ສູນສຶກສາຫວຽດນາມ ວິທະຍາ ແລະສະມາຄົມມິດຕະພາບໄທ - ຫວຽດນາມ ຮ່ວມມືບຳລຸງສ້າງພາສາຫວຽດ

23:05 | 05/05/2025

ຍສໝ - ວັນ​ທີ 2 ພຶດສະພາ​ ຢູ່​ໄທ, ສູນ​ສຶກສາ​ຫວຽດນາມ ວິທະຍາ ຂຶ້ນກັບ​ມະຫາວິທະຍາ​ໄລ Ratjabath Udon Thani (​ໄທ) ​ແລະ ສະມາຄົມ​ມິດຕະພາບ​ໄທ - ຫວຽດນາມ ​ໄດ້​ຈັດ​ພິທີ​ລົງ​ນາມ​ໃນ​ການ​ຮ່ວມ​ມື​ດ້ານ​ການບຳລຸງສ້າງພາສາ​ຫວຽດ.

ສະຖານທູດ ຫວຽດນາມ ປະຈຳ ໄທ ກ່າວເຕືອນໃຫ້ພົນລະເມືອງຕ້ອງລະວັງພາຍຫຼັງເຫດແຜ່ນດິນໄຫວ
ວິສາຫະກິດ ຫວຽດນາມ ຢູ່ ຍີ່ປຸ່ນ - ໄທ - ຫວຽດນາມ ເຊື່ອມຕໍ່ ແລະ ຮ່ວມມື

ຕາມ​ສູນ​ສຶກສາ​ຫວຽດນາມ ວິທະຍາ (ສູນ​ກາງ) ແລ້ວ, ກ່າວ​ຄຳ​ປາໄສ​ທີ່​ພິທີ​ລົງ​ນາມ, ທ່ານ Sanan Angubolkul ປະທານ​ສະມາຄົມ​ມິດຕະພາບ​ໄທ - ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ກັບ​ສູນກາງໃນ​ການ​ບຳລຸງສ້າງ​ພາສາ​ຫວຽດ ​ໄລຍະ​ສັ້ນ​ໃຫ້​ແກ່​ນັກ​ສຶກສາ​ໄທ.

ທ່ານ Sanan Angubolkul ໃຫ້ຮູ້​ວ່າ: ການ​ຮ່ວມ​ມື​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ​ໃນ​ຍຸດ​ທະ​ສາດ​ພັດທະນາ ​ແລະ ​ແມ່ນ​ພາລະກິດ​ສຳຄັນ​ຂອງ​ສະມາຄົມ​ມິດຕະພາບ ​ໄທ - ຫວຽດນາມ, ກັບເປົ້າໝາຍ​ພັດທະນາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ຊັບພະຍາກອນ​ມະນຸດ​ຂອງ​ໄທ, ປະກອບບັນດາທັກສະ​ດ້ານ​ພາສາ​ພື້ນຖານ​ເພື່ອ​ເຂົ້າ​ເຖິງ​ຕະຫຼາດ​ແຮງ​ງານ ​ຫວຽດນາມ. ທ່ານ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ສອງ​ຝ່າຍ, ບັນດາ​ເປົ້າໝາຍ​ທີ່​ວາງ​ອອກ​ຈະ​ບັນລຸ​ໄດ້.

ສູນສຶກສາຫວຽດນາມ ວິທະຍາ ແລະສະມາຄົມມິດຕະພາບໄທ - ຫວຽດນາມ ຮ່ວມມືບຳລຸງສ້າງພາສາຫວຽດ

ພິທີ​ລົງ​ນາມ​ໃນ​ການ​ຮ່ວມ​ມື​​ບຳລຸງສ້າງ​ພາສາ​ຫວຽດ ລະຫວ່າງ​ສູນ​ສຶກສາ​ຫວຽດນາມ ວິທະຍາ ຂຶ້ນກັບມະຫາວິທະຍາ​ໄລ Ratjabath Udon Thani ​ແລະ ສະມາຄົມ​ມິດຕະພາບ​ໄທ - ຫວຽດນາມ. (ພາບ: ມາຍຊວນຮຸ່ງ)

ທີ່ພິທີ, ຜູ້ຊ່ວຍສາດສະດາຈານ ປອ Khanisara Thanyasunthornsakun, ຜູ້ອຳນວຍການມະຫາວິທະຍາໄລ Ratjabhat Udon Thani ໃຫ້ຮູ້ວ່າ ລາຍການຮ່ວມມືນີ້ ເປັນກຳລັງຜັກດັນຊ່ວຍໃຫ້ສູນສຶກສາຫວຽດນາມ ຜັນຂະຫຍາຍບັນດາລາຍການວິຊາລະອຽດ ແລະ ແທດຈິງຕື່ມອີກ. ຜ່ານ​ນັ້ນ ກໍ່ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ມະຫາວິທະຍາໄລ ກັບ ບັນດາ​ອົງການ​ລັດ ແລະ ວິ​ສາ​ຫະກິດ​ຂອງທັງ​ສອງ​ປະ​ເທດ​ໄທ ​ແລະ ຫວຽດນາມ.

