ສາຍໃຈ ຫວຽດນາມ-ລາວ: “ການຮ່ວມມືຮອບດ້ານເພື່ອອະນາຄົດທີ່ໃສແຈ້ງ”

08:37 | 28/12/2022

ຍສໝ-ໂດຍການສືບ​ທອດ​ມູນ​ເຊື້ອ​ມິດຕະພາບ​ອັນ​ດີ​ງາມ​ ທີ່​ໄດ້​ສ້າງ​ໃນ​ຕະຫຼອດ 60 ປີຜ່ານມາ, ​ມີ​ຫຼາຍ​ຮູບແບບ, ວິທີເຮັດທີ່ດີ, ຮັດ​ແໜ້ນ​ຄວາມ​ສາມັກຄີ ​ແລະ ພ້ອມກັນຮ່ວມ​ມື​ເພື່ອ​ພັດທະນາ​ຮ່ວມ​ກັນ, ​ເປັນ​ແບບຢ່າງຄືຮູບແບບແຮກສ່ຽວບ້ານ-ບ້ານ​ ລະຫວ່າງ 10 ​ແຂວງ​ຂອງ​ລາວ​ທີ່ມີຊາຍ​ແດນຮ່ວມ​ກັບ 10 ແຂວງຂອງຫວຽດນາມ.

ລາຍການສິລະປະພິເສດ “ສາຍໃຈ ຫວຽດ-ລາວ” ລາຍການສິລະປະພິເສດ “ສາຍໃຈ ຫວຽດ-ລາວ”
ສາຍໃຈ​ມິດຕະພາບ​ຜ່ານ 5 ງານບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ສາຍໃຈ​ມິດຕະພາບ​ຜ່ານ 5 ງານບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ

ການ​ພົວ​ພັນ​ເຊື່ອມ​ຕໍ່​ຫວຽດ​ນາມ - ລາວ ໄດ້​ຮັບ​ການ​ສ້າງ​ຂຶ້ນ ແລະ ຫຼໍ່ຫຼອມໃນ​ປະ​ຫວັດ​ສາດ. ພາຍຫຼັງ​ວັນ​ທີ່​ສັດຕູ​ຖືກ​ກວາດ​ລ້າງ, ຫວຽດນາມ ​ແລະ ລາວ ກ້າວໄປພ້ອມກັນ, ກ້າວ​ຂຶ້ນສູ່ສັງຄົມ​ນິຍົມ. ຜ່ານນັ້ນ​, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ກໍບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ, ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເລິກ​ເຊິ່ງ ​ແລະ ກ້ວາງ​ຂວາງ​ໃນ​ຫຼາຍ​ຂົງ​ເຂດ. ໂດຍສືບຕໍ່ລາຍການສາລະຄະດີ “ສາຍໃຈ ຫວຽດນາມ - ລາວ, ໝັ້ນຄົງກວ່າພູຜາ ກວ່າແມ່ນ້ຳ”, ລາຍການມື້ນີ້ໄດ້ອອກອາກາດບົດທີ 2 ເຊິ່ງມີຫົວຂໍ້ວ່າ “ການຮ່ວມມືຮອບດ້ານເພື່ອອະນາຄົດທີ່ໃສແຈ້ງ”.

ສາຍໃຈ ຫວຽດນາມ-ລາວ: “ການຮ່ວມມືຮອບດ້ານເພື່ອອະນາຄົດທີ່ໃສແຈ້ງ”
ທ່າກໍາປັ່ນສາກົນລາວ-ຫວຽດ (ພາບ:VOV)

