ເສີມຂະຫຍາຍກຳລັງແຮງຊາວໜຸ່ມ ຮ່ວມແຮງຮ່ວມໃຈກັນກໍ່ສ້າງເຂດຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ

00:00 | 30/07/2023

ຍສໝ - ສືບຕໍ່ການ​ເຄື່ອນ​ໄຫວ​ຂອງ​ໂຄງການ​ແລກປ່ຽນ​ນາຍ​ທະຫານ​ຊາຍ​ແດນໜຸ່ມ ຫວຽດນາມ - ລາວ ​ຄັ້ງ​ທີ 2, ຕອນ​ບ່າຍ​ວັນ​ທີ 27 ມິຖຸນາ, ຢູ່​ນະຄອນ ຮ່າ​ຕິ້ງ, ​ແຂວງ ຮ່າ​ຕິ້ງ ​ໄດ້​ດຳ​ເນີນ​ການໂອ້ລົມເຈລະຈາ “​​ນາຍ​ທະຫານ​ປ້ອງ​ກັນຊາຍ​ແດນໜຸ່ມໜຸ່ມ ຫວຽດນາມ - ລາວ ​ເພີ່ມ​ທະວີ​ການ​ສົມທົບກັນ, ຮ່ວມແຮງຮ່ວມໃຈກັນ​ສ້າງ​ເສັ້ນ​ຊາຍ​ແດນ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ຮ່ວມ​ມື ​ແລະ ​​ພັດ​ທະ​ນາ”.

ຖະແຫຼງການຮ່ວມ ກ່ຽວກັບໝາກຜົນຂອງກອງປະຊຸມສາກົນ ກ່ຽວກັບວຽກງານສ້າງເສັ້ນຊາຍແດນລາວ-ຫວຽດນາມ ຖະແຫຼງການຮ່ວມ ກ່ຽວກັບໝາກຜົນຂອງກອງປະຊຸມສາກົນ ກ່ຽວກັບວຽກງານສ້າງເສັ້ນຊາຍແດນລາວ-ຫວຽດນາມ
ຫຼາຍບ້ານ ຢູ່ເຂດ ຊາຍແດນຫວຽດນາມ - ລາວ ຖືກຕັດແຍກ ຍ້ອນນໍ້າຖ້ວມ ຫຼາຍບ້ານ ຢູ່ເຂດ ຊາຍແດນຫວຽດນາມ - ລາວ ຖືກຕັດແຍກ ຍ້ອນນໍ້າຖ້ວມ

ທີ່​ການໂອ້ລົມເຈລະຈາ, ການ​ນຳ, ຜູ້​ບັນຊາ​ການ ​ແລະ ຄະນະ​ຜູ້​ແທນ​ຂອງ​ສອງ​ປະ​ເທດ​ ໄດ້​ຢືນຢັນ​ວ່າ ການ​ສົມທົບ​ລະຫວ່າງ​ກຳລັງ​ຄຸ້ມ​ຄອງ ​ແລະ ປ້ອງ​ກັນ​ຊາຍ​ແດນ ຫວຽດນາມ - ລາວ ​ເວົ້າ​ລວມ ​ແລະ ​ນາຍ​ທະຫານ​ປ້ອງ​ກັນຊາຍ​ແດນ​ໜຸ່ມ ເວົ້າ​ສະ​ເພາະ​ ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ. ຄະນະ​ນາຍ​ທະຫານ​ປ້ອງ​ກັນຊາຍ​ແດນໜຸ່ມ ໄດ້​ປະຕິບັດ​ໜ້າ​ທີ່ເປັນເສນາທິການໃຫ້ຫົວໜ່ວຍບັນຊາ​ການ​ຂອງ​ສອງ​ປະ​ເທດ​ໃນ​ການ​ນຳພາ ​ແລະ ຊີ້​ນຳ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ເປັນ​ຢ່າງດີ ​ຄື: ມີການໂອ້ລົມເຈລະຈາ, ​ພົບ​ປະ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ການ​ປະສານ​ງານ​ລະຫວ່າງ​ກອງທັບ​ສອງ​ປະ​ເທດ ​ໃນ​ການ​ປົກ​ປັກ​ຮັກສາ, ​ແກ້​ໄຂບັນຫາຊາຍແດນຢ່າງເປັນປະຈຳ, ສົມທົບກັນໂຄສະນາເຜີຍແຜ່ໃຫ້ປະຊາຊົນປະຕິບັດຕາມຂໍ້ຕົກລົງ ກ່ຽວກັບລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນທາງບົກ; ອະນຸ​ສັນຍາ​ກ່ຽວ​ກັບ​ເສັ້ນ​ຊາຍ​ແດນ, ຫຼັກ​ໝາຍຊາຍແດນ​ ​ແລະ ​ເອກະສານ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະບານ​ສອງ​ປະ​ເທດ​ໄດ້ລົງ​ນາມ.

