ພິທີມອບລາງວັນການປະກວດ "ໃຫ້ຂອງທີ່ລະນຶກເລົ່າເລື່ອງ" ໂດຍວາລະສານຍຸກສະໄໝ (ອົງການຂອງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ) ໄດ້ສົມທົບກັບສະຖານທູດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ລາວ - ຫວຽດນາມ ຈັດຕັ້ງໃນວັນທີ 13 ທັນວາ ໄດ້ຕ້ອນຮັບແຂກພິເສດຈຳນວນໜຶ່ງ. ໃນນັ້ນເປັນຜູ້ຂຽນ 2 ທ່ານ ທີ່ໄດ້ຮັບລາງວັນທີ 1 ຂອງການປະກວດ - ທ່ານ ຄໍາແກ້ວ ວົງພິລາ ອະດີດຫົວໜ້າພະແນກການຕ່າງປະເທດ ແຂວງວຽງຈັນ (ລາວ); ທ່ານ ຈ໊າງລາວຫຼື (ຊາວເຜົ່າມົ້ງ, ຈາກບ້ານລາວໂຄ 1, ຕາແສງພຽງຄ່ວາຍ, ເມືອງອຽນເຈົາ, ແຂວງເຊີນລາ) ແລະ ທ່ານ ເຈີ່ນວັນຖັ໊ງ, ລູກຊາຍຂອງຜູ້ຂຽນ ເຈີ່ນວັນຕຸກ, ໄດ້ຮັບລາງວັນທີ 2 ໃນການປະກວດຄັ້ງນີ້.
ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ແລະ ທ່ານ ເຈີ່ນວັນຕຸ໊ຍ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ມອບລາງວັນທີ 1 ໃຫ້ຜູ້ຂຽນ ຄຳແກ້ວ ວົງພິລາ ແລະ ຈ໊າງລາວຫຼື. ພາບ: ທູຮ່າ
ການເຕົ້າໂຮມທີ່ມະຫັດສະຈັນ
ກ່ອນໜ້ານີ້ 53 ປີ ໃນສະໄໝສົງຄາມວຸ້ນວາຍ ຢູ່ລາວ, ເດັກນ້ອຍນັກຮຽນລາວ ຫຼາຍຄົນໄດ້ອົບພະຍົບໄປຫວຽດນາມ. ບັນດາເດັກນ້ອຍໄດ້ຮັບການລ້ຽງດູຈາກ ຄອບຄົວຊາວຫວຽດນາມ, ເຊິ່ງຕົ້ນຕໍແມ່ນຊາວກະສິກອນບາກບັ່ນໝັ່ນ ພຽນໃນໄລຍະສົງຄາມ ໄດ້ຮັບເປັນລູກຮັກ, ເຊິ່ງໄດ້ພາມາຢູ່ນຳຄອບຄົວ. ພວກເຂົາເຈົ້າໄດ້ຢູ່ຮ່ວມກັນຄືຄົນໃນຄອບຄົວດຽວກັນ. ໃນນັ້ນມີເດັກຊາຍຄົນໜຶ່ງ ຊື່ວ່າ: ຄຳແກ້ວ ວົງພິລາ ດຳລົງຊີວິດຢູ່ແຂວງຊຽງຂວາງ (ລາວ) ມາຢູ່ນຳຄອບຄົວຂອງທ່ານ ເຈີ່ນວັນຕຸກ (ເຂດ 3, ຕາແສງດ່າວຊາ, ເມືອງ ແທງທຸຍ, ແຂວງ ຟູເຖາະ). ພາຍຫຼັງສັນຕິພາບ ແລະ ການປົດປ່ອຍຢູ່ ທັງສອງປະເທດແລ້ວ, ທ່ານ ຄໍາແກ້ວ ວົງພິລາ ໄດ້ກັບຄືນປະເທດລາວ. ພວກເຂົາເຈົ້າໄດ້ສູນເສຍການຕິດຕໍ່ກັນ ແລະ ກັນນັບຫຼາຍສິບປີ. ຜ່ານຮູບຖ່າຍພ້ອມກັບຄອບຄົວພໍ່ແມ່ຮັກໃນປີ 1969 ແລະ ບາງຂໍ້ມູນທີ່ຈື່ຈໍາໄດ້ ແລະ ສົ່ງເຖິງການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ”, ລູກຮັກຊາວລາວ ຄໍາແກ້ວ ວົງພິລາ ໄດ້ພົບເຫັນພໍ່ແມ່ອ້າຍນ້ອງຮັກຢູ່ຂອງຕົນຢູ່ຫວຽດນາມ. ທັງພໍ່ແມ່ ແລະ ລູກຮັກລ້ວນແຕ່ຍາດໄດ້ລາງວັນສູງໃນການປະກວດຄັ້ງນີ້ ເຊິ່ງ ເຂົາເຈົ້າຂຽນກ່ຽວກັບຊີວິດ ແລະ ຄວາມຊົງຈຳໃນຊຸມປີຂອງເຂົາເຈົ້າດໍາລົງ ຊີວິດຢູ່ຮ່ວມກັນ. ໃນໄລຍະເຄິ່ງສັດຕະວັດທີ່ຫ່າງກັນ, ບາງເທື່ອບໍ່ຮູ້ຂ່າວຄາວ ຂອງກັນ, ມື້ນີ້ ຢູ່ຮ່າໂນ້ຍ, ຫວຽດນາມ ໃນລະດູໜາວທີ່ເຕັມໄປດ້ວຍຄວາມ ອົບອຸ່ນ, ເຂົາເຈົ້າໄດ້ພົບປະກັນອີກເທື່ອໜຶ່ງ ແລະ ນຳມາໃຫ້ພວກເຮົາໄດ້ ເຫັນເຊິ່ງບັນດາພະຍານຫຼັກຖານອັນສະຫງ່າງາມ ແລະ ຄວາມມະຫັດສະຈັນ ຂອງຄວາມໝາຍນໍ້າໃຈມິດຕະພາບປະຊາຊົນຫວຽດນາມ - ລາວ.
ຮູບພາບລູກຮັກລາວສາມຄົນຖ່າຍກັບຄອບຄົວຂອງທ່ານ ເຈີ່ນວັນຕຸກ. ໃນຮູບ, ທ່ານ ຄຳແກ້ວ ຢືນຢູ່ຂ້າງພໍ່ຕຸກ.
ແບ່ງປັນທີ່ພິທີມອບລາງວັນ, ທ່ານ ຄຳແກ້ວ ວົງພິລາ ໃຫ້ຮູ້ວ່າ: ໃນຫຼາຍກວ່າເຄິ່ງສັດຕະວັດແລ້ວ, ລາວຍັງຄົງຮັກສາບັນດາຂອງທີ່ລະນຶກທີ່ເຕັມໄປດ້ວຍຄວາມຮັກແພງຂອງບັນດາຄອບຄົວຫວຽດນາມ. ນັ້ນແມ່ນບັດອວຍພອນປີໃໝ່ຂອງເອື້ອຍ ຊວນກີມ, ຮູບແຕ້ມດ້ວຍມືຂອງນ້ອງຊາຍຂອງເພິ່ນ ແລະ ຮູບພາບທີ່ໄດ້ຖ່າຍຢູ່ກັບຄອບຄົວຂອງພໍ່ ເຈີ່ນວັນຕຸກ.
ຄອບຄົວຂອງເອື້ອຍ ຊວນກີມ ແມ່ນບ່ອນທຳອິດທີ່ທ່ານ ຄຳແກ້ວ ວົງພິລາ ໄດ້ໄປເມື່ອຖືກຍົກຍ້າຍໄປຫວຽດນາມ.
