ເດັກນ້ອຍອາຊີຕາເວັນອອກສ່ຽງໃຕ້ ເກືອບ 6 ລ້ານຄົນໄດ້ຮັບຜົນກະທົບຈາກພະຍຸ Yagi

21:45 | 19/09/2024

ຍສໝ - ​ໄພ​ນ້ຳ​ຖ້ວມ​ ແລະ ​ດິນ​ເຈື່ອນ​ທີ່​ເກີດ​ຈາກພະຍຸ Yagi ​ໄດ້​ທຳລາຍ​ປະ​ເທດ​ຫວຽດນາມ, ມຽນມາ, ລາວ ​ແລະ ​ໄທ, ສົ່ງ​ຜົນ​ກະທົບ​ຕໍ່​ເດັກນ້ອຍ​ເກືອບ 6 ລ້ານ​ຄົນ. ເດັກນ້ອຍມີຄວາມຫຍຸ້ງຍາກໃນການເຂົ້າເຖິງນ້ຳສະອາດ, ການສຶກສາ, ການດູແລສຸຂະພາບ, ອາຫານ ແລະ ທີ່ພັກອາໄສ.

​ເພີ່ມ​ຫຼາຍບ້ວງຊ່ວຍເຫຼືອຈາກສາ​ກົນ ​ຊ່ວຍ ຫວຽດ​ນາມ ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພະ​ຍຸ Yagi
ອົງການ UNICEF ຊ່ວຍເຫຼືອສຸກເສີນບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພະຍຸ Yagi

ເດັກນ້ອຍໃນຫວຽດນາມ, ມຽນມາ, ລາວ ແລະ ໄທ ມີຄວາມສ່ຽງທີ່ຈະບໍ່ສາມາດເຂົ້າເຖິງການສຶກສາ, ນ້ຳສະອາດ ແລະ ການບໍລິການທີ່ຈຳເປັນ ເມື່ອໄພນໍ້າຖ້ວມ ແລະ ດິນເຊາະເຈື່ອນສ້າງຄວາມເສຍຫາຍຕໍ່ບ້ານເຮືອນ ແລະ ພື້ນຖານໂຄງລ່າງ.

ເດັກນ້ອຍອາຊີຕາເວັນອອກສ່ຽງໃຕ້ ເກືອບ 6 ລ້ານຄົນໄດ້ຮັບຜົນກະທົບຈາກພະຍຸ Yagi

ການກູ້ໄພເດັກ​ນ້ອຍ​ໃນພະ​ຍຸ, ນ້ຳຖ້ວມຢູ່​ຫວຽດ​ນາມ​.

“ເດັກນ້ອຍ ແລະ ຄອບຄົວທີ່ຖືກຄວາມສ່ຽງງ່າຍທີ່ສຸດ ພວມຕ້ອງປະເຊີນໜ້າກັບຜົນສະທ້ອນທີ່ຮ້າຍກາດທີ່ສຸດຂອງພະຍຸ Yagi. ບູລິມະສິດໃນປັດຈຸບັນແມ່ນການຟື້ນຟູການບໍລິການທີ່ຈໍາເປັນສໍາລັບເດັກນ້ອຍ ແລະ ຄອບຄົວ, ລວມມີ ນ້ຳສະອາດ, ການສຶກສາ ແລະ ການດູແລສຸຂະພາບ. ການ​ເພີ່ມ​ຂຶ້ນ​ຂອງ​ບັນດາປະກົດການ​ດິນ​ຟ້າ​ອາກາດ​ທີ່​ຮຸນແຮງໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ຮ້າຍແຮງກ່ວາຍ້ອນການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ເປັນ​ຄຳ​ເຕືອນ​ທີ່​ໂສກ​ເສົ້າ​ທີ່​ເມື່ອ​ເກີດ​ໄພ​ພິບັດ, ​ເດັກນ້ອຍ​ທີ່ຖືກຄວາມສ່ຽງງ່າຍ​ ແລະ ຕ້ອງທົນຮັບຫຼາຍທີ່​ສຸດ”, ທ່ານ​ນາງ June Kunugi - ຜູ້​ອຳ​ນວຍ​ການ​ກອງ​ທຶນເພື່ອ​ເດັກ​ແຫ່ງ​ສະຫະ​ປະຊາ​ຊາດ (UNICEF) ປະຈຳເຂດອາຊີ​ຕາ​ເວັນ​ອອກ ​ແລະ ປາຊີ​ຟິກ ກ່າວ​.

