7 ປະເທດອາຊີ ສະເຫຼີມສະຫຼອງບຸນປີໃໝ່ປະເພນີ ຢູ່ ຮ່າໂນ້ຍ
ຍສໝ - ການສົງພະພຸດທະເຈົ້າ, ຫົດນ້ຳເພື່ອຄວາມໂຊກດີ, ບາສີສູ່ຂວັນ ... ແມ່ນບັນດາພິທີທີ່ເປັນປະເພນີ ທີ່ໄດ້ປະຕິບັດໃນລາຍການພົບປະແລກປ່ຽນມິດຕະພາບ ເພື່ອສະເຫຼີມສະຫຼອງບຸນປີໃໝ່ປະເພນີຂອງບາງປະເທດຢູ່ ອາຊີ ທີ່ໄດ້ດຳເນີນໃນວັນທີ 26 ເມສາ ຢູ່ ຮ່າໂນ້ຍ.
![7 ປະເທດອາຊີ ສະເຫຼີມສະຫຼອງບຸນປີໃໝ່ປະເພນີ ຢູ່ ຮ່າໂນ້ຍ 7 ປະເທດອາຊີ ສະເຫຼີມສະຫຼອງບຸນປີໃໝ່ປະເພນີ ຢູ່ ຮ່າໂນ້ຍ](https://huunghivietlao.thoidai.com.vn/stores/news_dataimages/minh.pham/042024/27/22/1215_7-nuoc-chau-a-don-tet-co-truyen-tai-ha-noi-20240426232423.jpg?rt=20240427221220) |
ລາຍການໂດຍສະຫະພັນອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ (HAUFO), ສະຖານທູດລາວ ປະຈຳ ຫວຽດນາມ ເປັນປະທານ, ສົມທົບກັບສະຖານທູດກຳປູເຈຍ, ໄທ, ມຽນມາ, ອິນເດຍ, ບັງກະລາເທດ ແລະ ສີລັງກາ ຈັດຕັ້ງ. |
![7 ປະເທດອາຊີ ສະເຫຼີມສະຫຼອງບຸນປີໃໝ່ປະເພນີ ຢູ່ ຮ່າໂນ້ຍ 7 ປະເທດອາຊີ ສະເຫຼີມສະຫຼອງບຸນປີໃໝ່ປະເພນີ ຢູ່ ຮ່າໂນ້ຍ](https://huunghivietlao.thoidai.com.vn/stores/news_dataimages/minh.pham/042024/27/22/1439_7-nuoc-chau-a-don-tet-co-truyen-tai-ha-noi-20240426232354.jpg?rt=20240427221444) |
ເຫດການ ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ຕາງໜ້າສະຖານທູດ 14 ປະເທດປະຈຳ ຫວຽດນາມ ພ້ອມກັນກັບຜູ້ແທນ 250 ກວ່າຄົນທີ່ມາຈາກບັນດາອົງການຈັດຕັ້ງສາກົນ, ປະຊາຄົມວິສາຫະກິດ, ນັກສຶກສາຕ່າງປະເທດທີ່ພວມຮ່ຳຮຽນຢູ່ ຫວຽດນາມ... |
![7 ປະເທດອາຊີ ສະເຫຼີມສະຫຼອງບຸນປີໃໝ່ປະເພນີ ຢູ່ ຮ່າໂນ້ຍ 7 ປະເທດອາຊີ ສະເຫຼີມສະຫຼອງບຸນປີໃໝ່ປະເພນີ ຢູ່ ຮ່າໂນ້ຍ](https://huunghivietlao.thoidai.com.vn/stores/news_dataimages/minh.pham/042024/27/22/1632_7-nuoc-chau-a-don-tet-co-truyen-tai-ha-noi-20240426235808.jpg?rt=20240427221636) |
