ອ໋າວຢ່າຍ - ສາຍເຊືອກທີ່ເຊື່ອມຕໍ່ຄວາມຮັກຂອງຂ້າພະເຈົ້າກັບຫວຽດນາມ

00:00 | 11/08/2023

ຍສໝ-ຕັ້ງແຕ່ຕອນຍັງນ້ອຍ, ທຸກໆຄັ້ງທີ່ເຫັນອ໋າວຢ່າຍທີ່ສາຍຢູ່ໂທລະທັດ, ຂ້າພະເຈົ້າສະຫຼອກກອກຢາກຮູ້ຢາກເຫັນຊຸດອາພອນທີ່ມາຈາກຫວຽດນາມນີ້. ສຳລັບຂ້າພະເຈົ້າແລ້ວ, ອ໋າວຢ່າຍມີຄວາມດຶງດູດພິເສດ ເພາະເຖິງວ່າໃນເວລານຸ່ງຈະມີລັກສະນະແບບມິດຊິດ, ແຕ່ມັນຍັງເຫັນຈຸດເຊັກຊີ່ຂອງແມ່ຍິງ.

ນັກສຶກສາລາວ, ກຳປູເຈຍ ສະຫງ່າງາມໃນຊຸດອ໋າວຢ່າຍປະຈໍາຊາດຂອງຫວຽດນາມ ນັກສຶກສາລາວ, ກຳປູເຈຍ ສະຫງ່າງາມໃນຊຸດອ໋າວຢ່າຍປະຈໍາຊາດຂອງຫວຽດນາມ
ໂງ ແທັງເວິນ ໃນຊຸດຍາວປະຈຳຊາດອັນເກົ່າແກ່ຂອງຫວຽດນາມ (ອ໋າວຢ່າຍ)ໃນງານມະໂຫລານ ຮູບເງົາສາກົນ ຢູ່ ຮ່າໂນ້ຍ. ໂງ ແທັງເວິນ ໃນຊຸດຍາວປະຈຳຊາດອັນເກົ່າແກ່ຂອງຫວຽດນາມ (ອ໋າວຢ່າຍ)ໃນງານມະໂຫລານ ຮູບເງົາສາກົນ ຢູ່ ຮ່າໂນ້ຍ.
ອ໋າວຢ່າຍ - ສາຍເຊືອກທີ່ເຊື່ອມຕໍ່ຄວາມຮັກຂອງຂ້າພະເຈົ້າກັບຫວຽດນາມ
ຊຸດອ໋າວຢ່າຍນີ້ແມ່ນຊຸດອາພອນທີ່ແມ່ຂອງນັກຮ້ອງ ບຸ່ຍຕ໋ວນຫງອກ ມອບໃຫ້

ຄວາມ​ຮັກມັກ​ນັ້ນ​ນັບມື້ນັບ​ເພີ່ມ​ຂຶ້ນ​ຢູ່​ໃນ​ຕົວ​ຂ້າພະເຈົ້າເອງ ຈົນມາ​ຮອດຕອນທີ່ຂ້າພະເຈົ້າ​ໄດ້​ໄປ​ຮຽນມະຫາວິທະຍາໄລ​ຢູ່​ຫວຽດ​ນາມ ແລະ ມີໂອກາດຄອບຄອງອ໋າວຢ່າຍຜືນໜື່ງທີ່ເປັນຂອງຕົນສະເພາະ.

ຂ້າພະເຈົ້າຍັງຈື່ໄດ້ດີວ່າ ນັ້ນແມ່ນມື້ໜຶ່ງທີ່ອາກາດຂ້ອນຂ້າງໜາວ ຂອງລະດູໜາວ ໃນເດືອນຕຸລາ ປີ 2020, ເມື່ອນັ້ນ ນັກຮ້ອງ ບຸ່ຍຕ໋ວນຫງອກ - ໝູ່ຄົນໜື່ງທີ່ເປັນຊາວຫວຽດນາມ ໄດ້ເຊີນຂ້າພະເຈົ້າເຂົ້າຮ່ວມເປັນນັກສະແດງໃນ MV “ສາວວຽງຈັນ”. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຂ້າພະເຈົ້າໄດ້ເຂົ້າຮ່ວມ​ການສະ​ແດງໃນ​ບົດ​ເພງທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສາມັກຄີ, ມິດຕະພາບ ​ຫວຽດນາມ - ລາວ ແລະ ໄດ້ເຮັດວຽກກັບທີມງານທີ່ເປັນຄົນຫວຽດທັງໝົດ ສະນັ້ນ ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນຫຼາຍ. ​ແຕ່ວ່າ​ໃນຕະຫຼອດ 3 ວັນ​ເຮັດ​ວຽກ​ຢູ່​ບັນດາ​ສະຖານ​ທີ່ຂອງ​ຮ່າ​ໂນ້ຍ ​ແລະ ກວາງ​ນິງ ຂ້າພະເຈົ້າກໍໄດ້ຮັບການດູແລຢ່າງສຸດອົກສຸດໃຈຈາກບັນດາ​ສະມາຊິກ​ຂອງທີມງານ​ ​ເຮັດ​ໃຫ້​ຂ້າພະເຈົ້າຮູ້ສຶກວ່າຕົນເອງຄືກໍາລັງ​ໄດ້ຢູ່​ນຳ​ຄອບຄົວ.

