ການ​ປະ​ກວດ "ໃຫ້ຂອງລະນຶກເລົ່າເລື່ອງ" ໄດ້​ດຶງ​ດູດ​ບົດຂຽນສົ່ງເຂົ້າຮ່ວມການ ປະກວດ ກວ່າ 6.200 ບົດ

16:20 | 14/12/2022

ຍສໝ - ນັບແຕ່ເມື່ອປຸກລະດົມຮອດວັນທີ 15 ກັນຍາ 2022 (ວັນປິດຮັບບົດສົ່ງເຂົ້າປະກວດ), ຄະນະຈັດຕັ້ງໄດ້ຮັບ 6.215 ບົດ, ດ້ວຍການເຂົ້າຮ່ວມຂອງ 48 ຫົວໜ່ວຍ, ຫຼາຍສິບທ້ອງຖິ່ນ ແລະ ຜູ້ຂຽນນັບພັນຄົນຢູ່ ຫວຽດນາມ ແລະ ລາວ.

ຄ້າຍລະດູແລ້ງຫວຽດນາມ 2022: ເຜີຍ​ແຜ່​ຄວາມ​ຮັກ​ແພງພາສາ​ຫວຽດ​ນາມ ຜ່ານ​ການ​ປະ​ກວດ​ເລົ່າ​ນິ​ທານ ຄ້າຍລະດູແລ້ງຫວຽດນາມ 2022: ເຜີຍ​ແຜ່​ຄວາມ​ຮັກ​ແພງພາສາ​ຫວຽດ​ນາມ ຜ່ານ​ການ​ປະ​ກວດ​ເລົ່າ​ນິ​ທານ
ເຂົ້າ​​ປະກວດ ຫວຽດ​ນາມ ນຳ​ໜ້າ Top 5 ກ່ອນ​ການ​ຈັດ​ຕັ້ງ​ນາງ​ງາມ​ສັນ​ຕິ​ພາບໂລກ ປີ 2021 ເຂົ້າ​​ປະກວດ ຫວຽດ​ນາມ ນຳ​ໜ້າ Top 5 ກ່ອນ​ການ​ຈັດ​ຕັ້ງ​ນາງ​ງາມ​ສັນ​ຕິ​ພາບໂລກ ປີ 2021

ຕອນ​ເຊົ້າ​ວັນ​ທີ 13 ທັນວາ, ຢູ່​ຮ່າ​ໂນ້ຍ, ວາລະສານຍຸກສະໄໝ (ອົງການ​ຂອງ ສະຫະ​ພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ) ​ໄດ້​ສົມທົບ​ກັບ​ສະຖານທູດ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ປະຈຳ ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ, ສະມາຄົມ​ມິດຕະພາບ ລາວ - ຫວຽດນາມ ​ໄດ້​ຈັດ​ພິທີມອບລາງວັນການປະກວດ "ໃຫ້ຂອງລະນຶກເລົ່າເລື່ອງ".

​ເຂົ້າ​ຮ່ວມ​ພິທີ​ມອບ​ລາງວັນ​ມີ​ຜູ້ຕາງໜ້າ​ການ​ນຳຄະນະ, ກະຊວງ, ຂະແໜງ ການ, ອົງການ​ສູນ​ກາງ, ສະຖານທູດ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ປະຈຳ ຫວຽດນາມ, ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ຫວຽດນາມ - ລາວ, ສູນ​ກາງ ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ ​ແລະ ທ້ອງ​ຖິ່ນ, ສະມາຄົມມິດຕະພາບລາວ - ຫວຽດນາມ, ວາລະສານ ຍຸກສະໄໝ; ພິເສດແມ່ນຜູ້ຂຽນ, ຜູ້ຮ່ວມເດີນທາງພ້ອມກັບ ການປະກວດທີ່ເປັນຄົນລາວ, ນັກສຶກສາລາວ ທີ່ດໍາລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມ…

Trao giải Cuộc thi “Kỷ vật kể chuyện”

