຍົກ​ຍ້າຍ​ຂຶ້ນ​ລົດ​ບັນທຸກ​ໃນ​ຕອນ​ຄ່ຳ​ວັນ​ທີ 11 ກັນຍາ​ນີ້​ເຖິງ​ເມືອງ ອຽນບ໋າຍ. (ພາບ: ໜັງສືພິມໄວໜຸ່ມ)

ເຄື່ອງ​ຊ່ວຍ​ເຫຼືອ​ຂອງ​ອົດສະຕາລີ ໄດ້​ຖືກຂົນ​ຍ້າຍ​ຂຶ້ນ​ລົດ​ບັນທຸກ​ໃນ​ຕອນ​ຄ່ຳ​ວັນ​ທີ 11 ກັນຍາ​ນີ້ ໄປຍັງແຂວງ ອຽນບ໋າຍ. (ພາບ: ໜັງສືພິມໄວໜຸ່ມ)

ບັນດາເຄື່ອງຊ່ວຍເຫຼືອ​ຂອງ​ບັນດາອົງ​ການ​ຈັດ​ຕັ້ງ​ສາ​ກົນ ໂດຍ​ແມ່ນ​​ກົມ​ຄຸ້ມຄອງລະບົບຄັນຄູ ແລະ ປ້ອງກັນ, ຕ້ານໄພທຳມະຊາດ ຕ້ອນຮັບ​ຢູ່​ສະ​ໜາມ​ບິນ​ ໂນ້ຍບ່າ​ຍ ແລະ ໄດ້​ຈັດການ​ຂົນ​ສົ່ງ ແລະ ມອບ​ໃຫ້ບັນດາ​ທ້ອງ​ຖິ່ນ. ປະຈຸ​ບັນ, ​ເຄື່ອງ​ຂົນ​ສົ່ງ​ທີ່​ສະໜັບສະໜູນ​ໂດຍ​ລັດຖະບານ​ອົດສະຕາລີ ​ໄດ້​ຖືກ​ສົ່ງ​ໄປ​ຮອດ ​ແຂວງ ອຽນບ໋າຍ ​ໃນ​ຕອນ​ຄ່ຳ​ວັນ​ທີ 11 ກັນຍາ. ອຳນາດການປົກຄອງທ້ອງຖິ່ນຈັດຕັ້ງການແຈກຢາຍໃຫ້ແກ່ປະຊາຊົນທີ່ໄດ້ຮັບຄວາມເສຍຫາຍ.

ຕາງໜ້າກົມຄຸ້ມຄອງລະບົບຄັນຄູ ແລະ ປ້ອງກັນ, ຕ້ານໄພພິບັດທໍາມະຊາດ ກ່າວວ່າ: ໜ່ວຍງານຍັງໄດ້ສືບຕໍ່ປຶກສາຫາລື, ເຮັດວຽກຮ່ວມກັບບາງອົງການຈັດຕັ້ງຄື: ອົງການ UNWomen, Samaritan purse, ສະຖານທູດສະວິດ, ສະຖານທູດຝຣັ່ງ, Save the Children... ເພື່ອເປັນເອກະພາບ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ສຸກ​ເສີນ​ໃຫ້​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ນ້ຳ​ຖ້ວມ, ​​ນ້ຳ​ແກ່ງ ແລະ ດິນເຊາະເຈື່ອນ.

ກູບາ ສະແດງຄວາມເສຍໃຈກັບຫວຽດນາມ ຕໍ່ກັບຄວາມເສຍຫາຍທີ່ເກີດຈາກພະຍຸເລກທີ 3 ກູບາ ສະແດງຄວາມເສຍໃຈກັບຫວຽດນາມ ຕໍ່ກັບຄວາມເສຍຫາຍທີ່ເກີດຈາກພະຍຸເລກທີ 3

ຍສໝ - ທ່ານ ​ Miguel Díaz-Canel Bermúdez ປະທານ ກູ​ບາ ​ໄດ້​ສົ່ງ​ຄວາມ​ເສົ້າສະຫຼົດ​ໃຈ​ຢ່າງ​ສຸດ​ຊຶ້ງມາ​ຍັງ​ພັກ​ກອມ​ມູນິດ​ຫວຽດນາມ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ຕໍ່ກັບ​ຄວາມ​ເສຍ​ຫາຍທາງດ້ານຊີວິດອິນຊີ ​ແລະ ຊັບສິນ​ທີ່​ເກີດ​ຈາກ​ພະຍຸລູກທີ 3 (ພາຍຸ Yagi).

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ໄດ້​ຕັດ​ສິນ​ໃຈ​ໜູນ​ຊ່ວຍຢ່າງຮີບດ່ວນ ເພື່ອແກ້ໄຂຄວາມເສຍຫາຍຈາກພະຍຸລູກທີ 3 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ໄດ້​ຕັດ​ສິນ​ໃຈ​ໜູນ​ຊ່ວຍຢ່າງຮີບດ່ວນ ເພື່ອແກ້ໄຂຄວາມເສຍຫາຍຈາກພະຍຸລູກທີ 3

ຍສໝ - ວັນ​ທີ 9 ກັນຍາ 2024, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ດຶກເຟືອກ ຫາກໍ່ລົງ​ນາມ​ໃນ​ມະຕິ​ເລກທີ 943/QD-TTg ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ໜູນ​ຊ່ວຍຢ່າງຮີບດ່ວນ ເພື່ອແກ້ໄຂຄວາມເສຍຫາຍຈາກພະຍຸລູກທີ 3.

ທອງມີ ສີຫາວົງ

ເບິ່ງເພີ່ມເຕີມໃນ: ຊີວິດການເປັນຢູ່

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.