​ແຕ່​ຕອນຮຸ່ງເຊົ້າ​, ຕາມ​ເສັ້ນທາງ​ເຂົ້າໄປທ່າ​ກຳ​ປັ່ນ​ສາກົນ​ລາວ-ຫວຽດນາມ, ​ເຂດ​ເສດຖະກິດ​ຫວູງອ໋າງ​, ​ເທສະບານແຂວງ ກີ​ແອັງ, ​ແຂວງ ​ຮ່າ​ຕິ້ງ, ຂະບວນລົດ​ບັນທຸກ​​ທີ່​ຕິດ​ປ້າຍ​ທະບຽນ​ລາວ​ໄດ້​ລຽນແຖວ​ເພື່ອ​ລໍຖ້າ​ເຮັດລະບຽບການຜ່ານດ່ານ. ຢູ່​ທ່າ​ກຳ​ປັ່ນ, ຄົນ​ງານ​ນັບ​ຮ້ອຍ​ຄົນ​ກໍາລັງສຸມ​ໃສ່​ເຮັດ​ວຽກ, ຄ່ຽນຖ່າຍ​ສິນຄ້າ, ​ເພື່ອ​ໃຫ້​ກຳ​ປັ່ນ​ອອກ​ຈາກ​ທ່າ​ກຳ​ປັ່ນ​ຕາມ​ເວລາ​ກຳນົດ.

ຢືນ​ຢູ່​ໜຶ່ງ​ໃນ​ສາມ​ສູນ​ຕິດຕໍ່ການ​ຄ້າ​ທາງທະ​ເລ​ສາ​ກົນ​ຂອງ​ຫວຽດ​ນາມ, ທ່າ​ກຳ​ປັ່ນ​ສາ​ກົນ ລາວ-ຫວຽດ​ນາມ ໄດ້​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ຂອງນໍ້າໃຈມິດ​ຕະ​ພາບ​ລະ​ຫວ່າງສອງປະ​ເທດ​ທີ່ແຂວງ ຮ່າ​ຕິ້ງ. ຢູ່​ທີ່​ນີ້, ລັດຖະບານ​ຫວຽດນາມ ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອໃຫ້​ລາວ ​ນຳ​ໃຊ້​ທ່າ​ກຳ​ປັ່ນ​ຫວູງອ໋າງເລກທີ​ 1, 2, ແລະ 3 ທີ່ພວມ​ດໍາເນີນການກໍ່ສ້າງ.

ໝາກຜົນ​ການ​ຂົນ​ສົ່ງ​ສິນຄ້າ​ຜ່ານ​ທ່າ​ກຳ​ປັ່ນ​ຫວູງ​ອ໋າງ​ໃນ​ຊຸມ​ປີ​ຜ່ານມາ​ນີ້​ ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ພາກ​ກາງ​ຕອນເໜືອ​ຂອງ​ຫວຽດນາມ, ພ້ອມ​ກັນ​ນັ້ນ ກໍ​ຍັງຊຸກຍູ້​ເສດຖະກິດ​ລາວ​ໃຫ້​ເຕີບ​ໂຕ, “​ເປີດ​ກວ້າງ​ເສັ້ນທາງ” ​ໄປສູ່ທະເລໃຫຍ່. ບັນດາສິ່ງເຫຼົ່ານັ້ນ ໄດ້​ຢືນຢັນ​ຜ່ານ​ການ​ແບ່ງປັນ​ຂອງ​ທ່ານ ຫງວຽນ​ຈິງເກືອງ, ຮອງ​ຜູ້ອຳນວຍການ​ບໍລິສັດ​ຫຸ້ນ​ສ່ວນ​ທ່າ​ກຳ​ປັ່ນ​ສາກົນ​ລາວຫວຽດ​.

