ຍົກ​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ

17:11 | 23/12/2022

ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ Joko Widodo ໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນບັນດາການຢ້ຽມຢາມຂັ້ນສູງ ແລະ ທຸກຂັ້ນ, ຜັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ, ຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ.

ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຍຸດ​ທະ​ສ​າດ ຫວຽດ​ນາມ - ຝ​ລັ່ງ ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຍຸດ​ທະ​ສ​າດ ຫວຽດ​ນາມ - ຝ​ລັ່ງ ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​
ຕໍ່​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື, ການ​ຮ່ວມ​ມື​ຍຸດ​ທະ​ສາ​ດ​ຮອບ​ດ້ານ ຫວຽດ​ນາມ-ຈີນ ຕໍ່​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື, ການ​ຮ່ວມ​ມື​ຍຸດ​ທະ​ສາ​ດ​ຮອບ​ດ້ານ ຫວຽດ​ນາມ-ຈີນ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo (ພາບ: VOV)
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo (ພາບ: VOV)

ໃນຂອບເຂດການຢ້ຽມຢາມ ອິນໂດເນເຊຍ, ວັນທີ 22 ທັນວາ, ການນຳສອງທ່ານ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການພົບປະສອງຝ່າຍ. ໃນການພົບປະ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ທິດທາງໃຫຍ່ເພື່ອສືບຕໍ່ຊຸກຍູ້ການພົວພັນສອງຝ່າຍໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ສອງຝ່າຍຈະສືບຕໍ່ຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຊ່ອງທາງ; ຜັນຂະຫຍາຍກົນໄກຮ່ວມມືຢ່າງມີປະສິດທິຜົນ. ການນຳສອງທ່ານກໍເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດສຳຄັນ ຄື: ການປ້ອງກັນຊາດ, ການຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດ; ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ…; ສືບຕໍ່ເພີ່ມທະວີການປຶກສາຫາລື ແລະ ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສພາກພື້ນ ແລະ ສາກົນ.

ສິ້ນສຸດການພົບປະ, ການນຳສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມ ແລະ ແລກປ່ຽນເອກະສານຮ່ວມມືບາງສະບັບ, ເຊິ່ງລວມມີ: ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານການປ້ອງກັນ, ຕ້ານການກໍ່ການຮ້າຍ; ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານການປ້ອງກັນ, ຕ້ານການຊື້ - ຂາຍ, ຂົນສົ່ງຢາເສບຕິດຜິດກົດໝາຍ; ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານພະລັງງານ ແລະ ຊັບພະຍາກອນແຮ່ທາດ.

ຫຼັງຈາກນັ້ນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ມີການພົບປະກັບສື່ມວນຊົນ. ການນຳສອງທ່ານໄດ້ຢັ້ງຢືນວ່າ ການພົບປະປະສົບຜົນສຳເລັດ; ຕົກລົງຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ທ່ານປະທານປະເທດ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ:

“ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຜັນຂະຫຍາຍກົນໄກຮ່ວມມືຕ່າງໆ, ຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ ຢ່າງມີປະສິດທິຜົນ. ສອງຝ່າຍສູ້ຊົນປະຕິບັດການຮ່ວມມືດ້ານການຄ້າໃຫ້ເພີ່ມຂຶ້ນຢ່າງໝັ້ນຄົງ ບັນລຸໄດ້ເປົ້າໝາຍ 15 ຕື້ USD ແລະ ສູງກວ່າອີກ ໃນປີ 2028 ຕາມທິດສະເໝີພາບ ແລະ ຍືນຍົງກວ່າ; ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດສອງປະເທດຫັນຂົງເຂດການລົງທຶນໃຫ້ເປັນຫຼາຍຮູບແບບ ແລະ ພັດທະນາເສດຖະກິດດີຈີຕອນ, ຫັນເປັນດີຈີຕອນ, ເສດຖະກິດສີຂຽວ, ພະລັງງານຜະລິດຄືນໃໝ່, ການທ່ອງທ່ຽວ, ການບໍລິການ ແລະ ເພີ່ມຖ້ຽວບິນລະຫວ່າງສອງປະເທດ. ເພີ່ມທະວີການຮ່ວມມື ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຮ່ວມມືທາງທະເລ; ເພີ່ມທະວີການເຊື່ອມຕໍ່, ພົບປະແລກປ່ຽນປະຊາຊົນລະຫວ່າງທ້ອງຖິ່ນ ແລະ ວິສາຫະກິດສອງປະເທດ ໃຫ້ຫຼາຍກວ່າອີກ”.

ກ່ຽວກັບບັນຫາສາກົນ ແລະ ພາກພື້ນ, ການນຳສອງທ່ານໃຫ້ຮູ້ວ່າ ໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືຢູ່ເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນ ອາຊຽນ, ສປຊ, ພ້ອມທັງແບ່ງປັນທັດສະນະກ່ຽວກັບບາງບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ.

ໃນຕອນບ່າຍວັນດຽວກັນ, ທ່ານປະທານາທິບໍດີ Joko Widodo ໄດ້ເປັນປະທານງານລ້ຽງຕ້ອນຮັບລະດັບຊາດ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.