ກອງທັບເຮືອຫວຽດນາມ ເປັນບ່ອນອີງໃຫ້ຊາວປະມົງອອກສູ່ທະເລ

14:56 | 16/08/2023

ຍສໝ - ວັນທີ 10 ສິງຫາ, ກອງບັນຊາການທະຫານເຮືອເຂດ 4 ໄດ້ສົມທົບກັບພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ບິ່ງທ້ວນ, ບັນດາຄະນະ, ຂະແໜງການ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໄດ້​ຈັດ​ຕັ້ງ​ລາຍການ “ກອງທັບເຮືອຫວຽດນາມ ເປັນບ່ອນອີງໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ” ຢູ່​ທ່າ​ກຳ​ປັ່ນ​ຫາ​ປາ ເຟື່ອກໂຮ້ຍ, ຕາ​ແສງ ເຟື່ອກໂຮ້ຍ, ເທດສະບານ ລາ​ຢີ່, ແຂວງ ບິ່ງ​ທ້ວນ.

ທີ່​ລາຍການ, ຜູ້ລາຍງານຂອງເຂດ 4 ກໍ່​ໄດ້​ແນະນຳ​ຫົວ​ຂໍ້​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຫວຽດນາມ ປີ 2012; ຄຳສັ່ງເລກທີ 45 ຂອງນາຍົກລັດຖະມົນຕີ ກ່ຽວກັບໜ້າທີ່, ມາດຕະການຮີບດ່ວນ ເພື່ອແກ້ໄຂຄຳກ່າວເຕືອນຂອງຄະນະກຳມະການ ເອີຣົບ ກ່ຽວກັບການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັັດຕາມຂໍ້ກຳນົດ (IUU); ຂໍ້ມູນກ່ຽວກັບທີ່ຕັ້ງອູ່ເຮືອ ຂອງກອງທັບເຮືອ; ແນະນຳ​ໃຫ້​ຊາວ​ປະມົງ​ກ່ຽວ​ກັບ​ພຶດຕິ​ກຳ​ຕ້ອງ​ຫ້າມ ​ແລະ ແກ້ໄຂ​ບາງ​ສະຖານະ​ການ​ຢູ່​ທະ​ເລ.

ກອງທັບເຮືອຫວຽດນາມ ເປັນບ່ອນອີງໃຫ້ຊາວປະມົງອອກສູ່ທະເລ
ການກວດພະຍາດໃຫ້ຊາວປະມົງ

ໂອກາດນີ້, ແພດທະຫານເຂດ 4 ຍັງໄດ້ຈັດຕັ້ງການກວດພະຍາດ ແລະ ມອບຢາປິ່ນປົວພະຍາດຟຣີໃຫ້ 50 ຄົນ; ມອບທຸງຊາດ 1.000 ຜືນ, ກົງເບັງ 50 ອັນ, ເສື້ອຊູຊີບ 50 ຜືນ, ຂອງຂວັນ 10 ພູດໃຫ້ຄອບຄົວຊາວປະມົງທີ່ປະສົບກັບຄວາມຫຍຸ້ງຍາກພິເສດ, ຂອງຂວັນ 70 ກວ່າພູດໃຫ້ຄອບຄົວຊາວປະມົງຢູ່ບໍລິເວນ ເຟື່ອກໂຮ້ຍ, ແຈກເອກະສານ, ໃບປິວ 500 ຊຸດ ເພື່ອໂຄສະນາກ່ຽວກັບບັນດາຂໍ້ກຳນົດເມື່ອຂຸດຄົ້ນ ແລະ ຫາປາຢູ່ທະເລ.

ກອງທັບເຮືອຫວຽດນາມ ເປັນບ່ອນອີງໃຫ້ຊາວປະມົງອອກສູ່ທະເລ
ມອບທຸງ ແລະ ເສື້ອຊູຊີບໃຫ້ຊາວປະມົງ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.