ນັກ​ຮຽນຮູ້​ອິນ​ໂດ​ເນ​ເຊຍ ​ຮຽກ​ຮ້ອງ​ຍົກ​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ກັບ​ຫວຽດ​ນາມ

07:10 | 27/12/2022

ຍສໝ - ທ່ານ Anjaiah ກ່າວ​ວ່າ: “ຂ້າພະ​ເຈົ້າ​ຄິດ​ວ່າ ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ຕ້ອງ​ຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປະຈຸ​ບັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ມັນ​ຈະ​ເປັນ​ບາດ​ກ້າວ​ໄປ​ສູ່​ທິດ​ທາງ​ທີ່​ຖືກ​ຕ້ອງ ເພື່ອ​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ”.

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຢູ່ ໂຊ​ມາ​ລີ ແກ້​ໄຂ​ບັນ​ດາ​ຄວາມ​ແຕກ​​ຕ່າງ​ກັນ, ຕັ້ງ​ຜົນ​ປະ​ໂຫຍດ​ຂອງ​​ຊາດ​ຢູ່ເໜ​ື​ອ​ກ່​ວາ​ສິ່ງ​ໃດ​ໝົດ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຢູ່ ໂຊ​ມາ​ລີ ແກ້​ໄຂ​ບັນ​ດາ​ຄວາມ​ແຕກ​​ຕ່າງ​ກັນ, ຕັ້ງ​ຜົນ​ປະ​ໂຫຍດ​ຂອງ​​ຊາດ​ຢູ່ເໜ​ື​ອ​ກ່​ວາ​ສິ່ງ​ໃດ​ໝົດ

ໂດຍແລກປ່ຽນນັກ​ຂ່າວສານສໍານັກຂ່າວສານ​ຫວຽດນາມ ປະຈຳ​ຈາ​ກາ​ຕາ, ທ່ານ Veeramalla Anjaiah, ນັກ​ຄົ້ນຄວ້າ​ອາວຸ​ໂສ​ຂອງ​ສູນຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (CSEAS), ​ຊີ້ແຈ້ງ​ວ່າ ການ​ນຳ​ສອງ​ປະ​ເທດ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ສອງ​ຝ່າຍ, ​ກໍ່ຄືເຊັນ​ເອກະສານ​ການ​ຮ່ວມ​ມື​ຫຼາຍ​ສະບັບ. ທີ່ການພົບປະ, ສອງຝ່າຍ ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ຄື: ການຄ້າ, ການລົງທຶນ, ເສດຖະກິດດີຈີຕອນ, ກະສິກຳ...

Học giả Indonesia kêu gọi nâng cấp quan hệ đối tác với Việt Nam

ທ່ານ Veeramalla Anjaiah, ນັກ​ຄົ້ນຄວ້າ​ອາວຸ​ໂສ​ຂອງ​ສູນຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (CSEAS). ພາບ: TTXVN

ທ່ານ Anjaiah ​ເນັ້ນ​ໜັກ​ວ່າ: ໝາກຜົນ​ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຈະ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ.

ພິ​ເສດ, ທ່ານ Anjaiah ​ໃຫ້​ຮູ້​ວ່າ: ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ສະ​ແດງ​ຄວາມ​ຮັບ​ຮູ້​ທີ່​ຄ້າຍຄື​ກັນ​ກ່ຽວ​ກັບ​ຫຼາຍ​ບັນຫາ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ຮັບປະກັນ​ສັນຕິພາບ, ຄວາມ​ປອດ​ໄພ, ຄວາມ​ໝັ້ນຄົງ, ຄວາມ​ເສລີ​ໃນ​ການ​ເດີນ​ທະເລ ​ແລະ ການ​ບິນ ​ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາຂອງ ສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS)...

ທ່ານ Anjaiah ໃຫ້ຂໍ້ສັງເກດ​ວ່າ: ໝາກຜົນ​ແຫ່ງ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ແຕ່​ວັນ​ທີ 21 – 23 ທັນວາ ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ຈະ​ແມ່ນ “ບາດກ້າວ​ບຸກທະລຸ​ທີ່​ສຳຄັນ” ​ເພື່ອ​ນຳ​ການ​ພົວພັນ​ອິນ​ໂດ​ເນ​ເຊຍ - ຫວຽດນາມ ຂຶ້ນ​ສູ່​ລະດັບ​ສູງໃໝ່.

ສຸດ​ທ້າຍ, ທ່ານ Anjaiah ກ່າວ​ວ່າ: “ຂ້າພະ​ເຈົ້າ​ຄິດ​ວ່າ ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ຕ້ອງ​ຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປະຈຸ​ບັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ມັນ​ຈະ​ເປັນ​ບາດ​ກ້າວ​ໄປ​ສູ່​ທິດ​ທາງ​ທີ່​ຖືກ​ຕ້ອງ ເພື່ອ​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ”.

ບູນມີ

ເຫດການ
302 Found

Found

The document has moved here.