ບຸນປີໃໝ່ປະເພນີຂອງບາງປະເທດຢູ່ ອາຊີ ແມ່ນງານບຸນທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານ, ໄດ້ຈັດຕັ້ງໃນກາງເດືອນ ເມສາ ຂອງທຸກໆປີ. ຢູ່ແຕ່ລະປະເທດ, ບຸນປີໃໝ່ປະເພນີກໍມີຊື່ເອີ້ນທີ່ແຕກຕ່າງກັນເຊັ່ນ: ລາວ - "ບຸນປີໃໝ່" ກໍາປູເຈຍ - "Chol Chnam Thmey" ໄທ - "Songkran”, ມຽນມາ - "Thing Yan”… |
![7 ປະເທດອາຊີ ສະເຫຼີມສະຫຼອງບຸນເຕັດຢູ່ ຮ່າໂນ້ຍ 7 ປະເທດອາຊີ ສະເຫຼີມສະຫຼອງບຸນເຕັດຢູ່ ຮ່າໂນ້ຍ](https://huunghivietlao.thoidai.com.vn/stores/news_dataimages/minh.pham/042024/27/22/1952_7-nuoc-chau-a-don-tet-co-truyen-tai-ha-noi-20240426234538.jpg?rt=20240427222217) |
ທີ່ພິທີ, ບັນດາຜູ້ແທນໄດ້ພ້ອມກັນເຂົ້າຮ່ວມບັນດາພິທີກຳທີ່ເປັນປະເພນີຄື: ພິທີສົງພະພຸດທະເຈົ້າ... |
...ຫົດນ້ຳເພື່ອຄວາມໂຊກດີ... |
![7 ປະເທດອາຊີ ສະເຫຼີມສະຫຼອງບຸນເຕັດຢູ່ ຮ່າໂນ້ຍ 7 ປະເທດອາຊີ ສະເຫຼີມສະຫຼອງບຸນເຕັດຢູ່ ຮ່າໂນ້ຍ](https://huunghivietlao.thoidai.com.vn/stores/news_dataimages/minh.pham/042024/27/22/3125_7-nuoc-chau-a-don-tet-co-truyen-tai-ha-noi-20240426234737.png?rt=20240427223129) |
...ງານບຸນແຫ່ງສີສັນ (holi)… |
![7 ປະເທດອາຊີ ສະເຫຼີມສະຫຼອງບຸນເຕັດຢູ່ ຮ່າໂນ້ຍ 7 ປະເທດອາຊີ ສະເຫຼີມສະຫຼອງບຸນເຕັດຢູ່ ຮ່າໂນ້ຍ](https://huunghivietlao.thoidai.com.vn/stores/news_dataimages/minh.pham/042024/27/22/3211_7-nuoc-chau-a-don-tet-co-truyen-tai-ha-noi-20240426235445.jpg?rt=20240427223216) |
ນອກຈາກນັ້ນ, ບັນດາຜູ້ແທນ ຍັງໄດ້ມ່ວນຊື່ນກັບບັນດາການສະແດງສິລະປະພື້ນເມືອງຫຼາຍລາຍການ ໂດຍບັນດານັກສິລະປິນພ້ອມທັງພະນັກງານບັນດາສະຖານທູດ ແລະ ນັກສຶກສາຕ່າງປະເທດຂອງບັນດາປະເທດ ສະແດງ. |
![7 ປະເທດອາຊີ ສະເຫຼີມສະຫຼອງບຸນເຕັດຢູ່ ຮ່າໂນ້ຍ 7 ປະເທດອາຊີ ສະເຫຼີມສະຫຼອງບຸນເຕັດຢູ່ ຮ່າໂນ້ຍ](https://huunghivietlao.thoidai.com.vn/stores/news_dataimages/minh.pham/042024/27/22/3448_7-nuoc-chau-a-don-tet-co-truyen-tai-ha-noi-20240426235245.jpg?rt=20240427223453) |