ເປັນພາຍຸແຮງທີ່ສຸດທີ່ພັດເຂົ້າ ອາຊີ ນັບແຕ່ຕົ້ນປີມາຮອດປະຈຸປັນ, ພາຍຸ Yagi ໄດ້ເຮັດໃຫ້ຝົນຕົກຢ່າງໜັກໜ່ວງ ເຊິ່ງຕື່ມເຂົ້າປະລິມານນ້ຳຝົນຕາມລະດູທີ່ມີຢູ່ແລ້ວ, ເຮັດໃຫ້ນ້ຳສູງຂຶ້ນໃນບັນດາແມ່ນໍ້າຕ່າງໆ ແລະ ເຮັດໃຫ້ເກີດດິນເຈື່ອນທັບຄົນຕາຍ. ຫຼັງ​ຈາກ​ພາຍຸ, ໂຮງຮຽນ 850 ກວ່າ​ແຫ່ງ ​ແລະ ສູນ​ການ​ແພດ 550 ກວ່າ​ແຫ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

ຢູ່ຫວຽດນາມ, ປະເທດທີ່ໄດ້ຮັບຜົນກະທົບໜັກທີ່ສຸດຈາກພະຍຸ Yagi, ມີປະຊາຊົນປະມານ 3 ລ້ານຄົນ, ລວມທັງເດັກນ້ອຍຫຼາຍຄົນ, ຂາດນ້ຳສະອາດ ແລະ ເງື່ອນໄຂອະນາໄມ, ເພີ່ມຄວາມສ່ຽງຕໍ່ການເປັນພະຍາດ. ເດັກນ້ອຍປະມານ 2 ລ້ານຄົນ ຍັງບໍ່ສາມາດເຂົ້າເຖິງການສຶກສາ, ການໜູນຊ່ວຍທາງດ້ານຈິດໃຈສັງຄົມ ແລະ ໂຄງການໂພຊະນາການໂຮງຮຽນ.

ຢູ່ມຽນມາ, ແບກຫາບພາລະຄວບຄູ່ຂອງການ​ປະ​ທະ​ກັນທີ່ຍືດເຍື້ອ ແລະ ບັນດາຜົນກະທົບທີ່ຮ້າຍແຮງຂອງພະຍຸ Yagi ໄດ້ເຮັດໃຫ້ເພີ່ມວິກິດການສໍາລັບຊຸມຊົນທີ່ຖືກຍົກຍ້າຍຍ້ອນການປະທະກັນ. ດ້ວຍ​ເຫດ​ນີ້, ​ເຮັດ​ໃຫ້​ສະຖານະ​ການ​ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ທີ່​ຮ້າຍ​ແຮງ​ຢູ່​ແລ້ວຍິ່ງ​ຮ້າຍ​ແຮງ​ຂຶ້ນຕື່ມ. ຫຼາຍກວ່າ 170 ຄົນເສຍຊີວິດ ແລະ ຫຼາຍກວ່າ 320.000 ຄົນໄດ້ຖືກຍົກຍ້າຍ. ລະບົບ​ຄົມມະນາຄົມ, ໂທລະ​ຄົມ ​ແລະ ພື້ນຖານ​ໂຄງ​ລ່າງ​ໄຟຟ້າ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ຢູ່​ບັນດາ​ແຂວງ​ພາກ​ກາງ​ຂອງ​ ມຽນມາ.