​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ມິດຕະພາບ​ໄທ - ຫວຽດນາມ ຈະ​ມອບ​ທຶນ​ສຶກສາ 3 ພຸດ, ​ແຕ່​ລະ ພຸດມີມູນຄ່າ 50.000 ບາດ ສຳລັບນັກ​ສຶກສາ ​ໄທ ທີ່​ມີ​ຄວາມ​ປາດ​ຖະໜາ​ຢາກ​ເຂົ້າ​ຮ່ວມ​ຫຼັກສູດ​ພາສາ​ຫວຽດນາມ ​ໄລຍະ​ສັ້ນ ຢູ່​ສູນ​ກາງ. ພາຍຫຼັງ​ສຳ​ເລັດ​ຫຼັກສູດ, ຜູ້ຮຽນຈະ​ສົ່ງ​ນັກ​ສຶກສາ​ໄປ​ຮຽນ​ພາສາ​ຫວຽດນາມ ​ເປັນ​ເວລາ 1 ​ເດືອນ.

ສູນສຶກສາ ຫວຽດນາມວິທະຍາ (ມະຫາວິທະຍາໄລ ອຸດອນທານີ) ເຜີຍແຜ່ຄວາມຮັກພາສາ ຫວຽດນາມ ຢູ່ ໄທ

ສູນສຶກສາ ຫວຽດນາມວິທະຍາ (ມະຫາວິທະຍາໄລ ອຸດອນທານີ) ເຜີຍແຜ່ຄວາມຮັກພາສາ ຫວຽດນາມ ຢູ່ ໄທ

ຍສໝ - ວັນ​ທີ 9 ສິງຫາ, ​ໃນ​ຂອບ​ເຂດ​ການ​ເດີນທາງໄປປະຕິບັດງານ​ຢູ່ແຂວງ ອຸ​ດອນ​ທາ​ນີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫວຽດນາມ ປະຈຳ ​ໄທ ຟ້າ​ມຫວຽດ​ຮຸ່ງ ​ໄດ້​ມີ​ການເຮັດວຽກ​ກັບ​ການ​ນຳ​ຂອງ​ມະຫາວິທະຍາ​ໄລ ຣາດຊະພັດ ອຸດອນທານີ ​ແລະ ຢ້ຽມຢາມ​ສູນ​ສຶກສາ ​ຫວຽດນາມ ທີ່​ຕັ້ງ​ຢູ່​ໃນຂອບເຂດ​ໂຮງຮຽນ.

ຫວຽດນາມ - ໄທ ເຫັນດີເປັນເອກະສັນຊຸກຍູ້ການປະຕິບັດຍຸດທະສາດ “ສາມເຊື່ອມຕໍ່” ຢ່າງສຳເລັດຜົນ

ຫວຽດນາມ - ໄທ ເຫັນດີເປັນເອກະສັນຊຸກຍູ້ການປະຕິບັດຍຸດທະສາດ “ສາມເຊື່ອມຕໍ່” ຢ່າງສຳເລັດຜົນ

ຍສໝ - ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Wan Muhamad Noor Matha ​ໄດ້​ເຫັນ​ດີ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເວືອງດິ່ງເຫວະ ໃນການສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສ້າງ​ແລວ​ທາງ​ດ້ານ​ກົດໝາຍ​ທີ່​ສະດວກ ​ເພື່ອ​ຊຸກຍູ້​ການ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ “ສາມ​ເຊື່ອມ​ຕໍ່” ຄື: ການ​ເຊື່ອມ​ຕໍ່​ລະບົບ​ຕ່ອງ​ໂສ້​ການ​ສະໜອງ; ​ເຊື່ອມ​ຕໍ່​ວິ​ສາ​ຫະກິດ ​ແລະ ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ; ເຊື່ອມຕໍ່ຍຸດທະສາດການເຕີບໂຕແບບຍືນຍົງ…

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