ລາຍການສິລະປະພິເສດ “ສາຍໃຈ ຫວຽດ-ລາວ”

09:58 | 15/12/2022

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ໄດ້ໄຂລາຍການສິລະປະພິເສດ “ສາຍໃຈ ຫວຽດ-ລາວ”, ສະຫຼຸບການແຂ່ງຂັນ “ຊອກຮູ້ປະຫວັດສາດສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022.

ສາຍໃຈ​ມິດຕະພາບ​ຜ່ານ 5 ງານບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ສາຍໃຈ​ມິດຕະພາບ​ຜ່ານ 5 ງານບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ
ລາຍການສິລະປະພິເສດ “ຮ້ອງເພງປະເທດຊາດຕະຫຼອດໄປ” ລາຍການສິລະປະພິເສດ “ຮ້ອງເພງປະເທດຊາດຕະຫຼອດໄປ”
ລາຍການສິລະປະພິເສດ “ສາຍໃຈ ຫວຽດ-ລາວ”
ລາຍການສິລະປະພິເສດ “ສາຍໃຈ ຫວຽດ-ລາວ”. ພາບ: Đảng Cộng sản

ບັນດາຜູ້ແທນ ແລະ ແຂກເຂົ້າຮ່ວມ ໄດ້ຮັບຊົມລາຍການສິລະປະດ້ວຍບັນດາບົດເພງຍ້ອງຍໍສັນລະເສີນສາຍໃຈມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ແລະ ບັນດາບົດເພງທີ່ມີຊື່ສຽງຂອງຊາດລາວ… ໃນລາຍການຍັງມີບັນດາຮູບເງົາສາລະຄະດີ ກ່ຽວກັບສາຍພົວພັນ ຫວຽດ-ລາວ ທີ່ບໍລິສຸດຜຸດຜ່ອງ, ຄຽງບ່າຄຽງໄຫຼ່ກັນໃນສົງຄາມ ແລະ ການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນສະໄໝສັນຕິພາບ; ກ່ຽວກັບວາລະຈັດຕັ້ງການແຂ່ງຂັນ “ຊອກຮູ້ປະຫວັດສາດສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ”…

ກ່າວຄຳເຫັນຢູ່ທີ່ນີ້, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງຍ, ຢືນຢັນວ່າ: ໃນຊຸມປີມໍ່ໆມານີ້, ພາຍໃຕ້ການຊີ້ນຳ ນຳພາຂອງສອງພັກ, ສອງລັດ, ບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງ, ທ້ອງຖິນ, ວິສາຫະກິດສອງປະເທດ ໄດ້ຕັ້ງໜ້າສົມທົບກັນປະຕິບັດບັນດາຂໍ້ຕົກລົງ, ໂຄງການ, ແຜນການຮ່ວມມື ແລະ ບັນລຸໄດ້ຫຼາຍໝາກຜົນອັນແທດເໝາະກັບຕົວຈິງໃນທຸກຂົງເຂດ, ປະກອບສ່ວນສຳຄັນເຂົ້າໃນວຽກງານປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງ, ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢູ່ບັນດາປະເທດ.

ຢູ່ທີ່ລາຍການ, ຄະນະຈັດຕັ້ງໄດ້ມອບ ລາງວັນທີໜຶ່ງ 12 ລາງວັນ, ລາງວັນທີສອງ 24 ລາງວັນ, ລາງວັນທີສາມ 60 ລາງວັນ ໃນການແຂ່ງຂັນ “ຊອກຮູ້ປະຫວັດສາດສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022. ເນື່ອງໃນໂອກາດນີ້, ຄະນະໂຄສະນາສຶກສາສູນກາງ ໄດ້ມອບໃບຍ້ອງຍໍໃຫ້ແກ່ ວິທະຍຸກະຈາຍສຽງຫວຽດນາມ ແລະ 19 ທ້ອງຖິ່ນ, ໜ່ວຍງານທີ່ມີຜົນງານດີເດັ່ນໃນວຽກງານຈັດຕັ້ງ, ຜັນຂະຫຍາຍການແຂ່ງຂັນ.

ໄຊພອນ

302 Found

Found

The document has moved here.