ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ນະ​ຄອນ​ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງ ພະ​ນົມ​ເປັນ

14:00 | 20/12/2022

ໂດ​ຍ​ສື​ບ​ຕໍ່​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ, ວັນ​ທີ 17 ທັນ​ວາ, ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ​ນະ​ຄອນ​ໂຮ່​ຈີ​ມິນ ໂດຍ​ສະ​ຫາຍ ຫງວຽນ​ວັນ​ເນັນ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທ​ລະ​ດັບ​ກັບ​ເຈົ້າຄອງ​ນະ​ຄອນຫຼວງ ພະ​ນົມ​ເປັນ Khuong Sreng.

ແງ່​ຫວັງພົ້ນເດັ່ນ​ໃນ​ການ​ຮ່ວມ​ມື​ດ້ານ​ທ່ອງ​ທ່ຽວ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ ແງ່​ຫວັງພົ້ນເດັ່ນ​ໃນ​ການ​ຮ່ວມ​ມື​ດ້ານ​ທ່ອງ​ທ່ຽວ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ
ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ລ​ະ​ຫວ່າງ​ແຂວງ ເງະ​ອານ ແລະ ສິງ​ກະ​ໂປ ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ລ​ະ​ຫວ່າງ​ແຂວງ ເງະ​ອານ ແລະ ສິງ​ກະ​ໂປ
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ນະ​ຄອນ​ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງ ພະ​ນົມ​ເປັນ
ທ່ານ ຫງວຽນ​ວັນ​ເນັນ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ ​ໂອ້​ລົມ​ທາງ​ໂທ​ລະ​ດັບ​ກັບ​ເຈົ້າຄອງ​ນະ​ຄອນຫຼວງ ພະ​ນົມ​ເປັນ Khuong Sreng

ໃນ​ການ​ໂອ້​ລົມ​ສົນ​ທະ​ນາ, ການ​ນຳ​ນະ​ຄອນຫຼວງ​ພະ​ນົມ​ເປັນ ແລະ ນະ​ຄອນ​ໂຮ່​ຈີ​ມິນ​ໄດ້​ຫວນ​ຄືນ​ມູນ​ເຊື້ອ​ປະ​ຫວັດ​ສາດ, ນ້ຳ​ໃຈ​ສາ​ມັກ​ຄີ​ສະ​ໜິດ​ຕິດ​ແທດ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນຂອງ​ສອງ​ປະ​ເທດ, ສອງ​ຊາດ​ເພື່ອ​ມີໄດ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການພັດ​ທະ​ນາ​ຄື​ໃນ​ປັດ​ຈຸ​ບັນ.

ການ​ນຳ​ສອງ​ຝ່າຍ​ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ ສອງ​ນະ​ຄອນຈະ​ສື​ບ​ຕໍ່​ເພີ່ມ​ທະ​ວີ​ການ​ປັບ​ປຸງ, ຮັດ​ແໜ້ານການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ​ນະ​ຄອນຫຼວງ​ພະ​ນົມ​ເປັນ ແລະ ນະ​ຄອນ​ໂຮ່​ຈີ​ມິນ. ຜ່ານ​ນັ້ນ, ກໍຢັ້ງ​ຢືນ​ນ້ຳ​ໃຈ ແລະ ຄວາມ​ຕັດ​ສິນ​ໃຈ​ໃນ​ການ​ຮັດ​ແໜ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ ກຳ​ປູ​ເຈຍ ​ໃຫ້ຫຼາຍ​ກ່​ວາ​ອີກ, ພິ​ເສດ​ແມ່ນ​ກັບ​ນະ​ຄອນຫຼວງ​ພະ​ນົມ​ເປັນ.

