ພິທີມອບລາງວັນ ໃຫ້ຂອງທີ່ລະນຶກເລົ່າເລື່ອງ: ຄວາມຮູ້ສຶກຕື້ນຕັນໃຈຂອງນ້ຳໃຈມິດຕະພາບ ຫວຽດນາມ - ລາວ

07:59 | 18/12/2022

ໃນ​ຊຸມ​ວັນ​ລະ​ດູ​ໜາວ​ຢູ່​ຮ່າ​ໂນ້ຍ, ບັນ​ດາ​ເພື່ອນ​ມິດ​ລາວ ແລະ ຫວຽດ​ນາມ ໄດ້​ພົບ​ປະ​ກັນ​ໃນ​ພິ​ທີ​ມອບ​ລາງວັນ ໃຫ້ຂອງທີ່​ລະ​ນຶ​ກ​ເລົ່າ​ເລື່ອງ ໃນ​ວັນ​ທີ 13 ທັນ​ວາ. ນະ​ທີ່​ນີ້, ບັນ​ດາ​ເລື່ອງ​ລາວ​ທີ່​ຕື້ນ​ຕັນ​ໃຈ ຂອງ​ເຂົາ​ເຈົ້າ ໃນ​ອະ​ດີດ​ໄດ້ເຊື່ອມຕໍ່ເຖິງ​ປັດ​ຈຸ​ບັນ ແລະ ໄດ້ຈຸດປະກາຍແຈ້ງ, ມີຄວາມອົບອຸ່ນກວ່າອີກ ຍ້ອນບັນດາຄວາມດີໃຈ ແລະ ຮອຍຍິ້ມ.

ເພີ່ມທະວີການຮ່ວມມືສາມຝ່າຍກຳປູເຈຍ-ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືສາມຝ່າຍກຳປູເຈຍ-ລາວ-ຫວຽດນາມ
ແຂວງກວາງນາມ ຮັບ ແລະ ບຳລຸງພາສາຫວຽດ ໃຫ້ນັກສຶກສາແຂວງ ເຊກອງ, ລາວ 43 ຄົນ ແຂວງກວາງນາມ ຮັບ ແລະ ບຳລຸງພາສາຫວຽດ ໃຫ້ນັກສຶກສາແຂວງ ເຊກອງ, ລາວ 43 ຄົນ

ພິທີມອບລາງວັນໃນບັນແຂ່ງຂັນ "ຂອງທີ່ລະນຶກເລົ່າເລື່ອງ" ໂດຍແມ່ນວາລະສານຍຸກສະໄໝ(ຂອງອົງການສະຫະພັນບັນດາການຈັດຕັ້ງມິດຕະພາບຂອງຫວຽດນາມ) ຮ່ວມກັບສະຖານທູດສາທາລະນະລັດປະຊາທິປະໄຕປະຊາຊົນລາວຢູ່ຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ-ລາວ-ຫວຽດນາມ ຈັດຂຶ້ນໃນວັນທີ 13/12/2022 ທີ່ຮ່າໂນ້ຍ. ຄະນະຈັດການແຂ່ງຂັນໄດ້ມອບລາງວັນທີໜຶ່ງ 2 ລາງວັນ, ລາງວັນທີສອງ 4 ລາງວັນ, ລາງວັນທີສາມ 7 ລາງວັນ, ລາງວັນຊົມເຊີຍ 10 ລາງວັນ ແລະ ລາງວັນປະທັບໃຈ 5 ລາງວັນ.

ຜ່ານການແຂ່ງຂັນ ທ່ານຄຳແກ້ວ ວົງພິລາ ອະດີດຫົວໜ້າພະແນກການຕ່າງປະເທດ ແຂວງວຽງຈັນ(ລາວ) ຊຶ່ງເປັນຜູ້ທີ່ເຄີຍໄດ້ຮັບຫຼຽນກາມິດຕະພາບຈາກລັດຖະບາຍຫວຽດນາມ ອັນເນື່ອງຈາກມີຜົນງານໂດດເດັ່ນໃນການເພີ່ມພູນຄູນສ້າງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດລະຫວ່າງສອງປະເທດຫວຽດນາມ-ລາວ. ທ່ານ ຄຳແກ້ງ ໄດ້ພົບພໍ້ກັບພໍ່ແມ່ລ້ຽງຫວຽດນາມຂອງຕົນ, ນັ້ນຄືພໍ່ເຖົ້າ ເຈິນວັນ ຕຸກ ແລະ ແມ່ເຖົ້າ ເຢືອງຖິ ມາຍ(ຢູ່ທີ່ ຕາແສງດາວຊ້າ, ເມືອງແທັງຖຸຍ ແຂວງຟູ່ເຖາະ ສສ ຫວຽດນາມ)

