ນະ​ຄອນ​ໂຮ່​ຈີ​ມິນ: ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດໃຫ້​ສົມ​ກັບ​ການ​ພົວ​ພັນ​ ຫວຽດ​ນາມ - ລາວ

08:30 | 19/12/2022

ທ່ານ ຫງວຽນ​ວັນ​ເນັນ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໄດ້​ຕີ​ລາ​ຄາ​ສູງ ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈີ​ມິນ ແລະ ບັນ​ດາ​ທ້ອງ​ຖິ່ນ ລາວ, ເປັນ​ຕົ້ນ​ແມ່ນ​ເວ​ທີ​ປາ​ໄສ​ການ​ຄ້າ ແລະ ການ​ລົງ​ທຶນ ຫວຽດ​ນາມ - ລາວ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ສົມ​ທົບ​ກັບ​ສະ​ຖານ​ກົງ​ສູນ ສ​ປ​ປ.ລາວ ປະ​ຈຳ ນະ​ຄອນ​ໂຮ່ຈິ​ມິນ​ຈັດ​ຂຶ້ນ​ໃນ​ຫວ່າງແລ້ວນີ້.

ແງ່​ຫວັງພົ້ນເດັ່ນ​ໃນ​ການ​ຮ່ວມ​ມື​ດ້ານ​ທ່ອງ​ທ່ຽວ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ ແງ່​ຫວັງພົ້ນເດັ່ນ​ໃນ​ການ​ຮ່ວມ​ມື​ດ້ານ​ທ່ອງ​ທ່ຽວ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ
ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຍຸດ​ທະ​ສ​າດ ຫວຽດ​ນາມ - ຝ​ລັ່ງ ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຍຸດ​ທະ​ສ​າດ ຫວຽດ​ນາມ - ຝ​ລັ່ງ ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​
ນະ​ຄອນ​ໂຮ່​ຈີ​ມິນ: ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດໃຫ້​ສົມ​ກັບ​ການ​ພົວ​ພັນ​ ຫວຽດ​ນາມ - ລາວ
ທ່ານ ຫງວຽນ​ວັນ​ເນັນ ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ ​ພົບ​ປະ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສອນ​ໄຊ ສີ​ພັນ​ດອນ (ພາບ: TTXVN)

ຫວ່າງແລ້ວນີ້, ທ່ານ ຫງວຽນ​ວັນ​ເນັນ ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສອນ​ໄຊ ສີ​ພັນ​ດອນ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ ທີ່ພວມ​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ.

ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ວັນ​ເນັນ ສະ​ແດງ​ຄວາມ​ປະ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້​ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ສອນ​ໄຊ ສີ​ພັນ​ດອນ, ທ່ານ​ເນັ້ນ​ໜັກ​ວ່າ ການ​ພົວ​ພັນ​ຕ່າງ​ປະ​ເທດ, ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້​ງ​ຍາກ, ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ເພື່ອ​ກາຍ​ເປັນ​ການ​ພົວ​ພັນ​ແບບ​ຢ່າງ, ຈົງຮັກພັກດີ ທີ່​ຫາ​ຍາກ. ພິ​ເສດ, ພາຍຫຼັງ​ສອງ​ປະ​ເທດ​ເຊັນ​ສົນ​ທິສັນ​ຍາ​ມິດ​ຕະ​ພາບ ແລະ ການຮ່ວມ​ມື (ປີ 1977), ການ​ພົວ​ພັນ​ມິດ​ຕະ​ພາ​ບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລາວ - ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູ​ນ​ສ້າງ, ເສີມ​ຂະ​ຫຍາຍ, ​ນັບ​ມື້​ນັບ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ທີ່​ແທດ​ຈິງ​ມາ​ໃຫ້​ປະ​ຊາ​ຊົນ​ສອ​ງ​ປະ​ເທດ.

