ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ລະດົມການຊ່ວຍເຫຼືອ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ Yagi​

21:42 | 19/09/2024

ຍສໝ - ໂດຍຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ໃນ​ວັນ​ທີ 18 ກັນຍາ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ໄດ້​ຈັດ​ຕັ້ງລາຍການ​ບໍລິຈາກ​ເພື່ອ​ໜູນ​ຊ່ວຍ​ປະຊາຊົນທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຈາກ​ພາຍຸ​ເລກທີ 3 (Yagi), ດ້ວຍການ​ເຂົ້າ​ຮ່ວມ​ຂອງພະນັກງານທັງໝົດຂອງອົງການຜູ້ປະຈຳ ແລະ ບັນດາ​ອົງການ​ສະມາຊິກ​ຢູ່ສູນ​ກາງ ຢ່າງຕັ້ງໜ້າ.

​ເພີ່ມ​ຫຼາຍບ້ວງຊ່ວຍເຫຼືອຈາກສາ​ກົນ ​ຊ່ວຍ ຫວຽດ​ນາມ ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພະ​ຍຸ Yagi
ເກີນເທີ ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນພົບປະ​ແລກປ່ຽນ​ມິດຕະພາບ​ຢູ່ ຝຣັ່ງ

ເສີມຂະຫຍາຍປະ​ເພ​ນີ​ວັດ​ທະ​ນະ​ທຳ, ນ້ຳ​ໃຈ​ສາ​ມັກ​ຄີ “ໃບຕອງດີຕຸ້ມຫໍ່ເອົາໃບຕອງຂາດ”, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ໄດ້​ບໍລິຈາກ​ເກືອບ 250 ລ້ານ​ດົ່ງ. ເງິນ​ດັ່ງກ່າວ​ຈະ​ນຳ​ໃຊ້​ເພື່ອ​ໜູນ​ຊ່ວຍ​ບັນດາ​ຄອບຄົວ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ ​ແລະ ​ໄພ​ນ້ຳ​ຖ້ວມ ໂດຍຜ່ານ​​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ລະດົມການຊ່ວຍເຫຼືອ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ Yagi​

ພະນັກງານ, ຜູ້ແຮງງານຂອງອົງການປະຈໍາສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ບັນດາອົງການສະມາຊິກຢູ່ສູນກາງ ໜູນຊ່ວຍປະຊາຊົນຢູ່ເຂດປະສົບໄພນໍ້າຖ້ວມ. (ພາບ: Dinh Hoa)

ພ້ອມ​ກັນ​ນັ້ນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ກໍ່ໄດ້​ຮຽກຮ້ອງ, ປຸກລະດົມບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ ໜູນ​ຊ່ວຍ​ບັນດາ​ທ້ອງ​ຖິ່ນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງຢ່າງຕັ້ງໜ້າ, ລວມມີ ບັນດາແຂວງເຊັ່ນ: ລາວກາຍ, ອຽນບ໋າຍ, ຕວຽນກວາງ, ຟູ​ເຖາະ, ບັກ​ຢາງ, ກາວບັ່ງ, ໄທງວຽນ... ບັນດາບ້ວງຊ່ວຍເຫຼືອ​ຈະ​ສຸມ​ໃສ່​ການ​ກໍ່​ສ້າງ​ເຮືອນ, ໂຮງ​ຮຽນ, ຫໍວັດ​ທະ​ນະ​ທຳ, ສະ​ໜອງ​ນ້ຳ​ສະ​ອາດ ແລະ ຍົກສູງການຫາລ້ຽງຊີບໃຫ້ແກ່ປະ​ຊາ​ຊົນ.

ໄລ່ຮອດເວລາ 12:00 ໂມງຂອງວັນທີ 18 ກັນຍາ, ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ 46 ແຫ່ງ ໄດ້ຕອບສະໜອງຄຳຮຽກຮ້ອງຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ໃຫ້ຄຳໝັ້ນສັນຍາໜູນຊ່ວຍບັນດາໂຄງການກູ້ໄພສຸກເສີນ ດ້ວຍຍອດມູນຄ່າທັງໝົດກວ່າ 49 ຕື້ດົ່ງ (ປະມານ 2 ລ້ານ USD).

ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ສືບ​ຕໍ່​ລະດົມອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ 60 ແຫ່ງ ເພື່ອ​ໜູນ​ຊ່ວຍ​ປະຊາຊົນ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລົມ​ພາຍຸ Yagi.

ການ​ນຳ​ບັນດາ​ປະ​ເທດ ​ແລະອົງການ​ຈັດ​ຕັ້ງ​ສາກົນ ​ໄດ້​ຢື້ຢາມຖາມຂ່າວ, ​ແບ່ງປັນ​ກັບຫວຽດນາມ ກ່ຽວ​ກັບຜົນ​ເສຍ​ຫາຍ​ຈາກ​ພາຍຸ, ນ້ຳ​ຖ້ວມ

ການ​ນຳ​ບັນດາ​ປະ​ເທດ ​ແລະອົງການ​ຈັດ​ຕັ້ງ​ສາກົນ ​ໄດ້​ຢື້ຢາມຖາມຂ່າວ, ​ແບ່ງປັນ​ກັບຫວຽດນາມ ກ່ຽວ​ກັບຜົນ​ເສຍ​ຫາຍ​ຈາກ​ພາຍຸ, ນ້ຳ​ຖ້ວມ

ຍສໝ - ຕໍ່ກັບ​ບັນດາ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ຈາກ​ພາຍຸ, ໄພ​ນ້ຳ​ຖ້ວມຢູ່ ຫວຽດນາມ, ການ​ນຳ​ຂອງ​ບັນດາ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ຈຳນວນ​ໜຶ່ງ​ໄດ້​ສົ່ງ​ໂທລະເລກຢື້ຢາມເຖິງການ​ນຳ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ.

ອົງການ UNICEF ຊ່ວຍເຫຼືອສຸກເສີນບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພະຍຸ Yagi

ອົງການ UNICEF ຊ່ວຍເຫຼືອສຸກເສີນບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພະຍຸ Yagi

ຍສໝ - ອົງການ UNICEF ໄດ້ສະໜອງອຸປະກອນໃນຂະແໜງນ້ຳເພື່ອໜູນຊ່ວຍບັນດາຄົວເຮືອນ, ໂຮງໝໍ, ຮາກຖານສາທາລະນະສຸກ ແລະ ໂຮງຮຽນຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກພາຍຸ Yagi.

ມີງດຶກ

ເບິ່ງເພີ່ມເຕີມໃນ: ສິດຂອງມະນຸດ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.