ການ​ປະ​ກວດ "ໃຫ້ຂອງລະນຶກເລົ່າເລື່ອງ" ໄດ້ເລີ່ມ​ປຸກລະດົມໃນ​ວັນ​ທີ 9 ພຶດ​ສະ​ພາ 2022. ພາບ: thoidai.com.vn

ການ​ປະ​ກວດ "ໃຫ້ຂອງລະນຶກເລົ່າເລື່ອງ" ແມ່ນການເຄື່ອນໄຫວໃນລາຍການ ສື່ສານພິເສດ ເພື່ອສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງການທູດ (5/9/1962 – 5/9/2022) ​ແລະ 45 ປີ​ແຫ່ງ​ວັນ​ເຊັນສົນທິສັນຍາມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ລາວ ​(18/7/1977 - 18/7/2022) ​ແລະ ປີ​ສາມັກຄີມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ 2022 ຂອງ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ - ລາວ. ການ​ປະ​ກວດແມ່ນໂອກາດຫວນ​ຄືນ​ຊຸມປີທີ່ຫຍຸ້ງຍາກ​ລຳບາກ, ອົງກາດກ້າຫານ, ແບ່ງທຸກແບ່ງສຸກລະຫວ່າງອ້າຍ​ນ້ອງ ຫວຽດນາມ - ລາວ ​ໃນ​ການ​ສູ້​ຮົບ, ອອກ​ແຮງ​ງານ, ຮ່ຳຮຽນ ​ແລະ ປະຕິບັດງານ. ຂອງທີ່ລະນຶກອັນລໍ້າຄ່າເຮັດໃຫ້ພວກເຮົາມີຄວາມຮູ້ສຶກຕື້ນຕັນໃຈ ແລະ ເອກອ້າງທະນົງໃຈທີ່ສຸດ; ກະຕຸ້ນ​ໃຫ້​ພວກ​ຂ້າພະ​ເຈົ້າ​ມີຄວາມຄິດ ​ແລະ ການກະທໍາມຸ່ງໄປເຖິງອະນາຄົດການ​ພົວພັນ​ຫວຽດນາມ - ລາວ ​ໃຫ້ນັບມື້ນັບ ພັນທະນາກວ່າເກົ່າ”.

Trao giải Cuộc thi “Kỷ vật kể chuyện”

ໂດຍຕອບ​ສະໜອງ​ການປະກວດ, ໂຮງຮຽນ​ມິດຕະພາບ 80 (​ເຊີນ​ໄຕ, ຮ່າ​ໂນ້ຍ) ​ໄດ້​ຜັນ​ຂະຫຍາຍສູ່​ບັນດາ​ນັກ​ສຶກສາ​ລາວ ​ທີ່​ພວມຮ່ຳຮຽນ​ຢູ່​ໂຮງຮຽນ. ພາບ: thoidai.com.vn

ນັບແຕ່ເມື່ອປຸກລະດົມຮອດວັນທີ 15 ກັນຍາ 2022 (ວັນປິດຮັບບົດສົ່ງເຂົ້າປະກວດ), ຄະນະຈັດຕັ້ງໄດ້ຮັບ 6.215 ບົດ, ດ້ວຍການເຂົ້າຮ່ວມຂອງ 48 ຫົວໜ່ວຍ, ຫຼາຍສິບທ້ອງຖິ່ນ ແລະ ຜູ້ຂຽນນັບພັນຄົນຢູ່ ຫວຽດນາມ ແລະ ລາວ.

Trao giải Cuộc thi “Kỷ vật kể chuyện”

ທ່ານ ເລແຣວ (ຢູ່ ຈ້ຽວເຊີນ, ແທັງຮວ໊າ) ໄດ້ມອບຂອງທີ່ລະນຶກ 60 ຢ່າງໃຫ້ຄະນະຈັດຕັ້ງ. (ພາບ: ແຮ້ງເຈິ່ນ).

