ໂທລະເລກ ແລະຈົດໝາຍອວຍພອນ 79 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ

08:23 | 03/09/2024

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສສ. ຫວຽດນາມ ຄົບຮອບ 79 ປີ (02/09/1945 – 02/09/2024), ການນຳບັນດາປະເທດ ສປປ.ລາວ, ສປ. ຈີນ, ລາຊະອານາຈັກ ກຳປູເຈຍ, ສ. ກູບາ, ສະຫະພັນ ລັດເຊຍ, ສ.ອິນເດຍ, ສປປ. ເກົາຫຼີ, ມົງໂກນ ໄດ້ສົ່ງສານ ແລະ ຈົດໝາຍອວຍພອນ ສົ່ງເຖິງການນຳພັກ, ລັດ ຫວຽດນາມ.

ການນໍາບັນດາກະຊວງ, ຄະນະ, ຂະແໜງການ ຂອງລາວ ອວຍພອນ 79 ປີແຫ່ງ ວັນຊາດຫວຽດນາມ ການນໍາບັນດາກະຊວງ, ຄະນະ, ຂະແໜງການ ຂອງລາວ ອວຍພອນ 79 ປີແຫ່ງ ວັນຊາດຫວຽດນາມ
ບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຢູ່ຄະນະປະຕິບັດງານ UNISFA ບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຢູ່ຄະນະປະຕິບັດງານ UNISFA

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ແລະທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ໄດ້ສົ່ງສານຊົມເຊີຍເຖິງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ, ທ່ານ ຟ້າມມິງຈິ໊ງ, ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ເຈີ່ນແທັງເໝິນ, ປະທານສະພາແຫ່ງຊາດຫວຽດນາມ.

ໂທລະເລກ ແລະຈົດໝາຍອວຍພອນ 79 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ
ປະຊາຊົນເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ. ພາບ: TTXVN

ບັນດາການນຳຫຼັກແຫຼ່ງຂອງລາວ ກໍ່ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ, ທັນການ ແລະ ມີປະສິດຕິຜົນໃຫ້ແກ່ປະເທດລາວ ໃນໄລຍະຕໍ່ສູ້ຍາດເອົາເອກະລາດ ໃນເມື່ອກ່ອນ ກໍ່ຄືໃນໄລຍະສ້າງສາ ແລະພັດທະນາປະເທດໃນປັດຈຸບັນ; ຢືນຢັນວ່າ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບພັກ, ລັດ ແລະ ປະຊາຊົນຫວຽດນາມ ເພື່ອປົກປັກຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ແລະມີໜຶ່ງບໍ່ມີສອງລະຫວ່າງລາວ ແລະຫວຽດນາມ ໃຫ້ຂຽວສົດງົດງາມ ແລະ ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາ ຢູ່ພາກພື້ນ ແລະໃນໂລກ.

ບັນດາການນຳຫຼັກແຫຼ່ງຂອງລາວ ອວຍພອນໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມ ສືບຕໍ່ຍາດໄດ້ຜົນງານໃໝ່ ແລະ ໃຫຍ່ຫຼວງກວ່າອີກໃນການຈັດຕັ້ງ ແລະປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ບັນລຸເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທໍາ ແລະສີວິໄລ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ສົ່ງໂທລະເລກອວຍພອນເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ; ການນຳລັດຖະບານ ແລະ ສະພາແຫ່ງຊາດ ຈີນ ກໍໄດ້ສົ່ງໂທລະເລກອວຍພອນວັນຊາດເຖິງການນຳລັດຖະບານ ແລະ ສະພາແຫ່ງຊາດ ຫວຽດນາມ ເຊັ່ນດຽວກັນ. ໃນນັ້ນ, ການນຳຈີນ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກຄອມມູນິດ ຫວຽດນາມ, ຫວຽດນາມ ຈະສືບຕໍ່ປະສົບຜົນສຳເລັດໃນເສັ້ນທາງສັງຄົມນິຍົມ ແທດເໝາະກັບສະພາບການຂອງປະເທດຊາດ.

ຄະນະບໍລິຫານງານສູນກາງພັກປະຊາຊົນ ກຳປູເຈຍ ໄດ້ສົ່ງໂທລະເລກອວຍພອນເຖິງຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ; ພະບໍລົມວົງສານຸວົງ ລາຊະອານາຈັກກຳປູເຈຍ, ນາຍົກລັດຖະມົນຕີ ກຳປູເຈຍ, ປະທານສະພາແຫ່ງຊາດ ກຳປູເຈຍ ກໍໄດ້ສົ່ງໂທລະເລກອວຍພອນເຖິງການນຳພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ ເນື່ອງໃນໂອກາດວັນຊາດ ຫວຽດນາມ ທີ 2 ກັນຍາ.

ທ່ານເລຂາທີ 1 ຄະນະບໍລິຫານງານສູນກາງພັກຄອມມຸນິດ ກູບາ, ປະທານປະເທດ ກູບາ, ທ່ານປະທານາທິບໍດີ ລັດເຊຍ, ປະທານາທິບໍດີ ສ.ອິນເດຍ; ທ່ານເລຂາທິການໃຫຍ່ພັກແຮງງານ ສປປ.ເກົາຫຼີ, ປະທານສະພາແຫ່ງຊາດ ສປປ.ເກົາຫຼີ; ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ກໍໄດ້ສົ່ງໂທລະເລກອວຍພອນເຖິງການນຳ ຫວຽດນາມ ເຊັ່ນດຽວກັນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ El Salvador ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ El Salvador

ຕອນບ່າຍວັນທີ 14 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Alexandra Hill Tinoco ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ El Salvador ເຊິ່ງພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 14 – 16 ກຸມພາ

ຫວຽດນາມ ອວຍພອນກະຊວງປ້ອງກັນຄວາມສະຫງົບ ແລະ ປ້ອງກັນປະເທດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດ ສປປ.ລາວ ຫວຽດນາມ ອວຍພອນກະຊວງປ້ອງກັນຄວາມສະຫງົບ ແລະ ປ້ອງກັນປະເທດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດ ສປປ.ລາວ

ຍສໝ - ໃນວັນທີ 1 ທັນວາ, ທ່ານນາງ ຈິ້ງຖິເຕີມອຸປະທູດຊົ່ວຄາວແຫ່ງ ສສ.ຫວຽດນາມ ປະຈຳ ສປປ.ລາວ ໄດ້ນຳພາຄະນະຜູ້ແທນສະຖານທູດ ແລະ ບັນດາອົງການຂອງຫວຽດນາມ ຢູ່ ອ້ອມຂ້າງສະຖານທູດ ໄດ້ໄປຢ້ຽມຢາມສຳນັກງານໃຫຍ່ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດລາວ ທີ່ນະຄອນຫຼວງວຽງຈັນ ເພື່ອອວຍພອນຊົມວັນຊາດ ສປປ.ລາວ ຄົບຮອບ 45 ປີ (2 ທັນວາ ...

ສົມເພັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.