ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ການ​ສຶກ​ສາ

08:38 | 19/12/2022

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ ບຳ​ລຸງ​ສ້າງ ຫວຽດ​ນາມ ຫງວຽນວັນ​ຝຸກ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​​ການ​ສຶກ​ສາແມ່ນ​ລັດ​ຖະ​ນະ​ໂຍ​ບາຍ​ແຖວ​ໜ້າ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ວັນ​ຟຸກ ໃຫ້​ຮູ້​ວ່າ: ຫວຽດ​ນາມ ກຳ​ນົດ​ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ກັບ​ສາ​ກົນ​ກ່ຽວ​ກັບ​ການ​ສຶກ​ສາ, ຍູ້​ແຮງ​ການ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ສຶກ​ສາ ເພື່ອ​ປະ​ຕິ​ບັດ​ເປົ້າ​ໝາຍ​ສ້າງ​ບາດ​ກ້າວຫັນ​ປ່ຽນ​​ຢ່າງ​ແຮງ​ໃນ​ການ​ພັດ​ທະ​ນາ​ແຫຼ່ງ​ບຸກ​ຄະ​ລາ​ກອນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຊອ​ກ​ຮຸ້​ກ່ຽວ​ກັບ​ຮູບ​ແບ​ບ​ຄຸ້ມ​ຄອງ, ພັດ​ທະ​ນາ​ທ່າ​ກ່ຳ​ປັ່ນ Rotterdam, ໂຮນ​ລັງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຊອ​ກ​ຮຸ້​ກ່ຽວ​ກັບ​ຮູບ​ແບ​ບ​ຄຸ້ມ​ຄອງ, ພັດ​ທະ​ນາ​ທ່າ​ກ່ຳ​ປັ່ນ Rotterdam, ໂຮນ​ລັງ
ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຍຸດ​ທະ​ສ​າດ ຫວຽດ​ນາມ - ຝ​ລັ່ງ ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຍຸດ​ທະ​ສ​າດ ຫວຽດ​ນາມ - ຝ​ລັ່ງ ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​
ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ການ​ສຶກ​ສາ

ກອງ​ປະ​ຊຸມ​ສຳ​ມະ​ນາ​ການ​ຮ່ວມ​ມື​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ການ​ສຶກ​ສາ ລະ​ຫວ່າງ​ອັງ​ກິດ ແລະ ຫວຽດ​ນາມ (ພາບ: Vietnam+)

ຫວ່າງແລ້ວນີ້, ກອງ​ປະ​ຊຸມ​ສຳ​ມະ​ນາ​ການ​ຮ່ວມ​ມື​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ການ​ສຶກ​ສາ ລະ​ຫວ່າງ​ອັງ​ກິດ ແລະ ຫວຽດ​ນາມ ໄດ້​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ກອງ​ປະ​ຊຸ​ມ​​ສຳ​ມະ​ນາ​ແມ່ນ​ການ​ເຄື່ອນ​ໄຫວ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ການ​ສຶກ​ສາ ລະ​ຫ່​ວາງ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການວ​ພົນ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ ລະ​ຫວ່າງ ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ການ​ທູດ​ໃນ​ປີ 2023.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ ບຳ​ລຸງ​ສ້າງ ຫວຽດ​ນາມ ຫງວຽນວັນ​ຝຸກ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​​ການ​ສຶກ​ສາແມ່ນ​ລັດ​ຖະ​ນະ​ໂຍ​ບາຍ​ແຖວ​ໜ້າ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ວັນ​ຟຸກ ໃຫ້​ຮູ້​ວ່າ: ຫວຽດ​ນາມ ກຳ​ນົດ​ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ກັບ​ສາ​ກົນ​ກ່ຽວ​ກັບ​ການ​ສຶກ​ສາ, ຍູ້​ແຮງ​ການ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ສຶກ​ສາ ເພື່ອ​ປະ​ຕິ​ບັດ​ເປົ້າ​ໝາຍ​ສ້າງ​ບາດ​ກ້າວຫັນ​ປ່ຽນ​​ຢ່າງ​ແຮງ​ໃນ​ການ​ພັດ​ທະ​ນາ​ແຫຼ່ງ​ບຸກ​ຄະ​ລາ​ກອນ.

