ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ສ້າງການ​ພົວ​ພັນ​ຍຸດ​ທະ​ສາດ​ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ໃຫ້ເປັນຮູບເປັນຮ່າງຄືນໃໝ່

08:17 | 26/12/2022

ບົດ​ຂຽນ​ໄດ້​ຢືນຢັນ​ວ່າ ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຢູ່​ອິນ​ໂດ​ເນ​ເຊຍ​ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ແມ່ນ​ຂີດ​ໝາຍ​ໃໝ່​ໃນ 67 ປີ​ແຫ່ງ​ການ​ພົວພັນ ສອງຝ່າຍ.

ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ເຮັດ​ໃຫ້​ການ​ພົວ​ພັນ​ຫວຽດ​ນາມ - ຈີນ​ເລິກ​ເຊິ່ງ​ກ່​ວາ​ອີກ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ເຮັດ​ໃຫ້​ການ​ພົວ​ພັນ​ຫວຽດ​ນາມ - ຈີນ​ເລິກ​ເຊິ່ງ​ກ່​ວາ​ອີກ
ທ່ານ​ປະ​ທານ​ປະ​ເທ​ດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ປາດ​ຖະ​ໜາ​ຢາກ​ໃຫ້ ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ຢູ່ ຫວຽດ​ນາມ ທ່ານ​ປະ​ທານ​ປະ​ເທ​ດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ປາດ​ຖະ​ໜາ​ຢາກ​ໃຫ້ ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ຢູ່ ຫວຽດ​ນາມ

ໃນຊຸມວັນ​ຜ່ານ​ມາ, ສື່​ມວນ​ຊົນ​ອິນ​ໂດ​ເນ​ເຊຍ ​ແລະ ພາກ​ພື້ນ​ໄດ້​ລົງ​ພິມ​ບົດ​ຄວາມ​ກ່ຽວ​ກັບ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຢູ່​ອິນ​ໂດ​ເນ​ເຊຍ​ ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ Joko Widodo ​ແລະ ຕີ​ລາຄາ​ການ​ຢ້ຽມຢາມ​ຄັ້ງ​ປະຫວັດສາດ, ຊ່ວຍສ້າງການ​ພົວ​ພັນ​ຍຸດ​ທະ​ສາດ​ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ໃຫ້ເປັນຮູບເປັນຮ່າງຄືນໃໝ່.

ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ  ສ້າງການ​ພົວ​ພັນ​ຍຸດ​ທະ​ສາດ​ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ໃຫ້ເປັນຮູບເປັນຮ່າງຄືນໃໝ່
ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ.

ບົດ​ຂຽນ​ໄດ້​ຢືນຢັນ​ວ່າ ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຢູ່​ອິນ​ໂດ​ເນ​ເຊຍ​ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ແມ່ນ​ຂີດ​ໝາຍ​ໃໝ່​ໃນ 67 ປີ​ແຫ່ງ​ການ​ພົວພັນ ສອງຝ່າຍ. ບັນດາ​ສຳນັກ​ຂ່າວສານ​ອິນ​ໂດ​ເນ​ເຊຍ ​ເຊັ່ນ: ​ເວັບ​ໄຊ​ຂ່າວ Publika, ​ເວັບ​ໄຊ​ຂ່າວ Kompasiana... ກໍ່​ມີ​ບົດ​ຂຽນ​ທີ່ເນັ້ນໜັກເຖິງ​ການ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ ​ຄັ້ງ​ປະຫວັດສາດ​ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ແຕ່​ວັນ​ທີ 21 – 23 ທັນວາ, ​ໄດ້​ສ້າງ​ຮູບ​ການ​ໃໝ່​ໃຫ້​ແກ່​ສາຍ​ພົວພັນ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ.

ໜັງສືພິມ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ໜັງສືພິມ “The Star” ຂອງ​ມາ​ເລ​ເຊຍ ກໍໄດ້​ລົງ​ພິມ​ຂ່າວ ​ແລະ ບົດ​ຄວາມ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຢ້ຽມຢາມຄັ້ງນີ້​. "The Star" ​ໄດ້​ຄັດສະເໜີຄໍາເວົ້າຂອງ​ນັກຮຽນຮູ້ ​ແລະ ນັກ​ທຸລະ​ກິດ ອິນ​ໂດ​ເນ​ເຊຍ ໂດຍສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ໝາກຜົນ​ອັນ​ດີງາມ​ຂອງ​ການ​ຢ້ຽມຢາມ ຈະ​ນຳ​ການ​ພົວພັນ​ລະຫວ່າງສອງປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ເປີດ​ກາລະ​ໂອກາດອັນໃຫຍ່ຫຼວງກ່ຽວກັບ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ໃຫ້ວິສາຫະກິດຂອງ ສອງປະ​ເທດ, ນໍາ​ເສດຖະກິດ​ສອງ​ປະ​ເທດ​ກາຍ​ເປັນ "ຜູ້ນຳໜ້າເສດຖະກິດ" ຂອງ​ພາກ​ພື້ນ.

ບູນມີ

ເຫດການ
302 Found

Found

The document has moved here.