ນ້ອງ ຊາຢ່າງ ເກີດເມື່ອປີ 2008 ຢູ່ທີ່ແຂວງຊຽງຂວາງ (ລາວ) ຊຶ່ງເປັນຄົນປ່ວຍໂຣກມະເຮັງ ໄດ້ໄປປິ່ນປົວຢູ່ໂຮງໝໍຂອງຫວຽດນາມ. ນ້ອງໄດ້ຮັບແຮງບັນດານໃຈຈາກຊາວຫວຽດນາມຫຼາຍໆຄົນ, ບາງຄົນກໍໃຫ້ການຊ່ວຍເຫຼືອເປັນເງິນ, ບາງຄົນກໍໃຫ້ການຊ່ວຍເຫຼືອເປັນສິ່ງວັດຖຸທີ່ຈຳເປັນ...ພາຍຫຼັງ 5 ປີ, ຍ້ອນມີຂະບວນການແຂ່ງຂັນ "ຂອງທີ່ລະນຶກເລົ່າເລື່ອງ" ຄອບຄົວຂອງນ້ອງ ຊາຢາງ ໂດຍຜ່ານສາມະຄົມຊາວຫວຽດນາມແຂວງຊຽງຂວາງ ຈຶ່ງມີໂອກາດໄດ້ກັບໄປຫວຽດນາມອີກຄັ້ງ. ປັດຈຸບັນນ້ອງມີສຸຂະພາບທີ່ດີ ແລະ ກຳລັງທີ່ຈະໄດ້ພົບພໍ້ກັບຊາວຫວຽດນາມຜູ້ທີ່ໃຫ້ການອຸປະຖຳຄໍ້າຊູນ້ອງໃນເມື່ອກ່ອນ.

ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວປະຈຳຢູ່ຫວຽດນາມ ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ຕີລາຄາສູງຕໍ່ຄວາມໝາຍຂອງຂະບວນການແຂ່ງຂັນ "ຂອງທີ່ລະນຶກເລົ່າເລື່ອງ" ໃນຄັ້ງນີ້, ເຖິງແມ່ນວ່າຂະບວນການດັ່ງກ່າວຈະໃຊ້ເວລາບໍ່ດົນປານໃດ ແຕ່ກໍສາມາດດຶງດູດເອົາຄວາມສົນໃຈຈາກຊັ້ນຄົນຕ່າງໆຂອງສອງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ ຊຶ່ງສະແດງໃຫ້ເຫັນມິດຈິດມິດໃຈອັນໜັກແໜ້ນ ເລິກເຊິ່ງຂອງສອງຊາດ. ທ່ານ ແສງເພັດ ກ່າວວ່າ: "ຈາກນະຄອນຫຼວງວຽງຈັນເຖິງຖານທີ່ໝັ້ນການປະຕິວັດແຂວງຫົວພັນ, ຈາກຜົ້ງສາລີແຂວງເໜືອສຸດລົງເຖິງບັນດາແຂວງພາກໃຕ້ຂອງລາວ, ຈາກນັກຮົບເກົ່າທີ່ເຄີຍຜ່ານສົງຄາມເຖິງຄົນລຸ່ນໃໝ່ ລ້ວນແຕ່ພ້ອມໃຈເຂົ້າຮ່ວມຂະບວນການດັ່ງກ່າງດ້ວຍຄວາມເຕັມໃຈ. ມີຫຼາຍບົດຂຽນໄດ້ທຸ່ມເທໃສ່ຢ່າງຫຼວງຫຼາຍ, ມີເນື້ອໃນອຸດົມສົມບູນ, ມີຫຼາຍຮູບແບບການຂຽນ, ມີຫຼາຍເລື່ອງທີ່ເຮັດໃຫ້ປະທັບໃຈ. ຂະບວນການແຂ່ງຂັນ "ຂອງທີ່ລະນຶກເລົາເລື່ອງ" ຄັ້ງນີ້ ໄດ້ປະກອບສ່ວນເພີ່ມພູນຄູນສ້າງ ອາລົມຈິດມິດຕະພາບຂອງປະຊາຊົນສອງຊາດຫວຽດນາມ-ລາວ".

