ພວກຂ້າພະເຈົ້າມີຄວາມສຸກເມື່ອໄດ້ຮ່ຳຮຽນຢູ່ ລາວ

06:41 | 26/08/2024

ຍສໝ - ນັ້ນ​ແມ່ນ​ສິ່ງ​ທີ່​ນັກ​ສຶກ​ສາ​ ​ຫວຽດ​ນາມ​ ຫຼາຍ​ຄົນ​ໄດ້​ແບ່ງ​ປັນ​ກັບ​ນັກ​ຂ່າວ​ວາ​ລະ​ສານ ເທີຍດ້າຍ ເມື່ອ​ເຂົາ​ເຈົ້າ​ໄປ​ຮ່ຳ​ຮຽນຢູ່ ລາວ.

ມຸ່ງໜ້າໄປເຖິງການສ້າງຕັ້ງສາຂາສະມາຄົມອະດີດນັກສຶກສາຫວຽດນາມທີ່ເຄີຍໄປຮຽນຢູ່ອິນເດຍ ປະຈຳດ່າໜັງ
ຊາວໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 120 ຄົນຊອກຮູ້ວັດທະນະທຳ ຊາວເຜົ່າຈຳ

ທ້າວ ຟ້າມແທງເຊີນ, ນັກສຶກສາປີ 3 ທີ່ມະຫາວິທະຍາໄລແຫ່ງຊາດ ລາວ:

ນັກ​ສຶກ​ສາ​ ຫວຽດ​ນາມ​ ໄດ້​ຮັບ​ການ​ເບິ່ງແຍງທັງ​ດ້ານ​ວັດຖຸ ແລະ ​ຈິດ​ໃຈ

ລັດ​ຖະ​ບານສອງປະເທດ ​ຫວຽດ​ນາມ ແລະ ລາວ ໄດ້​ເອົາ​ໃຈ​ໃສ່ ແລະ ເບິ່ງແຍງ​ນັກ​ສຶກ​ສາ ​ຫວຽດ​ນາມ ຢູ່ ລາວ ທັງ​ທາງ​ດ້ານ​ວັດຖຸ ແລະ ຈິດ​ໃຈ.

ພວກຂ້າພະເຈົ້າມີຄວາມສຸກເມື່ອໄດ້ຮ່ຳຮຽນຢູ່ ລາວ

ທ້າວ ຟ້າມແທງເຊີນ, ນັກສຶກສາປີ 3 ທີ່ມະຫາວິທະຍາໄລແຫ່ງຊາດ ລາວ.

ພວກຂ້າພະເຈົ້າໄດ້ພັກຢູ່ຫໍພັກຂອງບັນດາໂຮງຮຽນຢູ່ ລາວ. ແຕ່ລະຫ້ອງກວ້າງປະມານ 20 m², ມີນັກຮຽນປະມານ 2-3 ຄົນຢູ່ນຳກັນ. ນັກສຶກສາ ຫວຽດນາມ ຈະໄດ້ນຳໃຊ້ໄຟຟ້າ ແລະ ນ້ຳປະປາ ໂດຍບໍ່ເສຍຄ່າ, ພ້ອມດ້ວຍເຄື່ອງໃຊ້ທີ່ຈຳເປັນໃນການດຳລົງຊີວິດປະຈຳວັນເຊັ່ນ: ໂຕະໄມ້, ຕຽງ, ຜ້າຫົ່ມ, ຜ້າປູບ່ອນ, ໝອນ, ເສື່ອ, ພັດລົມເພດານ, ເຄື່ອງເຮັດນ້ຳອຸ່ນ, ຄຸໃສ່ນ້ຳ ແລະ ອື່ນໆ. ແຕ່ລະເດືອນ ນັກສຶກສາຫວຽດນາມ ແຕ່ລະຄົນຈະໄດ້ຮັບເງິນ 1,2 ລ້ານກີບ (ເທົ່າກັບ 1,2 ລ້ານດົ່ງຈາກລັດຖະບານ ລາວ). ນອກຈາກນັ້ນ, ທຸກໆ 3 ເດືອນ, ນັກສຶກສາ ຫວຽດນາມ ຍັງໄດ້ຮັບ 252 USD ຈາກລັດຖະບານ ຫວຽດນາມ.