ເສີມຂະຫຍາຍກຳລັງແຮງຊາວໜຸ່ມ ຮ່ວມແຮງຮ່ວມໃຈກັນກໍ່ສ້າງເຂດຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ

ທີ່ການໂອ້ລົມເຈລະຈາ, ບັນດາຜູ້ແທນຂອງສອງຝ່າຍ ໄດ້ປຶກສາຫາລືເພື່ອຍົກໃຫ້ເຫັນໝາກຜົນພົ້ນເດັ່ນ, ວາງອອກວິທີແກ້ໄຂ ເພື່ອຍົກສູງຄຸນນະພາບການປະສານງານລະຫວ່າງກຳລັງທະຫານຊາຍແດນສອງປະເທດເວົ້າລວມ ແລະ ຖັນແຖວທະຫານ​ປ້ອງ​ກັນຊາຍ​ແດນໜຸ່ມ​ ເວົ້າສະເພາະ.

ກ່າວ​ຄຳ​ເຫັນ​ທີ່​ການໂອ້ລົມເຈລະຈາ, ທ່ານ​ພັນ​ເອກ ຫງວຽນ​ແທງ​ຫາຍ ​ແລະ ທ່ານ​ພັນ​ເອກ ​ອຸ່ນ​ຄຳ ສີ​ແຫວນ​ວົງສັກ ໄດ້​ຊີ້​ນຳນາຍ​ທະຫານ​ປ້ອງ​ກັນຊາຍ​ແດນໜຸ່ມ 2 ຝ່າຍ​ປະຕິບັດ​ການ​ສົມທົບ​ກັນໃນ​ໄລຍະ​ຈະ​ມາ​ເຖິງໃຫ້​ເປັນ​ຢ່າງ​ດີ​.

ພ້ອມ​ກັນ​ນັ້ນ, ​ກໍ່ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ປະສານ​ງານ​ຂອງ​ຖັນແຖວທະຫານ​ປ້ອງ​ກັນຊາຍ​ແດນໜຸ່ມ​ຢູ່​ເຂດ​ຊາຍ​ແດນ​ຢ່າງ​ເປັນ​ປະຈຳ, ຂົນຂວາຍ​ປະຊາຊົນ​ສອງ​ຟາກຊາຍ​ແດນ ​ເພື່ອ​ຍົກ​ສູງ​ສະຕິ​ເຄົາລົບ​ກົດໝາຍ ​ແລະ ປະຕິບັດ​ບັນດາ​ເອກະສານ​ນິຕິ​ກຳກ່ຽວກັບຊາຍ​ແດນ ​ແລະ ສັນຍາ​ທີ່​ກ່ຽວຂ້ອງທີ່ໄດ້ລົງ​ນາມ​ໂດຍ​ການ​ນຳ​ຂອງ​ສອງ​ຝ່າຍ.

ຄຳຮຸ່ງ

ເຫດການ