ດ້ວຍ​ການ​ກຳ​ເນີດ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ສຶກ​ສາຊັ້ນສູງ ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີມ​ໃນ​ປີ 2018 ແລະ ກົດ​ໝາຍ​ວ່າ​ດ້ານກ​ານ​ສຶກ​ສາ​ໃນ​ປີ 2019 ບັນ​ດາ​ຮາກ​ຖານ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ ຫວຽດ​ນາມ ໄດ້​ມີ​ຄວາມ​ເປັ​ນ​ເຈົ້າ​ການໃນ​ການ​ຮ່ວມ​ມື​ກັບ​ສາ​ກົນ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ມະ​ຕິ​ເລກ​ທີ 86 ກຳ​ນົດ​ກ່ຽວ​ກັບ​ການ​ຮ່ວມ​ມື​ລົງ​ທຶນ​ຕ່າງ​ປະ​ເທດ​ກໍ່​ເປີດ​ກາ​ລະ​ໂອ​ກາດ​ຮ່ວມ​ມືຫຼາຍ​ຢ່າງກັບ ຫວຽດ​ນາມ ໃນ​ຂົງ​ເຂດ​ການ​ສຶກ​ສາ. ມີ​ໂຄງ​ການບຳ​ລຸງ​ສ້າງ​ເຊື່ອມ​ຕໍ່​ປະ​ມານ 600 ໂຄງ​ການລະ​ຫວ່າງ​ບັນ​ດາ​ຮາກ​ຖານ​ການ​ສຶກ​ສາ​ຊັ້ນສູງ​ຂອງ ຫວຽດ​ນາມ ກັບ​ບັນ​ດາ​ຮາກ​ຖານ​ການ​ສຶກ​ສາ​ຕ່າງ​ປະ​ເທດ, ໃນ​ນັ້ນ​ມີ 90 ໂຄງ​ການ ກັບ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ ອັງ​ກິດ.

ໃນ​ໄລ​ຊະ​ຜ່ານ​ມາ, ຫວຽດ​ນາມ ໄດ້ຕັ້ງ​ໜ້າຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ກັບ​ກ່​ວາ 10 ປະ​ເທດ ແລະ ເຂດ​ແຄ້ວນ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຄື SEAMEO, ASEAN, ASEM, APEC, UNESCO, UNICEF...

ໂດຍຕີ​ລາ​ຄາ​ສູງ​ພື້ນ​ຖານ​ການ​ສຶກ​ສາ​ພັດ​ທະ​ນາ​ຂອງ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ​ກໍ່​ຄື​ການ​ພົວ​ພັນ​ຮ່ວມ​ມື​ຍາວ​ນານ​ກັບ​ຫວຽດ​ນາ​ມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ວັນ​ຟຸກ​ ເຊື່ອ​ໝັ້ນ​ວ່າ ກອງ​ປະ​ຊຸມ​ສຳ​ມະ​ນາ​ຈະ​ກອບ​ປະ​ສ່ວນ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ກາ​ນ​ສຶກ​ສາ ລະ​ຫວ່າງ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ ແລະ ລາ​ຊະ​ອານ​າ​ຈັກ​ອັງ​ກິດ ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງ​ການ​ພົວ​ພັນ​ທາງ​ການ​ທູດ ໃນ​ປີ 2023.

ແບ່ງ​ປັນ​ຢູ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ Ian Flew ຢູ່ ຫວຽດ​ນາມ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ໃນ​ການ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ການ​ສຶກ​ສາ.

ໂດຍ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ ແລະ ກະ​ຊວງ​ການ​ສຶກ​ສາ ແລະ ບຳ​ລຸ​ງ​ສ້າງ ຫວຽດ​ນາມ ດ້ວຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໜູນ​ຊ່ວຍ​ຢ່າງ​ຕໍ່​ເນື່ອງ​ໃນ​ໄລ​ຍະ​ຜ່ານ​ມາ, ທ່ານ Ian Flew ໃຫ້​ຮູ້​ວ່າ ສະ​ຖານ​ທູດ ອັງ​ກິດ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ການ​ສຶກ​ສາ ຫວຽດ​ນາມ ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃນ​ການ​ສິດ​ສອນ ແລະ ການ​ຮຽນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ກອງປະ​ຊຸມ​ສຳ​ມະ​ນາ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ນັກ​ຄົ້ນ​ຄ້​ວາ, ນັກ​ຊ່ຽວ​ຊານດ້ານ​ການ​ສຶກ​ສາ​ທີ່​ມາ​ຈາກ​ຮາກ​ຖານ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ, ອົງ​ການ​ຈັດ​ຕັ້ງ​ການ​ສຶກ​ສາ ຫວຽດ​ນາມ ແລະ ຊາ​ລະ​ອາ​ນາ​ຈັກ​ອັງ​ກິດ.

ດ້ວຍ​ຫົວ​ຂໍ້ “ເຕັກ​ໂນ​ໂລ​ຢີ​ການ​ສຶກ​ສາ”, ບັນ​ດາ​ນັກ​ຮຽນ​ຮູ້​ໄດ້​ປຶກ​ສາ​ຫາ​ລື ແລະ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນມ​ໃນ​ການ​ສຶກ​ສາ​ຢູ່​ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ, ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ, ວິ​ທີ​ການ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ​ໜູນ​ຊ່ວຍ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ການ​ສຶກ​ສາ ມະ​ຫາ​ວິ​ທະ​ຍາ​ໄລ​ຢູ່ ຫວຽດ​ນາມ…

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.