ຫວຽດນາມ ຮຽກຮ້ອງ ຈີນ ເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບ ໝູ່ເກາະ ຮວ່າງຊາ

17:53 | 04/08/2023

ຍສໝ - ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນ, ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງ ຈີນ ຈົ່ງເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ ແລະ ບໍ່ໃຫ້ເກີດມີການກະທຳທີ່ຄ້າຍຄືກັນອີກ.

ຫວຽດນາມ ຮຽກຮ້ອງ ຈີນ ເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບ ໝູ່ເກາະ ຮວ່າງຊາ
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ຖາວ ຟ້າມ)

ທີ່ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 3 ສິງຫາ, ຢູ່ຮ່າໂນ້ຍ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບເລື່ອງ ຈີນ ດຳເນີນການຝຶກຊ້ອມການທະຫານ ປົກຄຸມສ່ວນໜຶ່ງຂອງໝູ່ເກາະ ຮວ່າງຊາ ເຊິ່ງເປັນອະທິປະໄຕຂອງ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ:

“ເລື່ອງ ຈີນ ນຳເອົາສ່ວນໜຶ່ງຂອງໝູ່ເກາະ ຮວ່າງຊາ ເພື່ອຝືກຊ້ອມການທະຫານຢູ່ທະເລຕາເວັນອອກ ແຕ່ວັນທີ 29 ກໍລະກົດ ຫາວັນທີ 2 ສິງຫາ ແມ່ນການລ່ວງລ້ຳອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະແຫ່ງນີ້ຢ່າງແຮງ ແລະ ໄປຝືນກັບເນື້ອໃນຈິດໃຈຂອງຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ບໍ່ມີຜົນປະໂຫຍດແກ່ວິວັດທະນາການເຈລະຈາລະຫວ່າງ ຈີນ ກັບ ອາຊຽນ ກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃນປັດຈຸບັນ ກໍຄືການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຮ່ວມມືຢູ່ທະເລຕາເວັນອອກ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງ ຈີນ ຈົ່ງເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ ແລະ ບໍ່ໃຫ້ເກີດມີການກະທຳທີ່ຄ້າຍຄືກັນອີກ”.

ກ່ອນ​ໜ້າ​ນັ້ນ, ກົມຮັກສາຄວາມປອດໄພທາງທະເລຈີນ​ ກ່າວ​ວ່າ ປະ​ເທດນີ້ຈະ​ດຳເນີນການຊ້ອມຮົບການທະຫານ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ແຕ່​ວັນ​ທີ 29 ກໍລະກົດ ​ຫາ​ວັນ​ທີ 2 ສິງຫາ​ນີ້ ​ໃນພື້ນ​ທີ່ກວ້າງ ​ລວມທັງ​ໝູ່​ເກາະ ຮວ່າງຊາ ທີ່ຂຶ້ນກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.