ຫວຽດນາມ ສືບຕໍ່ຢັ້ງຢືນຫຼັກການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ

17:54 | 04/08/2023

ຍສໝ - ກ່ອນ​ແລະ​ຫຼັງ ເປັນ​ໜຶ່ງ, ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບຫຼັກການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດ, ປະຕິບັດຕາມກົດໝາຍສາກົນ ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍ ທະເລປີ 1982 (UNCLOS 1982).

ນີ້ແມ່ນການຢັ້ງຢືນຂອງ ທ່ານພົນໂທ ຮ່ວາງຊວັນຈຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢູ່ກອງປະຊຸມເຈົ້າໜ້າທີ່ອາວຸໂສການປ້ອງກັນຊາດ ອາຊຽນ ເປີດກວ້າງ (ADSOM+) ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 3 ສິງຫາ ຢູ່ອິນໂດເນເຍ.

ຫວຽດນາມ ສືບຕໍ່ຢັ້ງຢືນຫຼັກການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: VOV)

ຫວຽດນາມ ຍາມ​ໃດ​ກໍ​ຍຶດໝັ້ນ​ຫຼັກ​ການແກ້ໄຂການຂັດແຍ່ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍສັນຕິພາບ​ວິທີ, ບົນ​ພື້ນຖານ​ເຄົາລົບ​ເອກະລາດ, ອະທິປະ​ໄຕ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ບັນດາ​ປະ​ເທດ, ປະຕິບັດ​ຕາມ​ກົດໝາຍ​ສາກົນ ໃນນັ້ນມີ​ສົນທິສັນຍາ​​ສະຫະ​ປະຊາ​ຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

ຫວຽດນາມ ສະໜັບສະໜູນ​ການ​ປະຕິບັດ​ຖະ​ແຫຼ​ງການ​ຮ່ວມ​ຂອງບັນດາຝ່າຍກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງຄົບຖ້ວນ ເເລະ ມີປະສິດທິຜົນ, ສິ້ນສຸດເຈລະຈາ ແລະ ລົງນາມໂດຍໄວໃນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ທີ່ແທ້ຈິງ, ມີ​ປະສິດທິ​ຜົນສອດຄ່ອງກັບ​ກົດໝາຍ​ສາກົນ.

ທ່ານພົນໂທ ຮ່ວາງຊວັນຈຽນ ເນັ້ນໜັກວ່າ ບັນດາສະມາຊິກຂອງ ອາຊຽນ ແລະ ຄູ່ຮ່ວມມື ຍາມໃດກໍ່ປາດຖະໜາຢາກມີການພົວພັນຮ່ວມມືພ້ອມກັນພັດທະນາ, ສ້າງປະຊາຄົມ ອາຊຽນ ໃຫ້ນັບມື້ນັບເຂັ້ມແຂງ, ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ. ດັ່ງນັ້ນ, ບັນດາປະເທດຕ້ອງເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ, ໄມຕິຈິດ, ພ້ອມກັນຮັບມືກັບບັນດາສິ່ງທ້າທາຍລວມ, ພ້ອມກັນສ້າງໂຄງປະກອບພາກພື້ນແບບເປີດກວ້າງ, ໂປ່ງໃສ, ກວມລວມ ແລະ ຍົກສູງກົດໝາຍສາກົນ, ບັນດາຄຳໝັ້ນສັນຍາໃນພາກພື້ນ, ສືບຕໍ່ປະກອບສ່ວນໃຫ້ແກ່ການພັດທະນາລວມຂອງ ອາຊຽນ ຢ່າງແທດຈິງ ແລະ ມີປະສິດທິຜົນກ່ວາອີກ, ເພື່ອສັນຕິພາບ, ວັດທະນາຖາວອນ ແລະ ຄວາມໝັ້ນຄົງລວມຂອງພາກພື້ນ ແລະ ໂລກ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.