ວັນທີ 27 ທັນວາ, ຢູ່ນະຄອນ ດົງຮ່າ, ແຂວງ ກວາງຈິ ຂອງຫວຽດນາມ ໄດ້ດຳເນີນກອງປະຊຸມພົບປະລະຫວ່າງຄະນະຜູ້ແທນຂັ້ນສູງແຂວງ ກວ໋າງຈິ ກັບຄະນະຜູ້ແທນຂັ້ນສູງຂອງແຂວງ ສະຫວັນນະເຂດ ແລະ ສາລະວັນ. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ (5/9/1962 – 5/9/2022); ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ (18/7/1977 – 18/7/2022).
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ວັນທີ 28 ທັນວາ ຢູ່ນະຄອນຫຼວງ ວຽງຈັນ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ.
ຫວ່າງແລ້ວນີ້, ຄະນະຜູ້ແທນສູນກາງສະຫະພັນສາສະໜາພຸດ ໂດຍທ່ານ ພະມະຫາອາຈານ ບຸນມາ ສິມມາພົມ, ປະທານສູນກາງພຸດທະສາສະໜາສຳພັນລາວ ເປັນຫົວໜ້າຄະນະ ໄດ້ມາ ວັດ ຫວຽດນາມ ກວັກຕື (ນະຄອນໂຮ່ຈີມິນ) ເພື່ອຢື້ຢາມຖາມຂ່າວ ພະມະຫາອາຈານໃຫຍ່ ທິກຈີກວາງ, ສາດສະດາພຸດທະສາສະໜາ ຫວຽດນາມ.
ຍສໝ-ໂດຍການສືບທອດມູນເຊື້ອມິດຕະພາບອັນດີງາມ ທີ່ໄດ້ສ້າງໃນຕະຫຼອດ 60 ປີຜ່ານມາ, ມີຫຼາຍຮູບແບບ, ວິທີເຮັດທີ່ດີ, ຮັດແໜ້ນຄວາມສາມັກຄີ ແລະ ພ້ອມກັນຮ່ວມມືເພື່ອພັດທະນາຮ່ວມກັນ, ເປັນແບບຢ່າງຄືຮູບແບບແຮກສ່ຽວບ້ານ-ບ້ານ ລະຫວ່າງ 10 ແຂວງຂອງລາວທີ່ມີຊາຍແດນຮ່ວມກັບ 10 ແຂວງຂອງຫວຽດນາມ.
ຍສໝ - ນີ້ກໍແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນໃນວຽກງານການທູດປ້ອງກັນຊາດໃນຊຸມປີຜ່ານມາ, ປະກອບສ່ວນປະຕິບັດແນວທາງພົວພັນຕ່າງປະເທດຂອງພັກ ແລະ ລັດໃຫ້ປະກົດຜົນເປັນຈິງ.
ຍສໝ - ທ່ານ Anjaiah ກ່າວວ່າ: “ຂ້າພະເຈົ້າຄິດວ່າ ອິນໂດເນເຊຍ ແລະ ຫວຽດນາມ ຕ້ອງຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດໃນປະຈຸບັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ມັນຈະເປັນບາດກ້າວໄປສູ່ທິດທາງທີ່ຖືກຕ້ອງ ເພື່ອເສີມຂະຫຍາຍການພົວພັນລະຫວ່າງສອງປະເທດຕື່ມອີກ”.
ຍສໝ - ທ່ານເອກອັກຄະລັດຖະທູດ Azerbaijani ປະຈຳ ຫວຽດນາມ Shovgi Mehdizade ໃຫ້ຮູ້ວ່າ: ປີ 2022 ແມ່ນປີສຳຄັນທີ່ສອງປະເທດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ມີຫຼາຍເຫດການໄດ້ຈັດຂຶ້ນໃນໂອກາດສຳຄັນນີ້, ໃນນັ້ນແມ່ນ ການແຂ່ງຂັນໝາກຮຸກມິດຕະພາບຈັດຕັ້ງໂດຍສະຖານທູດ Azerbaijan ສົມທົບກັບສະຫະພັນໝາກຮຸກ Azerbaijan ແລະ ສະຫະພັນໝາກຮຸກຫວຽດນາມ.