ກ່າວຄຳປາໄສທີ່ພິທີ, ທ່ານ ຫງວຽນງອກກີ່, ປະທານສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ ນີ້ແມ່ນຄັ້ງທີ 20 ທີ່ລາຍການໄດ້ຮັບການຈັດຕັ້ງ, ໂດຍໄດ້ຮັບການຕອບສະໜອງ ບໍ່ພຽງແຕ່ຈາກບັນດາປະເທດ ອາຊີ ເທົ່ານັ້ນ ຫາກຍັງມີຫຼາຍປະເທດໃນໂລກ ເຊັ່ນ ກູບາ, ເວເນຊູເອລາ... ນຳອີກ. ງານບຸນແບບນີ້ ຍັງບໍ່ທັນໄດ້ຈັດຕັ້ງຢູ່ປະເທດໃດ, ສະນັ້ນ ໄດ້ສະແດງໃຫ້ເຫັນວ່າ ຮ່າໂນ້ຍ ກໍ່ຄືຫວຽດນາມ ແມ່ນບ່ອນທີ່ໜ້າເຊື່ອຖື, ຮັກຫອມສັນຕິພາບ. |
![7 ປະເທດອາຊີ ສະເຫຼີມສະຫຼອງບຸນເຕັດຢູ່ ຮ່າໂນ້ຍ 7 ປະເທດອາຊີ ສະເຫຼີມສະຫຼອງບຸນເຕັດຢູ່ ຮ່າໂນ້ຍ](https://huunghivietlao.thoidai.com.vn/stores/news_dataimages/minh.pham/042024/27/22/3930_7-nuoc-chau-a-don-tet-co-truyen-tai-ha-noi-20240427000032.jpg?rt=20240427223935) |
ໂດຍສົ່ງຄຳອວຍພອນປີໃໝ່ ຂໍໃຫ້ຢູ່ດີມີແຮງ, ຈະເລີນຮຸ່ງເຮືອງ ໄປເຖິງເພື່ອນມິດສາກົນ, ທ່ານ ຫງວຽນຫງອກກີ່ ຫວັງວ່າບັນດາພິທີກຳ, ການສະແດງທີ່ເຕັມໄປດ້ວຍສີສັນວັດທະນະທຳພື້ນເມືອງຂອງແຕ່ລະປະເທດໃນລາຍການ ຈະຊ່ວຍເຮັດໃຫ້ບັນດາທ່ານໄດ້ດຳລົງຊີວິດໃນບັນຍາກາດຂອງບຸນປີໃໝ່ປະເພນີຄືຢູ່ບ້ານເກີດຂອງຕົນ. |
![7 ປະເທດອາຊີ ສະເຫຼີມສະຫຼອງບຸນເຕັດຢູ່ ຮ່າໂນ້ຍ 7 ປະເທດອາຊີ ສະເຫຼີມສະຫຼອງບຸນເຕັດຢູ່ ຮ່າໂນ້ຍ](https://huunghivietlao.thoidai.com.vn/stores/news_dataimages/minh.pham/042024/27/22/4830_7-nuoc-chau-a-don-tet-co-truyen-tai-ha-noi-20240426235221.jpg?rt=20240427224836) |
ຕາມທ່ານ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ນາງ ຄຳເພົາ ເອີນທະວັນ ແລ້ວ, ລາຍການ ໄດ້ສ້າງກາລະໂອກາດໃຫ້ຊາວ ຫວຽດນາມ, ຊາວນະຄອນຫຼວງ ຮ່າໂນ້ຍ ແລະ ບັນດາເພື່ອນມິດສາກົນ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບງານບຸນປະເພນີ, ວັດທະນະທຳທີ່ມີມາແຕ່ດົນນານຂອງບັນດາປະເທດ ອາຊີ. ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ແນະນຳບຸນປີໃໝ່ປະເພຂອງປະເທດ ລາວ ດ້ວຍຄວາມໝາຍວ່າ ປັດປ່າຍສິ່ງທີ່ບໍ່ດີ ແລະ ອວຍພອນປີໃໝ່ໃຫ້ມີແຕ່ຄວາມອີ່ມໜຳສຳລານ, ມີຄວາມຜາສຸກ, ໂຊກດີ, ດິນຟ້າອາກາດເອື້ອອຳນວຍ, ລະດູການເກັບກ່ຽວໄດ້ຮັບຜົນດີ ແລະ ພາວະນາຂໍໃຫ້ເປັນປະເທດມີຄວາມສັນຕິສຸກ, ຈະເລີນຮຸ່ງເຮືອງ. |