ທ່ານ ຫງວຽນ​ຈິງເກືອງ ໃຫ້​ຮູ້​ວ່າ ຖ້າ​ຫາກ​ບໍ່​​ຜ່ານແດນ ໄປຫວູງອ໋າງ​ ຕາມ​ປົກ​ກະ​ຕິ​ສິນ​ຄ້າ​ຂອງ​ລາວ​ທີ່​ຢາກ​ຈະ​ສົ່ງ​ອອກ​ໄປ​ປະ​ເທດ​ທີ​ສາມ​ແມ່ນ​ຕ້ອງ​ຜ່ານ​ໄທ. ໄລຍະຫ່າງແຕ່ລາວຫາໄທ ທຽບໃສ່ສົ່ງສິນຄ້າມາຜ່ານຫງຽດນາມ ຈະໄກກວ່າປະມານ 400 ກິໂລແມັດ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບໍລິສັດ​ກໍໄດ້ມີ​ນະ​ໂຍບາຍ​ໜູນ​ຊ່ວຍ ​ແລະ ສ້າງເງື່ອນໄຂ​ສະດວກ​ໃຫ້​ແກ່​ລູກ​ຄ້າທີ່ມີ​ສິນຄ້າ​ຈາກ​ລາວ​ຜ່ານແດນຫວຽດນາມ ​ເພື່ອ​ສົ່ງ​ອອກ​ໄປ​ຍັງ​ປະ​ເທດ​ທີສາມ, ​ຈະບຸລິມະສິດ​​ສາງ ​ແລະ ເດີ່ນ​ໃຫ້​ແກ່​ລູກ​ຄ້າ​ດັ່ງກ່າວ.

ສາຍໃຈ ຫວຽດນາມ-ລາວ: “ການຮ່ວມມືຮອບດ້ານເພື່ອອະນາຄົດທີ່ໃສແຈ້ງ”

ທ່ານ ຫງວຽນ​ຈິງເກືອງ, ຮອງ​ຜູ້ອຳນວຍການ​ບໍລິສັດ​ຫຸ້ນ​ສ່ວນ​ທ່າ​ກຳ​ປັ່ນ​ສາກົນ​ລາວຫວຽດ​ (ພາບ:VOV)

ບົນ​ພື້ນຖານ​ຈິດ​ໃຈ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ, ລັດຖະບານສອງປະເທດ ຫວຽດນາມ ​ແລະ ລາວ ​ກໍໄດ້​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຕາມ​ທິດ​ທາງ​ທີ່ມີແບບມີແຜນກວ່າ. ໃນຈໍານວນ​ສ່ວນຫຼາຍໂຄງ​ການ​ລົງ​ທຶນ​​ທີ່ມີ​ປະ​ສິດ​ທິ​ຜົນ ໄດ້ປະ​ກອບ​ສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງສອງປະ​ເທດ, Unitel ແມ່ນ​ສັນ​ຍາ​ລັກ​ແຫ່ງ​ຜົນ​ສຳ​ເລັດ​ທີ່​ເປັນ​ແບບ​ຢ່າງ.

ໃນຖານະເປັນບໍລິສັດຮ່ວມທຸລະກິດລະຫວ່າງກຸ່ມອຸດສາຫະກໍາ ແລະ ໂທລະຄົມມະນາຄົມກອງທັບ Viettel (ຫວຽດນາມ) ແລະ ລາວ ອາຊີ ໂທລະຄົມ, Unitel ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2008. ການເດີນທາງ 14 ປີ ວິສາຫະກິດແຫ່ງນີ້ໄດ້ສ້າງຜົນງານທີ່ປະທັບໃຈຄື ຈາກວິສາຫະກິດໂທລະຄົມມະນາຄົມທີ່ມີຂອບຂະໜາດນ້ອຍທີ່ສຸດກາຍເປັນວິສາຫະກິດໂທລະຄົມມະນາຄົມນໍາໜ້າໃນລາວ ດ້ວຍສ່ວນກວມຕະຫຼາດເຖິງ 57%. ຄຽງຂ້າງນັ້ນ, Unitel ກໍສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມລາວ ໃນການສ້າງວຽກເຮັດງານທຳໃຫ້ຄົນງານ 27,000 ຄົນ, ເປັນບໍລິສັດຢືນອັນດັບ 2 ຢູ່ລາວໃນການເສຍພາສີ ແລະ ງົບປະມານ.