ກອງປະຊຸມໃຫຍ່ໄດ້ກໍານົດວ່າ: ໃນອາຍຸການຕໍ່ໄປຈຸດສຸມວຽກງານຂອງສະມາຄົມແມ່ນເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືໃນທຸກຂົງເຂດ, ພິເສດແມ່ນການພົວພັນເສດຖະກິດ, ການຄ້າ ແລະ ການລົງທຶນ ເພື່ອຜົນປະໂຫຍດຂອງບັນດາວິສາຫະກິດ, ທ້ອງຖິ່ນ ແລະ ປະຊາຊົນສອງປະເທດ.
ບົດຂຽນໄດ້ຢືນຢັນວ່າ ການຢ້ຽມຢາມທາງລັດຖະກິດຢູ່ອິນໂດເນເຊຍຂອງທ່ານປະທານປະເທດ ຫງວຽນຊວນຟຸກ ແມ່ນຂີດໝາຍໃໝ່ໃນ 67 ປີແຫ່ງການພົວພັນ ສອງຝ່າຍ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ Joko Widodo ໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນບັນດາການຢ້ຽມຢາມຂັ້ນສູງ ແລະ ທຸກຂັ້ນ, ຜັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ, ຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ.
ຍສໝ - ໃນຂອບເຂດການພົບປະມິດຕະພາບ ຫວຽດນາມ - ເວເນຊູເອລາ ເນື່ອງໃນໂອກາດສະເຫຼີມສະຫຼອງ 33 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດສອງປະເທດ ໂດຍສະຖານທູດ ສ.ເວເນຊູເອລາ ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ເວເນຊູເອ ຈັດຂຶ້ນໃນວັນທີ 19 ທັນວາ, ບັນດາແຂກຖືກເຊີນໄດ້ຢ້ຽມຊົມງານວາງສະແດງພາບຖ່າຍກ່ຽວກັບທ່ານພົນເອກ ຫວໍຫງວຽນຢາບ.
ສະຫະພັນການຄ້າ ສາກົນ ສ.ເກົາຫຼີ ຫາກໍ່ຊີ້ໃຫ້ເຫັນ 5 ຂົງເຂດຮ່ວມມືທາງດ້ານເສດຖະກິດທີ່ມີແງ່ຫວັງ ລະຫວ່າງສອງປະເທດ ແມ່ນນະຄອນອັດສະລິຍະ, ກະສິກຳ ແລະ ລ້ຽງສັດ, ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ, ວັດທະນະທຳ ຄວາມບັນເທິງ.
ໂດຍມຸ່ງໄປສູ່ຂີດໝາຍ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1973-2023), ການຮ່ວມມືລະຫວ່າງສອງປະເທດບັນລຸໄດ້ຫຼາຍໝາກຜົນທີ່ສຳຄັນ ແລະໃກ້ຊິດກວ່າເວລາໃດໝົດ” ທ່ານເອກອັກຄະລັດຖະທູດຜູ້ມີອໍານາດ ເຕັມແຫ່ງລາຊະອານາຈັກອັງກິດ ປະຈໍາຫວຽດນາມ Iain Frew ໃຫ້ຮູ້.
ການພົວພັນມິດຕະພາບລະຫວ່າງ UAE ແລະ ຫວຽດນາມ ນັບມື້ນັບໄດ້ແຕກດອກອອກຜົນ, ການຮ່ວມມືສອງຝ່າຍລະຫວ່າງ ສອງປະເທດນັບມື້ນັບຮັບການປັບປຸງ ແລະ ພັດທະນາໃນໄລຍະກວ່າ 30 ປີຜ່ານມາ. ບັນດາການນຳຂອງ UAE ຍາມໃດກໍ່ສະໜັບສະໜູນການຮ່ວມມືຫຼາຍດ້ານກັບຫວຽດນາມ.
ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ, ປະທານສະມາຄົມ ຫວຽດນາມ - ອາເມລິກາ ສະເໜີວ່າໃນໄລຍະຈະມາເຖິງ, ສູນກາງສະມາຄົມ ແລະ ບັນດາອົງການສະມາຊິກຄວນເພີ່ມທະວີລັກສະນະເປັນເຈົ້າການ, ໄຫວພິບ ແລະ ມີຫົວຄິດປະດິດສ້າງໃນການຈັດຕັ້ງປະຕິບັດບັນດາການເຄື່ອນໄຫວ ເພື່ອສອດຄ່ອງກັບສະຖານະການ ແລະ ແຫຼ່ງກໍາລັງ.
ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກກຳປູເຈຍ, ວັນທີ 17 ທັນວາ, ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິນ ໂດຍສະຫາຍ ຫງວຽນວັນເນັນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ເປັນຫົວໜ້າຄະນະ ໄດ້ມີການໂອ້ລົມທາງໂທລະດັບກັບເຈົ້າຄອງນະຄອນຫຼວງ ພະນົມເປັນ Khuong Sreng.
ທ່ານສາດສະດາຈານ Aleksius Jemadu ຖືວ່າ ອິນໂດເນເຊຍ ແລະ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການເພີ່ມທະວີການພົວພັນຄູ່ຮ່ວມມືກ່ຽວກັບດ້ານເສດຖະກິດ, ການຄ້າ, ການລົງທຶນ ກໍ່ຄືພ້ອມກັນຊຸກຍູ້ ແລະ ຮັກສາສະຖຽນລະພາບໃນພາກພື້ນ.
ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ Brussels, ປະເທດ ແບນຊິກ, ທ່ານ ຫົວໜ້າກົມໃຫຍ່ພາສີຫວຽດນາມ ຫງວຽນວັນເກິນ, ຕາມການມອບສິດຈາກກະຊວງການເງິນ ໄດ້ລົງນາມໃນສັນຍາຮ່ວມມືບໍລິຫານ ໃນຂົງເຂດພາສີລະຫວ່າງກະຊວງການເງິນສາທາລະນະລັດສັງຄົມນິຍົມຫວຽດນາມ ກັບ ທ່ານ Ville Itälä, ປະທານອົງການຕ້ານການສໍ້ໂກງ ຂອງເອີຣົບ (OLAF).
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ຮອງລັດຖະມົນຕີກະຊວງສຶກສາ ບຳລຸງສ້າງ ຫວຽດນາມ ຫງວຽນວັນຝຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການສຶກສາແມ່ນລັດຖະນະໂຍບາຍແຖວໜ້າ. ທ່ານຮອງລັດຖະມົນຕີ ຫງວຽນວັນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ກຳນົດເປັນເຈົ້າການໃນການເຊື່ອມໂຍງກັບສາກົນກ່ຽວກັບການສຶກສາ, ຍູ້ແຮງການດຶງດູດການລົງທຶນຈາກຕ່າງປະເທດໃນຂົງເຂດການສຶກສາ ເພື່ອປະຕິບັດເປົ້າໝາຍສ້າງບາດກ້າວຫັນປ່ຽນຢ່າງແຮງໃນການພັດທະນາແຫຼ່ງບຸກຄະລາກອນ.
ທ່ານ ຫງວຽນວັນເນັນ ເລຂາຄະນະພັກນະຄອນ ໄດ້ຕີລາຄາສູງ ບັນດາໂຄງການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ບັນດາທ້ອງຖິ່ນ ລາວ, ເປັນຕົ້ນແມ່ນເວທີປາໄສການຄ້າ ແລະ ການລົງທຶນ ຫວຽດນາມ - ລາວຢູ່ນະຄອນໂຮ່ຈີມິນ ໂດຍຄະນະກຳມະການປະຊາຊົນນະຄອນ ສົມທົບກັບສະຖານກົງສູນ ສປປ.ລາວ ປະຈຳ ນະຄອນໂຮ່ຈິມິນຈັດຂຶ້ນໃນຫວ່າງແລ້ວນີ້.
ໃນຊຸມວັນລະດູໜາວຢູ່ຮ່າໂນ້ຍ, ບັນດາເພື່ອນມິດລາວ ແລະ ຫວຽດນາມ ໄດ້ພົບປະກັນໃນພິທີມອບລາງວັນ ໃຫ້ຂອງທີ່ລະນຶກເລົ່າເລື່ອງ ໃນວັນທີ 13 ທັນວາ. ນະທີ່ນີ້, ບັນດາເລື່ອງລາວທີ່ຕື້ນຕັນໃຈ ຂອງເຂົາເຈົ້າ ໃນອະດີດໄດ້ເຊື່ອມຕໍ່ເຖິງປັດຈຸບັນ ແລະ ໄດ້ຈຸດປະກາຍແຈ້ງ, ມີຄວາມອົບອຸ່ນກວ່າອີກ ຍ້ອນບັນດາຄວາມດີໃຈ ແລະ ຮອຍຍິ້ມ.