ເອກອັກຄະລັດຖະທູດ ຫງວຽນເຟືອງ ງາ, ປະທານສາມະຄົມບັນດາການຈັດຕັ້ງມິດຕະພາບຂອງຫວຽດນາມກ່າວວ່າ: ຜົນສຳເລັດຂອງຂະບວນການ "ຂອງທີ່ລະນຶກເລົ່າເລື່ອງ" ໄດ້ປະກອບສ່ວນເຂົ້າປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ-ລາວ-ຫວຽດນາມ ປີ 2022 ຢ່າງມີຄວາມໝາຍ. ເມື່ອພວກເຮົາໄດ້ຍິນ ໄດ້ຟັງເລື່ອງບົດຂຽນຕ່າງໆໃນວັນນີ້ແລ້ວ ມັນຍິ່ງຮຽກຮ້ອງໃຫ້ພວກເຮົາບຸກໜ້າບືນຕົວກວ່າເກົ່າ ເພື່ອຖ່າຍທອດມູນເຊື້ອຄວາມສາມັກຄີ, ມິດຕະພາບໃຫ້ຄົນຮຸ່ນໃໝ່ ເພື່ອໃຫ້ເຂົາເຈົ້າສືບຕໍ່ຂຽນໜ້າປະຫວັດສາດໃໝ່ທີ່ສະຫງ່າງາມກ່ຽວກັບມິດຕະພາບຫວຽດນາມ-ລາວ.

ທ່າມ​ກາງ​ບັນ​ຍາ​ກາດ​ຕື້ນ​ຕັນ​ໃຈ​ຂອງ​ພິ​ທີ​ມອບ​ລາງວັນ, ນັກ​ຂ່າວ ເຈື​ອງ​ຮູ່ງ ໄດ້​ຖ່າຍ​ບັນ​ດາ​ພາບ​ກ່ຽວ​ກັບ​ຄວາມ​ປິ​ຕິ​ຊົມ​ຊື່ນ, ຮ້ອຍ​ຍຍິ້ມ​ຂອງ​ແຕ່​ລະ​ຄົນ…

