ຫວຽດນາມ ແລະ ອິນໂດເນເຊຍ ຍູ້ແຮງການຮ່ວມມືລັດຖະສະພາ

16:36 | 15/12/2022

ຕອນບ່າຍວັນທີ 14 ທັນວາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເມີນ ໄດ້ຕ້ອນຮັບຄະນະຜູ້ແທນກຳມາທິການຮ່ວມມືລະຫວ່າງລັດຖະສະພາຂອງ ສະພາຕ່ຳ ອິນໂດເນເຊຍ, ໂດຍທ່ານ Fadli Zon, ຫົວໜ້າກຳມາທິການ ເປັນຫົວໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ - ອິນໂດເນເຊຍ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ - ອິນໂດເນເຊຍ
ທີ່ພິທີຕ້ອນຮັບ (ພາບ: daibieunhandan.vn)
ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເມີນ ໄດ້ຕ້ອນຮັບຄະນະຜູ້ແທນກຳມາທິການຮ່ວມມືລະຫວ່າງລັດຖະສະພາຂອງ ສະພາຕ່ຳ ອິນໂດເນເຊຍ, ໂດຍທ່ານ Fadli Zon, ຫົວໜ້າກຳມາທິການ ເປັນຫົວໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ພາບ: daibieunhandan.vn

ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເມີນ ຢືນຢືນວ່າ ຍາມໃດ ຫວຽດນາມ ກໍ່ປາດຖະໜາຢາກເພີ່ມທະວີ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ອິນໂດເນເຊຍ ຫຼາຍກວ່າອີກ; ສະເໜີໃຫ້ 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ນຳການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນຍູ້ແຮງການຮ່ວມມືຜ່ານຊ່ອງການຮ່ວມມືທາງລັດຖະສະພາ ຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ. ທ່ານ ເຈິ່ນແທັງເມີນ ຢືນຢັນວ່າ ສະພາແຫ່ງຊາດ ຫວຽດນາມ ຈະສະໜັບສະໜູນ ແລະ ສົມທົບກັບລັດຖະສະພາ ອິນໂດເນເຊຍ ຈັດ AIPA – 44 ບັນລຸຜົນສຳເລັດ.

ສ່ວນທ່ານ Fadli Zon, ໄດ້ຮັບຮູ້ການຮ່ວມມືຢ່າງແຮງລະຫວ່າງ 2 ປະເທດໃນຫຼາຍຂົງເຂດ; ພ້ອມທັງໃຫ້ຮູ້ວ່າ ບັນດາອົງການທີ່ມີໜ້າທີ່ຂອງ ອິນໂດເນເຊຍ ແລະ ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ພວມຕັ້ງໜ້າກະກຽມໃຫ້ແກ່ບັນດາການຢ້ຽມຢາມ ອິນໂດເນເຊຍ ຂອງການນຳ ຫວຽດນາມ ໃນໄລຍະຈະມາເຖິງ.

ສະພາແຫ່ງຊາດຫວຽດນາມ ແລະ ສະພາຕໍ່າຂອງອິນໂດເນເຊຍໄດ້ເຊັນບົດບັນທຶກຮ່ວມມືນຳກັນໃນເດືອນມີນາ 2010 ເນື່ອງໃນໂອກາດທີ່ປະທານສະພາແຫ່ງຊາດຊຸດທີ XI ຂອງຫວຽດນາມ ທ່ານ ຫງວຽນຟູຈ໊ອງ(ປັດຈຸບັນແມ່ນເລຂາທິການໃຫຍ່ພັກຄອມມິວນິດຫວຽດນາມ)ໄປຢ້ຽມຢາມ ອິນໂດເນເຊຍຢ່າງເປັນທາງການ ແລະ ປະທານາທິບໍດີ Joko Widodo ມາຢ້ຽມຍາມຫວຽດນາມໃນເດືອນກັນຍາ 2018. ສະພາຕໍ່າຂອງອິນໂດເນເຊຍໄດ້ສ້າງຕັ້ງກຸ່ມສະມາຊິກສະພາມິດຕະພາບອິນໂດເນເຊຍ-ຫວຽດນາມຂຶ້ນໃນເດືອນກຸມພາ 2020 ແລະ ສະພາແຫ່ງຊາດຂອງຫວຽດນາມກໍໄດ້ສ້າງຕັ້ງກຸ່ມສະມາຊິກສະພາມິດຕະພາບຫວຽດນາມ-ອາຊຽນຂຶ້ນ, ໃນນັ້ນມີປະເທດອິນໂດເນເຊຍ, ໂດຍແມ່ນເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າສະພາແຫ່ງຊາດຫວຽດນາມ ທ່ານ ບຸ່ຍວັນ ເກື່ອງ ເປັນປະທານກຸ່ມ.

ໄຊພອນ

ເຫດການ
302 Found

Found

The document has moved here.