ແທັງ​ຮ​ວາ: ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ ປະ​ກອບ​ສ່ວນ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ

07:55 | 18/12/2022

ພາຍ​ຫຼັງ​ໄດ້​ຮັບ​ການ​ຈັດ​ຕັ້ງ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ​ ໄດ້ມີ​ການ​ເຄື່ອນ​ໄຫວ​ດ້ວຍ​ເປົ້າ​ໝາຍ ແລ​ະ ໜ້າ​ທີ່​ແມ່ນ​ໂຄ​ສະ​ນາ, ຂົນ​ຂວາຍ, ເຊື່ອມ​ຕໍ່​ການ​ພົວ​ພັນ​ຊ່ວຍ​ປະ​ຊາ​ຊົນ​ແຂວງ ແທງ​ຮ​ວາ ແລະ ປະ​ຊາ​ຊົນ​ຍີ່​ປຸ່ນ ຊອກ​ຮູ້​ກ່ຽວ​ກັບ​ມູນ​ເຊື້ອ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ຮີດ​ຄອງ​ປະ​ເພ​ນີ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ດ້ານ​ເສດ​ຖະ​ກິດ ສັງ​ຄົມ, ວິ​ທະ​ຍາ​ສາດ - ເຕັກ​ນິກ ຂອງ​ແຕ່​ລະ​ປະ​ເທດ. ຜ່ານ​ນັ້ນກໍ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.

ຫວຽດ​ນາມ-ອ​​ົດ​ສະ​ຕາ​ລີ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດຊາວ​ເຜົ່າ​ສ່ວນ​ນ້ອຍ ແລະ ທ້ອງ​ຖິ່ນ ຫວຽດ​ນາມ-ອ​​ົດ​ສະ​ຕາ​ລີ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດຊາວ​ເຜົ່າ​ສ່ວນ​ນ້ອຍ ແລະ ທ້ອງ​ຖິ່ນ
ເພີ່ມພູນຄູນສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມ - ບຸນ​ກາ​ຣີ ເພີ່ມພູນຄູນສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມ - ບຸນ​ກາ​ຣີ
ແທັງ​ຮ​ວາ: ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ ປະ​ກອບ​ສ່ວນ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ
ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 2 ຂອງສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ ​ແຂວງ​ແທັງ​ຮ​ວາ (ພາບ: thanhhoa.gov.vn)

ວັນ​ທີ 26 ກຸມ​ພາ ປີ 1993, ຄ​ະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ໄດ້​ປະ​ກາດກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ ​ແຂວງ​ແທັງ​ຮ​ວາ. ມາ​ຮອດ​ປັດ​ຈຸ​ບັນ, ສະ​ມາ​ຄົມ​ແມ່ນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ​ແທັງ​ຮ​ວາ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ກາ​ນ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ​ລະ​ຫວ່າງ​ປະ​ຊາ​ຊົນ​ແຂວງ​ແທັງ​ຮ​ວາ ແລະ ປະ​ຊາ​ຊົນ​ຍີ່​ປຸ່ນ.

ພາຍ​ຫຼັງ​ໄດ້​ຮັບ​ການ​ຈັດ​ຕັ້ງ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ​ ໄດ້ມີ​ການ​ເຄື່ອນ​ໄຫວ​ດ້ວຍ​ເປົ້າ​ໝາຍ ແລ​ະ ໜ້າ​ທີ່​ແມ່ນ​ໂຄ​ສະ​ນາ, ຂົນ​ຂວາຍ, ເຊື່ອມ​ຕໍ່​ການ​ພົວ​ພັນ​ຊ່ວຍ​ປະ​ຊາ​ຊົນ​ແຂວງ ແທງ​ຮ​ວາ ແລະ ປະ​ຊາ​ຊົນ​ຍີ່​ປຸ່ນ ຊອກ​ຮູ້​ກ່ຽວ​ກັບ​ມູນ​ເຊື້ອ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ຮີດ​ຄອງ​ປະ​ເພ​ນີ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ດ້ານ​ເສດ​ຖະ​ກິດ ສັງ​ຄົມ, ວິ​ທະ​ຍາ​ສາດ - ເຕັກ​ນິກ ຂອງ​ແຕ່​ລະ​ປະ​ເທດ. ຜ່ານ​ນັ້ນກໍ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.