ທ່ານ ຫງວຽນ​ວັນ​ເນັນ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໄດ້​ຕີ​ລາ​ຄາ​ສູງ ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈີ​ມິນ ແລະ ບັນ​ດາ​ທ້ອງ​ຖິ່ນ ລາວ, ເປັນ​ຕົ້ນ​ແມ່ນ​ເວ​ທີ​ປາ​ໄສ​ການ​ຄ້າ ແລະ ການ​ລົງ​ທຶນ ຫວຽດ​ນາມ - ລາວ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ສົມ​ທົບ​ກັບ​ສະ​ຖານ​ກົງ​ສູນ ສ​ປ​ປ.ລາວ ປະ​ຈຳ ນະ​ຄອນ​ໂຮ່ຈິ​ມິນ​ຈັດ​ຂຶ້ນ​ໃນຫວ່າງແລ້ວນີ້. ຜ່ານ​ນັ້ນກໍ​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ - ລາວ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ, ພິ​ເສດ ລາວ​ຈະ​ແມ່ນ​ສະ​ຖານ​ທີ່​ລົງ​ທຶນ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ໃນຫຼາຍ​ຂົງ​ເຂດ​ໃຫ້​ແກ່​ວິ​ສາ​ຫະ​ກິດ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ໂດຍສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ລາວ, ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຫງວຽນ​ວັນ​ເນັນ ​ແບ່ງ​ປັນ​ວ່າ ທ່ານ​ຮູ້​ໄດ້​ເຖິງບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຂອງ​ບັນ​ດາ​ທ້ອງ​ຖິ່ນ ກໍ່​ຄື​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ​ລາວ ທີ່ໄດ້​ຜັນ​ຂະ​ຫຍາຍຫຼາຍ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ເສດ​ຖະ​ກິດ, ດຶງ​ດູດ​ການ​ລົງ​ທຶນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ວັດ​ທະ​ນາ​ຖາ​ວອນ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ການ​ເຊັນ​ບັນ​ດາ​ບົດ​ບັນ​ທຶກ​​ຊ່ວຍ​ຈຳ, ສັນ​ຍາ​ເສດ​ຖະ​ກິດ​ແມ່ນ​ບາດ​ກ້າວ​ເບື້ອງ​ຕົນ​ເພື່ອ​ວາງ​ອອກ​ບັນ​ດາ​ແຜນ​ການໃໝ່ ແລະ ລະ​ອຽດ​ ແລະ ມີ​ປະ​ສິດ​ທິ​ຜົນ​ກ່​ວາ ບົນ​ຈິດ​ໃຈ​ເວົ້າ​ໄປ​ຄຽງ​ຄູ່​ກັບ​ການກະທຳ - ຕ້ອງ​ກະທຳ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ຄື​ຄວາມ​ຫວັງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ປະ​ເທດ.

ນ​ະ​ຄອນ​ໂຮ່​ຈີ​ມິນ ແມ່ນ​ທ້ອງ​ຖິ່ນ​ນຳ​ໜ້າ​ດ້ານ​ເສດ​ຖະ​ກິດ​ຂອງ​ທົ່ວ​ປະ​ເທດ, ບັນ​ດາ​ວິ​ສາ​ຫະ​ກິດ, ປະ​ຊາ​ຊົນ​ນະ​ຄອນ​ຍາມ​ໃດ​ກໍ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​, ປະ​ດິດ​ສ້າງ, ກ້າ​ຄິດ​ກ້າ​ທຳ ແລະ ຍາມ​ໃດ​ກໍ່​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ. ດັ່ງ​ນັ້ນ​ພວກ​ເຮົາ​ຕ້ອງ​ເຮັດ​ສິ່ງ​ທີ່​ດີ​ທີ່​ສຸດ, ວຽກ​ງານ​ທີ່​ຈຳ​ເປັນ​ທີ່​ສຸດ, ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດເພື່ອ​ໃຫ້​ປະ​ຊາ​ຊົນ, ວິ​ສາ​ຫ​ະ​ກິດ, ນັກ​ລົງ​ທຶນ​ສອງ​ປະ​ເທດ​ພົບ​ປະ​ແລກ​ປ່ຽນ, ເຊື່ອມ​ຕໍ່, ທຳ​ມາ​ຫາ​ກິນ, ສົ່ງ​ເສີມ​ການ​ລົງ​ທຶນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຢູ່​ບັນ​ດາ​ທ້ອງ​ຖິ່ນ. ທ່ານ ຫງວຽນ​ວັນ​ເນັນ ເນັ້ນ​ໜັກ.

ສ່ວນ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ ສະ​ແດງ​ຄວາມ​ປະ​ທັບ​ໃຈ, ຕີ​ລາ​ຄາ​ສູງ​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ ຫວຽດ​ນາມ ໃນ​ການ​ເຄື່ອນ​ໄຫວ​ຜະ​ລິດ​ທຸ​ລະ​ກິດ, ຄວາມ​ເອົາ​ໃຈ​ໃສ່​ຂອງ​ອົງ​ການ​ປົກ​ຄອງ​ນະ​ຄອນ​ໂຮ່​ຈີ​ມິນ​ທຸກ​ຂັ້ນ​ໃນ​ການ​ລົງ​ທຶນ, ພັດ​ທະ​ນາ​ບັນ​ດາ​ເຂດ​ຕົວ​ເມືອງ​ໃໝ່​ຢູ່​ບັນ​ດາ​ທ້ອງ​ຖິ່ນ, ເປັນ​ຕົ້ນ​ແມ່ນ​ນະ​ຄອນ ຖູ​ດຶກ. ການ​ເຊື່ອມ​ຕໍ່​ບັນ​ດາ​ຮາກ​ຖານ​ພື້ນ​ຖານ​ໂຄງ​ລ່າງ​ນັບ​ແຕ່​ຂັ້ນ​ຕົວ​ເມືອງ, ການ​ຄ້າ, ສວນ​ສາ​ທາ​ລະ​ນະ, ຄົມ​ມະ​ນາ​ຄົມ​ເຂດ​ຕົວ​ເມືອງ, ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ… ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​, ຄວາມຫ້າວຫັນ​ຂອງ​ນະ​ຄອນ, ປະ​ກອບ​ສ່ວ​ນ​ສ້າງ​ຄວາມ​ວັດ​ທະ​ນາ​ຖາ​ວອນ, ຄວາມຜາ​ສຸກ​ໃຫ້ປະ​ຊາ​ຊົນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.