ພິ​ເສດ, ​ເມື່ອຖ່າຍທຳ MV ​ສຳ​ເລັດ, ແມ່ ຫງວຽນ​ທິຮົ່ງ​ເລີ້ຍ (ຮະ​ລອງ, ກວາງ​ນິງ) - ​ເຊິ່ງເປັນແມ່​ຂອງ​ຕ໋ວນ​ຫງອກ ກໍ​ໄດ້​ມອບອ໋າວຢ່າຍໃຫ້ຂ້າພະເຈົ້າຊຸດໜຶ່ງ. ຊຸດອ໋າວຢ່າຍນີ້ ມີສີສົ້ມອ່ອນໆທີ່ໄດ້ເຮັດຈາກວັດຖຸດິບທີ່ເປັນແພກໍາມະຫຍີ່, ອ່ອນນຸ່ມ. ​ ​ເທື່ອ​ທຳ​ອິດທີ່ເຫັນ​ຊຸດອ໋າວຢ່າຍນີ້, ຂ້າພະເຈົ້າກໍມັກທີ່ສຸດ ແລະ ໄດ້ແບ່ງຄວາມຮັກ​ໃຫ້​ມັນ​ເປັນ​ພິ​ເສດ.

ຊຸດອ໋າວຢ່າຍນີ້ແມ່ນຊຸດອາພອນທີ່ແມ່ເລີ້ຍຮັກມັກຫຼາຍ ແລະ ຖະນຸຖະໜອມ, ແຕ່ຫລັງຈາກທີ່ໄດ້ພົບກັບຂ້າພະເຈົ້າແລ້ວ, ລາວຕັດສິນໃຈວ່າຈະມອບໃຫ້ຂ້າພະເຈົ້າເພື່ອແທນຄໍາຂອບໃຈຕໍ່ຄວາມພະຍາຍາມຂອງຂ້າພະເຈົ້າໃນການຖ່າຍ MV. ພ້ອມ​ກັນ​ນັ້ນ, ກໍແມ່ນການແນະນຳ​ໃຫ້ຂ້າພະເຈົ້າຮູ້​ຈັກເຖິງ​ຊຸດປະຈໍາຊາດ​ຫວຽດນາມ.

ເມື່ອ​ໄດ້​ຮັບ​ຊຸດ​ອ໋າວຢ່າຍ​ຈາກ​ແມ່ເລີ້ຍ, ຂ້າພະເຈົ້າ​ຮູ້ສຶກ​ວ່າ ຊຸດອ໋າວຢ່າຍນີ້​ແມ່ນ​ນ້ຳ​ໃຈ​ຂອງ​ແມ່ຍິງຄົນໜຶ່ງ, ​ຂອງຜູ້ເປັນ​ແມ່ຄົນ​ຫວຽດນາມ ມອບໃຫ້​ຜູ້​ທີ່​ຕົນ​ຮັກ ​ແລະ ​ເປັນ​ຫ່ວງ​ເປັນ​ໃຍ​ຄື​ລູກ​ຫຼານຂອງຕົນ. ຄໍາຕັກເຕືອນຂອງແມ່ໃນເວລາມອບອ໋າວຢ່າຍ ເຮັດໃຫ້ຂ້ອຍຈື່ຈໍາຕະຫຼອດໄປ: "ລູກຈົ່ງຮັກສາສຸຂະພາບດີໆ, ຖ້າມີຄວາມຫຍຸ້ງຍາກຫຍັງກໍສາມາດເວົ້າກັບແມ່, ບໍ່ຕ້ອງອາຍ". ເພາະ​ຢູ່​ບ່ອນ​ທີ່ຢູ່​ໄກ​ບ້ານ, ​ຢູ່ໄກ​ຈາກ​ຄອບ​ຄົວ, ແຕ່ໄດ້ຮັບຄວາມດູ​ແລ ​ແລະ ໄດ້​ຮັບ​ກຳ​ລັງ​ໃຈ ​ແມ່ນ​ມີ​ຄ່າ​​ທີ່​ສຸດ.

