ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ຕີ​ລາ​ຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ ຫວຽດ​ນາມ ໃນ​ຂົງ​ເຂດ​ກະ​ສິ​ກຳ

09:41 | 30/12/2022

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ວັນທີ 28 ທັນວາ ຢູ່ນະຄອນຫຼວງ ວຽງຈັນ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ.

ທະ​ນາ​ຄານ​ໂລກ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຫວຽດ​ນາມ ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ທະ​ນາ​ຄານ​ໂລກ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຫວຽດ​ນາມ ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເວ​ນາ​ຊູ​ເອ​ລາ ປະ​ຈຳ ຫວຽດ​ນາມ: ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຄົາ​ລົບ ທ່ານ​ພົນ​ເອກ ຫວໍຫ​ງວຽນ​ຢາບ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເວ​ນາ​ຊູ​ເອ​ລາ ປະ​ຈຳ ຫວຽດ​ນາມ: ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຄົາ​ລົບ ທ່ານ​ພົນ​ເອກ ຫວໍຫ​ງວຽນ​ຢາບ
ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ. ພາບ: TTXVN
ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ. ພາບ: TTXVN

ທີ່ການພົບປະ, ທ່ານລັດຖະມົນຕີ ເລມິງຮວານ ໄດ້ລາຍງານໃຫ້ທ່ານນາຍົກລັດຖະມົນຕີລາວ ຮັບຊາບກ່ຽວກັບໝາກຜົນການປະຊຸມ ປະຈຳປີ 2022 ລະຫວ່າງສອງກະຊວງ, ໝາກຜົນການຜັນຂະຫຍາຍໂຄງການຕ່າງໆຈາກແຫຼ່ງອຸປະຖຳຂອງລັດຖະບານຫວຽດນາມ ທີ່ສະຫງວນໃຫ້ລາວ; ທ່ານຢັ້ງຢືນວ່າ ບັນດາໂຄງການດັ່ງກ່າວໄດ້ນຳມາເຊິ່ງປະສິດທິຜົນຢ່າງແທດຈິງໃນການຮ່ວມມືລະຫວ່າງສອງປະເທດ.

ທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ໄດ້ສະແດງຄວາມຂອບໃຈຕໍ່ຫວຽດນາມ ທີ່ໄດ້ຊ່ວຍເຫຼືອລາວ ໃນການປະຕິຮູບດິນນາ, ກໍ່ສ້າງຊົນລະປະທານ ແລະ ເຕັກນິກໃນການປູກເຂົ້າໃຫ້ມີສະມັດຕະພາບສູງ; ທ່ານຫວັງວ່າ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈະສືບຕໍ່ໜູນຊ່ວຍ, ເພີ່ມທະວີການຮ່ວມມືດ້ານກະສິກຳປ່າໄມ້ໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖິງ.

ກ່ອນໜ້ານັ້ນ, ທີ່ກອງປະຊຸມປະຈຳປີ 2022 ທີ່ໄດ້ດຳເນີນໃນວັນທີ 27 ທັນວາ ຢູ່ນະຄອນຫຼວງວຽງຈັນ, ການນຳກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກັບກະຊວງກະສິກຳປ່າໄມ້ ລາວ ໄດ້ເຊັນເອກະສານຮ່ວມມືຫຼາຍສະບັບໃນຂົງເຂດກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດ.

ໄຊພອນ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.