ພະມະ​ຫາ​ອາ​ຈານ ທິກ​ຈີກວາງ ໃຫ້​ການ​ຕ້ອນ​ຮັບປະ​ທານ​ສູນ​ກາງພຸດທະສາ​ສະ​ໜາ​ສຳພັນລາວ

16:29 | 29/12/2022

ຫວ່າງແລ້ວນີ້, ຄະ​ນະ​ຜູ້​ແທ​ນ​ສູນ​ກາງ​ສະ​ຫະ​ພັນ​ສາ​ສະ​ໜາ​ພຸດ ໂດຍ​ທ່ານ ພະ​ມະ​ຫາ​ອາ​ຈານ ບຸນ​ມາ ສິມ​ມາ​ພົມ, ປະ​ທານ​ສູນ​ກາງພຸດທະສາ​ສະ​ໜາ​ສຳພັນລາວ ​ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ມາ ວັດ ຫວຽດ​ນາມ ກວັກ​ຕື (ນະ​ຄອນ​ໂຮ່​ຈີ​ມິນ) ເພື່ອຢື້​ຢາມ​ຖາມ​ຂ່າວ ພະ​ມະ​ຫາ​ອາ​ຈານ​ໃຫຍ່ ທິກ​ຈີກວາງ, ສາດ​ສະ​ດາພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ.

ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງແຂວງກວາງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງແຂວງກວາງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ)
ກອງປະຊຸມຮ່ວມມືພັດທະນາຂະແໜງອຸດສາຫະກໍາ ແລະ ການຄ້າ-ພະລັງງານ ແລະ ບໍ່ແຮ່ ຫວຽດນາມ-ລາວ 2022 ກອງປະຊຸມຮ່ວມມືພັດທະນາຂະແໜງອຸດສາຫະກໍາ ແລະ ການຄ້າ-ພະລັງງານ ແລະ ບໍ່ແຮ່ ຫວຽດນາມ-ລາວ 2022
ພະມະ​ຫາ​ອາ​ຈານ ທິກ​ຈີກວາງ ໃຫ້​ການ​ຕ້ອນ​ຮັບປະ​ທານ​ສູນ​ກາງພຸດທະສາ​ສະ​ໜາ​ສຳພັນລາວ
ພະມະ​ຫາ​ອາ​ຈານ ທິກ​ຈີກວາງ ໃຫ້​ການ​ຕ້ອນ​ຮັບປະ​ທານ​ສູນ​ກາງພຸດທະສາ​ສະ​ໜາ​ສຳພັນລາວ

ໃນ​ບັນ​ຍາ​ກາດ​ທີ່​ອົບ​ອຸ່ນ, ພະ​ມະ​ຫາ​ອາ​ຈານ ບຸນ​ມາ ສິມ​ມາ​ພົມ, ປະ​ທານ​​ສູນ​ກາງພຸດທະສາ​ສະ​ໜາ​ສຳພັນ ລາວໄດ້​ຢື້​ຢາມ​ຖາມ​ຂ່າວ​, ອວຍ​ພອນ​ສຸ​ຂະ​ພາບ​ສາດ​ສະ​ດາ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ, ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ການ​ຕ້ອນ​ຮັບ​ຢ່າງ​ມີ​ກຽດ​ເຊິ່ງ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ແລະ ສາດ​ສະ​ດາ​ສະ​ຫງວນ​ໃຫ້​ແກ່​ຄະ​ນະ.

ພະ​ມະ​ຫາ​ອາ​ຈານ ບຸນ​ມາ ສິມ​ມາ​ພົມ ຊີ້​ແຈ້ງວ່າ ການ​ຢ້ຽມ​ຢາມ​ຂອງ​ອົງການ​ພຸດ​ທະ​ສາ​ສະ​ໜາສຳພັນລາວ ແມ່ນ​ການ​ເຄື່ອນ​ໄຫວ​ພິ​ເສດ​ໃນ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ກໍ່​ຄື​ຂອງ​ພຸດທະສາ​ສະ​ໜາ​​ສອງ​ປະ​ເທດ. ທ່ານ​ຫວັງ​ວ່າ ສ​າດ​ສະ​ດ​າ ທິກ​ຈີກວາງ ໃນ​ຖາ​ນະ​ເປັນ​ກາ​ນ​ນຳ​ສູງ​ສຸດ​ກ່ຽວ​ກັບ​ພຸດທະສາ​ສະ​ໜາ​ ຫວຽດ​ນາມ ຈະ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນ​ດາ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ພັດ​ທະ​ນາ​ການ​ພົວ​ພັນ​ອັນ​ດີ​ງາມ, ຍືນ​ຍົງ​ລະ​ຫວ່າງອົງການ​ພຸດທະສະ​ສະ​ໜາສອງ​ປະ​ເທດ, ໃນ​ນັ້ນ​ມີ​ການ​ສົ່ງພະ​ສົງ​ສຳມະເນນ​ລາວ ມາ​ຮຽນ​ຢູ່ ຫວຽດ​ນາມ, ປະ​ກອບ​ສ່ວ​ນ​ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີ ຫວຽດ​ນາມ - ລາວ ​ຍືນ​ຍົງ​ຄົງ​ຕົວຊົ່​ວ​ກາ​ລະ​ນານ.

ສ່ວນ​ທ່ານ​ພະ​ມະ​ຫາ​ອາ​ຈານ ທິກ​ຈີ​ກວາງ, ສາດ​ສະ​ດ​າ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ ທ່ານ​ພະ​ມະ​ຫາ​ອາ​ຈານ ບຸນ​ມາ ສິມ​ມາ​ພົມພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ສູນ​ກາງພຸດທະສາ​ສະ​ໜາ​ສຳພັນລາວ ໃນ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ.

ພະ​ມະ​ຫາ​ອາ​ຈານ​ໄດ້​ຫວນ​ຄືນ​ປະ​ຫວັດ​ສາດ​ແຫ່ງ​ການ​ພັດ​ທະ​ນາ, ຄວາມສ​ະ​ໜິດ​ຕິດ​ພັນ​ແບບ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ, ພຸດທະສາ​ສະ​ໜາສອງ​ປະ​ເທດ.

ພະ​ມະ​ຫາ​ອາ​ຈານ ທິກ​ຈີກວາງ​ຢັ້ງ​ຢືນ​ວ່າ ພຸດທະສາ​ສະ​ໜາ​ ຫວຽດ​ນາມ ຍາມ​ໃດ​ກໍ່​ກຽມ​ພ້ອມໃຫ້​ການ​ໜູນ​ຊ່ວຍ​ຢ່າງ​ແທດ​ຈິງ​​ແກ່​ການ​ພັດ​ທະ​ນາ​ຂອງ​ພຸດທະສາ​ສະ​ໜາ​ລາວ, ກໍ່​ຄື​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູ​ນ​ສ້າງ​ການ​ເຊື່ອມ​ຕໍ່ທາ​ງ​ດ້ານພຸດທະ​ສາ​ສະ​ໜາ​​ລະ​ຫວ່າງ​ສອງ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.