​ໃນ​ປີ​ຮຽນກຽມ​ພາສາ​ລາວ, ພວກ​ຂ້າພະເຈົ້າ​ໄດ້​ໄປ​ຢາມ​ແຂວງ ​ວັງ​ວຽງ, ​ເມືອງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ ​ລາວ. ຫຼັງ​ຈາກ​ການ​ເດີນ​ທາງ​ໄປ​ແຕ່​ລະ​ຄັ້ງ​ນັ້ນ, ພວກຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ​ຈາກ​ປະຊາຊົນຢູ່​ທ້ອງ​ຖິ່ນ​ທີ່​ເປັນ​ມິດ ​ແລະ ​ຄວາມເບິ່ງແຍງຢ່າງສຸດໃຈ​ຂອງ​ຄູ​ອາ​ຈານ. ຢູ່​ທີ່​ນີ້, ຂ້າ​ພະ​ເຈົ້າ​​ມີ​ໂອ​ກາດ​ໄດ້​ພົບປະແລກປ່ຽນກັບ​ນັກ​ສຶກ​ສາ​ລາວ ແລະ ເຂົ້າ​ຮ່ວມ​ບັນດາກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ທີ່​ຫຼາກ​ຫຼາຍ​ເຊັ່ນ: ງານ​ບຸນ​ປະ​ເພ​ນີ, ງານ​ວາງ​ສະ​ແດງ​ສິ​ລະ​ປະ, ການ​ສະ​ແດງ​ສິລະປະ ແລະ ກິດ​ຈະ​ກຳ​ອາ​ສາ​ສະ​ໝັກ​ເພື່ອ​ສັງ​ຄົມ. ບັນດາການເຄື່ອນໄຫວລົງພຶດຕິກຳຕົວຈິງ​ເຫຼົ່າ​ນີ້ໄດ້​ຊ່ວຍ​ໃຫ້​ຂ້າພະ​ເຈົ້າ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກວ່າ​ກ່ຽວ​ກັບ​ປະ​ເທດ​ຊາດ ​ແລະ ປະຊາຊົນ ​ລາວ. ກິດຈະກຳທີ່ໜ້າຈົດຈຳປະກອບມີ ວັນຊາດ ລາວ 2 ທັນວາ, ການແຂ່ງຂັນເວົ້າເກັ່ງພາສາ ລາວ ສຳລັບນັກສຶກສາຕ່າງປະເທດ ແລະ ງານບຸນອື່ນໆເຊັ່ນ: ບຸນປີໃໝ່ ລາວ, ບຸນຊ່ວງເຮືອ, ບຸນທາດຫຼວງ,...

ນາງ ຫງວຽນແທງຮັ່ງ, ນັກສຶກສາປີ 4 ທີ່ມະຫາວິທະຍາໄລແຫ່ງຊາດ ລາວ:

ມັກການຄົ້ນຫາບັນດາທັດສະນີຍະພາບຂອງປະເທດເພື່ອນ ລາວ

ປະເທດເພື່ອມມິດ ລາວ ມີແຫຼ່ງທ່ອງທ່ຽວທີ່ສວຍງາມຫຼາຍແຫ່ງເຊັ່ນ: ວັງວຽງ, ຊຽງຂວາງ, ຊຳເໜືອ,...

ວັງວຽງ ເປັນຈຸດໝາຍປາຍທາງທີ່ດີສໍາລັບຄົນທີ່ມັກພະຈົນໄພ ແລະ ຄົ້ນຫາ. ສະຖານທີ່ແຫ່ງນີ້ມີທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ ແລະ ແມ່ນ້ຳຊອງທີ່ງົດງາມ, ສະດວກຕໍ່ກັບບັນດາກິດຈະກຳກາງແຈ້ງທີ່ໜ້າສົນໃຈຫຼາຍຢ່າງເຊັ່ນ: ປີນພູ, ຂີ່ເຮືອກາຢັກ ແລະ ຄົ້ນຫາຖ້ຳ. ຂ້າ​ພະ​ເຈົ້າ​ມັກ​ຄວາມ​ຮູ້​ສຶກ​ຂອງ​ການ​ຂີ່​ເຮືອ​​, ທັງຊົມ​​ທິວທັດ​ສະພາບ​ອ້ອມ​ຂ້າງ​, ທັງມີ​ຄວາມ​ຮູ້​ສຶກ​ສະ​ຫງົບ ​ແລະ ມິດ​ງຽບ​ຂອງ​ທໍາ​ມະ​ຊາດ​.

ພວກຂ້າພະເຈົ້າມີຄວາມສຸກເມື່ອໄດ້ຮ່ຳຮຽນຢູ່ ລາວ

ນາງ ຫງວຽນແທງຮັ່ງ (ຂວາ), ນັກສຶກສາປີ 4 ທີ່ມະຫາວິທະຍາໄລແຫ່ງຊາດ ລາວ.