ເດັກນ້ອຍອາຊີຕາເວັນອອກສ່ຽງໃຕ້ ເກືອບ 6 ລ້ານຄົນໄດ້ຮັບຜົນກະທົບຈາກພະຍຸ Yagi

ເດັກນ້ອຍໃນເຂດ Bago (ມຽນມາ) ລຽນແຖວເພື່ອຮັບອາຫານຢູ່ສູນຊ່ວຍເຫຼືອ.

ຢູ່​ພາກ​ເໜືອ​ຂອງ​ໄທ, ຝົນ​ຕົກ​ໜັກ ແລະ ​ໄພ​ນ້ຳ​ຖ້ວມ​ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຕໍ່​ເດັກ​ນ້ອຍ​ເກືອບ 64.000 ຄົນ. ໂຮງຮຽນບາງແຫ່ງຖືກທຳລາຍຢ່າງສິ້ນເຊີງ ແລະ ຄູສອນຕ້ອງປ່ຽນໄປໃຊ້ການສອນແບບອອນໄລ ແລະ ສະໜອງອຸປະກອນການຮຽນໃຫ້ນັກຮຽນຢູ່ເຮືອນ.

ຢູ່​ລາວ, ນໍ້າຖ້ວມໄດ້ສົ່ງຜົນກະທົບໃຫ້ 8 ແຂວງ, ສົ່ງ​ຜົນ​ກະທົບ​ຕໍ່​ເດັກນ້ອຍ​ປະມານ 60.000 ຄົນ. ໄພນໍ້າຖ້ວມຍັງສ້າງຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງທີ່ຈຳເປັນ ແລະ ຂົ່ມຂູ່ການຫາລ້ຽງຊີບຂອງບັນດາຊຸມຊົນ ເຊິ່ງພວມປະສົບກັບຄວາມຫຍຸ້ງຍາກເພື່ອຮັບມືກັບຜົນກະທົບຢ່າງຫຍໍ້ທໍ້ຂອງດິນຟ້າອາກາດຢູ່ແລ້ວ.

ອົງການ UNICEF, ສົມທົບກັນກັບບັນດາຄູ່ຮ່ວມມືຊ່ວຍເຫຼືອດ້ານມະນຸດສະທໍາ, ພວມສະໜອງການຊ່ວຍເຫຼືອສຸກເສີນແກ່ເດັກນ້ອຍ ແລະ ຄອບຄົວໃນເຂດທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນທົ່ວອາຊີຕາເວັນອອກສຽງໃຕ້. ບັນດາການເຄື່ອນໄຫວຊ່ວຍເຫຼືອ ປະກອບມີ ການແຈກຢາຍນ້ຳດື່ມສະອາດ, ເຄື່ອງອະນາໄມ, ອາຫານເສີມທາດບຳລຸງລ້ຽງຊີວິດ ແລະ ອຸປະກອນການແພດ. ພ້ອມ​ກັນ​ນັ້ນ, ຍັງ​ຊ່ວຍເຫຼືອດ້ານສຸຂະພາບ​ຈິດ ​ແລະ ສະໜອງ​ອຸປະກອນ​ການ​ຮຽນ ກໍ່ຄືການ​ບັນ​ເທິງ ​ເພື່ອ​ຊ່ວຍ​ໃຫ້​ເດັກ​ມີ​ຄວາມ​ຮູ້ສຶກ​ເຖິງ​ຄວາມ​ເປັນ​ປົກກະຕິ ​ເພື່ອ​ສືບ​ຕໍ່​ຮຽນ​ຮູ້ ​ແລະ ຫຼິ້ນ​ຢູ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ປອດ​ໄພ. ອົງການ UNICEF ຍັງມຸ່ງໝັ້ນທີ່ຈະເຮັດວຽກກັບຄູ່ຮ່ວມງານເພື່ອຮັບປະກັນຄວາມພະຍາຍາມຟື້ນຟູທີ່ສຸມໃສ່ເດັກນ້ອຍເມື່ອລະດັບນ້ຳຖ້ວມຫຼຸດລົງ.