ທີ່​ພິທີ​ມອບ​ລາງວັນ, ບັນດາ​ຜູ້​ແທນ, ຜູ້ຂຽນ ​ແລະ ຜູ້​ຊົມ ​ໄດ້​ຮັບ​ຊົມ​ລາຍການສະແດງ​ສິລະ​ປະ​ດ້ວຍ​ບັນດາ​ບົດ​ເພງ​​ທີ່​ຍ້ອງຍໍການພົວພັນ​ມິດຕະພາບທີ່ ຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງ​ຫວຽດນາມ - ລາວ, ລາວ - ຫວຽດນາມ ​ແລະ ບັນດາ​ບົດ​ເພງທີ່ສົ່ງ​ເຂົ້າ​ຮ່ວມ​ການ​ປະ​ກວດ​ໂດຍ​ນັກປະພັນສະແດງເອງ. ສະຫຼັບໃນລາຍການແມ່ນວິດີໂອກ່ຽວກັບວິວັດການຈັດຕັ້ງການປະກວດ; ຂອງທີ່ລະນຶກພິເສດ; ບັນດາ​​ເລື່ອງລາວ ​ແລະ ອາລົມຈິດ​ຂອງ​ບັນດາ​ຜູ້​ເຂົ້າ​ຮ່ວມ​ການ​ປະກວດ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງສອງປະເທດ ຫວຽດນາມ - ລາວ; ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ຈະຂຽວສົດງົດງາມໝັ້ນຄົງທະນົງແກ່ນຈົນຊົ່ວກະລະນານ.

ພິເສດ, ທີ່​ພິທີ​ມອບ​ລາງວັນ​ໄດ້​ຈັດ​​ການ​ພົບ​ປະ​ແລກປ່ຽນ​ກັບ​ອ້າຍ​ນ້ອງ​ຮັກຫວຽດນາມ - ລາວ, ທ່ານ ​ເຈີ່ນ​ວັນຖັ໊ງ ​ແລະ ທ່ານ ຄຳ​ແກ້ວ ວົງ​ພິລາ. ທ່ານ ເຈີ່ນ​ວັນຖັ໊ງ ​​ແມ່ນ​ລູກ​ຊາຍ​ຂອງ​ທ່ານ ເຈິ່ນວັນຕຸກ - ​ໜຶ່ງ​ໃນ​ບັນດາຜູ້ຂຽນທີ່​ໄດ້​ຮັບ​ລາງວັນໃນ​ການ​ປະ​ກວດ "ໃຫ້ຂອງລະນຶກເລົ່າເລື່ອງ".

ກ່ອນໜ້ານີ້ 53 ປີ ໃນສະໄໝສົງຄາມວຸ້ນວາຍ ຢູ່ລາວ, ເດັກນ້ອຍນັກຮຽນລາວຫຼາຍຄົນໄດ້ອົບພະຍົບໄປຫວຽດນາມ. ບັນດາ​ເດັກນ້ອຍ​ໄດ້​ຮັບ​ການ​ລ້ຽງ​ດູ​ຈາກ​ຄອບຄົວ​ຊາວ​ຫວຽດນາມ, ​ເຊິ່ງຕົ້ນຕໍ​ແມ່ນ​ຊາວ​ກະສິກອນບາກບັ່ນໝັ່ນພຽນ​ໃນໄລຍະ​ສົງຄາມ ໄດ້ຮັບເປັນລູກຮັກ, ​ໄດ້​ພາມາຢູ່ນຳ​ຄອບຄົວ​​. ພວກ​ເຂົາ​ເຈົ້າ​ໄດ້​ຢູ່​ຮ່ວມ​ກັນ​ຄືຄົນໃນຄອບຄົວດຽວກັນ. ​ໃນ​ນັ້ນ​ມີ​ເດັກ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ: ຄຳ​ແກ້ວ ວົງ​ພິ​ລາ ດຳລົງ​ຊີວິດ​ຢູ່​ແຂວງ​ຊຽງ​ຂວາງ (ລາວ) ມາຢູ່ນຳ​ຄອບຄົວຂອງ​ທ່ານ ​ເຈີ່ນ​ວັນ​ຕຸກ (ເຂດ 3, ​​ຕາ​ແສງ​ດ່າວ​ຊາ, ​ເມືອງ ແທງ​ທຸຍ, ​ແຂວງ ຟູ​ເຖາະ). ພາຍຫຼັງ​ສັນຕິພາບ ​ແລະ ​ການ​ປົດ​ປ່ອຍຢູ່ທັງ​ສອງ​ປະ​ເທດ​ແລ້ວ, ທ່ານ ​ຄໍາ​ແກ້ວ ວົງ​ພິລາ​ ໄດ້​ກັບ​ຄືນ​ປະ​ເທດ​ລາວ. ພວກເຂົາເຈົ້າ ໄດ້ສູນເສຍການຕິດຕໍ່ກັນ ແລະ ກັນນັບຫຼາຍສິບປີ.