ເພາະຮັກມັກຫຼາຍ, ໃນລະຫວ່າງງານສະຫຼຸບສົກຮຽນ 2020 ຂອງມະຫາວິທະຍາໄລເຕັກໂນໂລຊີ ຄົມມະນາຄົມ ແລະ ຂົນສົ່ງ - ເຊິ່ງເປັນບ່ອນທີ່ຂ້າພະເຈົ້າກໍາລັງຮຽນຢູ່, ຂ້າພະເຈົ້າໄດ້ເລືອກນຸ່ງຊຸດອ໋າວຢ່າຍນີ້. ສິ່ງທີ່ເຮັດໃຫ້ຂ້າພະເຈົ້າປະທັບໃຈເປັນພິເສດແມ່ນເວລາທີ່ຂ້າພະເຈົ້ານຸ່ງຊຸດອ໋າວຢ່າຍ, ຄືວ່າມີແຮງດຶງດູດທີ່ແປກໆປະກົດຢູ່ອ້ອມຕົວຂ້າພະເຈົ້າ, ເຮັດໃຫ້ທຸກຄົນທີ່ເຫັນຂ້ອຍ ຕ່າງກໍຍິ້ມໃຫ້ຢ່າງເປັນມິດ. ເຂົາ​ເຈົ້າ​ມາ​ລົມ​ກັບ​ຂ້າພະເຈົ້າ ແລະ​ ໃຫ້​ຄຳ​ຍ້ອງ​ຍໍຫຼາຍ.

ຂ້າພະເຈົ້າ​ຄິດ​ວ່າ ບໍ່ວ່າໃຜ​ມາ​ຫວຽດ​ນາມ ກໍຈະ​ເຫັນ​ໄດ້​ຢ່າງ​ງ່າຍ​ດາຍ​ວ່າ ອ໋າວຢ່າຍ​ແມ່ນ​ຊຸດອາພອນ​ທີ່​ຂາດ​ບໍ່​ໄດ້​ຂອງ​ແມ່​ຍິງ​ຫວຽດ​ນາມ. ໃນ​ເວ​ລາ​ທີ່​ພວກ​ເຮົາ​ເປັນ​ນັກຮຽນ​ມັດ​ທະ​ຍົມຕອນປາຍ​, ມີອ໋າວຢ່າຍສີຂາວເປັນ​ເຄື່ອງ​ແບບຮຽນ​​. ​ໃນ​ເວລາແຕ່ງງນ, ອ໋າວ​ຢ່າຍ​ແມ່ນ​ຊຸດອາພອນ​ທີ່​ເຈົ້າ​ສາວ​ໄດ້ເລືອກນຸ່ງ​ໃນ​ວັນ​ພິເສດ​ຂອງ​ຕົນ. ອາດເວົ້າໄດ້ວ່າ ໃນທຸກເຫດການສຳຄັນຂອງແມ່ຍິງ, ອ໋າວຢ່າຍແມ່ນໄດ້ປະກົດຕົວສະເໝີ ແລະ ເຮັດໃຫ້ແມ່ຍິງເພີ່ມຄວາມສວຍງາມ, ເດັ່ນແຈ້ງ ແລະ ມີຄວາມສຸກທີ່ສຸດ.

ຂ້າພະເຈົ້າມັກເວົ້ານໍາໝູ່ວ່າ ເຫັນຜູ້ຍິງຄົນໃດນຸ່ງຊຸດອ໋າວຢ່າຍກໍງາມຫຼາຍ. ນັ້ນແມ່ນຄວາມນິຍົມ. ເຖິງວ່າມີຜູ້ຍິງຈໍານວນໜຶ່ງຂາດຄວາມໝັ້ນໃຈໃນຄວາມສູງ ແລະ ນ້ຳໜັກຂອງຕົນ, ແຕ່ອ໋າວຢ່າຍຄືວ່າມີວິທີເພື່ອເສີມ ແລະ ເຮັດໃຫ້ເໝາະກັບທຸກຮູບຮ່າງຂອງທຸກຄົນ.