ໃນ​ນັ້ນ ​ທ່ານ Khuong Sreng ເຊື່ອ​ໝັ້ນ​ວ່າ ຜ່ານ​ການ​ໂອ້​ລົມ​ສົນ​ທະ​ນາ​ຄັ້ງ​ນີ້​ ຈະ​ປະ​ກອບ​ສ່ວນ​ຍົກ​ສູງ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນສອງ​ນະ​ຄອນ. ນີ້​ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໂຄ​ສະ​ນາ​ເຜີຍ​ແຜ່, ສຶກ​ສາ​ໃຫ້​ຄົນ​ລຸ້ນຫຼັງ ເພື່ອ​ຊອກ​ຮູ້​ລະ​ອຽດ​ກ່​ວາ​ກ່ຽວ​ກັບ​ມູນ​ເຊື້ອ​ທີ່ສະ​ໜິດ​ຕິດ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ຊາດ, ສອງ​ປະ​ເທດ. ສຳ​ລັບ​ບັນ​ຫາ​ນີ້, ທ່ານ ຫງວຽນ​ວັນ​ເນັນ ໄດ້​ເຫັນ​ດີ​ເປັ​ນ​ເອ​ກະ​ພາບ ແລະ ເນັ້ນ​ໜັກ​ເຖິງ​ການ​ເຕີບ​ໂຕ​ການ​ຮ່ວມ​ມື​ເພື່ອ​ສຶກ​ສາ​ມູນ​ເຊື້ອ​ຄົນ​ລຸ້ນ​ໜຸ່ມ​ສອງ​ປະ​ເທດ, ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ກ່​ວາ, ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ຫວັ​ດ​ສາດ, ຄຸນ​ຄ່າ​ຂອງ​ຊຸມ​ປີ​​ໃນ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ເພື່ອ​ສືບ​ຕໍ່​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ສອງ​ປະ​ເທດ, ສອງ​ທ້ອງ​ຖິ່ນ ເພື່ອ​ໃຫ້​ພັດ​ທະ​ນາ​ນັບ​ມື້​ນັບ​ດີ​ກ່​ວາ​ເກົ່າ.

ໃນ​ໂອ​ກາດ​ນີ້, ທ່ານ​ເຈົ້າ​ຄອງນະ​ຄອນຫຼວງພະ​ນົມ​ເປັນ ​ຫວັງ​ວ່າ ສອງ​ນະ​ຄອນ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແຮງ ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ, ພິ​ເສດ​ແມ່ນ​ເປີດກວ້າງ, ຍົກ​ຈຳ​ນວນ​ຕຽງ​ນອນ​ຢູ່​ໂຮງ​ໝໍ ເຈີ​ະ​ໄຣ - ພະ​ນົມ​ເປັນ ຫຼາຍ​ກ່​ວາ​ອີກ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການປິ່ນ​ປົວ​ພະ​ຍາດ, ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ​ກຳ​ປູ​ເຈຍ.

ໂດຍແລກ​ປ່ຽນ​ຄືນ​ໃໝ່, ສະ​ຫາຍ ຫງວຽນ​ວັນ​ເນັນ ແຈ້ງ​ໃຫ້​ຊາບ​ວ່າ ພາຍຫຼັງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ມາ​ເປັນ​ເວ​ລາ 8 ປີ, ໂຮງ​ໝໍ​ເຈີ​ະໄຣ ພະ​ນົມ​ເປັນ ​ນັບ​ມື້​ນັບ​ໄດ້​ນັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ປະ​ຊາຊົນ​ກຳ​ປູ​ເຈຍ ມາ​ກວດ​ປິ່ນ​ປົວ​ພະ​ຍາດ ນັບ​ມື້​ນັບ​ສູງ​ກ່​ວາ. ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ປະ​ຊາ​ຊົນ​ດີ​ກ່ວາ, ໂຮງ​ໝໍ​ຄວນ​ສືບ​ຕໍ່​ລົງທຶນ, ເປີດກວ້າງ​ຂອບ​ຂະ​ໜາດ​ການ​ພັດະ​ທ​ນາ, ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ, ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈີ​ມິນ ຫງວຽນ​ວັນ​ເນັນ ເຊື່ອ​ໝັ້ນ​ວ່າ ສອງ​ນະ​ຄອນຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ກ່ຽວ​ກັບ​ກົນ​ໄກ, ເງື່ອນ​ໄຂ​ເພື່​ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ບາດ​ກ້າວ​ຕໍ່​ໄປ​ຢ່າງ​ສະ​ດວກ​ໃນ​ນັ້ນ​ສຳ​ຄັນ​ທີ່​ສຸດ​ແມ່ນ​ບຳ​ລຸງ​ສ້າງ​ທ່າ​ນໝໍ, ພະ​ນັກ​ງານ​ການ​ແພດ ເພື່ອ​ຕອບ​ສະ​ໜອງ​ຄວ​າມ​ຕ້ອງ​ການ​ທີ່​ນັບ​ມື້​ນັບ​ສູງ​ຂຶ້ນ​ຂອງ​ປະ​ຊາ​ຊົນ.

ບຸນ​ຄົງ

302 Found

Found

The document has moved here.