Bức ảnh chụp gia đình vào năm 1969, Khăm Kẹo thứ 3, từ phải sang đứng cạnh tôi.

ຜ່ານຮູບຖ່າຍພ້ອມກັບຄອບຄົວພໍ່ແມ່ຮັກໃນປີ 1969 ແລະ ບາງຂໍ້ມູນທີ່ຈື່ຈໍາໄດ້ສົ່ງເຖິງ​ການ​ປະ​ກວດ “ໃຫ້ຂອງລະນຶກເລົ່າເລື່ອງ”, ລູກຮັກຊາວລາວ ຄໍາ​ແກ້ວ ວົງ​ພິລາ​ ໄດ້​ພົບ​ເຫັນ​ພໍ່​ແມ່​ອ້າຍ​ນ້ອງຮັກ​ຂອງ​ຕົນຢູ່ຫວຽດ​ນາມ. (ພາບ: ນັກປະພັນສະໜອງໃຫ້).

ຜ່ານຮູບຖ່າຍພ້ອມກັບຄອບຄົວພໍ່ແມ່ຮັກໃນປີ 1969 ແລະ ບາງຂໍ້ມູນທີ່ຈື່ຈໍາໄດ້ ແລະ ສົ່ງເຖິງ​ການ​ປະ​ກວດ “ໃຫ້ຂອງລະນຶກເລົ່າເລື່ອງ”, ລູກຮັກຊາວລາວ ຄໍາ​ແກ້ວ ວົງ​ພິລາ​ ໄດ້​ພົບ​ເຫັນ​ພໍ່​ແມ່​ອ້າຍ​ນ້ອງຮັກ​ຢູ່​ຂອງ​ຕົນຢູ່ຫວຽດ​ນາມ. ທັງພໍ່ແມ່ ແລະ ລູກຮັກລ້ວນແຕ່ຍາດໄດ້ລາງວັນສູງໃນການປະກວດຄັ້ງນີ້ ເຊິ່ງ ເຂົາເຈົ້າຂຽນກ່ຽວກັບຊີວິດ ແລະ ຄວາມຊົງຈຳໃນຊຸມປີຂອງເຂົາເຈົ້າດໍາລົງຊີວິດຢູ່ຮ່ວມກັນ. ​ໃນ​ໄລຍະ​ເຄິ່ງ ສັດຕະວັດ​ທີ່ຫ່າງກັນ, ບາງ​ເທື່ອ​ບໍ່ຮູ້ຂ່າວຄາວຂອງກັນ, ມື້ນີ້ ຢູ່ ຮ່າ​ໂນ້ຍ, ຫວຽດນາມ ​ໃນ​ລະດູ​ໜາວ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ອົບ​ອຸ່ນ, ​ເຂົາ​ເຈົ້າ​ໄດ້​ພົບ​ປະ​ກັນ​ອີກເທື່ອໜຶ່ງ ​ແລະ ​ນຳ​ມາ​ໃຫ້​ພວກເຮົາໄດ້ເຫັນເຊິ່ງ​ບັນດາ​ພະຍານ​ຫຼັກ​ຖານ​ອັນ​ສະຫງ່າ​ງາມ ແລະ ຄວາມມະຫັດສະຈັນ​ຂອງຄວາມໝາຍນໍ້າໃຈ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ.

