ຂອບ​ຂະ​ໜາດ​ການ​ຄ້າ ຫວຽດ​ນາມ - ສ.ເກົາຫຼີ ເພີ່ມ​ຂຶ້ນ​ຢ່າງ​ແຮງ​ນັບ​ແຕ່​ປີ 1992

16:12 | 22/12/2022

ສະ​ຫະ​ພັນ​ການ​ຄ້າ ສາ​ກົນ ສ.ເກົາຫຼີ ຫາ​ກໍ່​ຊີ້​ໃຫ້​ເຫັນ 5 ຂົງ​ເຂດ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ທີ່​ມີ​ແງ່​ຫວັງ ລະ​ຫວ່າງ​ສອງ​ປະ​ເທດ ແມ່ນ​ນະ​ຄອນ​ອັດ​ສະ​ລິ​ຍະ, ກະ​ສິ​ກຳ ແລະ ລ້ຽງ​ສັດ, ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ພະ​ລັງ​ງານ, ວັດ​ທະ​ນະ​ທຳ ຄວາມບັນ​ເທິງ.

ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ທ່ຽວຫວຽດ​ນາມ ​ເພີ່ມ​ຂຶ້ນ​ຢ່າງ​ແຮງ ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ທ່ຽວຫວຽດ​ນາມ ​ເພີ່ມ​ຂຶ້ນ​ຢ່າງ​ແຮງ
ວິ​ສາ​ຫ​ະ​ກິດ ສາມ​ປະ​ເທດ ໄທ - ຫວຽດ​ນ​າມ - ລາວ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລົງ​ທຶນ ວິ​ສາ​ຫ​ະ​ກິດ ສາມ​ປະ​ເທດ ໄທ - ຫວຽດ​ນ​າມ - ລາວ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລົງ​ທຶນ
ຂອບ​ຂະ​ໜາດ​ການ​ຄ້າ ຫວຽດ​ນາມ - ສ.ເກົາຫຼີ ເພີ່ມ​ຂຶ້ນ​ຢ່າງ​ແຮງ​ນັບ​ແຕ່​ປີ 1992
ເຍື່ອງ​ອາ​ຫານ​ຫວຽດ​ນາມ ໃນ​ວັນ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ສ.ເກົ​າຫຼີ (ພາ​ບ: TTXVN)

ວັນ​ທີ 19 ທັນ​ວາ, ສະ​ຫະ​ພັນ​ການ​ຄ້າ​ສາ​ກົນ ສ.ເກົາຫຼີ (KITA) ໄດ້ປະ​ກາດ​ບົດ​ລາຍ​ງານ​ໃຫ້​ຮູ້​ວ່າ ນັບ​ແຕ່​ເວ​ລາ ສ.ເກົາຫຼີ ແລະ ຫວຽດ​ນາມ ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ ໃນ​ປີ 1992, ຂອບ​ຂະ​ໜາດ​ທາງ​ການ​ຄ້າ​ໄດ້​ເພີ່ມ​ຂຶ້ນ 164 ເທື່ອ, ການ​ລົງ​ທຶນ​ສ​ອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ 145 ເທື່ອ.

ປັດ​ຈຸ​ບັນ ຫວຽດ​ນາມ ແມ່ນ​ຄູ່​ຮ່ວ​ມ​ມື​ທາງ​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 3 ຂອງ ສ.ເກົາຫຼີ ຖັດຈາກ ຈີນ, ອາ​ເມ​ລິ​ກາ, ໃນ​ຂະ​ນະ​ທີ່​ ສ.ເກົາຫຼີ ແມ່ນ​ປະ​ເທດ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ໃຫຍ່​ທີ່​ສຸດ​ຢູ່ ຫວຽດ​ນາມ.

KITA ຊີ້​ໃຫ້​ເຫັນ 5 ຂົງ​ເຂດ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ທີ່​ມີ​ແງ່​ຫວັງ ລະ​ຫວ່າງ​ສອງ​ປະ​ເທດ ແມ່ນ​ນະ​ຄອນ​ອັດ​ສະ​ລິ​ຍະ, ກະ​ສິ​ກຳ ແລະ ລ້ຽງ​ສັດ, ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ພະ​ລັງ​ງານ, ວັດ​ທະ​ນະ​ທຳ​ ຄວາມບັນ​ເທິງ.

ຕາມ KITA ແລ້ວ, ຮູບ​ແບບ​ການ​ລົງ​ທຶນ, ການ​ຄ້າ​ສອງ​ຝ່າຍ ກໍ່ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ.

ໃນ​ໄລ​ຍະ​ເບື້ອງ​ຕົ້ນການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, ມີ​ຈຳ​ນວນ​ເງິນ​ລົງ​ທຶນ 76,1% ຂອງ ສ.ເກົາຫຼີ​ ສຸມ​ໃສ່​ຂົງ​ເຂດ​ຜະ​ລິດ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ແຕ່​ປັດ​ຈຸ​ບັນ ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ພວມ​ເປີດກວ້າງ​ການ​ລົງ​ທຶນ​ຢູ່ 57 ຂົງ​ເຂດຄື ​ຄອມ​ພິວ​ເຕີ, ເຄື່ອງ​ອາ​ໄຫຼ່​ເອ​ເລັກ​ໂຕ​ນິກ, ລົດ​ໃຫຍ່, ການ​ເງິນ, ປະ​ກັນ​ໄພ, ກໍ່​ສ້າງ.

