ລັດເຊຍ ຍູ້ແຮງການຮ່ວມມື ກັບຈີນ ແລະ ຕວກກີ

17:23 | 27/03/2023

ວັນທີ 25 ມີນາ ປະທານາທິບໍດີລັດເຊຍ ປູຕິນ ໄດ້ມີການເຈລະຈາທາງໂທລະສັບກັບຄູ່ຕຳແໜ່ງຕວກກີ ເອໂດການ ເພື່ອແນໃສ່ປຶກສາຫາລືບັນດາບັນຫາທີ່ທີ່ກ່ຽວຂ້ອງເຖິງພົວພັນຄູ່ຮ່ວມມືສອງຝ່າຍໃນຫຼາຍຂົງເຂດ.

ຫວຽດນາມ - ລັດເຊຍ ຊຸກຍູ້ການຮ່ວມມືຕ້ານອາດຊະຍາກຳ ຫວຽດນາມ - ລັດເຊຍ ຊຸກຍູ້ການຮ່ວມມືຕ້ານອາດຊະຍາກຳ
ລັດຖະມົນຕີຕ່າງປະເທດລັດເຊຍ ມາຢ້ຽມຢາມຫວຽດນາມ ລັດຖະມົນຕີຕ່າງປະເທດລັດເຊຍ ມາຢ້ຽມຢາມຫວຽດນາມ

ຫວ່າງມໍ່ໆນີ້, ໃນວັນທີ 25 ມີນາ ປະທານາທິບໍດີລັດເຊຍ ປູຕິນ ໄດ້ມີການເຈລະຈາທາງໂທລະສັບກັບຄູ່ຕຳແໜ່ງຕວກກີ ເອໂດການ ເພື່ອແນໃສ່ປຶກສາຫາລືບັນດາບັນຫາທີ່ທີ່ກ່ຽວຂ້ອງເຖິງພົວພັນຄູ່ຮ່ວມມືສອງຝ່າຍໃນຫຼາຍຂົງເຂດ.

ການນຳສອງທ່ານໄດ້ຊົມເຊີຍໝາກຜົນທີ່ຕັ້ງໜ້າ ໃນການພົວພັນທາງດ້ານການຄ້າເສດຖະກິດ ກໍ່ຄືການປະຕິບັດບັນດາໂຄງການພະລັງງານຍຸດທະສາດຮ່ວມຢ່າງສຳເລັດຜົນ.

ລັດເຊຍ ຍູ້ແຮງການຮ່ວມມື ກັບຈີນ ແລະ ຕວກກີ

ປະທານາທິບໍດີລັດເຊຍ ປູຕິນ ແລະ ຄູ່ຕຳແໜ່ງຕວກກີ ເອໂດການ. (ພາບ: TTXVN)

ຕອນຄ່ຳວັນທີ 25 ມີນາ, ຢູຸ່ນະຄອນຫຼວງ ມົດສະກູ, ສະຫະພັນລັດເຊຍ, ໃນການຕອບສຳພາດນັກຂ່າວຂອງ ໂທລະພາບ Rossiya 24, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ: ລັດເຊຍ ແລະ ຈີນ ພວມພັດທະນາການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນ ມີການຮ່ວມມືດ້ານການທະຫານ. ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢັ້ງຢືນວ່າ: ລັດເຊຍ ແລະ ຈີນ ບໍ່ຮ່ວມສຳພັນທະມິດດ້ານການທະຫານ. ທ່ານປະທານາທິບໍດີ Vladimir Putin ກໍ່ປະຕິເສດຄຳເຫັນທີ່ວ່າ ການຮ່ວມມືລະຫວ່າງ ລັດເຊຍ - ຈີນ ເປັນໄພນາບຂູ່ຕໍ່ຝ່າຍຕາເວັນຕົກ.

ຖະແຫຼງການຂອງທ່ານປະທານາທິບໍດີ Vladimir Putin ໄດ້ຍົກອອກມາພາຍຫຼັງທີ່ທ່ານປະທານປະເທດ ຈີນ ສີຈີ້ນຜິງ ສິ້ນສຸດການຢ້ຽມຢາມ ລັດເຊຍ ເປັນເວລາ 3 ວັນ (ແຕ່ວັນທີ 20 – 23 ມີນາ). ໃນຂອບເຂດການຢ້ຽມຢາມ, ລັດເຊຍ ແລະ ຈີນ ໄດ້ລົງນາມເອກະສານ 14 ສະບັບ, ເຊິ່ງລວມມີ: ຖະແຫຼງການຮ່ວມ 2 ສະບັບຂອງບັນດາການນຳ, ອະນຸສັນຍາກ່ຽວກັບການເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ນັບແຕ່ການຄ້າ, ອຸດສາຫະກຳ ຕະຫຼອດຮອດວິທະຍາສາດ ແລະ ການທະຫານ.

ເຫດການ
302 Found

Found

The document has moved here.