![7 ປະເທດອາຊີ ສະເຫຼີມສະຫຼອງບຸນເຕັດຢູ່ ຮ່າໂນ້ຍ 7 ປະເທດອາຊີ ສະເຫຼີມສະຫຼອງບຸນເຕັດຢູ່ ຮ່າໂນ້ຍ](https://huunghivietlao.thoidai.com.vn/stores/news_dataimages/minh.pham/042024/27/22/5243_7-nuoc-chau-a-don-tet-co-truyen-tai-ha-noi-20240426235339.jpg?rt=20240427225248) |
ນາງ Khin Kant Kaw (ມຽນມາ), ນັກສຶກສາຂອງສະຖາບັນເຕັກໂນໂລຢີໄປສະນີ ໂທລະຄົມມະນາຄົມ ໃຫ້ຮູ້ວ່າ ນີ້ແມ່ນຄັ້ງທໍາອິດທີ່ນ້ອງໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງບຸນປີໃໝ່ທີ່ຢູ່ໄກບ້ານ. ເຖິງຢ່າງໃດກໍຕາມ, ນ້ອງກໍຮູ້ສຶກສະໜິດຕິດພັນກັນຫຼາຍ ເພາະວັດທະນະທຳ ຫວຽດນາມ ແລະ ມຽນມາ ມີຄວາມຄ້າຍຄືກັນຫຼາຍຢ່າງ. ສຳລັບຊາວ ມຽນມາ ແລ້ວ, ບຸນນີ້ ແມ່ນວັນບຸນໃຫຍ່ທີ່ສຸດຂອງປີ, ແມ່ນໂອກາດແຫ່ງການເຕົ້າໂຮມຄອບຄົວ. ເດັກນ້ອຍ ຍັງໄດ້ຮັບອັັງເປົາເພື່ອຄວາມໂຊກດີ ແລະ ໄດ້ສອນໃຫ້ເຮັດສິ່ງທີ່ດີໃນມື້ທໍາອິດຂອງປີໃໝ່. ເຖິງວ່າຮູ້ສຶກຄິດຮອດບ້ານໜ້ອຍໜຶ່ງກໍ່ຕາມ, ແຕ່ງານບຸນນີ້ຢູ່ ຫວຽດນາມ ກໍເຮັດໃຫ້ນ້ອງຮູ້ສຶກອົບອຸ່ນ ແລະ ມີຄວາມສຸກຫຼາຍ. |
![7 ປະເທດອາຊີ ສະເຫຼີມສະຫຼອງບຸນເຕັດຢູ່ ຮ່າໂນ້ຍ 7 ປະເທດອາຊີ ສະເຫຼີມສະຫຼອງບຸນເຕັດຢູ່ ຮ່າໂນ້ຍ](https://huunghivietlao.thoidai.com.vn/stores/news_dataimages/minh.pham/042024/27/22/5707_7-nuoc-chau-a-don-tet-co-truyen-tai-ha-noi-20240426235313.jpg?rt=20240427225712) |
ດ້ວຍການສະເຫຼີມສະຫຼອງບຸນປີໃໝ່ 4 ຄັ້ງຢູ່ ຫວຽດນາມ, ນາງ ປະພອນສຸກ ມູນສຸລິສັກ (ລາວ), ນັກສຶກສາມະຫາວິທະຍາໄລຄົມມະນາຄົມຂົນສົ່ງ ໃຫ້ຮູ້ວ່າ ຕົນໄດ້ຖື ຫວຽດນາມ ເປັນບ້ານເກີດເມືອງນອນແຫ່ງທີສອງຂອງຕົນ. ພ້ອມທັງຮູ້ສຶກຕື່ນເຕັ້ນທີ່ໄດ້ຮ້ອງເພງ ແລະ ຟ້ອນລຳທຳເພງຂອງບ້ານເກີດເມືອງນອນ, ແນະນຳວັດທະນະທຳ ແລະ ຮີດຄອງປະເພນີຂອງລາວໃຫ້ບັນດາຜູ້ແທນ ແລະ ໝູ່ເພື່ອນຈາກປະເທດຕ່າງໆ. |
ມິງດຶກ