ພິທີມອບລາງວັນ ໃຫ້ຂອງທີ່ລະນຶກເລົ່າເລື່ອງ: ຄວາມຮູ້ສຶກຕື້ນຕັນໃຈຂອງນ້ຳໃຈມິດຕະພາບ ຫວຽດນາມ - ລາວ
ທ່ານ ດັ່ງຮຸ່ງເກ໊ ຜູ້ຂຽນຜົນງານ “ໜ້າອັນລ້ຳຄ່າຂອງພໍ່ ແກ້ວ ມາລາອິນ” ທີ່ໄດ້ຮັບລາງວັນຊົມເຊີຍ - ໃນຊຸດທະຫານຖ່າຍຮູບກັບເພື່ອນມິດຂອງຕົນກ່ອນການດຳເນີນພິທີ.
ພິທີມອບລາງວັນ ໃຫ້ຂອງທີ່ລະນຶກເລົ່າເລື່ອງ: ຄວາມຮູ້ສຶກຕື້ນຕັນໃຈຂອງນ້ຳໃຈມິດຕະພາບ ຫວຽດນາມ - ລາວ
ບັນດາພະນັກງານ, ນັກສຶກສາໂຮງຮຽນມິດຕະພາບ T80 ສະແດງຜົນງານລາຍການ “ໄມຕີຈິດມິດຕະພາບ ຫວຽດນາມ - ລາວ”.
ພິທີມອບລາງວັນ ໃຫ້ຂອງທີ່ລະນຶກເລົ່າເລື່ອງ: ຄວາມຮູ້ສຶກຕື້ນຕັນໃຈຂອງນ້ຳໃຈມິດຕະພາບ ຫວຽດນາມ - ລາວ
ຜູ້ຂຽນ ໂຮ່ທິແຄ໊ງວີ, ພວມປະຕິບັດງານຢູ່ຫ້ອງເສນາທິການ, ຕຳຫຼວດແຂວງ ກອນຕຸມ ຂຶ້ນຮັບລາງວັນ ມີຜົນງານພິຖີພິຖັນທີ່ສຸດ.
ພິທີມອບລາງວັນ ໃຫ້ຂອງທີ່ລະນຶກເລົ່າເລື່ອງ: ຄວາມຮູ້ສຶກຕື້ນຕັນໃຈຂອງນ້ຳໃຈມິດຕະພາບ ຫວຽດນາມ - ລາວ
ທ່ານພັນເອກ ຫງວຽນດຶກແຮ້ງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງທ໊າຍບິ່ງ, ໄດ້ຮັບລາງວັນຊົມເຊີຍ.
ພິທີມອບລາງວັນ ໃຫ້ຂອງທີ່ລະນຶກເລົ່າເລື່ອງ: ຄວາມຮູ້ສຶກຕື້ນຕັນໃຈຂອງນ້ຳໃຈມິດຕະພາບ ຫວຽດນາມ - ລາວ
ນັກຮ້ອງ, ນັກດົນຕີ ບຸຍຕວັນງອກ, ເຮັດວຽກຢູ່ໂຮງລະຄອນກອງທັບ ສະແດງຄວາມປະຕິຊົມຊື່ນເມື່ອໄດ້ຮັບລາງວັນທີສາມດ້ວຍຜົນງານ “ການເດີນທາງຂອງໄວໜຸ່ມ ແລະ ບົດເພງສາວວຽງຈັນ”.
ພິທີມອບລາງວັນ ໃຫ້ຂອງທີ່ລະນຶກເລົ່າເລື່ອງ: ຄວາມຮູ້ສຶກຕື້ນຕັນໃຈຂອງນ້ຳໃຈມິດຕະພາບ ຫວຽດນາມ - ລາວ
ລຸງ ດັ່ງວັນຕຽນ ອະດີດນັກຊ່ຽວຊານການທະຫານ ຫວຽດນາມ ຢູ່ລາວ ໄດ້ສະແດງຄວາມປະຕິຊົມຊື່ນເມື່ອໄດ້ຮັບລາງວັນທີ 2 ດ້ວຍຜົນງານ “ມີດຊຸຍ - ເພື່ອນຂອງນັກຮົບ ຫວຽດນາມ ໃນການຕໍ່ສູ້”.
ພິທີມອບລາງວັນ ໃຫ້ຂອງທີ່ລະນຶກເລົ່າເລື່ອງ: ຄວາມຮູ້ສຶກຕື້ນຕັນໃຈຂອງນ້ຳໃຈມິດຕະພາບ ຫວຽດນາມ - ລາວ
ທ່ານ ເຈິ່ນວັນທັ້ງ, ລູກຊາຍຂອງພໍ່ຕູ້ ເຈິ່ນວັນຕຸກ (ອາຍຸ 91 ປີ, ຢູ່ຕາແສງ ດ່າຊາ, ເມືອງແທັງຖຸຍ, ແຂວງຝຸເທາະ) ແບ່ງປັນການພົບປະຢູ່ພິທີ. ດ້ວຍຜົນງານ “ຜົນແຫ່ງຄວາມຮັກໃນຄອບຄົວ”, ຄະນະຈັດຕັ້ງມອບລາງວັນທີ 2 ໃຫ້ພໍ່ຕູ້ເຈິ່ນວັນຕຸກ.
