ສາດ​ສະ​ດາ​ຈານ ອິນ​ໂດ​ເນ​ເຊຍ ຕີ​ລາ​ຄາ​ສູງຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ

07:47 | 20/12/2022

ທ່ານ​ສາດ​ສະ​ດາ​ຈານ Aleksius Jemadu ຖື​ວ່າ ອິນ​ໂດ​ເນ​ເຊຍ ແລະ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ກໍ່ຄື​ພ້ອມ​ກັນ​ຊຸກ​ຍູ້ ແລະ ຮັກ​ສາ​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຍຸດ​ທະ​ສ​າດ ຫວຽດ​ນາມ - ຝ​ລັ່ງ ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຍຸດ​ທະ​ສ​າດ ຫວຽດ​ນາມ - ຝ​ລັ່ງ ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​
ຕໍ່​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື, ການ​ຮ່ວມ​ມື​ຍຸດ​ທະ​ສາ​ດ​ຮອບ​ດ້ານ ຫວຽດ​ນາມ-ຈີນ ຕໍ່​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື, ການ​ຮ່ວມ​ມື​ຍຸດ​ທະ​ສາ​ດ​ຮອບ​ດ້ານ ຫວຽດ​ນາມ-ຈີນ
ສາດ​ສະ​ດາ​ຈານ ອິນ​ໂດ​ເນ​ເຊຍ ຕີ​ລາ​ຄາ​ສູງຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ
ສາດ​ສະ​ດາ​ຈານ Aleksius Jemadu (ພາບ: TTXVN)

ນັກ​ຮຽນ​ຮູ້​ທີ່​ມີ​ຊື່​ສຽງ​ຊາວ​ອິນ​ໂດ​ເນ​ເຊຍ, ສາດ​ສະ​ດາ​ຈານ Aleksius Jemadu ຖື​ວ່າ ດ້ວຍ​ບັນ​ດາ​ພື້ນ​ຖານ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້​ອ​ອັນ​ດີ​ງາມ, ທັດ​ສະ​ນະ​ທີ່​ຄ້າຍ​ຄື​ກັນ​ກ່ຽວ​ກັບຫຼາຍ​ບັນ​ຫາ, ອິ​ນ​ໂດ​ເນ​ເຊຍ ແລະ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ກໍ່​ຄື​ພ້ອມ​ກັນ​ຊຸກ​ຍູ້ ແລະ ຮັກ​ສາ​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

ໂດຍແລກ​ປ່ຽນ​ກັບ​ນັກ​ຂ່າວສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ ຈາ​ກາ​ຕາ, ທ່ານ​ສາດ​ສະ​ດາ​ຈານ Aleksius Jemadu ຕີ​ລາ​ຄາ​ວ່າ ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດອິນ​ໂດ​ເນ​ເຊຍ ​​ໃນ​ລະ​ຫວ່າງວັນ​ທີ 21 – 23 ທັນ​ວາ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ແມ່ນ​ສຳ​ຄັນ​ທີ່​ສຸດ, ໃນ​ຕົວ​ຈິງ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຄວນ​ຮ່ວມ​ມື​ນຳ​ກັນ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ຢູ່​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ສະ​ພາບ​ການ​ບັນ​ດາ​ປະ​ເທດ​ພວມ​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູຫຼັງ​ພະ​ຍາດ​ໂຄວິດ - 19.

ທ່ານ​ສາດ​ສະ​ດ​າ​ຈານ Aleksius Jemadu ກໍ່​ຢັ້ງ​ຢືນ​ວ່າ ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ ພວມ ແລະ ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແຮງ​ກ່ຽວ​ກັບ​ທາງ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ, ພິ​ຈາ​ລະ​ນາ​ກ່ຽວ​ກັບ​ອັດ​ຕາ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ສອງ​ປະ​ເທດ.

ຕາມ​ທ່ານ​ແລ້ວ, ອິນ​ໂດ​ເນ​ເຊຍ ແມ່ນ​ຕະຫຼາດ​ໃຫຍ່​ທີ່​ສຸດ​ຢູ່​ອາ​ຊຽນ ແລະ ຫວຽດ​ນາມ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກການ​ເຕີບ​ໂຕ​ຂອງ​ອິນ​ໂດ​ເນ​ເຊຍ.

ຢ້ຳ​ຄືນ​ວ່າ ອິນ​ໂດ​ເນ​ເຊຍ ແລະ ຫວຽດ​ນາມ ມີ​ການ​ພົວ​ພັນ​ທີ່ສະ​ໜິດ​ຕິດ​ແທດ ໃນ​ປະ​ຫວັດ​ສາ​ແຫ່ງກ​ານ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ແຫ່ງ​ຊາດ ແລະ ສ້າງ​ສາ​ປະ​ເທດ​ຊາດ, ທ່ານ​ສາດ​ສະ​ດາ​ຈານ Aleksius Jemadu ໃຫ້ຮູ້ວ່າ ທ່ານ​ຮູ້​ສຶກ​ປະ​ທັບ​ໃຈ​ຕໍ່​ຈິດ​ໃຈ​ຊົນ​ຊາດ​ຢ່າງ​ແຮງ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ - ເຊິ່ງ​ແມ່ນ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ ໃນ​ສະ​ພາບ​ການ​ໂລກ​ແກ້ງ​ແຍ້ງ​ປັດ​ຈຸ​ບັນ.

ຕາມ​ທ່ານ​ແລ້​ວ, ຫວຽດນາມ ໄດ້​ສ້າງ​ແຫຼ່ງ​ບັນ​ດານ​ໃຈ​ໃຫ້​ແກ່​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ກ່ຽວ​ກັບ​ຈິດ​ໃຈ​ເຮັດ​ວຽກ​ທີ່ດຸໝັ່ນ​​ຂະ​ຫຍັນ​ພຽນ, ວິ​ທີ​ການ​ປະ​ຕິ​ບັດ​ບັນ​ດາຫຼັກ​ການ​ສະ​ເພາະ​ຂອງ​ຕົນ​ໃນ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ.

ນອກ​ຈາກ​ນັ້ນ, ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ກໍ່​ສ້າງ​ຄວາມ​ປະ​ທັບ​ໃຈ, ສ້າງ​ແຫຼ່ງບັນດານໃຈ​ໃຫ້​ແກ່​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ.

ທ່ານ​ສາດ​ສະ​ດາ​ຈານລົງເລິກຂະແໜງ​ການ​ພົວ​ພັນ​ສາ​ກົນ​ນີ້​ກໍ່​ຖື​ວ່າ ໂດຍ​ແມ່ນ​ສອງ​ປະ​ເທດ​ສະ​ມາ​ຊິກ​ສຳ​ຄັນ​ຂອງ ອາ​ຊຽນ ແລະ ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ລະ​ດັບ​ກາງ, ອິນ​ໂດ​ເນ​ເຊຍ ແລະ ຫວຽດ​ນາມ ສວມ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຮັກ​ສາ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ ແລະ ຮັກ​ສາ​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ເປັນ​ຕົ້ນ​ແມ່ນ​ສະ​ພາບ​ການ​ທຸກ​ປະ​ເທດ​ອາ​ຊຽນ ພ​ວມ​ແຕ່​ຕ້ອງ​ປັບ​ປຸງກ​ານ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດມະ​ຫາ​ອຳ​ນາດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.