ຍສໝ - ວັນທີ 10 ສິງຫາ, ກອງບັນຊາການທະຫານເຮືອເຂດ 4 ໄດ້ສົມທົບກັບພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ບິ່ງທ້ວນ, ບັນດາຄະນະ, ຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດຕັ້ງລາຍການ “ກອງທັບເຮືອຫວຽດນາມ ເປັນບ່ອນອີງໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ” ຢູ່ທ່າກຳປັ່ນຫາປາ ເຟື່ອກໂຮ້ຍ, ຕາແສງ ເຟື່ອກໂຮ້ຍ, ເທດສະບານ ລາຢີ່, ແຂວງ ບິ່ງທ້ວນ.
ຍສໝ - ຕາມກະຊວງຖະແຫຼງຂ່າວ ແລະ ສື່ສານ ອິນໂດເນເຊຍ ແລ້ວ, ກອງປະຊຸມສຸດຍອດສະມາຄົມປະຊາຊາດ ອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຄັ້ງທີ 43 ແລະ ບັນດາກອງປະຊຸມກ່ຽວຂ້ອງຈະດຳເນີນແຕ່ວັນທີ 5 – 7 ກັນຍາ, ໂດຍສຸມໃສ່ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງອາຊຽນ ແລະ ບັນດາບັນຫາສຳຄັນ, ໃນນັ້ນມີທະເລຕາເວັນອອກ.
ຍສໝ-ຕັ້ງແຕ່ຕອນຍັງນ້ອຍ, ທຸກໆຄັ້ງທີ່ເຫັນອ໋າວຢ່າຍທີ່ສາຍຢູ່ໂທລະທັດ, ຂ້າພະເຈົ້າສະຫຼອກກອກຢາກຮູ້ຢາກເຫັນຊຸດອາພອນທີ່ມາຈາກຫວຽດນາມນີ້. ສຳລັບຂ້າພະເຈົ້າແລ້ວ, ອ໋າວຢ່າຍມີຄວາມດຶງດູດພິເສດ ເພາະເຖິງວ່າໃນເວລານຸ່ງຈະມີລັກສະນະແບບມິດຊິດ, ແຕ່ມັນຍັງເຫັນຈຸດເຊັກຊີ່ຂອງແມ່ຍິງ.
ຍສໝ-ຫຼານມີພໍ່ລ້ຽງຢູ່ປ້ອມຊາຍແດນລາໄລ ຫວຽດນາມ. ໃນ 2-3 ປີຜ່ານມາ, ຫຼານໄດ້ໄປໂຮງຮຽນ ແລະ ມີຜົນການເສັງດີຄືແນວນີ້ ກໍຍ້ອນວ່າມີການຊ່ວຍເຫຼືອຫຼາຍຢ່າງຈາກພໍ່ລ້ຽງ.
ຍສໝ-ຢູ່ໃນຫ້ອງການຂອງຂ້າພະເຈົ້າທີ່ນະຄອນຫຼວງວຽງຈັນ (ລາວ) ໄດ້ຫ້ອຍຮູບຖ່າຍໜຶ່ງທີ່ສະຫງ່າຜ່າເຜີຍເຊິ່ງເປັນຮູບຖ່າຍຂ້າພະເຈົ້າກັບທ່ານພົນເອກ ຫວໍງວຽນຢາບ. ຮູບຖ່າຍອັນລ້ຳຄ່ານີ້ມີຂະໜາດ 25x30 ຊັງຕີແມັດ, ຖືກຕົກສີໜ້ອຍໜຶ່ງ ແລະ ມີອາຍຸ 14 ປີແລ້ວ, ແຕ່ລະມື້ທີ່ເຮັດວຽກ ຂ້າພະເຈົ້າຍັງຫຼຽວເບິ່ງ ແລະ ຮູ້ສຶກເອກອ້າງທະນົງໃຈຫຼາຍ. ວັນທີ່ໄດ້ກັບເມືອບ້ານເກີດ, ວັນເສຍຊີວິດ ແລະ ວັນຄ້າຍວັນເກີດຂອງທ່ານພົນເອກ ຫວໍງວຽນຢາບ, ເບິ່ງຮູບຖ່າຍນີ້ແລ້ວ, ຂ້າພະເຈົ້າພັດຮູ້ສຶກສະເທືອນໃຈ ແລະ ຕື້ນຕັນໃຈຫຼາຍ.