ທ່ານ ຫງວຽນ​ຫງອກ​ລອງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ Unitel ​ໃຫ້​ຮູ້​ວ່າ ຊາວ​ຫວຽດ​ນາມ ແລະ ລາວ ທີ່​ເຮັດ​ວຽກ​ຢູ່​ບໍ​ລິ​ສັດ​ລ້ວນ​ແຕ່​ປອງດອງກັນ ແລະ ຖື​ກັນ​ເປັນ​ອ້າຍນ້ອງໃນຄອບຄົວດຽວ. ການຊ່ວຍເຫຼືອຂອງປະເທດລາວແມ່ນໃຫຍ່ຫຼວງ. ພວກຂ້າພະເຈົ້າມີຄວາມສະດວກສະບາຍຫຼາຍໃນການດໍາເນີນທຸລະກິດຢູ່ໃນລາວ.

ສາຍໃຈ ຫວຽດນາມ-ລາວ: “ການຮ່ວມມືຮອບດ້ານເພື່ອອະນາຄົດທີ່ໃສແຈ້ງ”
ທ່ານ ຫງວຽນ​ຫງອກ​ລອງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ Unitel (ພາບ:VOV)

​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ​10 ​ເດືອນ​ປີ 2022, ວົງ​ເງິນ​ການ​ຄ້າ​ລະຫວ່າງ​ຫວຽດນາມ - ລາວ ບັນລຸ 1,4 ຕື້ USD, ​ເພີ່ມ​ຂຶ້ນ 28% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ​ແລະ ຄາດ​ວ່າ​ຈະ​ບັນລຸ 2 ຕື້ USD ​ໃນ​ປີ​ນີ້. ຫວຽດ​ນາມ ສືບ​ຕໍ່​ເປັນ​ໜຶ່ງ​ໃນ​ສາມນັກ​ລົງ​ທຶນ​ໃຫຍ່​ທີ່ສຸດ​ຢູ່​ລາວ. ຕາມ​ທ່ານ ວຽງ​ສະຫວັນ ວິ​ໄລ​ພອນ, ຮອງ​ປະທານ​ຄະນະ​ປະຈຳ​ຄະນະ​ກຳມະການ​ຮ່ວມ​ມື ລາວ-ຫວຽດນາມ ​ແລ້ວ, ​ເຖິງ​ວ່າ​ ຖືກຜົນສະທ້ອນ​ຢ່າງ​ໃຫຍ່​ຫຼວງ​ຈາກ​ໂລກ​ລະບາດ​ໂຄ​ວິດ-19, ​ແຕ່​ວ່າການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງຝ່າຍ​ກໍ “​ແຕກດອກອອກຜົນ” ຢ່າງບໍ່ຢຸດຢັ້ງ, ເຊິ່ງເຫັນໄດ້ຢ່າງຊັດເຈນຢູ່ບາງຂົງເຂດທີ່ໂດດເດັ່ນ.

“ສ່ວນ​ໃຫຍ່ວິ​ສາ​ຫະ​ກິດ​ຫວຽດ​ນາມລົງ​ທຶນເຮັດທຸ​ລະ​ກິດ​ຢູ່ລາວ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ເຂົ້າໃນການພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ. ການລົງທຶນຂອງຫວຽດນາມ ມາຮອດປະຈຸບັນມີທັງໝົດ 417 ໂຄງການ, ດ້ວຍຍອດມູນຄ່າການລົງທຶນແມ່ນ 4,3 ຕື້ USD. ພິເສດ, ໃນປີ 2022 ນີ້, ໄດ້ຮັບການອະນຸມັດຜ່ານ 3 ໂຄງການໃໝ່ ແລະ 3 ໂຄງການປັບປຸງທຶນຈົດບຽນດ້ວຍມູນຄ່າ 65,92 ລ້ານ USD, ເພີ່ມຂຶ້ນ 2,5 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021” - ທ່ານ ວຽງ​ສະຫວັນ ວິ​ໄລ​ພອນ ໃຫ້ຮູ້ວ່າ.

