![]() | ທ່ານປະທານ ຄໍາໄຕ ສີພັນດອນ: ການນຳດີເດັ່ນຂອງລາວ, ເພື່ອນມິດທີ່ຍິ່ງໃຫຍ່ຂອງຫວຽດນາມ |
![]() | ຄວາມຮັກແພງຂອງຊາວຫວຽດນາມ ໃນເຫດແຜ່ນດິນໄຫວຢູ່ໄທ |
ວັນທີ 3 ພຶດສະພາ, ເມື່ອຕອບຄຳຖາມຂອງນັກຂ່າວທີ່ຖາມກ່ຽວກັບປະຕິກິລິຍາຂອງຫວຽດນາມຕໍ່ການເຄື່ອນໄຫວຂອງຈີນ ແລະ ຟີລິບປີນ ຢູ່ເຂດເກາະ ຮ່ວາຍເອີນ, ເກາະ ຈີເລ້ ແລະ ເກາະ ກ໋າຍວູງ ທີ່ຂຶ້ນກັບໝູ່ເກາະ ເຈື່ອງຊາ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ ເນັ້ນໜັກວ່າ:
![]() |
ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ. (ພາບ: ອານດັງ/VNA) |
“ດັ່ງທີ່ໄດ້ຢັ້ງຢືນຫຼາຍຄັ້ງແລ້ວ, ຫວຽດນາມ ມີພື້ນຖານດ້ານກົດໝາຍ ແລະ ຫຼັກຖານປະຫວັດສາດຢ່າງພຽງພໍ ເພື່ອຢັ້ງຢືນອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ ຕາມກົດໝາຍສາກົນ ກໍ່ຄືອະທິປະໄຕ, ສິດອະທິປະໄຕ, ສິດອຳນາດຂອງເຂດທະເລຕາມກົດໝາຍວ່າດ້ວຍທະເລປີ 1982 ຂອງສະຫະປະຊາຊາດ.
ເລື່ອງທີ່ບັນດາຝ່າຍທີ່ກ່ຽວຂ້ອງສິ່ງທີ່ຄົງຕົວເປັນເອກະລາດພາຍໃຕ້ອະທິປະໄຕຂອງຫວຽດນາມ ໂດຍບໍ່ໄດ້ຮັບອະນຸຍາດຈາກຫວຽດນາມ ແມ່ນການກະທຳລະເມີດອະທິປະໄຕຂອງຫວຽດນາມ, ສ້າງຄວາມສັບສົນຕື່ມອີກ, ຂັດກັບຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ກໍ່ຄືບັນດາຄວາມມານະພະຍາຍາມຂອງບັນດາປະເທດໃນການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC ໃນປັດຈຸບັນ).
ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ, ບໍ່ກະທຳທີ່ເຮັດໃຫ້ສະພາບການສັບສົນ, ປະຕິບັດຕາມກົດໝາຍສາກົນ, ປະຕິບັດ DOC ຢ່າງເຂັ້ມງວດ, ປະກອບສ່ວນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ. ພ້ອມກັນນັ້ນ, ຫວຽດນາມ ຍັງໃຫ້ຄຳໝັ້ນສັນຍາພ້ອມກັບບັນດາຝ່າຍທີ່ກ່ຽວຂ້ອງແກ້ໄຂການພິພາດອະທິປະໄຕຜືນແຜ່ນດິນຢູ່ທະເລຕາເວັນອອກ, ໃນນັ້ນມີໝູ່ເກາະ ເຈື່ອງຊາ ດ້ວຍສັນຕິວິທີ.
ຫວຽດນາມ ໄດ້ສື່ສານ ແລະ ມອບຈົດໝາຍທາງການຄັດຄ້ານບັນດາປະເທດທີ່ກ່ຽວຂ້ອງກ່ຽວກັບບັນດາການເຄື່ອນໄຫວທີ່ລະເມີດອະທິປະໄຕຂອງຫວຽດນາມ ສຳລັບເກາະ ຮ່ວາຍເອີນ ແລະ ບັນດາສິ່ງທີ່ຄົງຕົວເປັນເອກະລາດທີ່ກ່ຽວຂ້ອງຂອງເຈື່ອງຊາ.
![]() | ບັນດາການເຄື່ອນໄຫວທີ່ອຸດົມສົມບູນໃນງານບຸນວັດທະນະທຳຫວຽດນາມ ຢູ່ Sakai, ຍີ່ປຸ່ນ ຍສໝ - ແຕ່ວັນທີ 29-30 ມີນາ, “ວັນບຸນວັດທະນະທຳ ຫວຽດນາມ 2025” ຈະດຳເນີນຢູ່ ຍີ່ປຸ່ນ. ນີ້ແມ່ນເຫດການ ໄດ້ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນຄົບຮອບ 50 ປີແຫ່ງການປົດປ່ອຍພາກໃຕ້ ແລະ ໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 - 30 ເມສາ 2025), ຄົບຮອບ 80 ... |
ມີງດຶກ