ອຳນາດການປົກຄອງແຂວງ ວຽງຈັນ ໄດ້ຈັດຕັ້ງພິທີສວດມົນພາວະນາໄວ້ອາໄລເຖິງດວງວິນຍານບັນດານັກຮົບວິລະຊົນກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ທີ່ເສຍສະຫຼະຊີວິດໃນບັ້ນຮົບໄຊຊະນະຢູ່ບ້ານເກີນເມື່ອປີ 1946
ຍສໝ-ເປັນເວລາ 10 ກວ່າປີແລ້ວ, ໜ້າໄມ້ຂອງທ່ານແກ້ວ - ຜູ້ນຳໜ້າຂອງການລຸກຮື້ຂຶ້ນຕໍ່ສູ້ຕ້ານຝຣັ່ງ ຢູ່ລາວໃນຕົ້ນຊຸມປີ 1900 ໄດ້ແຂວນໄວ້ຢ່າງສະຫງ່າຜ່າເຜີຍ ຢູ່ໃນຫ້ອງເຮັດວຽກຂອງຂ້າພະເຈົ້າ.
ຍສໝ - ກ່ອນແລະຫຼັງ ເປັນໜຶ່ງ, ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບຫຼັກການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດ, ປະຕິບັດຕາມກົດໝາຍສາກົນ ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍ ທະເລປີ 1982 (UNCLOS 1982).
ຍສໝ - ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນ, ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງ ຈີນ ຈົ່ງເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ ແລະ ບໍ່ໃຫ້ເກີດມີການກະທຳທີ່ຄ້າຍຄືກັນອີກ.
ຍສໝ - ຕອນບ່າຍວັນທີ 2 ສິງຫາ, ຢູ່ກອງພັນຝຶກອົບຮົມ - ເຄື່ອນທີ່ພິເສດ, ກອງບັນຊາການທະຫານປ້ອງກັນຊາຍແດນ ດ້ຽນບຽນ ໄດ້ຈັດພິທີເປີດຊຸດອົບຮົມວິຊາສະເພາະວຽກງານຊາຍແດນໃຫ້ພະນັກງານຂຶ້ນກັບກອງບັນຊາການທະຫານແຂວງ ຜົ້ງສາລີ, ລາວ 20 ທ່ານ.
ຍສໝ-ໃນຕະຫຼອດໄລຍະ 5 ປີຜ່ານມາ, ເມື່ອໃດຂ້າພະເຈົ້າກໍໄດ້ຖືຜ້າບ່ຽງຕິດຕົວໄປນໍາ ເຊິ່ງເປັນຂອງຂວັນທີ່ ສຸກວັນ - ອະດີດນັກສຶກສາຫ້ອງໄອທີລາວ, ລຸ້ນທີ 52 ຂອງວິທະຍາຄານເຕັກນິກການທະຫານ ມອບໃຫ້. ນັ້ນແມ່ນ "ສາຍເຊືອກ" ພິເສດເພື່ອເຊື່ອມຕໍ່ນໍ້າໃຈ ລະຫວ່າງຄູສອນກັບລູກສິດ ແລະ ກໍເປັນຂອງທີ່ລະນຶກອັນລໍ້າຄ່າໃນຊີວິດຂ້າພະເຈົ້າ.