ພິທີມອບລາງວັນ ໃຫ້ຂອງທີ່ລະນຶກເລົ່າເລື່ອງ: ຄວາມຮູ້ສຶກຕື້ນຕັນໃຈຂອງນ້ຳໃຈມິດຕະພາບ ຫວຽດນາມ - ລາວ
ຈຸດເວລາຜູ້ຂຽນ 2 ຄົນຂຶ້ນຮັບລາງວັນທີໜຶ່ງ ແມ່ນລຸງ ຈ໊າງລາວລື (ເກີດປີ 1938, ຊົນເຜົ່າມົ້ງ, ຢູ່ຕາແສງ ພຽງຄວາຍ, ເມືອງອຽນເຈົາ, ແຂວງເຊີນລາ) ດ້ວຍຜົນງານ “ບັນດາວັດຖຸທີ່ລະນຶກເຖິງການນຳປະຕິວັດລາວ” ແລະ ທ່ານຄຳແກ້ວ ວົງພິລາ ອະດີດຫົວໜ້າພະແນກການຕ່າງປະເທດແຂວງ ວຽງຈັນ (ລາວ).
ພິທີມອບລາງວັນ ໃຫ້ຂອງທີ່ລະນຶກເລົ່າເລື່ອງ: ຄວາມຮູ້ສຶກຕື້ນຕັນໃຈຂອງນ້ຳໃຈມິດຕະພາບ ຫວຽດນາມ - ລາວ
ທ່ານພົນຈັດຕະວາ ໂຮ່ຊີເຮົ້າ, ອະດີດຫົວໜ້າກົມເສດຖະກິດ, ກະຊວງປ້ອງກັນປະເທດ ໄດ້ພົບປະກັບບັນດາເພື່ອນຮ່ວມກົມກອງ, ສະຫາຍ, ເພື່ອນມິດລາວ.
ພິທີມອບລາງວັນ ໃຫ້ຂອງທີ່ລະນຶກເລົ່າເລື່ອງ: ຄວາມຮູ້ສຶກຕື້ນຕັນໃຈຂອງນ້ຳໃຈມິດຕະພາບ ຫວຽດນາມ - ລາວ
ທ່ານຮ້ອຍເອກ ໂງມິງເຈື່ອງ, ທະຫານປ້ອງກັນຊາຍແດນ ລາໄລ (ເມືອງດັກກຣົງ, ແຂວງກວາງຈິ) ໄດ້ພາລູກຮັກຂອງກົມກອງຕົນ ເຊິ່ງແມ່ນຫຼານໂຮ່ທິງິນ (ອາຍຸ 16 ປີ, ຢູ່ບ້ານ ລາໄລ ອາຊ້ອຍ, ລາວ) ພ້ອມກັບຜູ້ເປັນພໍ່ ມາຮ່າໂນ້ຍ ເພື່ອຮັບລາງວັນທີ 2 ດ້ວຍຜົນງານ ລົດຖີບຂອງພໍ່ຮັກທະຫານປ້ອງກັນຊາຍແດນ.
ພິທີມອບລາງວັນ ໃຫ້ຂອງທີ່ລະນຶກເລົ່າເລື່ອງ: ຄວາມຮູ້ສຶກຕື້ນຕັນໃຈຂອງນ້ຳໃຈມິດຕະພາບ ຫວຽດນາມ - ລາວ
ນ້ອງໂຮ່ທິງິນ - ໄດ້ຮັບລາງວັນ “ຜູ້ມີອາຍຸນ້ອຍທີ່ສຸດທີ່ເຂົ້າຮ່ວມງານປະກວດ”
ພິທີມອບລາງວັນ ໃຫ້ຂອງທີ່ລະນຶກເລົ່າເລື່ອງ: ຄວາມຮູ້ສຶກຕື້ນຕັນໃຈຂອງນ້ຳໃຈມິດຕະພາບ ຫວຽດນາມ - ລາວ
ທ່ານພັນເອກ ເຈິ່ນຟອງ ອະດີດນັກຮົບທະຫານອາສາສະໜັກແນວໂຮມ ຊຽງຂວາງ ແລະ ພັນເອກ ຈຽວຮົ່ງຈຽນ, ອະດີດທະຫານອາສາສະໝັກແນວໂຮມ 31 ລາວເໜືອ, ທ່ານພັນໂທ ຕຳຫຼວດ ຮົ່ງຮວາ ມອບປື້ມກ່ຽວກັບທະຫານອາສາສະໝັກ ຫວຽດນາມ ຢູ່ ລາວໃຫ້ແກ່ຜົວເມຍ ທ່ານ Martin (ອົດສະຕາລີ), ນັກຄົ້ນຄ້ວາກ່ຽວກັບປະຫວັດສາດການປະຕິວັດລາວ ແລະ ທ່ານນາງ ແສງດາວອນ ບັງອອນແສງເດດ (ລາວ) ເມຍຂອງເພິ່ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.