ຫວຽດນາມ ແລະ ອີຢູ ເພີ່ມທະວີການຮ່ວມມືດ້ານພາສີ

14:00 | 19/12/2022

ຫວ່າງແລ້ວນີ້, ຢູ່​ນະຄອນຫຼວງ Brussels, ປະ​ເທດ ແບນ​ຊິກ, ທ່ານ ຫົວໜ້າກົມໃຫຍ່​ພາສີຫວຽດນາມ ຫງວຽນ​ວັນ​ເກິນ, ຕາມການມອບສິດ​ຈາກ​ກະຊວງ​ການ​ເງິນ ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ບໍລິຫານ ໃນ​ຂົງເຂດ​ພາສີ​ລະຫວ່າງ​ກະຊວງການເງິນສາທາລະນະລັດສັງຄົມນິຍົມຫວຽດນາມ ກັບ ທ່ານ Ville Itälä, ປະທານອົງການຕ້ານການສໍ້ໂກງ ຂອງເອີຣົບ (OLAF).

ຫວຽດນາມ ແລະ ອີຢູ ຊອກຮູ້ກາລະໂອກາດຮ່ວມມືດ້ານປ້ອງກັນຊາດໃນອະນາຄົດ ຫວຽດນາມ ແລະ ອີຢູ ຊອກຮູ້ກາລະໂອກາດຮ່ວມມືດ້ານປ້ອງກັນຊາດໃນອະນາຄົດ
ກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການຮ່ວມ ອີຢູ - ຫວຽດນາມ ກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການຮ່ວມ ອີຢູ - ຫວຽດນາມ

ເຫດການນີ້ ໄດ້​ດຳ​ເນີນ​ຢູ່​ນອກ​ກອງ​ປະຊຸມ​ ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​​ການ​ພົວພັນ​ອາ​ຊຽນ - ອີ​ຢູ, ເພື່ອສະໜັບສະໜູນ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ປະຕິບັດ​ອະນຸ​ສັນຍາທີ 2 ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ດ້ານ​ບໍລິຫານ​ເຊິ່ງກັນ ​ແລະ ກັນ​ ໃນ​ຂົງ​ເຂດ​ພາສີ​ຂອງ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ. ສັນຍາ​ການ​ຄ້າ (EVFTA) ດ້ວຍ​ບັນດາ​ເນື້ອ​ໃນ​ພື້ນຖານ​ຂອງ​ການ​ຮ່ວມ​ມື ແມ່ນການ​ຊ່ວຍ​ເຫຼືອ​ດ້ານ​ບໍລິຫານ ​ແລະ ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ເພື່ອ​ສະກັດ​ກັ້ນ​ການຄ້າເຖື່ອນ, ການ​ສໍ້​ໂກງ​ການ​ຄ້າ, ການ​ໜີພາສີ.

ຫວຽດນາມ ແລະ ອີຢູ ເພີ່ມທະວີການຮ່ວມມືດ້ານພາສີ
ຫວຽດນາມ ແລະ ອີຢູ ເພີ່ມທະວີການຮ່ວມມືດ້ານພາສີ. (ພາບ: nhandan)

ສັນຍາ​ທີ່​ໄດ້​ຮັບ​ການ​ລົງ​ນາມ ​ແມ່ນ​ການ​ສະໜັບສະໜູນ​ດ້ານ​ບໍລິຫານກ່ຽວກັບ​ພາສີ, ​ເຊິ່ງກິດຈະກຳ​ການ​ຮ່ວມ​ມື​ຈຸດສຸມ​ ປະກອບມີ​ການ​ແລກປ່ຽນສື່ສານ ການສືບຂ່າວ, ຊ່ວຍ​ເຫຼືອ​ໃນ​ການຢັ້ງຢືນ​ກວດ​ສອບ ​ບັັນດາເປົ້າໝາຍທີ່​ກ່ຽວ​ຂ້ອງ​ກັບ​ການ​ຄ້າ​ຢາ​ສູບ ທີ່ບໍ່ຖືກຕ້ອງຕາມກົດໝາຍ, ການ​ປອມ​ແປງ ​ແລະ ​ການ​ສໍ້​ໂກງ​ແຫຼ່ງກຳ​ເນີ​ດ, ມູນຄ່າພາສີ, ການ​ປ່ຽນລາຄາ, ການຂົນສົ່ງສິ່ງເສດເຫຼືອຜິດກົດໝາຍ ແລະ ການຄ້າສັດປ່າທີ່ໃກ້ຈະສູນພັນ (CITES).

ນອກຈາກນັ້ນ, ໃນຂໍ້ຕົກລົງ, ອົງການຕ້ານການສໍ້ໂກງຂອງເອີຣົບ (OLAF) ກໍ່ໃຫ້ຄຳໝັ້ນສັນຍາໜູນຊ່ວຍການບຳລຸງສ້າງກຳລັງຄວາມສາມາດ ແລະ ແບ່ງປັນປະສົບການໃຫ້ແກ່ພະນັກງານພາສີຫວຽດນາມ.

ສິ່ງ​ທີ່​ສຳຄັນ​ກວ່າ​ນັ້ນ, ການຈັດຕັ້ງ​ປະຕິບັດຂໍ້ຕົກລົງ​ ຈະ​ຊ່ວຍ​ຍົກສູງການ​ປະຕິບັດ​ຕາມ​ກົດໝາຍ​ຂອງ​ວິ​ສາ​ຫະກິດ, ພ້ອມ​ກັນ​ນັ້ນ ​ກໍ່​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະດວກ, ໝັ້ນຄົງ ​ແລະ ປອດ​ໄພ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ການ​ຄ້າ, ປະກອບສ່ວນ​ເພີ່ມ​ທະວີ​ວົງ​ເງິນ​ການ​ນຳ​ເຂົ້າ-ສົ່ງ​ອອກ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ, ພ້ອມ​ທັງ​ດຶງ​ດູດ​ການ​ລົງທຶນ​ເຂົ້າ​ຫວຽດນາມ ​ແລະ ປະກອບສ່ວນ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ​ໃຫ້​ບັນລຸ​ເປົ້າ​ໝາຍ “ພາສີ​ສີຂຽວ” ຕາມ​ການ​ແນະນຳ​ຂອງ​ອົງການ​ພາສີ​ໂລກ (WCO).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.