ໂດຍພິ​ຈາ​ລະ​ນາ​ຕາມ​ລະ​ດັບ​ເຕັກ​ໂນ​ໂລ​ຢີ, ມາດ​ຕະ​ຖ່ວງ​ການ​ສົ່ງ​ອອກ​ສິນ​ຄ້າຂັ້ນ​ກາງ​ຂອງ​ເຕັກ​ໂນ​ໂລ​ຢີ​ຕ່ຳໄດ້ຫຼຸດ​​ແຕ່ 37,8% ໃນ​ປີ 1992 ລົງ​ເຫຼືອ 6,9% ໃນ​ປີ​ນີ້, ໃນ​ຂະ​ນະ​ນັ້ນ​ມາດ​ຕະ​ຖ່ວງ​ສົ່ງ​ອອກ​ສິນ​ຄ້າ​ຂັ້ນກາງເຕັກ​ໂນ​ໂລ​ຢີ​ສູງ ເພີ່ມ​ຂຶ້ນ​ແຕ່ 2,1% ຂຶ້ນ​ເຖິງ 51%.

ການ​ນຳ​ເຂົ້າ​ສິນ​ຄ້າ​ບໍ​ລິ​ໂພກຈາກ​ຫວຽດ​ນາມ ກວມ​ເອົາ 42,2% ໃນ​ປີ 1992 ໄດ້ຫຼຸດ​ລົງ​ເຫຼືອ 28,6% ໃນ​ປີ​ນີ້, ໃນ​ຂະ​ນ​ະ​ນັ້ນ​ການ​ນຳ​ເຂົ້​າ​ສິນ​ຄ້າ​ເພີ່ມ​​ແຕ່ 0,1% ຂຶ້ນ​ເຖິງ 25%.

ດ້ານ​ອື່ນ, ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ບຸກ​ຄ​ະ​ລາ​ກອນລະ​ຫວ່າງ​ສອງ​ປະ​ເທດ ໄດ້​ມີ​ການ​ພັດ​ທະ​ນາ​ຢ່າງ​ກະ​ໂດດ​ຂັ້ນ. ໄລ່​ຮອ​ດ​ເດືອນ​ຕຸ​ລາ ​ປີ 2022, ມີ​ຊາວ​ຫວຽດ​ນາມ ກ່​ວາ 230.000 ຄົນ​ພວມ​ອາ​ໄສ​ຢູ່ ສ.ເກົາຫຼີ ແມ່ນ​ປະ​ຊາ​ຄົມ​ໃຫຍ່​ອັນ​ດັບ​ທີ 2 ຖັດ​ຈາກ​ຈີນ.

ໃນ​ໄລ​ຍະ​ເກີດ​ພະ​ຍາດ​ໂຄວິດ - 19, ຈຳ​ນວນ​ນັກ​ສຶກ​ສາ ຫວຽດ​ນາມ ແລະ ນັກ​ສຶກ​ສາຄອບ​ຄົວຫຼາຍ​ວັດ​ທະ​ນະ​ທຳ​ຍັງ​ເພີ່ມ​ຂຶ້ນຢ່າງ​ເປັນ​ປະ​ຈຳ. ດັດ​ຊະ​ນີ​ກຳ​ລັງ​ແຮງ​ເຄື່ອງ​ໝາຍ​ການ​ຄ້າ​ຂອງ ສ.ເກົາຫຼີ ຢືນ​ຢູ່​ອັນ​ດັບ​ທີ 1 ຢູ່ ຫວຽດ​ນາມ.

ໃນ​ປີ 2022, ມີ​ຮູບ​ເງົາ​ ສ.ເກົາຫຼີ ກ່​ວາ 21 ຊຸດເລື່ຶອງ ໄດ້​ອອກ​ອາ​ກາດ​ຢູ່ຊ່ອງ​ໂທ​ລະ​ພາບຫຼາຍ​ແຫ່ງ​ຂອງ ຫວຽດ​ນາມ, ຫຼາຍ​ອັນ​ດັບ​ທີ 2 ຖັດຈາກ​ຈີນ.

ບົດ​ລາຍ​ງານ​ດັ່ງ​ກ່າ​ວ​ກໍ່​ສະ​ເໜີ​ລັດ​ຖະ​ບານ ສ.ເກົາຫຼີ ຕ້ອງ​ກະ​ກຽມ​ໃນ​ສະ​ພາບ​ການ​ບໍ່​ລົງ​ລອຍ​ກັນ ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ ທີ່ພວມ​ເພີ່ມ​ຂຶ້ນ ແລະ ວິ​ວັດ​ການ​ສ້າງ​ໂຄ​ງ​ປະ​ກອບ​ລະ​ບອບ​ສະ​ໜອງ​ທົ່ວ​ໂລກ​ຄືນ​ໃໝ່​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້​ ອາດ​ຈະ​ກໍ່​ຜົນ​ກະ​ທົບ​ຕໍ່​ການ​ພົວ​ພັນ ສ.ເກົາຫຼີ - ຫວຽດ​ນາມ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.