ຫຼາຍການເຄື່ອນໄຫວທີ່ມີຄວາມໝາຍຂອງຊາວໜຸ່ມຢູ່ຊາຍແດນ ຫວຽດນາມ - ລາວ

11:45 | 24/07/2023

ຍສໝ - ວັນທີ 5 ກໍລະກົດ, ຄະນະຊາວໜຸ່ມຮາກຖານປ້ອມປ້ອງກັນຊາຍແດນ ອ່າເດີດ, ກອງບັນຊາການທະຫານຊາຍແດນແຂວງເທື່ອ​ທຽນ​ເຫ້ວ ໄດ້ສົມທົບກັບຫຼາຍຫົວໜ່ວຍ ຈັດຕັ້ງການເຄື່ອນທັບບັ້ນ “ຊາວໜຸ່ມອາສາສະໝັກລະດູຮ້ອນ” ດ້ວຍຫຼາຍການເຄື່ອນໄຫວທີ່ແທດຈິງ.

ເສີມຂະຫຍາຍກຳລັງແຮງຊາວໜຸ່ມ ຮ່ວມແຮງຮ່ວມໃຈກັນກໍ່ສ້າງເຂດຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ ເສີມຂະຫຍາຍກຳລັງແຮງຊາວໜຸ່ມ ຮ່ວມແຮງຮ່ວມໃຈກັນກໍ່ສ້າງເຂດຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ
ຖະແຫຼງການຮ່ວມ ກ່ຽວກັບໝາກຜົນຂອງກອງປະຊຸມສາກົນ ກ່ຽວກັບວຽກງານສ້າງເສັ້ນຊາຍແດນລາວ-ຫວຽດນາມ ຖະແຫຼງການຮ່ວມ ກ່ຽວກັບໝາກຜົນຂອງກອງປະຊຸມສາກົນ ກ່ຽວກັບວຽກງານສ້າງເສັ້ນຊາຍແດນລາວ-ຫວຽດນາມ

ທີ່​ດ່ານ​ຊາຍ​ແດນ ອ່າເດີດ - ຕະວາງ, ສະມາຊິກ​ສະຫະພັນ​ກຳມະບານ​ເກືອບ 100 ຄົນ, ​ໄວ​ໜຸ່ມ​ດ່ານ​ຊາຍ​ແດນອ່າເດີດ, ສະຫະພັນ​ເສດຖະກິດ - ປ້ອງ​ກັນ​ປະ​ເທດ 92 (ທະຫານ​ເຂດ 4), ສະຫະພັນ​ຕາແສງຮ່ວາງ​ຟອງ ​ແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ຈັດ​ຕັ້ງ​ພິທີ​ເປີດບັ້ນຮົບ “ຊາວ​ໜຸ່ມ​ອາສາ​ສະໝັກ​ລະດູ​ຮ້ອນ”. ພິເສດ, ຄັ້ງ​ນີ້ມີພະນັກງານ-ນັກຮົບປ້ອມຕຳຫຼວດຕະວາງ, ກອງຮ້ອຍປ້ອງກັນຊາຍແດນ 531, ແຂວງເຊກອງ, ປະເທດລາວ ເຂົ້າຮ່ວມ.

ຫຼາຍການເຄື່ອນໄຫວທີ່ມີຄວາມໝາຍຂອງຊາວໜຸ່ມຢູ່ຊາຍແດນ ຫວຽດນາມ - ລາວ

ທີ່​ການ​ເຄື່ອນ​ໄຫວ “ຊາວ​ໜຸ່ມ​ອາສາ​ສະໝັກ​ລະດູ​ຮ້ອນ”, ບັນດາ​ຫົວໜ່ວຍ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ​ເຊັ່ນ: ການ​ເຄົາລົບ​ທຸງຢູ່ຫຼັກ​ໝາຍ​ຊາຍ​ແດນ; ໂຄສະນາ​ເຜີຍ​ແຜ່​ໃຫ້​ບັນດາ​ສະມາຊິກ​ຊາວໜຸ່ມ ​ແລະ ໄວ​ໜຸ່ມ​ຮູ້​ຄວາມ​ໝາຍ​ຂອງ​ເສັ້ນ​ຊາຍ​ແດນ, ຫຼັກ​ໝາຍ, ອະທິປະ​ໄຕ​ຜືນ​ແຜ່ນດິນ ​ແລະ ຄວາມ​ໝັ້ນຄົງ​ທາງ​ຊາຍ​ແດນ; ອະນາໄມລວມເຂດຫຼັກໝາຍ 666 ແລະ ເຂດດ່ານຊາຍແດນ ອ່າເດີດ - ຕະວາງ; ກໍ່ສ້າງປ້ອມຍາມຊາວໜຸ່ມ ໃຫ້ແກ່ປ້ອມຕຳຫຼວດຕະວາງ…

ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ​ນີ້ ແມ່ນ​ເພື່ອ​ແນ​ໃສ່​ໂຄສະນາ​ເຜີຍ​ແຜ່, ສຶກສາພະນັກງານ, ນັກຮົບ, ສະມາຊິກ​ຊາວໜຸ່ມ ​ແລະ ​ໄວ​ໜຸ່ມ​ກ່ຽວ​ກັບມູນເຊື້ອຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ກຳລັງ​ປະກອບ​ອາວຸດ 2 ປະ​ເທດ ​ແລະ ສອງ​ຊາດ ​ຫວຽດນາມ - ລາວ. ຜ່ານນັ້ນ, ກໍ່ຍູ້ແຮງບົດບາດ, ຄວາມຮັບຜິດຊອບ, ຄວາມຮັກແພງ ແລະ ຈິດໃຈອາສາສະໝັກຂອງຊາວໜຸ່ມບັນດາຫົວໜ່ວຍ ສົມທົບກັບທະຫານປ້ອງກັນຊາຍແດນໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຊາຍແດນແຫ່ງຊາດໃນສະພາບການໃໝ່; ກໍ່ສ້າງ​ເຂດ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ.

ຄຳຮຸ່ງ

ເຫດການ