ສະ​ຖານ​ທູດ UAE ປະ​ຈຳ​ຫວຽດ​ນາມ ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ບານ​ເຕະ​​ມິດ​ຕະ​ພາບ​ປີ 2022

08:50 | 21/12/2022

ການ​ພົວພັນ​ມິດຕະພາບ​ລະຫວ່າງ UAE ​ແລະ ຫວຽດນາມ ນັບ​ມື້​ນັບ​ໄດ້ແຕກດອກອອກ​ຜົນ, ການ​ຮ່ວມ​ມື​​ສອງ​ຝ່າຍລະຫວ່າງ ສອງປະ​ເທດ​ນັບ​ມື້​ນັບ​ຮັບການປັບປຸງ ​ແລະ ພັດທະນາ​ໃນ​ໄລຍະກວ່າ 30 ປີຜ່ານມາ. ບັນດາ​ການ​ນຳ​ຂອງ UAE ຍາມ​ໃດ​ກໍ່​ສະໜັບສະໜູນ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຫວຽດນາມ.

ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ
ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ອາ​ຊີ - ປາ​ຊີ​ຟິກ ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ອາ​ຊີ - ປາ​ຊີ​ຟິກ

ວັນ​ທີ 18 ທັນ​ວາ 2022, ຢູ່​ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ການ​ແຂ່ງ​ຂັນ​ບານ​ເຕະ​ມິດ​ຕະ​ພາບ​ໂດຍ​ສະ​ຖານ​ທູດ​ສະຫະລັດ ອາຣັບເອມີເຣດ (UAE) ປະ​ຈຳ​ຫວຽດ​ນາມ ຈັດ​ຕັ້ງ.

ທ່ານ Abdulla Alhameli - ອຸປະທູດ ສະຖານທູດ UAE ໃຫ້ຮູ້ວ່າ: ການແຂ່ງຂັນກິລາບານເຕະມິດຕະພາບບໍ່ພຽງແຕ່ມີຄວາມໝາຍເລິກເຊິ່ງມຸ່ງໄປເຖິງການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ UAE ແລະ ຫວຽດນາມ (1993 – 2023) ແລະ ຕ້ອນຮັບບຸນປີໃໝ່ ປີ 2023, ຫາກ​ຍັງ​ແມ່ນ​ໂອກາດ​ພິ​ເສດ​ເພື່ອ​ໃຫ້​ບັນດາ​ຄະນະ​ໄດ້​ມີ​ໂອກາດ​ແລກປ່ຽນ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັນ, ຍົກສູງການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ບັນດາ​ສະຖານທູດກວ່າອີກ.

Đại sứ quán UAE tại Việt Nam tổ chức giải bóng đá giao lưu hữu nghị năm 2022

ສະ​ຖານ​ທູດ UAE ປະ​ຈຳ​ຫວຽດ​ນາມ ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ບານ​ເຕະ​​ມິດ​ຕະ​ພາບ​ປີ 2022. ພາບ: thoidai.com.vn

ຕາມ​ສະຖານທູດ UAE ​ແລ້ວ, ການ​ພົວພັນ​ມິດຕະພາບ​ລະຫວ່າງ UAE ​ແລະ ຫວຽດນາມ ນັບ​ມື້​ນັບ​ໄດ້ແຕກດອກອອກ​ຜົນ, ການ​ຮ່ວມ​ມື​​ສອງ​ຝ່າຍລະຫວ່າງ ສອງປະ​ເທດ​ນັບ​ມື້​ນັບ​ຮັບການປັບປຸງ ​ແລະ ພັດທະນາ​ໃນ​ໄລຍະກວ່າ 30 ປີຜ່ານມາ. ບັນດາ​ການ​ນຳ​ຂອງ UAE ຍາມ​ໃດ​ກໍ່​ສະໜັບສະໜູນ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຫວຽດນາມ.

ຜ່ານ 3 ທົດ​ສະ​ວັດ​ຜ່ານ​ມາ, ການ​ພົວ​ພັນ​ທີ່​ດີງາມ​ລະ​ຫວ່າງ​ຫວຽດ​ນາມ - UAE ນັບມື້ນັບໄດ້​ຮັບ​ການ​ພັດ​ທະ​ນາ ​ແລະ ​ຫຼາຍຮູບຫຼາຍແບບ. ສອງປະ​ເທດໄດ້ ​ແລະ ພວມສືບ​ຕໍ່​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ຫຼາຍ​ຂົງ​ເຂດ ​ຄື: ການ​ເມືອງ, ການ​ທູດ, ການ​ຄ້າ, ການ​ລົງທຶນ, ການບິນ, ວັດທະນະທຳ...

ຂ້າງລຸ່ມນີ້ແມ່ນຮູບພາບຈາກການແຂ່ງຂັນບານເຕະມິດຕະພາບ ໂດຍສະຖານທູດສະຫະລັດ ອາຣັບເອມີເຣດ (UAE) ປະຈຳ ຫວຽດນາມ ຈັດຕັ້ງ:

Đại sứ quán UAE tại Việt Nam tổ chức giải bóng đá giao lưu hữu nghị năm 2022

Đại sứ quán UAE tại Việt Nam tổ chức giải bóng đá giao lưu hữu nghị năm 2022

Đại sứ quán UAE tại Việt Nam tổ chức giải bóng đá giao lưu hữu nghị năm 2022

Đại sứ quán UAE tại Việt Nam tổ chức giải bóng đá giao lưu hữu nghị năm 2022

Đại sứ quán UAE tại Việt Nam tổ chức giải bóng đá giao lưu hữu nghị năm 2022

ບູນມີ

Tags: UAE
302 Found

Found

The document has moved here.