ເດັກນ້ອຍອາຊີຕາເວັນອອກສ່ຽງໃຕ້ ເກືອບ 6 ລ້ານຄົນໄດ້ຮັບຜົນກະທົບຈາກພະຍຸ Yagi

ປື້ມ, ອຸປະກອນການຮຽນ ໄດ້ຮັບຄວາມເສຍຫາຍຫຼັງພະຍຸ, ນໍ້າຖ້ວມ

ເດັກນ້ອຍໃນອາຊີຕາເວັນອອກ ແລະ ປາຊີຟິກ ພວມປະເຊີນໜ້າກັບໄພອັນຕະລາຍກ່ຽວກັບສະພາບອາກາດຫຼາຍຢ່າງ, ​ເກືອບ 6 ເທົ່າ​ເມື່ອທຽບໃສ່ກັບບັນດາລຸ້ນກ່ອນ. ຄວາມຖີ່ທີ່ເພີ່ມຂຶ້ນ ແລະ ຜົນກະທົບທີ່ທັບຊ້ອນກັນຂອງເຫດການດິນຟ້າອາກາດເຮັດໃຫ້ເດັກນ້ອຍປັບຕົວໄດ້ຍາກ. ສະນັ້ນ, ເຮັດໃຫ້ຄວາມ​ບໍ່​ສະ​ເໝີ​ພາບ​ ແລະ ເຮັດໃຫ້ອັນຕະລາຍຕໍ່​ຄວາມ​ສາມາດພັດທະນາ​ຂອງ​ເດັກເລິກເຂົ້າໄປກ່ວາອີກ.

ການນຳລາວ ຢື້ຢາມຖາມຂ່າວ ຫວຽດນາມ ກ່ຽວກັບພາຍຸເລກທີ 3 (Yagi)

ການນຳລາວ ຢື້ຢາມຖາມຂ່າວ ຫວຽດນາມ ກ່ຽວກັບພາຍຸເລກທີ 3 (Yagi)

ຍສໝ - ຕອນ​ຄ່ຳ​ວັນ​ທີ 9 ກັນຍາ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ໃຫ້ຮູູ້ວ່າ ຕອນ​ຄ່ຳ​ວັນ​ທີ 9 ກັນຍາ, ຢູ່​ກະຊວງ​ການ​ຕ່າງປະ​ເທດ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ​ແລະ ທ່ານ​ນາຍົກລັດຖະມົນຕີ ລາວ ສອນ​ໄຊ ສີ​ພັນ​ດອນ ​ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ສຸດຊຶ້ງ ​ເຖິງບັນດາສະຫາຍການ​ນຳ​ຂັ້ນ​ສູງຂອງ ຫວຽດນາມ, ...

ທະຫານເຮືອ ເຂດ 1 ກຽມພ້ອມຈັດ​ຕັ້ງ​ການ​ຊ່ວຍກູ້ໄພຢ່າງທັນການກ່ອນພະຍຸ Yagi ພັດເຂົ້າ

ທະຫານເຮືອ ເຂດ 1 ກຽມພ້ອມຈັດ​ຕັ້ງ​ການ​ຊ່ວຍກູ້ໄພຢ່າງທັນການກ່ອນພະຍຸ Yagi ພັດເຂົ້າ

ຍສໝ - ໂດຍເປັນເຈົ້າການໃນການຮັບມືກັບພະຍຸເລກທີ 3 (Yagi), ທະຫານເຮືອ ເຂດ 1 ໄດ້ຊີ້ນໍາບັນດາຫົວໜ່ວຍທີ່ຕັ້ງຈຸດຢູ່ເຂດ ຫາຍຟ່ອງ, ກວາງນິງ ຕິດຕາມ, ກຳໄດ້ສະພາບການຜັນແປຂອງພະຍຸ; ເປັນເຈົ້າການໃນການເພີ່ມເຕີມໃຫ້ແກ່ບັນດາໜ່ວຍງານກ່ຽວກັບຈຳນວນ, ອຸປະກອນປ້ອງກັນໄພນໍ້າຖ້ວມຢ່າງຄົບຖ້ວນ, ການຊອກຫາການກູ້ໄພ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ສິດຂອງມະນຸດ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.