ຍສໝ - ສືບຕໍ່ການເຄື່ອນໄຫວຂອງໂຄງການແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 2, ຕອນບ່າຍວັນທີ 27 ມິຖຸນາ, ຢູ່ນະຄອນ ຮ່າຕິ້ງ, ແຂວງ ຮ່າຕິ້ງ ໄດ້ດຳເນີນການໂອ້ລົມເຈລະຈາ “ນາຍທະຫານປ້ອງກັນຊາຍແດນໜຸ່ມໜຸ່ມ ຫວຽດນາມ - ລາວ ເພີ່ມທະວີການສົມທົບກັນ, ຮ່ວມແຮງຮ່ວມໃຈກັນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ”.
ຍສໝ - ນີ້ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ, ໂດຍທ່ານ ນາງ ພ້າມທຸຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ກ່າວ.
ຍສໝ - ໃນການລົງເຮັດວຽກຢູ່ແຂວງ ບິ່ງທ້ວນ, ຕອນເຊົ້າວັນທີ 17 ມິຖຸນາ, ຢູ່ເມືອງເກາະຝູກຸຍ, ທ່ານປະທານປະເທດ ວໍ້ວັນເຖືອງ ແລະ ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ມອບຂອງຂວັນ ແລະທຸງຊາດ 1000 ຜືນໃຫ້ຊາວປະມົງເພື່ອລະດົມກຳລັງໃຈແກ່ຊາວປະມົງໃຫ້ມີຄວາມໝັ້ນໃຈເດີນທະເລຫາປາ
ຍສໝ - ຕອນເຊົ້າວັນທີ 26 ມິຖຸນານີ້, ຢູ່ດ່ານຊາຍແດນສາກົນ ເກົ່າແຈວ (ຕາແສງ ເຮືອງເຊີນ, ແຂວງ ຮ່າຕິ້ງ), ທ່ານພັນເອກ ຫງວຽນແທ່ງຫາຍ, ຮອງຫົວໜ້າວຽກງານການເມືອງທະຫານປ້ອງກັນຊາຍແດນ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານ ແລະ ໃຫ້ການຕ້ອນຮັບ ທ່ານພັນເອກ ອຸ່ນຄຳ ສີແຫວນວົງສັກ, ຮອງຫົວໜ້າກົມປ້ອງກັນຊາຍແດນ, ກົມເສນາທິການ ກອງທັບປະຊາຊົນລາວ ແລະ ຄະນະຜູ້ແທນນາຍທະຫານປ້ອງກັນຊາຍແດນລາວ 45 ຄົນ ທີ່ເດີນທາງໄປຫວຽດນາມ ເຂົ້າຮ່ວມໂຄງການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 2 ປີ 2023.
ຍສໝ - ທ່ານປະທານປະເທດ ຫວໍວັນເຖືອງກໍ່ໄດ້ຖະຫວາຍທູບທຽນ ອາໄລຫາ ທ່ານອະດີດເລຂາທິການໃຫຍ່ ເລຮົ່ງຟອງ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ຫວໍທິເຊົາ.
ຍສໝ - ວັນທີ 10 ກໍລະກົດ, ຢູ່ຕາແສງ ເມິຶ່ອງລອຍ, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ, ປ້ອມປ້ອງກັນຊາຍແດນ ເມື່ອງຍາ ແລະ ປ້ອມປ້ອງກັນຊາຍແດນຫ້ວຍປວກ, ທະຫານປ້ອງກັນຊາຍແດນ ດ້ຽນບຽນ ໄດ້ລົງນາມແຮກສ່ຽວກັບກອງຮ້ອຍປ້ອງກັນຊາຍແດນ 163, ກອງບັນຊາການທະຫານແຂວງຫຼວງພະບາງ, ສປປ ລາວ.
ຍສໝ - ຕອນບ່າຍວັນທີ 26 ມິຖຸນານີ້, ຢູ່ສະໜາມກິລາໃນຮົ່ມ ແຂວງ ຮ່າຕິ້ງ ໄດ້ຈັດການແຂ່ງຂັນ ແລະ ພົບປະແລກປ່ຽນກິລາລະຫວ່າງນາຍທະຫານຊາຍແດນໜຸ່ມ ສອງປະເທດ ຫວຽດນາມ - ລາວ. ການເຄື່ອນໄຫວດັ່ງກ່າວແມ່ນສ່ວນໜຶ່ງຂອງໂຄງການພົລປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 2 ປີ 2023, ເຊິ່ງໄດ້ດຳເນີນແຕ່ວັນທີ 26 – 30 ມິຖຸນາ ຢູ່ແຂວງ ຮ່າຕິ້ງ ແລະ ເງ້ອານ.
