ເປີດຕົວສະໂມສອນຮັກແພງທະເລ ແລະ ໝູ່ເກາະຫວຽດນາມ ຢູ່ ຝຣັ່ງ

06:00 | 21/03/2023

ຍສໝ - ໂດຍຕອບສະໜອງການເຄື່ອນໄຫວ “ທັງໝົດເພື່ອທະເລ ແລະ ໝູ່ເກາະຂອງຫວຽດນາມ” ເຊິ່ງປະຈຸບັນພວມແຜ່ຂະຫຍາຍຢ່າງເຂັ້ມແຂງຢູ່ເອີລົບ, ໃນວັນທີ 19 ມີນາ, ຢູ່ນະຄອນຫຼວງ ປາຣີ, ໄດ້ຈັດຕັ້ງພິທີເປີດ​ຕົວ ສະໂມສອນ​ຮັກ​ແພງສາ​ທະ​ເລ ແລະ ໝູ່​ເກາະ​ຫວຽດ​ນາມ ຢູ່ ຝ​ຣັ່ງ.

ມອບລາງວັນການເສັງຂຽນຊອກຮູ້ຄວາມຮູ້ກ່ຽວກັບທະເລ, ໝູ່ເກາະຫວຽດນາມ ປີ 2022 ມອບລາງວັນການເສັງຂຽນຊອກຮູ້ຄວາມຮູ້ກ່ຽວກັບທະເລ, ໝູ່ເກາະຫວຽດນາມ ປີ 2022
AFD ແລະ ບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ຝຣັ່ງ  ມີຄວາມສົນໃຈໜູນຊ່ວຍ ຫວຽດນາມ AFD ແລະ ບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ຝຣັ່ງ ມີຄວາມສົນໃຈໜູນຊ່ວຍ ຫວຽດນາມ

ກ່າວ​ຄຳ​ເຫັນ​ທີ່​ພິທີເປີດ​ຕົວ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝະລັ່ງ ດີງຕ່ວນຖັງ ໄດ້ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມສ້າງ​ຕັ້ງ​ສະ​ໂມ​ສອນ, ຖື​ວ່າ​ນີ້​ແມ່ນ​ເຫດການທີ່​ມີ​ຄວາມ​ໝາຍ​ສຳຄັນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ທີ່​ຊື່​ສັດ​ຂອງ​ພໍ່ແມ່ພີ່ນ້ອງ​​ຝລັ່ງ ຕໍ່ກັບ​ບ້ານ​ເກີດ​ເມືອງ​ນອນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຫວັງ​ວ່າ ​ສະ​ໂມ​ສອນ​ຈະ​ເຕົ້າ​ໂຮມ​ສະ​ມາ​ຊິກ​ຫຼາຍ​ຄົນ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ປະ​ໂຫຍດ ແລະ ມີຄວາມໝາຍທີ່ຈັບໃຈ, ມູ່ງໄປເຖີງ​​ປະ​ເທດ​ຊາດ, ​ບ້ານ​ເກີດ​ເມືອງ​ນອນ, ກໍ່ຄື ມີ​ການ​ປະ​ກອບ​ສ່ວນ​ໃຫ້​ປະເທດຊາດຫຼາຍກ່ວາອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ເປີດຕົວສະໂມສອນຮັກແພງທະເລ ແລະ ໝູ່ເກາະຫວຽດນາມ ຢູ່ ຝຣັ່ງ

ເປີດຕົວສະໂມສອນຮັກແພງທະເລ ແລະ ໝູ່ເກາະຫວຽດນາມ ຢູ່ ຝຣັ່ງ

ທ່ານ​ນາງ ເຈີ່ນ​ທູຢຸງ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້​ກໍ່​ຕັ້ງ​ອົງການ​ນີ້ ​ໃຫ້​ຮູ້​ວ່າ: ​ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ປະຊາ​ຄົມ​ ​ແລະ ບັນດາ​ເພື່ອນ​ມິດຝະລັ່ງ ​ທີ່​ຮັກ​ແພງ​ຫວຽດນາມ ​ເວົ້້າລວມ ​ແລະ ຄວາມຮັກ​ແພງ​ທະ​ເລ, ໝູ່​ເກາະ​ເວົ້າ​ສະ​ເພາະ, ສະ​ໂມ​ສອນ​ ປາດ​ຖະໜາ​ຢາກ​ແນະນຳ ​ແລະ ​ໂຄສະນາ​ບັນດາ​ຮູບ​ພາບ​ທຳ​ມະ​ຊາດ​ທີ່​ສວຍ​ງາມຂອງ​ປະ​ເທດຊາດ ​ແລະ ປະຊາຊົນ, ກໍ່ຄືແມ່ນ​ວັດທະນະທຳ, ຜະລິດຕະພັນພິເສດ​ຂອງ​ເຂດ​ທະ​ເລ, ໝູ່​ເກາະ​ບ້ານ​ເກີດ​ເມືອງ​ນອນ, ​ເພື່ອ​ດຶງ​ດູດ​ຜູ້​ທີ່​ຮັກ​ແພງການ​ທ່ອງ​ທ່ຽວ ​ແລະ ວັດທະນະທຳ​ທະ​ເລ​ ຫວຽດນາມ.

ທ່ານ​ນາງ ເຈີ່ນ​ທູຢຸງ ​ແບ່ງປັນ​ວ່າ ນອກຈາກ​ການ​​ແຜ່ກະຈາຍ​ຄວາມ​ຮັກ​ແພງ​ເຖິງ​​ທະ​ເລ, ໝູ່​ເກາະ​ບ້ານ​ເກີດ​ເມືອງ​ນອນ, ສະ​ໂມ​ສອນ​ ກໍ່​ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ ໃນການ​ບໍລິຈາກ ​ແລະ ລະດົມ​ທຶນ​ໜູນ​ຊ່ວຍ​ເດັກນ້ອຍ, ຄູ​ອາຈານ, ​ໂຮງຮຽນ ​ແລະ ຫໍສະໝຸດ​ຢູ່​ໝູ່​ເກາະ ເຈື່ອງຊາ, ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ​ກ່ຽວ​ກັບ​ທະ​ເລ, ຫມູ່​ເກາະ.

​ເນື່ອງ​ໃນ​ໂອກາດເປີດ​ຕົວ, ສະ​ໂມ​ສອນ​ໄດ້​ແນະນຳ​ບັນດາ​ບົດ​ເພງ ​ແລະ ຮູບເງົາ​ເອກະສານ​ກ່ຽວ​ກັບ​ເຈື່ອງ​ຊາ, ​​ຊາວ​ຫວຽດນາມ ອາ​ໄສ​ຢູ່ ຝະລັ່ງ ໄດ້​ລົງ​ນາມມອບ​ປຶ້ມ​ກ່ຽວ​ກັບ​ທະ​ເລ ​ແລະ ໝູ່​ເກາະ​ຂອງຫວຽດນາມໃນ​ໂອກາດ​ມາ​ຢ້ຽມຢາມ ​ເຈື່ອງ​ຊາ, ພ້ອມ​ທັງ​ສົມທົບ​ກັນ​ຈັດ​ຕັ້ງ​ການ​ບໍລິຈາກ ​ເພື່ອ​ລະດົມ​ທຶນສ້າງ​ໂຮງຮຽນ​ໃຫ້​ເດັກນ້ອຍ​ຢູ່​ໝູ່​ເກາະ​ທີ່​ຫ່າງ​ໄກ​ສອກຫຼີກນີ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.