ຂອງທີ່ລະນຶກພິເສດອີກແມ່ນ ຮູບພາບທ່ານ ຄຳແກ້ວ ວົງພິລາ ຖ່າຍກັບຄອບຄົວຂອງພໍ່ເຈີ່ນວັນຕຸກ, ແມ່ມາຍຢູ່ຕາແສງດ່າວຊາ, ເມືອງແທງທຸຍ, ແຂວງວິ້ງຟູ (ປະຈຸບັນແມ່ນແຂວງຟູເຖາະ) ເມື່ອປີ 1969. ນີ້ແມ່ນຄອບຄົວເມື່ອຂອງເດັກຊາຍຄຳແກ້ວ ວົງພິລາ ແລະ ເພື່ອນລາວອີກສອງຄົນ ຄື: ບຸນລັບ ແລະ ບຸນເພັງ ໄດ້ມາຢູ່ນໍາກັນ.
“ເມື່ອນັ້ນພວກຂ້າພະເຈົ້າມີອາຍຸແຕ່ 12-13 ປີກໍມາຢູ່ນຳພໍ່ຕຸກ ແລະ ແມ່ມາຍ, ເຖິງວ່າພວກເຮົາຈະແຕກຕ່າງກັນທາງຊົນເຜົ່າ, ແຕ່ພໍ່ແມ່ກໍຮັກແພງພວກຂ້າພະເຈົ້າຄືດັ່ງລູກຂອງຕົນ, ພໍ່ແມ່ກໍ່ກະຕືລືລົ້ນສອນພວກຂ້າພະເຈົ້າທຸກຄົນແຕ່ລະຄໍາເວົ້າ, ທຸກໆປະໂຫຍກ, ວິຖີຊີວິດໃນຄອບຄົວ, ນັ້ນເປັນຄວາມຊົງຈໍາທີ່ສຸດຍອດທີ່ສຸດສໍາລັບຂ້າພະເຈົ້າ”, ທ່ານ ຄໍາແກ້ວ ວົງພິລາ ກ່າວດ້ວຍຄວາມຕື້ນຕັນໃຈ.
ທ່ານ ເຈີ່ນວັນຖັ໊ງ, ລູກຊາຍຂອງທ່ານ ເຈີ່ນວັນຕຸກ ແບ່ງປັນທີ່ພິທີມອບລາງວັນ (ພາບ: ເຈືອງຮົ່ງ).
ໄດ້ພົບປະກັບ “ອ້າຍແກ້ວ” ຄືນໃນພິທີມອບລາງວັນການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ, ທ່ານ ເຈີ່ນວັນຖັ໊ງ ໃຫ້ຮູ້ວ່າ ໂດຍຜ່ານການປະກວດ ໃຫ້ຂອງທີ່ລະນຶກເລົ່າເລື່ອງ, ຄອບຄົວຂອງເພິ່ນຈຶ່ງສາມາດເຊື່ອມຕໍ່ຫາອ້າຍແກ້ວຄືນໃຫມ່ໄດ້ ພາຍຫຼັງ 10 ກວ່າປີທີ່ຫ່າງຈາກກັນ. ນີ້ແມ່ນຄວາມສຸກອັນຍິ່ງໃຫຍ່ສໍາລັບຄອບຄົວຂອງລາວ.
ຂອງທີ່ລະນຶກລະນຶກເຖິງຜູ້ນຳການປະຕິວັດລາວ
ເມື່ອອາຍຸ 84 ປີ, ທ່ານ ຈ໊າງລາວຫຼື ຍັງຈື່ຈຳວັນເວລາທີ່ລາວມີອາຍຸ 10 ປີໄດ້ເດີນຕາມພໍ່ເຂົ້າປ່າເພື່ອເອົາເຂົ້າໄປໃຫ້ປະທານ ໄກສອນ ພົມວິຫານ. ປີ 1948, ປະທານ ໄກສອນ ພົມວິຫານ ແລະ ກອງໂຄສະນາອົບຮົມພາກເໜືອຂອງລາວ ໄປບ້ານ ພຽງຊາ (ຕໍ່ມາປ່ຽນຊື່ເປັນບ້ານລາວໂຄ) ເພື່ອປະຕິບັດກໍ່ສ້າງຮາກຖານ ການປະຕິວັດ, ຈາກນັ້ນໄດ້ພັດທະນາເປັນຖານທີ່ໝັ້ນການປະຕິວັດຫຼາຍແຫ່ງ ໃນດິນແດນລາວ, ຕ້ານພວກລ່າເມືອງຂຶ້ນຝຣັ່ງ.