ຍສໝ - ວັນທີ 5 ກໍລະກົດ, ຄະນະຊາວໜຸ່ມຮາກຖານປ້ອມປ້ອງກັນຊາຍແດນ ອ່າເດີດ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫ້ວ ໄດ້ສົມທົບກັບຫຼາຍຫົວໜ່ວຍ ຈັດຕັ້ງການເຄື່ອນທັບບັ້ນ “ຊາວໜຸ່ມອາສາສະໝັກລະດູຮ້ອນ” ດ້ວຍຫຼາຍການເຄື່ອນໄຫວທີ່ແທດຈິງ.
ຍສໝ - ຫວຽດນາມ ຍາມໃດກໍ່ສະໜັບສະໜູນ IOC ປັບປຸງບົດບາດຂອງຕົນໃນການຊຸກຍູ້ການຮ່ວມມືສາກົນເພື່ອອະນຸລັກຮັກສາ ແລະ ນຳໃຊ້ທະເລ ແລະ ມະຫາສະໝຸດຢ່າງຍືນຍົງ.
ຍສໝ-ໂດຍຕອບສະໜອງສັບປະດາທະເລ ແລະ ໝຸ່ເກາະ ຫວຽດນາມ ແລະ ວັນມະຫາສະໝຸດໂລກ (8 ມິຖຸນາ) ປີ 2023, ບັນດາແຂວງກວາງຈີ້ ແລະ ເຫງະອານ ໄດ້ຈັດຕັ້ງພິທີປຸກລະດົມການຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມທາງທະເລ ແລະ ໝູ່ເກາະ.
ຍສໝ - ຫວຽດນາມ ມີພື້ນຖານດ້ານນິຕິກຳ ແລະ ພະຍານຫຼັກຖານດ້ານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງຕົນສຳລັບໝູ່ເກາະເຈື່ອງຊາ ກໍ່ຄືໝູ່ເກາະ ຮ່ວາງຊາ
ຍສໝ - ໃນວັນທີ 15 ພຶດສະພານີ້, ທ່າມກາງຄວາມສັນຕິພາບ, ມິດຕະພາບແບບພິເສດ ແລະ ຄວາມສາມັກຄີ, ໃນບໍລິເວນຫຼັກຊາຍແດນທີ 65, ຕາແສງຈ່າເນື່ອ, ເມືອງນ້ຳໂປ, ແຂວງດ້ຽນບຽນ (ຫວຽດນາມ) ແລະ ກຸ່ມບ້ານຫົວໝຶກ, ເມືອງ ເມືອງໃໝ່, ແຂວງຜົ້ງສາລີ (ລາວ), ອຳນາດການປົກຄອງ 2 ແຂວງດ້ຽນບຽນ ແລະ ຜົ້ງສາລີ ໄດ້ຮ່ວມມືກັນຈັດຕັ້ງພິທີການເປີດນຳໃຊ້ເສັ້ນທາງນ້ຳດິກ (ຫວຽດນາມ) - ຫ້ວຍເຮ້ຍ (ລາວ).
ຍສໝ - ຕອນເຊົ້າວັນທີ 14 ພຶດສະພາ, ກຳປັ່ນ 20 ຂອງກອງພົນ 172, ກອງທັບເຮືອເຂດ 3 ແລະ ຄະນະຜູ້ແທນກອງທັບເຮືອປະຊາຊົນຫວຽດນາມ ໂດຍພັນເອກ ຫງວຽນກວກກ໋ວາງ, ຮອງຜູ້ບັນຊາການກອງທັບເຮືອເຂດ 3 ໄດ້ອອກຈາກນະຄອນ ດາຫນັງ ເພື່ອເຂົ້າຮ່ວມການເຄື່ອນໄຫວຫຼາຍຝ່າຍສາກົນຢູ່ມາເລເຊຍ ແລະ ອິນໂດເນເຊຍ.
