ທົ່ວ​ປະ​ເທດ​ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວຫຼາຍກວ່າ 10,5 ລ້ານ​ເທື່ອ​ຄົນ​ໃນ 5 ວັນ​ພັກ​

23:08 | 05/05/2025

ຍສໝ - ຕາມກົມການທ່ອງທ່ຽວແຫ່ງຊາດແລ້ວ, ສ່ວນຫຼາຍບັນດາສະຖານທີ່ທ່ອງທ່ຽວຈຸດສຸມໃນທົ່ວປະເທດລ້ວນແຕ່ຮັບຮູ້ສັນຍານທີ່ຕັ້ງໜ້າດ້ວຍຈຳນວນແຂກທ່ອງທ່ຽວເພີ່ມຂຶ້ນຫຼາຍ, ນັບແຕ່ 50 ເຖິງ 100% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024.

ທະຫານເຮືອ​ເຂດ 5 ​ເຜີຍ​ແຜ່​ວັດທະນະທຳ​ການ​ອ່ານ, ​ເພີ່ມ​ທະວີ​ຄວາມ​ຮັກ​ຕໍ່​ປະ​ເທດ​ຊາດ ທະຫານເຮືອ​ເຂດ 5 ​ເຜີຍ​ແຜ່​ວັດທະນະທຳ​ການ​ອ່ານ, ​ເພີ່ມ​ທະວີ​ຄວາມ​ຮັກ​ຕໍ່​ປະ​ເທດ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ທົ່ວ​ປະ​ເທດ​ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວຫຼາຍກວ່າ 10,5 ລ້ານ​ເທື່ອ​ຄົນ​ໃນ 5 ວັນ​ພັກ​
ຕາມແຈ້ງການຂອງກົມການທ່ອງທ່ຽວແຫ່ງຊາດ, ທົ່ວປະເທດໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 10,5 ລ້ານເທື່ອຄົນໃນ 5 ວັນພັກບຸນຜ່ານມາ, ໃນນັ້ນມີຫຼາຍທ້ອງຖິ່ນຕ້ອນຮັບຈຳນວນແຂກທ່ອງທ່ຽວເປັນຈຳນວນຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນໃນວັນພັກບຸນໃນໂອກາດວັນທີ 30 ເມສາ ແລະ ວັນທີ 1 ພຶດສະພາ. ຕາມນັ້ນແລ້ວ, ໃນໂອກາດນີ້ ກໍ່ໄດ້ສ້າງຂີດໝາຍກ່ຽວກັບຈຳນວນແຂກທ່ອງທ່ຽວທີ່ມາຢ້ຽມຢາມ, ມາທ່ຽວຫຼາຍກວ່າອີກນັບແຕ່ພາຍຫຼັງພະຍາດໂຄວິດ-19, ດ້ວຍຈຳນວນແຂກທ່ອງທ່ຽວກວ່າ 10,5 ລ້ານເທື່ອຄົນ, ເພີ່ມຂຶ້ນກວ່າ 31% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ຕາມກົມການທ່ອງທ່ຽວແຫ່ງຊາດແລ້ວ, ສ່ວນຫຼາຍບັນດາສະຖານທີ່ທ່ອງທ່ຽວຈຸດສຸມໃນທົ່ວປະເທດລ້ວນແຕ່ຮັບຮູ້ສັນຍານທີ່ຕັ້ງໜ້າດ້ວຍຈຳນວນແຂກທ່ອງທ່ຽວເພີ່ມຂຶ້ນຫຼາຍ, ນັບແຕ່ 50 ເຖິງ 100% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024. ນະຄອນ ໂຮ່ຈີມິນ ເຊິ່ງ ແມ່ນສະຖານທີ່ດຳເນີນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 - 30/04/2025) ໄດ້ດຶງດູດແຂກທ່ອງທ່ຽວຫຼາຍກວ່າ 3 ລ້ານເທື່ອຄົນ. ບັນດາແຂວງ, ນະຄອນອື່ນກໍ່ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 1 ລ້ານເທື່ອຄົນເຊິ່ງແມ່ນ ແທັງຮ່ວາ (1,6 ລ້ານເທື່ອຄົນ), ກ໋ວາງນິງ (1,1 ລ້ານເທື່ອຄົນ), ແຄ້ງຮ່ວາ (1 ລ້ານເທື່ອຄົນ).

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