ເປັນເຈົ້າການ, ໄຫວພິບ ແລະ ມີຫົວຄິດປະດິດສ້າງໃນການຈັດຕັ້ງປະຕິບັດການເຄື່ອນໄຫວຂອງສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ

16:30 | 20/12/2022

ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ, ປະທານສະມາຄົມ ຫວຽດນາມ - ອາເມລິກາ ສະເໜີວ່າໃນໄລຍະຈະມາເຖິງ, ສູນກາງສະມາຄົມ ແລະ ບັນດາອົງການສະມາຊິກຄວນເພີ່ມທະວີລັກສະນະເປັນເຈົ້າການ, ໄຫວພິບ ແລະ ມີຫົວຄິດປະດິດສ້າງໃນການຈັດຕັ້ງປະຕິບັດບັນດາການເຄື່ອນໄຫວ ເພື່ອສອດຄ່ອງກັບສະຖານະການ ແລະ ແຫຼ່ງກໍາລັງ.

ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມມີໄຫວພິບ, ມີຫົວຄິດປະດິດສ້າງ, ເປັນເຈົ້າການ, ຊັກຈູງອາຊຽນຜ່ານຜ່າຄວາມຫຍຸ້ງຍາກ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມມີໄຫວພິບ, ມີຫົວຄິດປະດິດສ້າງ, ເປັນເຈົ້າການ, ຊັກຈູງອາຊຽນຜ່ານຜ່າຄວາມຫຍຸ້ງຍາກ
ກອງປະຊຸມການທູດ ຄັ້ງທີ 30 ໃນຫົວຂໍ້  "ທູດຫວຽດນາມ ເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ" ກອງປະຊຸມການທູດ ຄັ້ງທີ 30 ໃນຫົວຂໍ້ "ທູດຫວຽດນາມ ເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ"

ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ (ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ຫວຽດນາມ) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປີ 2022 ​ແລະ ທິດ​ທາງ​ການ​ເຄື່ອນ​ໄຫວ​ໃນ​ປີ 2023.

Chủ động, linh hoạt, sáng tạo trong triển khai hoạt động của Hội hữu nghị Việt - Mỹ

ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປີ 2022 ​ແລະ ທິດ​ທາງ​ການ​ເຄື່ອນ​ໄຫວ​ໃນ​ປີ 2023. ພາບ: thoidai.com.vn

ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ, ປະທານສະມາຄົມ ຫວຽດນາມ - ອາເມລິກາ ສະເໜີວ່າໃນໄລຍະຈະມາເຖິງ, ສູນກາງສະມາຄົມ ແລະ ບັນດາອົງການສະມາຊິກຄວນເພີ່ມທະວີລັກສະນະເປັນເຈົ້າການ, ໄຫວພິບ ແລະ ມີຫົວຄິດປະດິດສ້າງໃນການຈັດຕັ້ງປະຕິບັດບັນດາການເຄື່ອນໄຫວ ເພື່ອສອດຄ່ອງກັບສະຖານະການ ແລະ ແຫຼ່ງກໍາລັງ.

ໃນປີ 2023, ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ການ​ຮ່ວມ​ມື​ປະຊາຊົນລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ; ຊຸກຍູ້​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ​ແລະສະພາທຸລະກິດ ອາ​ເມ​ລິ​ກາ - ຫວຽດນາມ (UVBC)... ຈັດຕັ້ງການພົບປະກັບສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ຢູ່ບັນດາທ້ອງຖິ່ນ ແລະ ເຄືອຂ່າຍສະມາຊິກສະມາຄົມເນື່ອງໃນໂອກາດ ສະເຫຼີມສະຫຼອງ 78 ປີແຫ່ງວັນສ້າງຕັ້ງສະມາຄົມ. ນອກ​ນີ້, ​ໃນ​ປີໜ້າ, ສະມາຄົມ​ຍັງ​ມີ​ແຜນ​ຈະ​ຂະຫຍາຍ​ສະມາຊິກ​ໃໝ່ 2-3 ​ສະມາຊິກ.

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ແລກປ່ຽນ, ປຶກສາ​ຫາລື ​ແລະ ຍົກອອກ​ຂໍ້​ສະ​ເໜີ​ຫຼາຍຂໍ້ເພື່ອ​ແນ​ໃສ່​ເພີ່ມ​ເຕີມ ​ແລະ ປະຕິບັດສໍາເລັດ​ບົດ​ລາຍວຽກ​ງານ​ສະມາຄົມ​ປີ 2022 ​ແລະ ທິດ​ທາງ​​ວຽກ​ງານຂອງ​ສະມາຄົມ​ໃນ​ປີ 2023.

ບູນມີ

ເຫດການ
302 Found

Found

The document has moved here.