| ຊາວຫວຽດນາມຢູ່ໄທ ມຸ່ງໄປສູ່ທະເລໝູ່ເກາະບ້ານເກີດເມືອງນອນ | |
| ຫວຽດນາມ - ກຳປູເຈຍ: ເສີມຂະຫຍາຍການຄວບຄຸມຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງບົກ ແລະ ທາງທະເລ |
ໂຄງການຮ່ວມມືເພື່ອແນໃສ່ຊຸກຍູ້ກຳລັງແຮງຂອງຄວາມມະຫາສາມັກຄີທົ່ວປວງຊົນ, ລະບົບການເມືອງ ແລະ ກຳລັງຕໍາຫຼວດທະເລ ໃນການກໍ່ສ້າງ ແລະ ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງທະເລ ແລະ ໝູ່ເກາະ, ປະກອບສ່ວນຊຸກຍູ້ເສດຖະກິດທະເລໃຫ້ຍືນຍົງ; ໜູນຊ່ວຍ ແລະ ຮ່ວມເດີນທາງກັບຊາວປະມົງໃນການເຄື່ອນໄຫວຫາປາ...
![]() |
| ທ່ານພົນຕີ ບຸ່ຍກວກອວາຍ ໄດ້ກ່າວຄຳເຫັນທີ່ກອງປະຊຸມ |
ຄະນະປະຈຳຄະນະພັກຕໍາຫຼວດທະເລຫວຽດນາມ ໄດ້ສົມທົບກັບ ຄະນະປະຈຳພັກແຂວງເບັນແຈ ໃນການປະຕິບັດ 5 ເນື້ອໃນຕົ້ນຕໍ, ຄື: ໂຄສະນາເຜີຍແຜ່ນະໂຍບາຍ, ກົດໝາຍຂອງລັດ; ກໍ່ສ້າງເຂດທີ່ປອດໄພ, ລະບົບການເມືອງທີ່ເຂັ້ມແຂງ; ໜູນຊ່ວຍທ້ອງຖິ່ນ ພັດທະນາເສດຖະກິດ, ວັດທະນະທຳ ແລະ ສັງຄົມ; ໜູນຊ່ວຍຊາວປະມົງ ອອກທະເລ, ຢູ່ກັບທະເລ, ປະກອບສ່ວນຮັກສາຄວາມປອດໄພ, ອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດ; ລະດົມ ແລະ ມອບຮັບແຫຼ່ງຊັບພະຍາກອນມະນຸດ, ກົນໄກ ແລະ ກຳປັ່ນພົນລະເຮືອນເຂົ້າຮ່ວມການປົກປັກຮັກສາອະທິປະໄຕທະເລ ແລະ ໝູ່ເກາະ.
![]() |
ທ່ານພົນຕີ ບຸ່ຍກວກອວາຍ ໄດ້ສະແດງຄວາມປາດຖະໜາ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງຄະນະປະຈໍາພັກແຂວງເບັນແຈ ແລະ ຄະນະປະຈໍາຄະນະພັກຕໍາຫຼວດທະເລ ຫວຽດນາມ, ບັນດາອົງການເຈົ້າໜ້າທີ່ຂອງ 2 ຫນ່ວຍງານ ຈະເລັ່ງລັດຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ລົງນາມໂດຍສອງຝ່າຍ ແລະ ໄດ້ຮັບການປະຕິບັດຕົວຈິງໃນໄວໆນີ້.
ເນື່ອງໃນໂອກາດນີ້, ໂດຍຕາງໜ້າໃຫ້ຄະນະປະຈໍາຄະນະພັກຕໍາຫຼວດທະເລຫວຽດນາມ, ທ່ານພົນຈັດຕະວາ ເລກວາງດາວ, ຮອງເລຂາຄະນະພັກ, ຜູ້ບັນຊາການຕໍາຫຼວດທະເລ ໄດ້ມອບຂອງຂວັນ 200 ພູດໃຫ້ບັນດາຄອບຄົວນະໂຍບາຍ, ຊາວຊົນເຜົ່າ, ຊາວປະມົງ ທີ່ມີສະພາບການຫຍຸ້ງຍາກຢູ່ແຂວງເບັນແຈ ດ້ວຍຍອດຈຳນວນເງິນ 200 ລ້ານດົ່ງ.
ຄຳຮຸ່ງ
ຂ່າວທີ່ກ່ຽວຂ້ອງ
ຫວຽດນາມໄດ້ສຳເລັດ ແລະ ສົ່ງບົດລາຍງານກ່ຽວກັບການຕ້ານການຫາປາ IUU ຕໍ່ຄະນະກຳມະການເອີຣົບ.
ວິສາຫະກິດທີ່ລະເມີດກົດລະບຽບ IUU ຈະຖືກຍົກເວັ້ນຈາກ VASEP.
ແຂວງດັກລັກ ເພີ່ມທະວີການໂຄສະນາຕໍ່ຕ້ານການຫາປາທີ່ຜິດກົດໝາຍ.
ທ່ານອາດຈະມັກ
ອານຢາງ ພວມຍູ້ແຮງສຸດທ້າຍໃນການຕ້ານ IUU, ສືບຕໍ່ກວາດລ້າງການກະທຳຂອງກຳປັ່ນຫາປາທີ່ລະເມີດ.
ກອງບັນຊາການກຳລັງປ້ອງກັນຝັ່ງທະເລເຂດ 4 ໃຫ້ກຳລັງໃຈພະນັກງານ ແລະ ທະຫານລ່ວງໜ້າພາລະກິດຕ້ານການຄ້າຂາຍສັດຜິດກົດໝາຍ ແລະ IUU ໃນຊ່ວງເວລາບຸນເຕັດ.
ທ່ານນາຍົກລັດຖະມົນຕີຊີ້ນຳວ່າການຕໍ່ສູ້ຕ້ານການຫາປາຂອງ IUU ແມ່ນທາດແທ້, ບໍ່ມີຮູບການ.
ນະຄອນຫາຍຟອງ ເຂັ້ມງວດການຄຸ້ມຄອງກອງເຮືອຫາປາ, ຕັ້ງໃຈທີ່ຈະເຂົ້າຮ່ວມກັບສ່ວນທີ່ເຫຼືອຂອງປະເທດໃນການຍົກເລີກ “ບັດເຫຼືອງ IUU” ຂອງ EC.
ແຂວງເຫງະອານ ໄດ້ປະຕິບັດວຽກງານຮີບດ່ວນຈຳນວນໜຶ່ງເພື່ອຕ້ານການຫາປາ IUU.