ຄຽງຂ້າງການ​ຊຸກຍູ້​ທາງດ້ານການ​ຄ້າ,​ ການ​ລົງທຶນ​ສອງ​ຝ່າຍແລ້ວ, ການ​ຮ່ວມ​ມື​ໃນດ້ານ​ການ​ສຶກສາ​ກໍຍັງ​ເປັນ​ຈຸດ​ພົ້ນເດັ່ນທີ່​ສຳຄັນ​ໃນ​ການ​ສ້າງສາ​ຍພົວພັນ​ມິດຕະພາບ​ແບບ​ພິ​ເສດລະຫວ່າງ ​ຫວຽດນາມ - ລາວ. ປະຈຸ​ບັນ, ມີ​ນັກ​ສຶກສາ​ລາວ​ປະມານ 14.000 ຄົນ​ພວມສຶກສາ​ຮ່ຳຮຽນ​ຢູ່​ຫວຽດນາມ. ລັດຖະບານລາວ ກໍໄດ້ບຳລຸງສ້າງພະນັກງານ ແລະ ນັກສຶກສາຫວຽດນາມ ເກືອບ 5,000 ຄົນ ໃນໄລຍະສອງສາມທົດສະວັດຜ່ານມາ. ນີ້​ແມ່ນ​ບັນດາຕົວ​ເລກ ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ, ຄວາມ​ຕັດສິນ​ໃຈ ​ແລະ ມີຄວາມ​ໝາຍ​ສຳຄັນ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ລະຫວ່າງສອງປະ​ເທດ.

ຢູ່​ມະຫາວິທະຍາ​ໄລ​ວິງ, ​ແຂວງ ​ເຫງະອານ, ​ເຊິ່ງເປັນຖິ່ນກໍາເນີດທີ່ມີ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ​ກ່ຽວກັບການບໍາລຸງສ້າງ​ນັກ​ສຶກສາ​ລາວ, ບັນດາກິດຈະກໍາພົວພັນແລກປ່ຽນ​ວັດທະນະທຳທີ່ເຕັມໄປດ້ວຍນໍ້າໃຈມິດຕະພາບ ໄດ້ດຳເນີນຢ່າງເປັນປະຈໍາ. ສະຖານ​ທີ່​ແຫ່ງ​ນີ້​ໄດ້​ກາຍ​ເປັນບ່ອນທີ່​ໃຫ້​​ນັກ​ສຶກສາ​ຫວຽດນາມ - ລາວ ພ້ອມກັນສຶກສາ​ຮ່ຳຮຽນ, ​ແບ່ງປັນ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ແລະ ​ແລກປ່ຽນບັນດາບັນຫາ​ໃນ​ຊີວິດປະຈໍາວັນ. ພາຍໃຕ້ໂຮງຮຽນແຫ່ງນີ້, ບັນດາສະໂມສອນດອກຈຳປາ, ສະໂມສອນພາສາຫວຽດ ໄດ້ສ້າງຕັ້ງ ເພື່ອສ້າງບ່ອນຫຼິ້ນ ແລະ ພົບປະແລກປ່ຽນວັດທະນະທຳທີ່ມີຄວາມໝາຍ, ໜູນຊ່ວຍຢ່າງຕັ້ງໜ້າໃຫ້ແກ່ນັກສຶກສາລາວໃນໄລຍະສຶກສາຮໍ່າຮຽນຢູ່ໂຮງຮຽນ.