ນອກຈາກນັ້ນ, ບັນດາຜູ້ແທນ ແລະ ຜູ້ຊົມຍັງມີໂອກາດໄດ້ໂອ້ລົມກັບຜູ້ຂຽນ ຈ໊າງລາວລື່ (ອາຍຸ 84 ປີ, ບ້ານລາວໂຄ, ຕາແສງ ພຽງຄວ່າຍ, ເມືອງ ອຽນເຈົາ, ແຂວງ ເຊີນລາ), ພະຍານທີ່ພ້ອມກັບຄອບຄົວ ໄດ້ລ້ຽງເຊື່ອງ, ປົກປ້ອງຜູ້ນຳການປະຕິວັດທີ່ຍິ່ງໃຫຍ່ຂອງປະຊາຊົນລາວ ປະທານ ໄກສອນ ພົມວິຫານ ທີ່ບ້ານລາວໂຄ ໃນຊຸມປີສົງຄາມອັນດຸເດືອດ.

ພະຍານ​ທີ່ເກັບ​ຮັກສາ ​ແລະ ເປັນພິຍານສຳລັບຂອງທີ່ລະນຶກ ອາດ​ເປັນ​ຄົນ​ທຳມະດາ ຫຼື​ມີ​ຄວາມ​ຮັບຜິດຊອບທີ່ສຳຄັນ​ຕໍ່​ສັງຄົມ, ບໍ່​ວ່າ​ລຸ້ນພໍ່ລຸ້ນອ້າຍ ຫລື ​ໄວ​ໜຸ່ມ​ໃນ​ປະຈຸ​ບັນ, ​ແຕ່​ເຂົາ​ເຈົ້າ​ກໍລ້ວນ​ແຕ່​ມີຄວາມຮູ້ສຶກອັນດຽວກັນຄື​ມິດຕະພາບ​ອັນ​ສູງ​ສົ່ງ ​ແລະ ​​ພິ​ເສດໄດ້ສືບ​ຕໍ່​ ​ແລະ ຫຼໍ່ລ້ຽງຜ່ານຫຼາຍ​ລຸ້ນຄົນ.

​ຂອງທີ່ລະນຶກ “​ເລົ່າ​ເລື່ອງ” ເປັນ​​ພຽງ​ບັນດາ​ເຄື່ອງທີ່ລຽບ​ງ່າຍ, ບໍ່​ມີ​ຄຸນຄ່າ​ທາງ​ດ້ານ​ວັດຖຸ​ຫຼາຍ​ປານ​ໃດ, ​ແຕ່​ບັນຈຸ​ໄປດ້ວຍບັນດາ​ຄຸນຄ່າ​ທາງ​ດ້ານ​ຈິດ​ໃຈ​ອັນ​ສູງ​ສົ່ງ​, ສັກກະລະບູຊາຂອງນໍ້າໃຈເພື່ອນມິດ, ຄວາມ​ຮັກ​ແພງ, ນໍ້າໃຈລະຫວ່າງ​ຄູ - ນັກຮຽນ, ຄວາມ​ຮັກ​ແພງ​ຄອບຄົວ, ນ້ຳ​ໃຈ​ເພື່ອນມິດສະຫາຍ... ຂອງ​ສອງ​ຊາດ ອ້າຍນ້ອງ.

ຍິ່ງກວ່າການປະກວດ, “ຂອງລະນຶກເລົ່າເລື່ອງ” ໄດ້ປະກອບສ່ວນເພີ່ມ ພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງຊາດ ຫວຽດນາມ-ລາວ.

ບູນມີ

ເຫດການ
302 Found

Found

The document has moved here.