ພິທີມອບລາງວັນໝາກຮຸກມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - Azerbaijan

18:25 | 26/12/2022

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ Azerbaijani ປະຈຳ ຫວຽດນາມ Shovgi Mehdizade ​ໃຫ້​ຮູ້​ວ່າ: ປີ 2022 ​ແມ່ນ​ປີ​ສຳຄັນ​ທີ່​ສອງ​ປະ​ເທດ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ມີ​ຫຼາຍ​ເຫດການ​ໄດ້​ຈັດ​ຂຶ້ນ​ໃນ​ໂອກາດ​ສຳຄັນ​ນີ້, ​ໃນ​ນັ້ນ​ແມ່ນ ການ​ແຂ່ງຂັນ​ໝາກ​ຮຸກ​ມິດຕະພາບ​ຈັດ​ຕັ້ງ​ໂດຍ​ສະຖານທູດ​ Azerbaijan ສົມທົບ​ກັບ​ສະຫະພັນ​ໝາກ​ຮຸກ​ Azerbaijan ​ແລະ ສະຫະພັນ​ໝາກ​ຮຸກ​ຫວຽດນາມ.

VUFO ແລະ ສະຖານທູດ Azerbaijan ພົບປະສັງສັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງ ການທູດລະຫວ່າງສອງປະເທດ VUFO ແລະ ສະຖານທູດ Azerbaijan ພົບປະສັງສັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງ ການທູດລະຫວ່າງສອງປະເທດ
ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຖານທູດ Azerbaijan ປະຈຳ ຫວຽດນາມ ໄດ້ຈັດຕັ້ງພິທີມອບລາງວັນໝາກຮຸກມິດຕະພາບ ເນື່ອງໃນໂອກາດສະເຫຼີມ ສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ Azerbaijan (1992 – 2022).

Lễ trao giải Cờ vua Hữu nghị nhân kỷ niệm 30 năm quan hệ ngoại giao Việt Nam - Azerbaijan

ພິທີມອບລາງວັນໝາກຮຸກມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - Azerbaijan. ພາບ: thoidai.com.vn

ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ, ທ່ານ​ເອກ​ອັກຄະ​ລັດຖະທູດ Azerbaijani ປະຈຳ ຫວຽດນາມ Shovgi Mehdizade ​ໃຫ້​ຮູ້​ວ່າ: ປີ 2022 ​ແມ່ນ​ປີ​ສຳຄັນ​ທີ່​ສອງ​ປະ​ເທດ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ມີ​ຫຼາຍ​ເຫດການ​ໄດ້​ຈັດ​ຂຶ້ນ​ໃນ​ໂອກາດ​ສຳຄັນ​ນີ້, ​ໃນ​ນັ້ນ​ແມ່ນ ການ​ແຂ່ງຂັນ​ໝາກ​ຮຸກ​ມິດຕະພາບ​ຈັດ​ຕັ້ງ​ໂດຍ​ສະຖານທູດ​ Azerbaijan ສົມທົບ​ກັບ​ສະຫະພັນ​ໝາກ​ຮຸກ​ Azerbaijan ​ແລະ ສະຫະພັນ​ໝາກ​ຮຸກ​ຫວຽດນາມ.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 4 ທັນວາ ກໍໄດ້ດໍາເນີນການ​ແຂ່ງ​ຂັນ​ໝາກ​ຮຸກ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ ແລະ Azerbaijan ທາງ​ອອນ​ລາຍ. ນັກກິລາຫວຽດນາມ ເກນອາຍຸ U12 ປີ ຫາ U16 ແຂ່ງຂັນແບບ hybrid, ແຂ່ງຂັນເປັນທີມ ແລະ ຊະນະລວມ 7 – 5 ຮອບ.

ທ່ານ​ເອກ​ອັກຄະ​ລັດຖະທູດ Shovgi Mehdizade ປາດ​ຖະໜາ​ວ່າ ສະຫະພັນ​ໝາກຮຸກ Azerbaijan ​ແລະ ສະຫະພັນ​ໝາກຮຸກ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ຈັດ​ຕັ້ງ​ບັນດາ​ການ​ພົບ​ປະ​ແລກປ່ຽນ​ຄະນະ, ກໍ່​ຄື​ການ​ແຂ່ງຂັນ​ມິດຕະພາບ​ເພື່ອ​ໃຫ້​ບັນດາ​ນັກ​ກິລາ​ໜຸ່ມ ​ໄດ້​ມີ​ໂອກາດໄປ​ຢ້ຽມຢາມ Azerbaijan ທີ່​ສວຍ​ງາມ.

ບູນມີ

Tags: Azerbaijan
ເຫດການ
302 Found

Found

The document has moved here.