ແຂວງ ຊຽງຂວາງ ມີຊື່ສຽງໂດ່ງດັງດ້ວຍທົ່ງໄຫຫີນ ເຊິ່ງເປັນໜຶ່ງໃນບັນດາຮ່ອງຮອຍບູຮານຄະດີທີ່ແປກປະຫຼາດ ແລະ ໜ້າສົນໃຈທີ່ສຸດໃນອາຊີຕາເວັນອອກສຽງໃຕ້. ເມື່ອ​ມາ​ທີ່​ນີ້, ຂ້າ​ພະ​ເຈົ້າ​ຖືກດຶງດູດ ຍ້ອນ​ໄຫຫີນ​ໃຫຍ່​ນັບ​ພັນ​ໜ່ວຍ​ທີ່​ກະ​ແຈກ​ກະ​ຈາຍ​ຢູ່​ທົ່ວ​ທົ່ງ​ນາ. ນອກຈາກນັ້ນ, ສະພາບອາກາດທີ່ເຢັນສະບາຍ ແລະ ທິວທັດທີ່ສວຍງາມຂອງພູຜາປ່າດົງຍັງເຮັດໃຫ້ແຂວງ ຊຽງຂວາງ ກາຍເປັນຈຸດໝາຍປາຍທາງທີ່ເໝາະສົມສໍາລັບການພັກຜ່ອນ ແລະ ຜ່ອນຄາຍ.

ຊຳເໜືອ ຕັ້ງຢູ່ພາກເໜືອຂອງ ລາວ ແລະ ເປັນດິນແດນທີ່ສວຍງາມ, ສະຫງົບສຸກ, ດ້ວຍບັນດາທົ່ງນາອັນກວ້າງໃຫຍ່ໄພສານ ແລະ ພູເຂົາສະຫຼັບຊັບຊ້ອນ. ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ໄປ​ຢ້ຽມຢາມ​ບັນດາ​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ ມົ້ງ ​ແລະ ເກິມູ, ​ບ່ອນທີ່ຂ້າພະເຈົ້າໄດ້​ຮຽນ​ຮູ້​ຫຼາຍ​ສິ່ງ​ກ່ຽວ​ກັບ​ຊີວິດ ​ແລະ ວັດທະນະທຳ​ຂອງ​ເຂົາ​ເຈົ້າ.

​ແຕ່​ລະ​ສະຖານທີ່, ຂ້າພະ​ເຈົ້າ​ລ້ວນແຕ່​ໄປ​ຢ້ຽມຢາມ​ບັນດາ​ໝູ່​ບ້ານ​ຊົນ​ເຜົ່າ ​ແລະ ຊອກ​ຮູ້​ວັດທະນະທຳ, ຮີດຄອງ​ປະ​ເພນີ​ທີ່​ເປັນ​ເອກະລັກ​ພິເສດ​ຂອງ​ເຂົາເຈົ້າ. ນີ້ຈະເປັນຊ່ວງຊີວິດໄລຍະໜຸ່ມແໜ້ນທີ່ບໍ່ສາມາດລືມໄດ້ຂອງຂ້າພະເຈົ້າຢູ່ປະເທດ ລາວ ແທ້ໆ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ ຈະ​ໄດ້ໄປ​ຢ້ຽມ​ຢາມ​ສະ​ຖານ​ທີ່ທ່ອງທ່ຽວອີກ​ຫຼາຍແຫ່ງ​ພາຍ​ຫຼັງ​​ການ​ຮ່ຳ​ຮຽນທີ່ລຳ​ບາກ ​ພ້ອມ​ທັງ​ແບ່ງ​ປັນ​ບັນດາການລົງຕົວຈິງ​ທີ່​ໜ້າ​ສົນ​ໃຈ​ນີ້​ກັບ​ເພື່ອນ​ມິດ​ຢູ່ ​ຫວຽດ​ນາມ.

ຫງວຽນຫວູຮວ່ຽນວີ - ນັກສຶກສາປີທີ 3 ທີ່ມະຫາວິທະຍາໄລແຫ່ງຊາດ ລາວ:

ມີຄວາມສຸກເມື່ອໄດ້ຊິມອາຫານແຊບໆຂອງປະເທດເພື່ອນ

ພວກຂ້າພະເຈົ້າມີຄວາມສຸກເມື່ອໄດ້ຮ່ຳຮຽນຢູ່ ລາວ

ນາງ ຫງວຽນວູຮວ່ຽນວີ, ນັກສຶກສາປີທີ 3 ທີ່ມະຫາວິທະຍາໄລແຫ່ງຊາດ ລາວ.

ຂ້າພະເຈົ້າມີຄວາມສຸກເມື່ອໄດ້ຮ່ຳຮຽນຢູ່ ລາວ, ຂ້າພະເຈົ້າຮັກມັກທຸກສິ່ງຢູ່ປະເທດນີ້, ໂດຍສະເພາະ ແມ່ນອາຫານທີ່ເປັນເອກະລັກສະເພາະຂອງ ລາວ. ຂ້າພະເຈົ້າມັກບັນດາເຍື່ອງອາຫານຄື: ເຂົ້າປຽກ, ຕຳ, ຊີ້ນດາດ,...

