ຊາວຫວຽດນາມອາໄສຢູ່ຕ່າງປະເທດທີ່ມາຈາກ 22 ປະເທດໃນໂລກ ໄດ້ຢ້ຽມຢາມເກາະເຈື່ອງຊາ

10:46 | 25/04/2023

ຍສໝ - ນີ້ແມ່ນຄັ້ງທີ 10 ທີ່ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ ຫວຽດນາມ) ສົມທົບກັບກອງບັນຊາການທະຫານເຮືອ ຈັດຕັ້ງໃຫ້ຄະນະຜູ້ແທນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຢ້ຽມຢາມ ເຈື່ອງຊາ.

ຊາວຫວຽດນາມຢູ່ໄທ ມຸ່ງໄປສູ່ທະເລໝູ່ເກາະບ້ານເກີດເມືອງນອນ ຊາວຫວຽດນາມຢູ່ໄທ ມຸ່ງໄປສູ່ທະເລໝູ່ເກາະບ້ານເກີດເມືອງນອນ
ນຳ “ບຸນປີໃໝ່” ໄປຍັງກອງທັບ ແລະ ປະຊາຊົນ ເຈື່ອງຊາ ນຳ “ບຸນປີໃໝ່” ໄປຍັງກອງທັບ ແລະ ປະຊາຊົນ ເຈື່ອງຊາ

ນີ້ແມ່ນຄັ້ງທີ 10 ທີ່ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ ຫວຽດນາມ) ສົມທົບກັບກອງບັນຊາການທະຫານເຮືອ ຈັດຕັ້ງໃຫ້ຄະນະຜູ້ແທນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຢ້ຽມຢາມ ເຈື່ອງຊາ.

ຊາວຫວຽດນາມອາໄສຢູ່ຕ່າງປະເທດທີ່ມາຈາກ 22 ປະເທດໃນໂລກ ໄດ້ຢ້ຽມຢາມເກາະເຈື່ອງຊາ

ຕອນບ່າຍວັນທີ 23 ເມສາ, ຢູ່ແຂວງ ແຄ໋ງຮ່ວາ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 47 ຄົນທີ່ຈາກ 22 ປະເທດ ໃນໂລກພ້ອມກັບຜູ້ແທນເກືອບ 200 ຄົນໄດ້ສິ້ນສຸດລາຍການເຄື່ອນໄຫວຂອງຄະນະຜູ້ແທນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ມາຢ້ຽມຢາມທະຫານ ແລະ ປະຊາຊົນເມືອງເກາະເຈື່ອງຊາ ແລະ ສູນເຮືອນຮ້ານ DK1 ປີ 2023. ລາຍການມີຫົວຂໍ້ວ່າ “ຄວາມໄວ້ເນື້ອເຊື່ອໃຈ ແລະ ຄາດຫວັງຂອງປະເທດຊາດ - ຄັ້ງທີ 10, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກັບເມືອຢ້ຽມຢາມ ເຈື່ອງຊາ”.

ຊາວຫວຽດນາມອາໄສຢູ່ຕ່າງປະເທດທີ່ມາຈາກ 22 ປະເທດໃນໂລກ ໄດ້ຢ້ຽມຢາມເກາະເຈື່ອງຊາ

ໃນຂອບເຂດການຢ້ຽມຢາມ ເຈື່ອງຊາ ແຕ່ວັນທີ 18 – 23 ເມສາ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ພ້ອມກັບສະມາຊິກຄະນະປະຕິບັດງານໄດ້ຢ້ຽມຢາມ: ເກາະ ຊິງໂຕນດົງ, ແລນດາວ, ດ໊າໄຕ B, ເຈື່ອງຊາ, ສູນເຮືອນຮ້ານ DK1/16 ຟຸກເຕີ່ນ. ເມື່ອໄດ້ຢ້ຽມຢາມສະຖານທີ່ຕ່າງໆ, ພໍ່ແມ່ປະຊາຊົນທີ່ອາໄສຢູ່ຕ່າງປະເທດໄດ້ຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນໃຫ້ແກ່ທະຫານ ແລະ ປະຊາຊົນ; ຢ້ຽມຢາມໂຮງຮຽນ, ເຮືອນຢູ່ຂອງປະຊາຊົນ, ໝູ່ບ້ານຊາວປະມົງ, ສຸກສາລາ… ເຂົ້າຮ່ວມພິທີສວດມົນພາວະນາ, ໄວ້ອາໄລບັນດານັກຮົບວິລະຊົນທີ່ເສຍຊີວິດເພື່ອຊາດ, ບັນດາຊາວປະມົງທີ່ເສຍຊີວິດຢູ່ ວັດ ເຈື່ອງຊາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.