ຕາມພໍ່ຂອງທ່ານ ຈ໊າງລາວຫຼື - ພໍ່ເຖົ້າ ຈ໊າງລາວໂຄ, ເລົ່າວ່າ ໃນໄລຍະເບື້ອງຕົ້ນທ່ານ ໄກສອນ ພົມວິຫານ ໄດ້ມາອາໄສຢູ່ຖ້ຳເຖິມເມ໊ (ຫ່າງຈາກບ້ານລາວໂຄປະມານ 7 ກິໂລແມັດ).
“ໃນໄລຍະນັ້ນ, ພູຜາປ່າໄມ້ມີຄວາມຕຶບໜາ, ການເດີນທາງຫຍຸ້ງຍາກລຳບາກ, ຂ້າພະເຈົ້າມັກຈະໄປນຳພໍ່ ຖືອາຫາໄປໃຫ້ ລຸງ ໄກສອນ ແລະ ກອງໂຄສະນາພາກເໜືອຂອງລາວ ເພື່ອຫຼີກລ່ຽງການກວດພົບຂອງສັດຕູ, ເວລາເຮົາໄປ ກໍໄດ້ນຳເອົາຈົກໄປນຳຕະຫຼອດ ເພື່ອຖືກຖາມ ກໍຈະຕອບວ່າ ເອົາອາຫານໄປໃຫ້ຄອບຄົວຢູ່ໄຮ່”, ທ່ານ ຈ໊າງລາວຫຼື ໃຫ້ຮູ້.
ເວລາຕໍ່ມາ, ປະທານ ໄກສອນ ພົມວິຫານ ໄດ້ຍ້າຍໄປອາໄສຢູ່ກັບຄອບຄົວຂອງ ທ່ານ ຈ໊າງລາວຫຼື. ໃນການດໍາລົງຊີວິດປະຈຳວັນ, ສະມາຊິກໄດ້ຄ່ອຍໆສະໜິດສະໜົມກັບປະທານ ຄືກັບສະມາຊິກໃນຄອບຄົວດຽວກັນ.
ໝໍ້ຕົ້ມນ້ຳ, ໝໍ້ທອງ, ໝໍ້ກະທະ ແລະ ຄົກໂມ້ ແມ່ນເຄື່ອງໃຊ້ຂອງຄອບຄົວ ທ່ານ ຈ໊າງລາວຫຼື ນໍາໃຊ້ເພື່ອຮັບໃຊ້ຜູ້ນຳການປະຕິວັດລາວ ແລະ ບັນດາເພື່ອນມິດສະຫາຍຂອງຕົນ ໃນໄລຍະປີ 1948-1951. ຕໍ່ມາ, ເມື່ອຫໍປູສະນີຍະສະຖານການປະຕິວັດຫວຽດ-ລາວ ໄດ້ເປີດຢູ່ບ້ານ ລາວໂຄ ໃນປີ 2017, ຄອບຄົວທ່ານ ຈ໊າງລາວຫຼື ໄດ້ມອບບັນດາເຄື່ອງລະນຶກນີ້ໃຫ້ຍັງຫໍໍດັ່ງກ່າວ ເພາະວ່າ ນັ້ນເປັນພະຍານຫຼັກຖານແຫ່ງຄວາມເອກອ້າງທະນົງໃຈ ແລະ ເຕັມໄປດ້ວຍຄວາມຈົງຮັກພັກດີ.
ບູນມີ