ວັນທີ 14 ທັນວາ, ສະຖານທູດຫວຽດນາມ ປະຈໍາ ອິນເດຍ ໄດ້ສົມທົບກັບ ກະຊວງການຕ່າງປະເທດ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ສົມທົບກັບຫ້ອງການການຄ້າ ແລະອຸດສາຫະກໍາ PHD (PHDCCI) ອິນເດຍ ຈັດຕັ້ງເວທີປາໄສສົ່ງເສີມ “ການທ່ອງທ່ຽວຫວຽດນາມ ຢູ່ອິນເດຍ”. ນີ້ແມ່ນການເຄື່ອນໄຫວສຸດທ້າຍໃນລາຍການ “ວັນຫວຽດນາມ ຢູ່ ອິນເດຍ 2022” ແຕ່ວັນທີ 12-14 ທັນວາ.
ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຫວຽດນາມ ປະຈຳ ອິນເດຍ ຫງວຽນແທງຫາຍ ກ່າວຄຳເຫັນທີ່ເວທີປາໄສ. ພາບ: TTXVN
ກ່າວຄຳເຫັນທີ່ເວທີປາໄສ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຫວຽດນາມ ປະຈຳ ອິນເດຍ ຫງວຽນແທງຫາຍ ຖືວ່າ: ເວທີປາໄສນີ້ຖືກຈັດຕັ້ງເພື່ອແນໃສ່ໂຄສະນາເຜີຍແຜ່ຫວຽດນາມ ເປັນຈຸດໝາຍໃໝ່ຂອງແຂກທ່ອງທ່ຽວ ອິນເດຍ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດເຊື່ອມຕໍ່ວິສາຫະກິດ ແລະເພື່ອຂະແໜງການທ່ອງທ່ຽວຫວຽດນາມ ກໍາແໜ້ນຈິດໃຈນັກທ່ອງທ່ຽວອິນເດຍ ເພື່ອກະກຽມຢ່າງລອບຄອບຖີ່ຖ້ວນໃນການຕ້ອນຮັບນັກທ່ອງທ່ຽວອິນເດຍຫຼາຍຂຶ້ນໃນໄລຍະຈະມາເຖິງ.
ສ່ວນທ່ານ Sauraubh sanyal, ເລຂາທິການໃຫຍ່ PHDCCI ເນັ້ນໜັກເຖິງການພົວພັນອັນດີງາມ, ກົມກຽວລະຫວ່າງ ຫວຽດນາມ ແລະ ອິນເດຍ ໃນຫຼາຍສັດຕະວັດຜ່ານມາ, ພ້ອມກັນນັ້ນກໍຖືວ່າ ອິນເດຍ ແມ່ນຈຸດນັດພົບທາງຈິດໃຈທີ່ເປັນທີ່ນິຍົມຂອງຊາວ ຫວຽດນາມ. ທ່ານ Sauraubh sanyal ຢືນຢັນວ່າ PHDCCI ຈະໜູນຊ່ວຍສະຖານທູດຫວຽດນາມ ໃນການຈັດຕັ້ງຫຼາຍຂໍ້ລິເລີ່ມເພື່ອຊຸກຍູ້ການທ່ອງທ່ຽວລະຫວ່າງສອງ ປະເທດ.
ບູນມີ