ສາຍໃຈ ຫວຽດນາມ-ລາວ: “ການຮ່ວມມືຮອບດ້ານເພື່ອອະນາຄົດທີ່ໃສແຈ້ງ”
ທ່າກໍາປັ່ນສາກົນລາວ-ຫວຽດ (ພາບ:VOV)

ທ່ານ ສີວອນຣຶ ບຸນທະວີ, ນັກ​ສຶກ​ຄົ້ນຄວ້າຂອງ​ມະ​ຫາ​ວິ​ທະ​ຍາ​ໄລວິງ ແບ່ງ​ປັນ​ວ່າ: “13 ປີ​ແຫ່ງ​ການສຶກສາ​ຮ່ຳ​ຮຽນ​ຢູ່​​ມະ​ຫາ​ວິ​ທະ​ຍາ​ໄລວິງທີ່ອົບອຸ່ນ, ຂ້າ​ພະ​ເຈົ້າເອງ​ຍາມ​ໃດ​ກໍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ໂຮງ​ຮຽນ, ການ​ໜູນ​ຊ່ວຍ​ຢ່າງ​ຈິງ​ໃຈ​ຈາກໝູ່ເພື່ອນ​ຫວຽດ​ນາມ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລວິງ, ໂດຍສະເພາະແມ່ນໄດ້ຮັບການຊ່ວຍເຫຼືອຈາກບັນດາສະໂມສອນ".

ການສືບ​ທອດ​ມູນ​ເຊື້ອ​ມິດຕະພາບ​ອັນ​ດີ​ງາມ​ທີ່​ໄດ້​ສ້າງ​ຂຶ້ນ​ໃນ​ 60 ປີຜ່ານມາ, ​ໄດ້​ມີ​ຫຼາຍ​ຮູບແບບ, ວິທີເຮັດທີ່ດີ , ຮັດແໜ້ນຄວາມສາມັກຄີ ແລະ ການ​ຮ່ວມ​ມື​ເພື່ອ​ພັດທະນາ​ຮ່ວມ​ກັນ, ​ເປັນ​ແບບຢ່າງ​ແມ່ນຮູບການແຮກສ່ຽວບ້ານ-ບ້ານ​ລະຫວ່າງ 10 ​ແຂວງ​ຂອງ​ລາວ​ທີ່ມີເສັ້ນ​ຊາຍ​ແດນ​ຕິດຈອດກັນກັບ 10 ແຂວງຂອງຫວຽດນາມ. ການ​ແຮກສ່ຽວຍັງ​ໄດ້​ແຜ່​ກະຈາຍອອກ​ຢ່າງ​ກວ້າງຂວາງ​ໃນ​ລະຫວ່າງບັນດາ​ແຂວງ, ນະຄອນ​ທີ່​ບໍ່ມີ​​ຊາຍ​ແດນຮ່ວມກັນ. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໄດ້​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາຂົງ​ເຂດ​​ຄື: ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ, ວັດທະນະທຳ, ການ​ສຶກສາ, ສາທາລະນະສຸກ ​ແລະ ການປ້ອງ​ກັນ​ປະ​ເທດຊາດ.

ສອງຝ່າຍ​​ສົມທົບ​ກັນ​ເປັນຢ່າງດີ​​ໃນ​ການ​ເຄື່ອນ​ໄຫວວຽກງານ​ໂຄສະນາ​​ໃຫ້ແກ່​ພະນັກງານ, ປະຊາຊົນ​ກ່ຽວ​ກັບ​ມູນ​ເຊື້ອຄວາມ​ສາມັກຄີ​, ນໍ້າໃຈມິດຕະພາບພິ​ເສດ​ຫວຽດນາມ - ລາວ, ພ້ອມກັນປະຕິບັດ​ສັນຍາ​ວ່າດ້ວຍຂໍ້ກຳນົດກົດລະບຽບ​​ຊາຍ​ແດນ​ແຫ່ງ​ຊາດເປັນຢ່າງດີ, ​ເປັນ​ເອກະ​ພາບ​ນະໂຍບາຍ, ວິທີການ​ເພື່ອ​ແນ​ໃສ່​ທັບມ້າງກົນອຸບາຍຂອງພວກສັດຕູ ປະກອບສ່ວນ​ເຂົ້າໃນການຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ສະພາບ​ແວດ​ລ້ອມແຫ່ງ​ສັນຕິພາບ, ມິດຕະພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການພັດທະນາແບບຍືນຍົງ.

