ເພີ່ມທະວີການຮ່ວມມືສາມຝ່າຍກຳປູເຈຍ-ລາວ-ຫວຽດນາມ

17:14 | 16/12/2022

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງວັນການພົວພັນອາຊຽນ-ອີຢູ ຄົບຮອບ 45ປີ ທີ່ນະຄອນ Brussels ປະເທດແບນຊິກ, ຕອນເຊົ້າວັນທີ 14 ທັນວານີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ.

ການ​ສົ່ງ​ອອກ - ນຳ​ເຂົ້າ​ໃນ​ປີ 2022 ມຸ່ງ​ໄປ​ເຖິງເປົ້າ​ໝາຍ 700 ຕື້ USD ການ​ສົ່ງ​ອອກ - ນຳ​ເຂົ້າ​ໃນ​ປີ 2022 ມຸ່ງ​ໄປ​ເຖິງເປົ້າ​ໝາຍ 700 ຕື້ USD
ຫວຽດນາມ ແລະ ອິນໂດເນເຊຍ ຍູ້ແຮງການຮ່ວມມືລັດຖະສະພາ ຫວຽດນາມ ແລະ ອິນໂດເນເຊຍ ຍູ້ແຮງການຮ່ວມມືລັດຖະສະພາ
ເພີ່ມທະວີການຮ່ວມມືສາມຝ່າຍກຳປູເຈຍ-ລາວ-ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ. ພາບ: TTXVN

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ແລະ ທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ ໄດ້ເຫັນດີເປັນເອກະສັນກັນຊຸກຍູ້ການຮ່ວມມືກໍ່ສ້າງພື້ນຖານເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ; ເພີ່ມທະວີການເຊື່ອມຈອດກັນຢ່າງມີປະສິດທິຜົນຂອງ 3 ພື້ນຖານເສດຖະກິດ, ຖືນີ້ແມ່ນບັນດາບຸລິມະສິດຍຸດທະສາດຂອງ 3 ປະເທດໃນໄລຍະຈະມາເຖິງ. ນາຍົກລັດຖະມົນຕີ 3 ທ່ານເຫັນດີສືບຕໍ່ຮັກສາການພົບປະສອງຝ່າຍ ແລະ ສາມຝ່າຍເປັນປົກກະຕິ, ໃນນັ້ນມີການສົມທົບກັນຈັດຕັ້ງກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 12 (ຢູ່ກຳປູເຈຍ) ແລະ ເລັ່ງລັດຜັນຂະຫຍາຍແຜນການເຄື່ອນໄຫວເຊື່ອມຕໍ່ 3 ພື້ນຖານເສດຖະກິດ CLV ໃນປີ 2030.

ບັນດາການນຳໄດ້ ສະເໜີຂອງນາຍົກລັດຖະມົນຕີກຳປູເຈຍ ກັບມາໄວ ຈະຈັດຕັ້ງກອງປະຊຸມລັດຖະມົນຕີທ່ອງທ່ຽວຂອງ 3 ປະເທດຢູ່ກຳປູເຈຍ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ 3 ປະເທດ, ພິເສດແມ່ນການພັດທະນາຮູບແບບການທ່ອງທ່ຽວ “ໜຶ່ງດຽວ, ສາມຈຸດໝາຍ”. ບັນດາການນຳໄດ້ຢືນຢັນ ຄວາມສຳຄັນຂອງການເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມສາມັກຄີລະຫວ່າງລຸ້ນໜຸ່ມ; ເຫັນດີເປັນເອກະພາບ ຊຸກຍູ້ການແລກປ່ຽນ ແລະ ບຳລຸງສ້າງຊາວໜຸ່ມ, ການນຳຊາວໜຸ່ມ ເພື່ອເພີ່ມພູນຄູນສ້າງອະນາຄົດຂອງການພົວພັນ 3 ປະເທດ.

ໂດຍປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນ, ການນຳ 3 ປະເທດຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ, ປະກອບສ່ວນຮັກສາ ແລະ ປັບປຸງຄວາມສາມັກຄີ, ເປັນເອກະພາບ ແລະ ບົດບາດເປັນໃຈກາງຂອງ ອາຊຽນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ຕີລາຄາສູງການປະກອບສ່ວນຂອງລາວໃນບົດບາດເປັນຜູ້ປະສານງານການພົວພັນອາຊຽນ - ອົດສະຕາລີ, ຢືນຢັນວ່າ ຫວຽດນາມ ຈະສະໜັບສະໜູນ ແລະ ໜູນຊ່ວຍ ລາວ ປະຕິບັດໜ້າທີ່ປະທານອາຊຽນ ໃນປີ 2024 ໃຫ້ສຳເລັດຜົນ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.