ຂ້າພະເຈົ້າ​ຄິດ​ວ່າ ອ໋າວຢ່າຍມີ​ຄວາມ​ດຶງ​ດູດ​ນັ້ນ ເພາະ​ມັນ​ບໍ່​ພຽງ​ແຕ່​ແມ່ນ​ຊຸດ​ອາ​ພອນ​ເທົ່າ​ນັ້ນ, ແຕ່ຍັງ​ແມ່ນຮູບຕົວແທນຂອງ​ວັດ​ທະ​ນະ​ທຳ ແລະ ຈິດ​ໃຈ​ຂອງ​ຊາດ​ຫວຽດ​ນາມ. ​ ​ດັ່ງ​ນັ້ນ, ອ໋າວ​ຢ່າຍເໝືອນ​​ສາຍເຊືອກ​ໜຶ່ງ​ທີ່​ເຊື່ອມ​ຕໍ່​ຄວາມ​ຮັກ​ຂອງ​ຂ້າພະເຈົ້າຕໍ່​ ຫວຽດນາມ ​ໃຫ້ນັບມື້ນັບ​ເລິກ​ເຊິ່ງກວ່າ​ອີກ.

ຂ້າພະເຈົ້າຄິດ​ວ່າ ແມ່​ຍິງ​ຫວຽດ​ນາມ ກໍ​ຄື​ແມ່​ຍິງ​ລາວ, ຍາມ​ໃດ​ກໍ​ມີ​ຄວາມ​ໝັ້ນ​ໃຈ ແລະ ມີຄວາມຮູ້ສຶກ​ພາກ​ພູມ​ໃຈໃນເວລາທີ່ນຸ່ງ​ຊຸດ​ພື້ນ​ເມືອງປະຈໍາຊາດ. ຂ້າພະເຈົ້າເອງ​ກໍຮູ້ສຶກ​ໂຊກ​ດີ​ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ ແລະ ມາຮຽນ​ຢູ່​ຫວຽດ​ນາມ, ​ໄດ້​ຕິດ​ພັນ​ກັບບັນດາ​ເພື່ອນ​ມິດ​ທີ່​ດີ, ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ, ຄວາມ​ຮັກ​ແພງ​​ຕໍ່​ຫວຽດນາມ​ໃນຕົວຂ້າພະເຈົ້ານັບ​ມື້​ນັບຫຼາຍຂຶ້ນ ​ແລະ ​ບໍ່​ຮູ້​ວ່າ ຂ້າພະເຈົ້າໄດ້​ຖືວ່າ​ປະ​ເທດ​ນີ້​ເປັນ​ບ້ານເກີດເມືອງນອນແຫ່ງ​ທີ​ສອງ​ຂອງຂ້າພະເຈົ້າແຕ່ເມື່ອໃດ.

ຂ້າພະເຈົ້າກໍ​ຫວັງ​ວ່າ ​ຕົນເອງຈະ​ກາຍ​ເປັນ​ຂົວເຊື່ອມ​ຕໍ່ເພື່ອ​ຊ່ວຍ​ໂຄສະນາ​ວັດທະນະທຳ​ຫວຽດນາມ ຢູ່​ລາວ ​ແລະ ວັດທະນະທຳ​ລາວ​ ຢູ່​ຫວຽດນາມ ໂດຍຜ່ານ​ບັນດາ​ຜະລິດ​ຕະພັນ​ທີ່​ໃກ້ຊິດ​ຄື ອ໋າວ​ຢ່າຍ. ໃນໄລຍະຈະມາເຖິງ ເມື່ອຂ້າພະເຈົ້າກັບໄປລາວເພື່ອຢາມຄອບຄົວ, ຂ້າພະເຈົ້າຈະຊື້ຊຸດອ໋າວຢ່າຍອີກຈັກຊຸດເພື່ອມອບໃຫ້ແມ່ ແລະ ຍາດພີ່ນ້ອງ. ຂ້າພະເຈົ້າໝັ້ນໃຈວ່​າ ​ທຸກ​ຄົນ​ຈະ​ຮັກອ໋າວຢ່າຍຫວຽດ​ນາມ​ ແລະ ຖະ​ນຸ​ຖະ​ຫນອມ​ມັນຄື​ທີ່ຂ້າພະເຈົ້າ​ເຮັດ.

ຫອມມາລາ

ເຫດການ