ທ່ານ ຟ້ມຫງອກແກ໊ງ, ຮອງ​ຫົວໜ້າ​ພະ​ແນ​ກ​ໂຄສະນາ​ສຶກສາ​ແຂວງ ເຫງະອານ ​ໃຫ້​ຮູ້​ວ່າ ຈາກ​ການແຮກສ່ຽວນັ້ນ ປະຊາຊົນ​ຂອງສອງ​ປະ​ເທດໄດ້​ມີ​ຄວາມ​ເຂົ້າ​ໃຈ​ກັນ​ດີ​ກ່ວາ​ອີກ, ​ພ້ອມກັນ​ເພື່ອ​ເປົ້າໝາຍລວມ​ແມ່ນນໍ້າໃຈມິດຕະພາບ​ຂອງ​ສອງ​ປະ​ເທດ. ກ່ອນການແຜ່ລະບາດ​ໂຄ​ວິດ-19, ​ເຫ​ງະ​ອານ​ໄດ້​ຈັດ​ຕັ້ງ​ບັນດາໜ່ວຍງານອາສາ​ສະໝັກ​ ໂດຍການເຂົ້າ​ຮ່ວມຂອງ​ປະເທດເພື່ອນ​ລາວ​ຄື ສອນ​ພາສາ​ຫວຽດນາມ, ​ກວດກາ ​ແລະ ປິ່ນປົວ​ພະຍາດ ​ແລະ ມີ​ບາງ​ຮູບ​ການ​ພັດທະນາ​ເສດຖະກິດ. ຈາກ​ຕົວ​ຈິງ​ນັ້ນ, ​ເປັນ​ທີ່​ແນ່​ນອນ​ວ່າ​ນໍ້າໃຈລະຫວ່າງປະຊາຊົນ​ສອງ​ປະ​ເທດຊາດຈະ​ມີ​ຄວາມ​ສະໜິດ​ແໜ້ນ​ກວ່າ ​ແລະ ມີ​ຄວາມ​ຮັບຜິດຊອບນຳກັນໃນ​ການ​ພັດທະນາ”.

ທຸກໆ​ບາດກ້າວໄປ​​ຂອງ​ສອງ​ປະ​ເທດຊາດ​ໃນ​ທຸກ​ວັນ​ນີ້ ລ້ວນ​ແຕ່ໄດ້​ຮັບຮູ້ເຖິງ​ການ​ປະກອບສ່ວນ​ຢ່່າງຕັ້ງໜ້າຂອງ​ສອງ​ຝ່າຍ, ​ເຮັດ​ໃຫ້ການ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ນັບ​ມື້​ນັບ​ສະໜິດຕິດແໜ້້ນ. ກົງ​ກັບ​ຄຳ​ອະ​ທິ​ຖານທີ່​ພິທີບາສີສູ່ຂວັນ​ໃນ​ໂອກາດແຮກສ່ຽວ ຫວຽດນາມ - ລາວ:

“ໄດ້ຮັກກັນແລ້ວ, ບັດນີ້ເຮົາມັດແຂນ

ເສັ້ນຝ້າຍນີ້ ຮັດແໜ້ນສາຍໃຈລາວ-ຫວຽດ

ເສັ້ນຝ້າຍນີ້ແທນຄໍາອະທິຖານ

ຂໍໃຫ້ມີຄວາມສະຫງົບສຸກ, ຂໍໃຫ້ມີຄວາມຜາສຸກ.... ອ້າຍນ້ອງເຮີ້ຍ”.

ຫອມມາລາ

ເຫດການ
302 Found

Found

The document has moved here.