ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ມານະ​ພະຍາຍາມ​ ​ປະກອບສ່ວນ​ເພື່ອ​ສັນຕິພາບ ຢ່າງ​ມີ​ປະສິດທິ​ຜົນ

15:21 | 27/12/2022

ຍສໝ - ນີ້​ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ພົ້ນ​ເດັ່ນ​ໃນ​ວຽກ​ງານ​ການທູດປ້ອງ​ກັນຊາດ​ໃນ​ຊຸມ​ປີ​ຜ່ານມາ, ປະກອບສ່ວນ​ປະຕິບັດ​ແນວທາງພົວພັນ​​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດໃຫ້​ປະກົດຜົນເປັນຈິງ.

ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ແຮງ​ການ​ຕໍ່​ສູ້ດ ຮັກ​ສາ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊ​າດ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ແຮງ​ການ​ຕໍ່​ສູ້ດ ຮັກ​ສາ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊ​າດ
ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ຄັ້ງທີ VIII ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ຄັ້ງທີ VIII

ນັບ​ແຕ່ເມື່ອ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ຢ່າງ​ເປັນ​ທາງ​ການ​ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ບັນລຸ​ໄດ້​ບັນດາ​ໝາກ ຜົນໜ້າສົ່ງເສີມ, ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ຄູ່​ຮ່ວມ​ມື​ສາກົນ, ປະກອບສ່ວນ​ຍົກ​ສູງ​ອິດທິພົນຊື່ສຽງ, ທີ່​ຕັ້ງ​ຂອງ​ຫວຽດນາມ ​ເວົ້າລວມ ​ແລະ ກອງທັບ​ປະຊາຊົນ​ຫວຽດນາມ ເວົ້າສະເພາະ​ ໃນເວທີສາກົນ.

Chú thích ảnh

ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ມານະ​ພະຍາຍາມ​ ​ປະກອບສ່ວນ​ເພື່ອ​ສັນຕິພາບ ຢ່າງ​ມີ​ປະສິດທິ​ຜົນ. ພາບ: TTXVN

ນີ້​ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ພົ້ນ​ເດັ່ນ​ໃນ​ວຽກ​ງານ​ການທູດປ້ອງ​ກັນຊາດ​ໃນ​ຊຸມ​ປີ​ຜ່ານມາ, ປະກອບສ່ວນ​ປະຕິບັດ​ແນວທາງພົວພັນ​​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດໃຫ້​ປະກົດຜົນເປັນຈິງ.

ຄຽງ​ຂ້າງ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້ ​ແລະ ບັນດາ​ດ້ານສະດວກໂດຍ​ພື້ນຖານ​ ​ແລ້ວ, ຂະ​ບວນການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ນີ້​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຈຳນວນໜຶ່ງ​ຄື: ການຈັດ​ຕັ້ງ​ປະຕິບັດ​ບັນດາ ຖັນແຖວ​ກົມກອງ​ໃໝ່, ຍ້ອນ​ການ​ແກ່ງແຍ້ງ​ລະຫວ່າງ​ບັນດາ​ປະ​ເທດຈັດສົ່ງທະຫານ, ສະຫະ​ປະຊາ​ຊາດ​ຮຽກຮ້ອງ​ໃຫ້​ປະ​ເທດຈັດ​ສົ່ງ​ກຳລັງ​ກຽມພ້ອມ​ໃນ​ດ້ານຊັບພະຍາກອນມະນຸດ ​ແລະ ​ອຸປະກອນ​ເພື່ອ​ດຳ​ເນີນ​ບັນດາ​ລະບຽບ​ການ​ພິຈາລະນາໃຫ້​ຜັນ​ຂະຫຍາຍ. ບັນຫາ​ພາສາ​ຕ່າງປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ຂອງ​ຫວຽດນາມ ​ໃນ​ການເລືອກ​ເອົາ​ກຳລັງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ. ການ​ເຮັດ​ວຽກ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ລະບອບ, ນະ​ໂຍບາຍ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ເຮັດ​ວຽກ​ຢູ່​ບັນດາ​ອົງການ​ປະຕິບັດງານແມ່ນ​ເຄັ່ງ​ຕຶງ​ຫຼາຍ; ໃນ​ຂະ​ນະ​ທີ່ຄວາມຮຽກຮ້ອງຂອງ​ ​ສະ​ຫະ​ປະ​ຊາ​ຊາດນັບມື້ນັບ​ເພີ່ມ​ສູງ...

​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ກີດຂວາງ​ໃນ​ຂະ​ບວນການ​ປະຕິບັດ, ​ແຕ່​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ການຊີ້​ນຳ​ຂອງ​ພັກ, ລັດ, ຄະນະ​ພັກການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ການ​ສົມທົບ​ຂອງ​ບັນດາ​ອົງການ, ກົມກອງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ກອງທັບ​ປະຊາຊົນ​ຫວຽດນາມ ສືບ​ຕໍ່​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ເພື່ອ​ນັບມື້ນັບປະກອບສ່ວນ​ຢ່າງ​ເລິກເຊິ່ງ ​ແລະ ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ ສປຊ, ປະກອບສ່ວນ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງຫວຽດນາມ ​ຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກປະກົດຜົນເປັນຈິງ.

ບູນມີ

ເຫດການ
302 Found

Found

The document has moved here.