ພາຍຫຼັງໄດ້ຮັບການຈັດຕັ້ງ, ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໄດ້ມີການເຄື່ອນໄຫວດ້ວຍເປົ້າໝາຍ ແລະ ໜ້າທີ່ແມ່ນໂຄສະນາ, ຂົນຂວາຍ, ເຊື່ອມຕໍ່ການພົວພັນຊ່ວຍປະຊາຊົນແຂວງ ແທງຮວາ ແລະ ປະຊາຊົນຍີ່ປຸ່ນ ຊອກຮູ້ກ່ຽວກັບມູນເຊື້ອປະຫວັດສາດ, ວັດທະນະທຳ, ຮີດຄອງປະເພນີ, ແບບແຜນການດຳລົງຊີວິດດ້ານເສດຖະກິດ ສັງຄົມ, ວິທະຍາສາດ - ເຕັກນິກ ຂອງແຕ່ລະປະເທດ. ຜ່ານນັ້ນກໍເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດ.
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງວັນການພົວພັນອາຊຽນ-ອີຢູ ຄົບຮອບ 45ປີ ທີ່ນະຄອນ Brussels ປະເທດແບນຊິກ, ຕອນເຊົ້າວັນທີ 14 ທັນວານີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ.
ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຫວຽດນາມ ປະຈຳ ອິນເດຍ ຫງວຽນແທງຫາຍ ຖືວ່າ: ເວທີປາໄສນີ້ຖືກຈັດຕັ້ງເພື່ອແນໃສ່ໂຄສະນາເຜີຍແຜ່ຫວຽດນາມ ເປັນຈຸດໝາຍໃໝ່ຂອງແຂກທ່ອງທ່ຽວ ອິນເດຍ...
ຫຼາຍສິບປີຜ່ານໄປ, ເດັກຊາຍ ຄຳແກ້ວ ວົງພິລາ, ຈ໊າງລາວຫຼື ແລະ ເຈີ່ນວັນຖັ໊ງ ມີອາຍຸ 60-80 ກວ່າປີແລ້ວ, ແຕ່ຄວາມຊົງຈຳໃນສະໄໝທີ່ “ເຂົ້າເມັດຫັກ, ຜັກເສັ້ນໜຶ່ງກໍ່ແບ່ງກັນກິນ” ແມ່ນຍັງມີຊີວິດຢູ່ຕະຫຼອດໄປ.
ຕອນບ່າຍວັນທີ 14 ທັນວາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເມີນ ໄດ້ຕ້ອນຮັບຄະນະຜູ້ແທນກຳມາທິການຮ່ວມມືລະຫວ່າງລັດຖະສະພາຂອງ ສະພາຕ່ຳ ອິນໂດເນເຊຍ, ໂດຍທ່ານ Fadli Zon, ຫົວໜ້າກຳມາທິການ ເປັນຫົວໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ໄດ້ໄຂລາຍການສິລະປະພິເສດ “ສາຍໃຈ ຫວຽດ-ລາວ”, ສະຫຼຸບການແຂ່ງຂັນ “ຊອກຮູ້ປະຫວັດສາດສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022.
ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ໂຮນລັງ ຢ່າງເປັນທາງການ, ຕອນເຊົ້າວັນທີ 13 ທັນວາ ຕາມເວລາທ້ອງຖິ່ນ, ຢູ່ນຄອນ La Haye, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຊອກຮູ້ກ່ຽວກັບຮູບແບບຄຸ້ມຄອງ, ພັດທະນາທ່າກ່ຳປັ່ນ Rotterdam, ໂຮນລັງ.
ຍສໝ - ນັບແຕ່ເມື່ອປຸກລະດົມຮອດວັນທີ 15 ກັນຍາ 2022 (ວັນປິດຮັບບົດສົ່ງເຂົ້າປະກວດ), ຄະນະຈັດຕັ້ງໄດ້ຮັບ 6.215 ບົດ, ດ້ວຍການເຂົ້າຮ່ວມຂອງ 48 ຫົວໜ່ວຍ, ຫຼາຍສິບທ້ອງຖິ່ນ ແລະ ຜູ້ຂຽນນັບພັນຄົນຢູ່ ຫວຽດນາມ ແລະ ລາວ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ ໂຮນລັງ ສືບຕໍ່ໜູນຊ່ວຍດ້ານເຕັກນິກ ແລະ ລະດົມແຫ່ລງກຳລັງຕື່ມອີກ ຈາກບັນດານັກລົງທຶນ, ນັກອຸປະຖຳ, ຄູ່ຮ່ວມມືພັດທະນາໃຫ້ແກ່ ຫວຽດນາມ.