ຍສໝ - ນີ້ແມ່ນຄັ້ງທີ 10 ທີ່ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ ຫວຽດນາມ) ສົມທົບກັບກອງບັນຊາການທະຫານເຮືອ ຈັດຕັ້ງໃຫ້ຄະນະຜູ້ແທນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຢ້ຽມຢາມ ເຈື່ອງຊາ.
ວັນທີ 25 ມີນາ ປະທານາທິບໍດີລັດເຊຍ ປູຕິນ ໄດ້ມີການເຈລະຈາທາງໂທລະສັບກັບຄູ່ຕຳແໜ່ງຕວກກີ ເອໂດການ ເພື່ອແນໃສ່ປຶກສາຫາລືບັນດາບັນຫາທີ່ທີ່ກ່ຽວຂ້ອງເຖິງພົວພັນຄູ່ຮ່ວມມືສອງຝ່າຍໃນຫຼາຍຂົງເຂດ.
ຍສໝ - ໃນຕອນເຊົ້າວັນທີ 18 ມີນາ, ຢູ່ເບັນແຈ, ຄະນະປະຈຳຄະນະພັກຕໍາຫຼວດທະເລຫວຽດນາມ ແລະ ຄະນະປະຈຳຄະນະພັກແຂວງເບັນແຈ ໄດ້ຈັດຕັ້ງກອງປະຊຸມລົງນາມໃນໂຄງການຮ່ວມມື ເພື່ອຜັນຂະຫຍາຍການເຄື່ອນໄຫວຂົນຂວາຍປະຊາຊົນ "ຕໍາຫຼວດທະເລ ຮ່ວມເດີນທາງກັບຊາວປະມົງ".
ຍສໝ - ໂດຍຕອບສະໜອງການເຄື່ອນໄຫວ “ທັງໝົດເພື່ອທະເລ ແລະ ໝູ່ເກາະຂອງຫວຽດນາມ” ເຊິ່ງປະຈຸບັນພວມແຜ່ຂະຫຍາຍຢ່າງເຂັ້ມແຂງຢູ່ເອີລົບ, ໃນວັນທີ 19 ມີນາ, ຢູ່ນະຄອນຫຼວງ ປາຣີ, ໄດ້ຈັດຕັ້ງພິທີເປີດຕົວ ສະໂມສອນຮັກແພງສາທະເລ ແລະ ໝູ່ເກາະຫວຽດນາມ ຢູ່ ຝຣັ່ງ.
ຕາມໂຄສົກກະຊວງການຕ່າງປະເທດຈີນແລ້ວ, ໃນກອງປະຊຸມຄັ້ງທີ 38 ຂອງຄະນະເຮັດວຽກຮ່ວມອາຊຽນ - ຈີນ, 2 ຝ່າຍໄດ້ສືບຕໍ່ຊຸກຍູ້ການປຶກສາຫາລື ກ່ຽວກັບກົດໝາຍແຫ່ງການປະພຶດຢູ່ທະເລຕາເວັນອອກ (COC).
ຍສໝ - ນະຄອນ ຟູ໋ກວກ ໄດ້ລົງນາມໃນບັນດາຂໍ້ກຳນົດ ແລະ ແຜນການສົມທົບກັບບັນດາເມືອງ, ນະຄອນ ແລະ ຂະແໜງການປະມົງແຂວງ ກຽນຢາງ ໃນການລາດຕະເວນ, ຄວບຄຸມ ແລະ ແກ້ໄຂບັນຫາກຳປັ່ນຫາປາແບບຜິດກົດໝາຍຢູ່ເຂດດັ່ງກ່າວ.