ໃນ​ວິ​ວັດ​ການ​ເຄື່ອນ​ໄຫວ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ ​ແຂວງ​ແທັງ​ຮວາ ​ໄດ້​ມີ​ປະ​ກອບ​ສ່ວນ​ສຳ​ຄັນຫຼາຍ​ຢ່າງ, ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ແທັງ​ຮວາ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຍີ່​ປຸ່ນ. ພິ​ເສດ, ໃນ​ໄລ​ຍະ​ຕົ້ນ​ການ​ສ້າງ​ຕັ້ງ, ສະ​ມາ​ຄົມ​ໄດ້​ຕັ້ງ​ໜ້າ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງ​ທຶນ, ຮຽກ​ຮ້ອງ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ຍີ່​ປຸ່ນ ເຂົ້າ​ຮ່ວມ​​ທຸ​ລະ​ກິດ, ເຊື່ອມ​ຕໍ່, ຜະ​ລິດ​ຢູ່​ແທັງ​ຮ​ວາ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ແຂວງ.

ມາ​ຮອດ​ປັດ​ຈຸ​ບັນ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ ແຂວງ​ແທັງ​ຮ​ວາ ​ສືບ​ຕໍ່​ບູ​ລະ​ນະ​ທົ່ວ​ກົງ​ຈັກ, ເພີ່ມ​ເຕີມ​ບັນ​ດາ​ພະ​ນັກ​ງານ​ການ​ນຳ, ສະ​ມາ​ຊິກ​ທີ່​ສຸດ​ຈິດ​ສຸດ​ໃຈ, ມີ​ລະ​ດັບ​ຄວາມ​ຮູ້, ມີ​ຄວາມ​ສາ​ມາດ, ມີ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ຮ່ວ​ມ​ມື ແລະ ນ້ຳ​ໃຈ​ຮັກ​ແພງ​ປະ​ເທດ​ຊາດ ແລະ ຊາວຍີ່​ປຸ່ນ.

ບົນ​ພື້ນ​ຖານ​ສືບ​ທອດ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ໃນ​ໄລ​ຍະ 2022 – 2027, ຕິດ​ແທດ​ກັບ​ບັນ​ດາ​ໂຄງ​ການ, ແຜນ​ການ​ຂອງ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ແຂວງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ກ່ຽວ​ກັບ​ວຽກ​ງານ​ການ​ທູດ, ສືບ​ຕໍ່​ເພີ່​ມ​ທະ​ວີ​ການ​ປັບ​ປຸງ, ພັດ​ທະ​ນາ​ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຄົມ, ປ່ຽ​ນ​ແປງ​ໃໝ່​ເນື້ອ​ໃນ, ວິ​ທີ​ການ, ຮູບ​ແບບ​ການ​ເຄຶ່ອນ​ໄຫວ​, ຕັ້ງ​ໜ້າ​ໂຄ​ສະ​ນາ​ແນວ​ທາງ, ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ລັດ ແລະ ຂອງ​ແຂວງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົ​ມ, ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ, ເປັນ​ຕົ້ນ​ແມ່ນ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ​ລະ​ຫວ່າງ​ແຂວງ​ແທັງ​ຮວາ ແລະ ​ບັນ​ດາ​ຄູ່​ຮ່ວມ​ມື​ຍີ່​ປຸ່ນ, ຍູ້​ແຮງວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ຕາມ​ທິດ​​ມີ​ປະ​ສິດ​ທິ​ຜົນ​ ແລະ ແທດ​ຈິງ.

ນ​ອກ​ຈາກ​ນັ້ນ, ກໍສືບ​ຕໍ່​ຄົ້ນ​ຄ້​ວາ​ປ່​ຽນ​ແປງ​ໃໝ່​ທັງ​ເນື້ອ​ໃນ ແລະ ຮູບ​ແບບ​ການ​ເຄື່ອນ​ໄຫວໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ການ​ໃໝ່ຕາມ​ທິດ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ, ມີ​ວິ​ທີ​ການ​ແກ້​ໄຂ​ຢ່າງ​ລະ​ອຽດ, ແທດ​ຈິງ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ໃຫ້​ແກ່​ວຽກ​ງານ​ພັດ​ທະ​ນາ​ສະ​ມາ​ຊິກ​ຢ່າງ​ແຮງ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ສະ​ມາ​ຄົມກໍເປັນ​​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ທ້ອງ​ຖິ່ນ ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ອື່ືນໆ, ບັນດາສະມາຄົມພໍ່​ແມ່​ປະ​ຊາ​ຊົນ ​ແທັງ​ຮ​ວາ​ ທີ່​ດຳ​ລົງ​ຊີ​ວິດ​ຢູ່​ຍີ່​ປຸ່ນ, ຮຽກ​ຮ້ອງ​ພໍ່​ແມ່​ປະ​ຊາ​ຊົນ​ກັບ​ເມືອ​​ສ້າງສາ​ບ້ານ​ເກີດ​ເມືອງນອນ​ປະ​ເທດ​ຊາດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.