ແຕ່ລະມື້, ຂ້າພະເຈົ້າມັກຊິມບັນດາເຍື່ອງອາຫານ ລາວ ແລະ ຮຽນຮູ້ວິທີເຮັດເຍື່ອງອາຫານທີ່ງ່າຍໆຄື ຕຳ. ນີ້ແມ່ນເຍື່ອງອາຫານທີ່ໄດ້ຮັບຄວາມນິຍົມຫຼາຍ ແລະ ຫຼັງຈາກໄດ້ຮັບຄຳແນະນໍາຂອງ ຊາວລາວ, ຂ້າພະເຈົ້າກໍ່ລອງເຮັດຫຼາຍເທື່ອ ຈິ່ງສາມາດເຮັດໄດ້. ສິ່ງທີ່ພິເສດທີ່ເຮັດໃຫ້ຂ້າພະເຈົ້າປະທັບໃຈແມ່ນ ອາຫານສ່ວນຫຼາຍຢູ່ທີ່ນີ້ແມ່ນເຜັດຫຼາຍ, ເຮັດຈາກນ້ຳປາພື້ນເມືອງ ລາວ ເຊິ່ງຂ້າພະເຈົ້າບໍ່ເຄີຍຊິມຢູ່ ຫວຽດນາມ.

ບັນດາລົດຊາດເຫຼົ່ານີ້ຈະຕິດຢູ່ໃນຄວາມຊົງຈຳຂອງຂ້າພະເຈົ້າຕະຫຼອດໄປ ເມື່ອຈົບການສຶກສາຢູ່ທີ່ນີ້. ຂ້າພະ​ເຈົ້າ​ປາຖະໜາຢາກ​ຮຽນ​ຮູ້​ວິທີ​ເຮັດບັນດາ​ເຍື່ອງ​ອາ​ຫານ​ນີ້ ​ເພື່ອ​ຈະ​ແບ່ງປັນ​ໃຫ້​ຄອບຄົວ ​ແລະ ໝູ່​ເພື່ອນ​ຢູ່ ຫວຽດນາມ.

ທີ່ຢູ່ສະໜອງຂໍ້ມູນຂ່າວສານຢ່າງເປັນທາງການໃຫ້ແກ່ນັກສຶກສາ ຫວຽດນາມ ຢູ່ ລັດເຊຍ

ທີ່ຢູ່ສະໜອງຂໍ້ມູນຂ່າວສານຢ່າງເປັນທາງການໃຫ້ແກ່ນັກສຶກສາ ຫວຽດນາມ ຢູ່ ລັດເຊຍ

ຍສໝ - ວັນທີ 14 ກໍລະກົດ, ຢູ່ນະຄອນຫຼວງ Moscow (ສະຫະພັນ ລັດເຊຍ), ພິທີເປີດຕົວຫນ້າເວບໄຊຂໍ້ມູນຂ່າວສານເອເລັກໂຕນິກ “ໄວຫນຸ່ມຢູ່ ລັດເຊຍ” ໄດ້ດໍາເນີນໂດຍຄະນະສະມາຊິກຊາວໜຸ່ມຢູ່ສະຫະພັນ ລັດເຊຍ ແລະ ສະມາຄົມນັກສຶກສາ ຫວຽດນາມ ປະຈໍາ ລັດເຊຍ ສົມທົບກັນຈັດຕັ້ງເນື່ອງໃນໂອກາດວັນມູນເຊື້ອຊາວໜຸ່ມອາສາສະໝັກ (15 ກໍລະກົດ).

ເຊື່ອມຕໍ່ນັກສຶກສາ ຫວຽດນາມ ກັບນັກວິທະຍາສາດຟິຊິກສາດໃນໂລກ

ເຊື່ອມຕໍ່ນັກສຶກສາ ຫວຽດນາມ ກັບນັກວິທະຍາສາດຟິຊິກສາດໃນໂລກ

ຍສໝ - ວັນທີ 16 ກໍລະກົດ, ຢູ່ນະຄອນ ກຸ່ຍເຍີນ (ບິ່ງດິ້ງ), ນັກວິທະຍາສາດ ແລະ ນັກຄົ້ນຄວ້າ 34 ຄົນຂອງ 13 ປະເທດ ແລະ ເຂດແຄ້ວນ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຮງຮຽນຟິຊິກສາດ ຫວຽດນາມ ຄັ້ງທີ 30 (VSOP30).

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.